ຂ່າວລະບຸວ່າ: ສາຍການບິນທົ່ວໂລກໄດ້ຮັບຜົນກະທົບຈາກບັນຫາຂອງຜູ້ຜະລິດເຮືອບິນ 2 ແຫ່ງ ຄື: Boeing ແລະ Airbus, ສົ່ງຜົນເຮັດໃຫ້ການມອບສົ່ງເຮືອບິນຊັກຊ້າ. ຖ້າຫາກບໍ່ມີເຮືອບິນໃໝ່ທີ່ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ, ສາຍການບິນຕ່າງໆໃຫ້ຮູ້ວ່າ: ພວກເຂົາຈະບໍ່ສາມາດຫຼຸດຕົ້ນທຶນຄ່າເຊື້ອໄຟໃນຂະນະທີ່ບັນທຸກຜູ້ໂດຍສານໄດ້ຫຼາຍຂຶ້ນ.
ເຖິງວ່າຈະມີບັນຫາເຫຼົ່ານີ້, IATA ຄາດວ່າອຸດສາຫະກໍາການບິນຈະສ້າງກໍາໄລສຸດທິ 36,6 ຕື້ໂດລາໃນປີ 2025, ເພີ່ມຂຶ້ນຈາກກໍາໄລສຸດທິທີ່ຄາດວ່າຈະຢູ່ທີ່ 31,5 ຕື້ໂດລາໃນປີ 2024ຊຶ່ງຈະມີຈຳນວນຜູ້ໂດຍສານສູງເປັນລະດັບສະຖິຕິ 5,2 ຕື້ຄົນ.
ຜູ້ຊ່ຽວຊານກ່າວວ່າ: ອຸດສາຫະກໍາການບິນໄດ້ສູນເສຍລາຍຮັບ 140 ຕື້ໂດລາໃນປີ 2020 ເນື່ອງຈາກການລະບາດຂອງພະຍາດໂຄວິດ -19, ແຕ່ໄດ້ຟື້ນຕົວຍ້ອນຄວາມຕ້ອງການການເດີນທາງທີ່ເຂັ້ມແຂງ, ລາຄານໍ້າມັນເຊື້ອໄຟກໍມີການຫຼຸດລົງ.
ຄໍາເຫັນ