ກະຊວງການຕ່າງປະເທດ ຈັດກອງປະຊຸມທາບທາມຄຳເຫັນຕໍ່ 2 ຮ່າງດໍາລັດ

ກະຊວງການຕ່າງປະເທດ ຈັດກອງປະຊຸມທາບທາມຄຳເຫັນຕໍ່ 2 ຮ່າງດໍາລັດ

ກະຊວງການຕ່າງປະເທດ ຈັດກອງປະຊຸມທາບທາມຄຳເຫັນຕໍ່ 2 ຮ່າງດໍາລັດ
ໃນວັນທີ 8 ພຶດສະພານີ້ ທີ່ ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ ICTC,ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມທາບທາມຄຳເຫັນຂັ້ນສູນກາງ ຕໍ່ ຮ່າງດໍາລັດ ວ່າດ້ວຍການເຄື່ອນໄຫວຢູ່ບໍລິເວນຊາຍແດນ ແລະ ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງພະນັກງານທ້ອງຖິ່ນ ທີ່ເຂົ້າເຮັດວຽກນໍາອົງການຕ່າງປະເທດ ທີ່ປະຈໍາຢູ່ ສປປ ລາວ (ສະບັບປັບປຸງ) ພາຍໃຕ້ການເປັນປະທານຂອງທ່ານ ພົງສະຫວັນ ສີສຸລາດຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີຜູ້ເຂົ້າຮ່ວມມາຈາກບັນດາກະຊວງ ແລະ ອົງການຂັ້ນສູນກາງ.

 

ຈຸດປະສົງຕົ້ນຕໍຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອເປີດໂອກາດໃຫ້ບັນດາກະຊວງແລະອົງການຂັ້ນສູນກາງໄດ້ປະກອບຄໍາຄິດຄຳເຫັນໃສ່ 2 ຮ່າງດໍາລັດດັ່ງກ່າວນັ້ນ ໃຫ້ມີຄວາມຄົບຖ້ວນ, ຮັດກຸມ, ຮອບດ້ານ, ສອດຄ່ອງກັບສະພາບຕົວຈິງແລະສາມາດຈັດຕັ້ງປະຕິບັດຊຶ່ງການປຶກສາຫາລືຄັ້ງນີ້ແມ່ນການດໍາເນີນຂັ້ນຕອນການທາບທາມຄໍາເຫັນຂັ້ນທ້ອງຖິ່ນຕໍ່ຮ່າງນິຕິກໍາພາຍໃຕ້ກົດໝາຍດັ່ງກ່າວຕາມຂັ້ນຕອນຂອງກົດໝາຍວ່າດ້ວຍການສ້າງນິຕິກໍາ (ສະບັບປັບປຸງປີ 2021)ເພື່ອໃຫ້ສໍາເລັດການທາບທາມປະກອບຄໍາເຫັນຂອງທຸກພາກສ່ວນທີ່ກ່ຽວຂ້ອງຢູ່ສູນກາງແລະທ້ອງຖິ່ນພາຍໃນເດືອນພຶດສະພາ 2025. ຫຼັງຈາກນັ້ນ,ຄະນະຮັບຜິດຊອບສ້າງຮ່າງກົດໝາຍກໍຈະນໍາໄປຄົ້ນຄວ້າ, ປັບປຸງແລະຮຽບຮຽງໃຫ້ມີເນື້ອໃນລະອຽດ,ຈະແຈ້ງແລະຄົບຖ້ວນສົມບູນແລ້ວນໍາໄປກວດກາຄວາມສອດຄ່ອງທາງດ້ານກົດໝາຍຮ່ວມກັບກະຊວງຍຸຕິທໍາ.

ຮ່າງດໍາລັດທັງ 2 ສະບັບນີ້, ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານການເຄື່ອນໄຫວຢູ່ບໍລິເວນຊາຍແດນຂອງພົນລະເມືອງລາວ, ຊາວຕ່າງດ້າວ ແລະ ຕ່າງປະເທດ, ວຽກງານການຄຸ້ມຄອງພະນັກງານທ້ອງຖິ່ນ ທີ່ເຂົ້າເຮັດວຽກນໍາອົງການຕ່າງປະເທດ ທີ່ປະຈໍາຢູ່ ສປປ ລາວ ເພື່ອເຮັດໃຫ້ການປະຕິບັດວຽກງານດັ່ງກ່າວມີຄວາມຖືກຕ້ອງ, ຊັດເຈນ,ວ່ອງໄວ, ທັນສະໄໝ ແລະ ເປັນລະບົບ ແນໃສ່ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຊາດ, ຮັບປະກັນຄວາມໝັ້ນຄົງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຊຶ່ງພາຍຫຼັງຮ່າງດໍາລັດເຫຼົ່ານີ້ຖືກຮັບຮອງ ແລະ ປະກາດໃຊ້ ຈະເຮັດໃຫ້ການຄຸ້ມຄອງການເຄື່ອນໄຫວວຽກງານດັ່ງກ່າວ ຢ່າງລວມສູນ ແລະ ເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນກວ່າເກົ່າ ແລະ ຈະເປັນບາດກ້າວໜຶ່ງທີ່ສຳຄັນໃນການພັດທະນາລະບົບນິຕິກຳຂອງຂະແໜງການຕ່າງປະເທດ ແນໃສ່ເພີ່ມທະວີການຄຸ້ມຄອງວຽກງານການຕ່າງປະເທດດ້ວຍກົດໝາຍຢ່າງໜັກແໜ້ນເທື່ອລະກ້າວພ້ອມທັງເປັນການຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດຂອງ ພັກ-ລັດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີXI ຂອງພັກ, ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການຍົກສູງປະສິດຕິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ມະຕິຂອງກອງປະຊຸມອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV ກໍຄື ຜົນສໍາເລັດ ແລະ ທິດທາງຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ14ໂດຍສະເພາະການຫັນຂະແໜງການຕ່າງປະເທດ ໄປສູ່ການຄຸ້ມຄອງດ້ວຍກົດໝາຍ.

(ຂ່າວ-ພາບ: ກະຊວງການຕ່າງປະເທດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສູນຝຶກຄົນພິການເປັນສ່ວນໜຶ່ງທີ່ສຳຄັນທາງສັງຄົມທີ່ປັກກິ່ງ

ສູນຝຶກຄົນພິການເປັນສ່ວນໜຶ່ງທີ່ສຳຄັນທາງສັງຄົມທີ່ປັກກິ່ງ

ຄົນປົກກະຕິທຸກຄົນອາດຈະຂາດບາງຢ່າງໃນຊີວິດມັນກໍ່ເປັນເລື່ອງທຳມະດາ ແຕ່ສິ່ງທີ່ຄົນພິການບໍ່ເຄີຍຂາດຄື “ຄວາມຝັນ ແລະ ກຳລັງໃຈ” ໃນໂລກທີ່ເຕັມໄປດ້ວຍອຸປະສັກ ແລະ ຄວາມບໍ່ເທົ່າທຽມ ຄົນພິການຫຼາຍຄົນກໍ່ຍັງຢືນຢັນວ່າ “ຄວາມພິການ” ບໍ່ແມ່ນກຳແພງກັ້ນຄວາມຝັນ ແຕ່ເປັນພຽງບົດຮຽນທົດສອບໃນຊີວິດທີ່ເຮັດໃຫ້ພວກເຂົາເຂັ້ມແຂງກວ່າເກົ່າ.
ຊີວະປະຫວັດ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ຊີວະປະຫວັດ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ສະຖານທີ່ເກີດ ນະຄອນຫຼວງບາງກອກ ປະເທດໄທ ການສຶກສາ: ປະລິນຍາຕີ ສາຂາ ວິສະວະກຳອຸດສາຫະກຳ, ມະຫາວິທະຍາໄລ Hofstra ນິວຢອກ ສະຫະລັດອາເມຣິກາ ສາສະໜາ: ພຸດ ປະຫວັດທາງອາຊີບ
ບໍລິສັດໄຟຟ້ານໍ້າເທີນ 2 ຈັດກິດຈະກໍາວັນແຫ່ງຄວາມປອດໄພປະຈໍາປີ 2025.

ບໍລິສັດໄຟຟ້ານໍ້າເທີນ 2 ຈັດກິດຈະກໍາວັນແຫ່ງຄວາມປອດໄພປະຈໍາປີ 2025.

ພິທີສະເຫຼີມສະຫຼອງ ວັນແຫ່ງຄວາມປອດໄພ (SAFETY DAY)ປະຈໍາປີ ຂອງບໍລິສັດໄຟຟ້ານໍ້າເທີນ 2 ໄດ້ຈັດຂຶ້ນ ໃນວັນ 15 ຕຸລານີ້ ທີ່ເຮືອນຈັກເຂື່ອນໄຟຟ້ານໍ້າເທີນ 2 ເມືອງຍົມມະລາດ ແຂວງຄໍາມ່ວນ, ໃຫ້ກຽດເຂົ້າຮ່ວມ ເປັນປະທານ ໂດຍ ທ່ານ ມາກ ອັງຕວນຣຸບ ຜູ້ອຳນວຍການບໍລິສັດ ໄຟຟ້ານໍ້າເທີນ 2, ມີບັນດາທ່ານໃນຄະນະບໍລິຫານງານຂອງບໍລິສັດ, ພ້ອມດ້ວຍແຂກຖືກເຊີນຈາກພະແນກການຂັ້ນແຂວງ, ເມືອງນາກາຍ, ຍົມມະລາດ ແລະ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະ ກວທສ ປະຈຳປີ 2025

ກອງປະຊຸມຄົບຄະນະ ກວທສ ປະຈຳປີ 2025

ກອງປະຊຸມຄົບຄະນະກຳມາທິການວັດທະນະທຳ-ສັງຄົມ (ກວທສ) ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ ຜ່ານມາ ທີ່ເມືອງວັງວຽງ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ບຸນຕາ ເທບພະວົງ ປະທານກຳມາທິການວັດທະນະທຳ-ສັງຄົມ, ເຂົ້າຮ່ວມໂອ້ລົມໂດຍທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ມີບັນດາທ່ານປະທານ-ຮອງປະທານກຳມາທິການ, ຮອງເລຂາທິການ ແລະ ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ, ບັນດາທ່ານຮອງລັດຖະມົນຕີ, ສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການສັງກັດ ກວທສ, ຮອງປະທານອົງການກາແດງລາວ, ຫົວໜ້າຫ້ອງການຄະນະກໍາມະການແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນຈາກ ສພຊ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄະນະກໍາມະການຄຸ້ມຄອງໄພພິບັດແຂວງ ມອບຮັບເຂົ້າສານໃຫ້ເມືອງສິງ

ຄະນະກໍາມະການຄຸ້ມຄອງໄພພິບັດແຂວງ ມອບຮັບເຂົ້າສານໃຫ້ເມືອງສິງ

ໃນຕອນເຊົ້າວັນທີ 14 ຕຸລາຜ່ານມານີ້ ຢູ່ທີ່ຫ້ອງການເມືືອງສິງ ແຂວງຫຼວງນໍ້າທາ, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ນໍາເອົາເຂົ້າສານມອບໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດເມືອງສິງ, ໂດຍການເຂົ້າຮ່ວມຂອງທ່ານ ກອນແກ້ວ ບັນນະວົງ ຮັກສາການ ຮອງປະທານຄະນະກໍາມະການ ປົກຄອງເມືອງ ປະທານແນວລາວສ້າງຊາດເມືອງສິງ, ທ່ານ ຊຽງວັນ ສົມລັດທອງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີຄະນະກໍາມະການໄພພິບັດຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ໜ່ວຍຊາວໜຸ່ມ ສານປະຊາຊົນພາກເໜືອ

ມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ໜ່ວຍຊາວໜຸ່ມ ສານປະຊາຊົນພາກເໜືອ

ເມື່ອບໍ່ດົນຜ່ານມານີ້, ທີ່ສານປະຊາຊົນພາກເໜືອ ແຂວງຫຼວງພະບາງ ໄດ້ມີພິທີມອບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ຄັ້ງທີ III ປະຈຳປີ 2024, ປະດັບຫຼຽນກາລະນຶກ 65 ປີ ແລະ ມອບໃບຍ້ອງຍໍ ໂດຍເປັນປະທານຂອງ ທ່ານ ສົມໃຈ ຢາທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ, ມີຄະນະນຳສານປະຊາຊົນພາກເໜືອ, ເລຂາ, ຮອງເລຂາ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນໜ່ວຍຮາກຖານ ແລະແຂກຮັບເຊີນ ເຂົ້າຮ່ວມ.
ຂົງເຂດທະນາຄານ ແລະ ສະຖາບັນການເງິນ 3 ແຂວງ ໄດ້ຮັບການຍົກລະດັບວິຊາສະເພາະ

ຂົງເຂດທະນາຄານ ແລະ ສະຖາບັນການເງິນ 3 ແຂວງ ໄດ້ຮັບການຍົກລະດັບວິຊາສະເພາະ

ວັນທີ 14 ຕຸລານີ້ ທີ່ສະໂມສອນໃຫຍ່ ທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສຳມະນາວຽກງານວິຊາສະເພາະ ໃຫ້ກັບວິຊາການຂະແໜງທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານຈາກ 3 ແຂວງ ຄື: ແຂວງໄຊຍະບູລີ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ, ໂດຍເປັນປະທານຂອງ ທ່ານ ວາລະສິນ ດາລາພອນ ຮອງຫົວໜ້າ ທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງຫຼວງພະບາງ.
ເມືອງສິງ ປະຖະກະຖາສອງວັນປະຫວັດສາດ

ເມືອງສິງ ປະຖະກະຖາສອງວັນປະຫວັດສາດ

ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດພິທີປະຖະກະຖາວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ຂຶ້ນໃນວັນ 14 ຕຸລາ 2025 ຢູ່ທີສະໂມສອນຂອງເມືອງສິງ, ໂດຍການເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສີງໄຊ ກໍາມະການພັກແຂວງ ເລຂາພັກເມືອງ ຜູ້ຊີ້ນວຽກງານ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ
ປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ

ປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ

ກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ຈັດກອງປະຊຸມແລກປ່ຽນປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ໂດຍການເປັນປະທານຮ່ວມຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ), ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ແລະ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຮອງລັດ ຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ມີບັນດາຜູ້ຕາງໜ້າຈາກອົງການໄອຍະການປະຊາ ຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ກະຊວງຍຸຕິທຳ, ກະຊວງປ້ອງກັນປະເທດ ແລະ ກອງເລຂາຄະນະກໍາມະການອະໄພຍະໂທດລະດັບຊາດເຂົ້າຮ່ວມ.
ມອບເງິນສະໜັບສະໜູນກອງປະຊຸມໃຫຍ່ອົງຄະນະພັກອົງການກາແດງແຫ່ງຊາດລາວ

ມອບເງິນສະໜັບສະໜູນກອງປະຊຸມໃຫຍ່ອົງຄະນະພັກອົງການກາແດງແຫ່ງຊາດລາວ

ໃນຕອນເຊົ້າວັນທີ 14 ຕຸລາ ນີ້ ທີ່ສຳນັກງານອົງການກາແດງແຫ່ງຊາດລາວ, ພາກສ່ວນທະນາຄານ ແລະ ບໍລິສັດຫຼາຍແຫ່ງໄດ້ຮ່ວມມອບເງິນສະໜັບສະໜູນໃຫ້ແກ່ອົງການກາແດງແຫ່ງຊາດລາວ ເພື່ອສະໜັບສະໜູນການຈັດກອງປະຊຸມໃຫຍ່ສະມາຊິກພັກຂອງອົງຄະນະພັກອົງການກາແດງແຫ່ງຊາດລາວທີ່ຈະຈັດຂຶ້ນໃນໄວໆນີ້.
ເພີ່ມເຕີມ