ທີ່ຜະລິດໂດຍວິທະຍຸໂທລະພາບສູນກາງຈີນຫຼື CMG ຈະອອກອາກາດຢູ່ບໍລິສັດວິທະຍຸໂທລະພາບແຫ່ງຊາດຣັດເຊຍ, ເວັບໄຊ “ໜັງສືພິມຣັດເຊຍ” ຂອງສຳນັກງານລັດຖະບານຣັດເຊຍ, ບໍລິສັດສື່ມວນຊົນອາຍແກັດທຳມະຊາດຣັດເຊຍ, ໂທລະພາບອາຊີຣັດເຊຍ ແລະເວທີອື່ນໆເລີ່ມແຕ່ວັນທີ 7 ພຶດສະພານີ້ເປັນຕົ້ນໄປ. ສື່ມວນຊົນສຳຄັນຫຼາຍແຫ່ງຂອງພາກພື້ນອາຊີ-ເອີຣົບໄດ້ແຈ້ງຂ່າວກ່ຽວກັບການອອກອາກາດລາຍການດັ່ງກ່າວ ຊຶ່ງໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກວົງການຕ່າງໆຂອງຣັດເຊຍ.
ອົສຕຣາລີ ພັດທະນາເຄື່ອງມືຊ່ວຍຊາວກະສິກອນປັບປຸງພັນງົວທົນຕໍ່ອາກາດຮ້ອນ
ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ພຶດສະພາ ຜ່ານມາ; ສື່ມວນຊົນອົສຕຣາລີລາຍງານວ່າ:ເຄື່ອງມືວັດແທກພັນທຸກຳແບບໃໝ່ທີ່ອົສຕຣາລີພັດທະນາຂຶ້ນເອງ ກຳລັງຊ່ວຍເຫຼືອຊາວກະສິກອນຜູ້ລ້ຽງງົວນົມໃນການປັບປຸງພັນງົວທີ່ທົນທານຕໍ່ຄວາມຮ້ອນໄດ້ດີຂຶ້ນ. ທ່າມກາງຄວາມທ້າທາຍທີ່ເພີ່ມຂຶ້ນຂອງຄວາມກົດດັນຈາກອາກາດຮ້ອນໃນການລ້ຽງສັດ ຊຶ່ງເປັນຜົນມາຈາກການປ່ຽນແປງຂອງດິນຟ້າອາກາດ.
ຄໍາເຫັນ