ແຜນງົບປະມານຂອງບັນດາຫົວໜ່ວຍທີ່ມີລາຍຮັບ-ລາຍຈ່າຍວິຊາການ ແລະ ກອງທຶນ

ຫຼາຍຫົວໜ່ວຍງົບປະມານສາມາດເກັບໄດ້ເພີ່ມຂຶ້ນ

ຫຼາຍຫົວໜ່ວຍງົບປະມານສາມາດເກັບໄດ້ເພີ່ມຂຶ້ນ
ໂດຍ: ວັນເພັງ ການຈັດຕັ້ງປະຕິບັດແຜນງົບປະມານຂອງບັນດາຫົວໜ່ວຍທີ່ມີລາຍຮັບ-ລາຍຈ່າຍວິຊາການ ແລະ ກອງທຶນ, ມາຮອດປັດຈຸບັນເຫັນວ່າຫຼາຍຫົວໜ່ວຍງົບປະມານສາມາດເກັບໄດ້ເພີ່ມຂຶ້ນ.ທ່ານ ສັນຕິພາບ ພົມວິຫານ

 

ລັດຖະມົນຕີກະຊວງການເງິນ ໄດ້ລາຍງານກ່ຽວກັບການດັດແກ້ແຜນງົບປະມານແຫ່ງລັດ ປີ 2024ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກຜ່ານມາວ່າ: ອີງຕາມການສະຫຼຸບຂາດຕົວງົບປະມານແຫ່ງລັດປະຈໍາປີ 2023 ເຫັນວ່າມີລາຍຮັບເກີນແຜນ 12,358.13 ຕື້ກີບ. ພ້ອມນີ້, ຍັງມີເງິນທີ່ປະຢັດໄດ້ 808.99 ຕື້ກີບ ລວມເປັນ 13,167.12 ຕື້ກີບ. ໃນນີ້, ເອົາໄປທົດແທນການຂາດດຸນ 6,513.04 ຕື້ກີບ ແລະ ເອົາໄປດຸ່ນດ່ຽງການຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດ ປີ 2023 ຈໍານວນ 995.21 ຕື້ກີບ ແລະ ປີ 2024 ຈໍານວນ 3,638.09 ຕື້ກີບເພື່ອຫຼຸດຜ່ອນການກູ້ຢືມໃໝ່ ສ່ວນທີ່ເຫຼືອ 2,020.78 ຕື້ກີບ ທີ່ເປັນພູດເງິນເກີນແຜນບ້ວງ 50% ຂອງທ້ອງຖິ່ນ. ດັ່ງນັ້ນ, ສະເໜີດັດແກ້ເຂົ້ານໍາໃຊ້ໃນແຜນປີ 2024 ຕາມມະຕິສະພາແຫ່ງຊາດ ສະບັບເລກທີ 119/ສພຊ ທີ່ກຳນົດໃນມາດຕາ 7ຊຶ່ງໄດ້ອະນຸຍາດໃຫ້ລັດຖະບານນໍາໃຊ້.

ທ່ານ ສັນຕິພາບ ພົມວິຫານ ກ່າວຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດແຜນງົບປະມານຂອງບັນດາຫົວໜ່ວຍທີ່ມີລາຍຮັບ-ລາຍຈ່າຍວິຊາການ ແລະ ກອງທຶນ ຮອດປັດຈຸບັນເຫັນວ່າຫຼາຍຫົວໜ່ວຍງົບປະມານສາມາດເກັບໄດ້ເພີ່ມຂຶ້ນເນື່ອງຈາກວ່າສະພາບເສດຖະກິດຟື້ນຕົວດີຂຶ້ນມີທັງໝົດ 941,45 ຕື້ກີບ. ໃນນີ້, ຂັ້ນສູນກາງ 712,34 ຕື້ກີບ (ກອງທຶນທາງ 150 ຕື້ກີບ) ແລະ ຂັ້ນທ້ອງຖິ່ນ 229,11 ຕື້ກີບ ຊຶ່ງລາຍຮັບຂອງບັນດາຫົວໜ່ວຍວິຊາການ ແລະ ກອງທຶນດັ່ງກ່າວໄດ້ມີນະໂຍບາຍໃຫ້ຫົວໜ່ວຍງົບປະມານນໍາໃຊ້ຕາມລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 ມາດຕາ 2 ຄ່າທໍານຽມ ແລະ ຄ່າບໍລິການ ມາດຕາ 11 ການນໍາໃຊ້ຄ່າທໍານຽມ ແລະ ຄ່າບໍລິການການນໍາໃຊ້ຄ່າທໍານຽມ ແລະ ຄ່າບໍລິການຂອງບັນດາຂະແໜງການຕ້ອງລວມສູນຢູ່ໃນລະບົບງົບປະມານແຫ່ງລັດໂດຍມີການໄລ່ລຽງລາຍຮັບ-ລາຍຈ່າຍ ສັງລວມເຂົ້າແຜນງົບປະມານແຫ່ງລັດປະຈຳປີຂອງຂະແໜງການຕົນເພື່ອດໍາເນີນການຈົດຮັບ-ຈົດຈ່າຍ ຕາມແຜນ ຊຶ່ງກະຊວງການເງິນໄດ້ລົງເລິກເຮັດວຽກຮ່ວມກັບບັນດາຫົວໜ່ວຍງົບປະມານຈໍານວນໜຶ່ງທີ່ມີການສະເໜີດັດແກ້ເພີ່ມສູງ ແລະ ໄດ້ສົມທົບລົງເລິກລະອຽດເນື້ອໃນໂຕເລກລາຍຮັບທີ່ເພີ່ມຂຶ້ນ ແລະ ເປົ້າໝາຍການໃຊ້ຈ່າຍຕົວຈິງຮ່ວມກັບອົງການກວດສອບແຫ່ງລັດແລ້ວ. ສະນັ້ນ, ຈຶ່ງສະເໜີດັດແກ້ເງິນເກີນແຜນປີ 2023 ແລະ ລາຍຮັບ-ລາຍຈ່າຍວິຊາການ ແລະ ກອງທຶນປີ 2024 ເຂົ້າໃນແຜນດັດແກ້ງົບປະມານແຫ່ງລັດ ປີ 2024 ຄື: ດ້ານລາຍຮັບຈາກ 50,107 ຕື້ກີບ ມາເປັນ 51,048 ຕື້ກີບ ເພີ່ມຂຶ້ນ 941.45 ຕື້ກີບ, ດ້ານລາຍຈ່າຍຈາກ 58,914 ຕື້ກີບ ມາເປັນ 61,875 ຕື້ກີບ ເພີ່ມຂຶ້ນ 2,961.45 ຕື້ກີບ. ໃນນີ້, ເງິນເກີນແຜນ ປີ 2023 ຈໍານວນ 2,020.78 ຕື້ກີບ, ເງິນວິຊາການ ແລະ ກອງທຶນ 941,45 ຕື້ກີບ, ການຂາດດຸນຈາກ 8,807 ຕື້ກີບ ມາເປັນ 10,827 ຕື້ກີບ ເພີ່ມຂຶ້ນ 2,020.78 ຕື້ກີບ, ການຂາດດຸນເພີ່ມ ຈາກ 3% ມາເປັນ 3.69% ຂອງ GDP ຊຶ່ງການເພີ່ມຂຶ້ນຂອງການຂາດດຸນດັ່ງກ່າວເປັນການຂາດດຸນເພີ່ມທີ່ມີແຫຼ່ງທຶນຮອງຮັບແລ້ວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ