ໃນ​ເດືອນ​ເມ​ສາ ສະ​ຫະ​ລັດ ອາເມຣິກາ ​ເພີ່ມ​ວຽກ​ເຮັດ​ງານ​ທໍາ​177,000 ຕໍາ​ແໜ່ງ​

ໃນ​ເດືອນ​ເມ​ສາ ສະ​ຫະ​ລັດ ອາເມຣິກາ ​ເພີ່ມ​ວຽກ​ເຮັດ​ງານ​ທໍາ​177,000 ຕໍາ​ແໜ່ງ​

ໃນ​ເດືອນ​ເມ​ສາ ສະ​ຫະ​ລັດ ອາເມຣິກາ ​ເພີ່ມ​ວຽກ​ເຮັດ​ງານ​ທໍາ​177,000 ຕໍາ​ແໜ່ງ​
ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້; ກະຊວງ​ແຮງ​ງານ​ຂອງ​ສະຫະລັດ ອາເມຣິກາ ລາຍງານວ່າ: ນາຍຈ້າງໃນສະຫະລັດ ອາເມຣິກາ ​ໄດ້​ເພີ່ມຕຳແໜ່ງງານ 177,000 ອັດຕາ ​ໃນ​ເດືອນ​ເມສາ ຜ່ານມາ, ​ໃນ​ຂະນະ​ທີ່​ການ​ຈ້າງ​ງານ​ຂອງ​ລັດຖະບານກາງ​​ສືບ​ຕໍ່​ຫຼຸດ​ລົງ ​ແລະ​ອັດຕາ​ການ​ວ່າງ​ງານ​ບໍ່ມີການ​ປ່ຽນ​ແປງ ຢູ່ທີ່ 4.2%.

 

ຫ້ອງການສະຖິຕິແຮງງານຂອງສະຫະລັດ ອາເມຣິກາ ເປີດເຜີຍວ່າ: ການຈ້າງງານທີ່ບໍ່ແມ່ນຂະແໜງກະສິກໍາເພີ່ມຂຶ້ນ 177,000 ຕໍາແໜ່ງໃນເດືອນເມສາຜ່ານມາ ຊຶ່ງຕ່ໍາກວ່າອັດຕາການເພີ່ມຂຶ້ນສະເລ່ຍປະຈຳເດືອນ ຢູ່ທີ່ 152,000 ຕຳແໜ່ງ ໃນໄລຍະ 12 ເດືອນກ່ອນໜ້າ. ໃນຂະນະທີ່ການຈ້າງງານດ້ານການເບິ່ງແຍງສຸຂະພາບ, ການຂົນສົ່ງແລະການເກັບຮັກສາສິນຄ້າ, ກິດຈະກໍາທາງດ້ານການເງິນແລະການຊ່ວຍເຫຼືອທາງສັງຄົມຍັງຄົງມີທ່າອ່ຽງເພີ່ມຂຶ້ນ, ສ່ວນການຈ້າງງານຂອງລັດຖະບານກາງຫຼຸດລົງ.

ບົດລາຍງານລະບຸວ່າ: ພາຍໃນອົງການຈັດຕັ້ງຂອງລັດຖະບານ, ການຈ້າງງານຂອງລັດຖະບານກາງຫຼຸດລົງ 9,000 ຕຳແໜ່ງໃນເດືອນເມສາແລະຫຼຸດລົງ 26,000 ຕຳແໜ່ງ ນັບຕັ້ງແຕ່ເດືອນມັງກອນ. ໃນຂະນະດຽວກັນ ລັດຖະບານ ທ່ານ ໂດໂນ ທຣໍາ ຍັງສືບຕໍ່ຫຼຸດຈຳນວນພະນັກງານຂອງລັດຖະບານກາງ ແລະ ຂໍ້ມູນນີ້ອາດຈະໄດ້ຮັບຜົນກະທົບທາງລົບໃນຫຼາຍເດືອນຂ້າງໜ້າ.

ໃນເດືອນເມສາຜ່ານມາ, ລາຍຮັບສະເລ່ຍຕໍ່ຊົ່ວໂມງຂອງພະນັກງານທັງໝົດທີ່ໄດ້ຮັບເງິນເດືອນຈາກພາກເອກະຊົນທີ່ບໍ່ແມ່ນກະສິກຳເພີ່ມຂຶ້ນ 6 ເຊັນ ຫຼື 0.2% ເປັນ 36.06 ໂດລາແລະໃນໄລຍະ 12 ເດືອນຜ່ານມາລາຍຮັບສະເລ່ຍຕໍ່ຊົ່ວໂມງເພີ່ມຂຶ້ນ 3.8%.

ການປ່ຽນແປງໃນການຈ້າງງານທີ່ບໍ່ແມ່ນກະສິກໍາທັງໝົດໃນເດືອນກຸມພາໄດ້ຖືກປັບຫຼຸດລົງຈາກ 15,000 ຕຳແໜ່ງ ເພີ່ມຂຶ້ນເປັນ 102,000 ຕຳແໜ່ງ ແລະໃນເດືອນມີນາໄດ້ຖືກປັບຫຼຸດລົງ 43,000 ຕຳແໜ່ງ ເພີ່ມຂຶ້ນ 185,000 ຕຳແໜ່ງ. ຫຼັງຈາກປັບຫຼຸດ ໂດຍການຈ້າງງານໃນເດືອນກຸມພາແລະເດືອນມີນາ ລວມກັນຕໍ່າກວ່າທີ່ເຄີຍລາຍງານໄວ້ກ່ອນໜ້ານີ້ເຖິງ 58,000 ຕຳແໜ່ງ.

ຄໍາເຫັນ

ຂ່າວຕ່າງປະເທດ

ອົງການດ່ານພາສີອາເມຣິກາ ໄດ້ຄືນເງິນພາສີແລ້ວປະມານ 100 ຕື້ໂດລາ

ອົງການດ່ານພາສີອາເມຣິກາ ໄດ້ຄືນເງິນພາສີແລ້ວປະມານ 100 ຕື້ໂດລາ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ສິງຫາ ຜ່ານມາວ່າ: ຫວ່າງມໍ່ໆມານີ້, ເຈົ້າໜ້າທີ່ອົງການດ່ານພາສີ ແລະ ປ້ອງກັນຊາຍແດນ ທີ່ຂຶ້ນກັບກະຊວງຄວາມໝັ້ນຄົງດິນແດນ ສະຫະລັດ ອາເມຣິກາ ໄດ້ເຜີຍແຜ່ໂຕເລກຕໍ່ສານການຄ້າສາກົນຂອງ ສະຫະລັດ ອາເມຣິກາ ວ່າ: ອົງການດ່ານພາສີ ສະຫະລັດ ອາເມຣິກາ ໄດ້ຄືນເງິນພາສີທີ່ຮຽກເກັບກ່ອນໜ້ານີ້ພາຍໃຕ້ “ກົດໝາຍວ່າດ້ວຍອຳນາດດ້ານເສດຖະກິດສຸກເສີນສາກົນ” ຂອງ ສະຫະລັດ ອາເມຣິກາໄປແລ້ວປະມານ 100 ຕື້ໂດລາ.
ການຂາຍຍ່ອຍຂອງສິງກະໂປ ຂະຫຍາຍຕົວ 4% ໃນເດືອນມິຖຸນາ

ການຂາຍຍ່ອຍຂອງສິງກະໂປ ຂະຫຍາຍຕົວ 4% ໃນເດືອນມິຖຸນາ

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປໄດ້ເປີດເຜີຍໃນ ວັນທີ 5 ສິງຫາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປເພີ່ມຂຶ້ນ 4% ໃນເດືອນມິຖຸນາ ເມື່ອທຽບກັບປີກ່ອນ ຊຶ່ງເລັ່ງຂຶ້ນຈາກການຂະຫຍາຍຕົວ 2.9% ໃນເດືອນພຶດສະພາ.
ປັກກິ່ງ ໄດ້ຮັບການຄັດເລືອກເປັນ ນະຄອນຫຼວງແຫ່ງສະຖາປັດຕະຍະກຳໂລກ ປະຈຳປີ 2029

ປັກກິ່ງ ໄດ້ຮັບການຄັດເລືອກເປັນ ນະຄອນຫຼວງແຫ່ງສະຖາປັດຕະຍະກຳໂລກ ປະຈຳປີ 2029

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ສິງຫາ ຜ່ານມາວ່າ: ອົງການສຶກສາວິທະຍາສາດ ແລະ ວັດທະນະທຳ ແຫ່ງສະຫະປະຊາຊາດ ຫຼື UNESCO ທີ່ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນ​ຫຼວງປາຣີ ປະເທດຝຣັ່ງ ໄດ້ປະກາດໃນວັນທີ 5 ສິງຫາ ຜ່ານມາວ່າ: ຕາມການສະເໜີຂອງຄະນະກຳມະການຮ່ວມວ່າດ້ວຍນະຄອນຫຼວງແຫ່ງສະຖາປັດຕະຍະກຳໂລກ, ປັກກິ່ງ ໄດ້ຮັບການຄັດ​ເລືອກເປັນ "ນະຄອນຫຼວງແຫ່ງສະຖາປັດຕະຍະກຳໂລກ" ຂອງອົງການ UNESCO ແລະ ສະມາ​ຄົມສະຖາປະນິກສາກົນ ປະຈຳປີ 2029.
ທ່ານ ໂຕ​ເລິມ ເນັ້ນໜັກ ຕ້ອງ​ປ່ຽນ​ແປງ​ໃໝ່​ວຽກ​ງານ​ວາງ​ແຜນ​ຜັງ ແລະ ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ

ທ່ານ ໂຕ​ເລິມ ເນັ້ນໜັກ ຕ້ອງ​ປ່ຽນ​ແປງ​ໃໝ່​ວຽກ​ງານ​ວາງ​ແຜນ​ຜັງ ແລະ ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 6 ສິງ​ຫາ ຜ່ານມາ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ປະ​ທານ​ປະ​ເທດຫວຽດ​ນາມ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ອົງ​ຄະ​ນະ​ພັກ​ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 13-NQ/TW, ລົງວັນ​ທີ 16 ມັງ​ກອນ 2012 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XI ແລະ ຂໍ້​ສະ​ຫຼຸບ​ເລກ​ທີ 72– KL/TW, ​ລົງວັນ​ທີ 23 ກຸມ​ພາ 2024 ຂອງ​ກົມ​ການ​ເມື​ອງ​ຊຸດ​ທີ XIII ກ່ຽວ​ກັບ​ການກໍ່​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ໂຄງ​ລ່າງຄົບ​ຊຸດ ແນ​ໃສ່​ນຳ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນ​ຖານ.
ຜະລິດຕະພັນ ແລະ ຮູບແບບການທ່ອງທ່ຽວທີ່ຫຼາກຫຼາຍ ຊ່ວຍກະຕຸ້ນຕະຫຼາດການທ່ອງທ່ຽວໃນນະຄອນລີ່ຈຽງ (Lijiang) ທາງພາກຕາເວັນຕົກສ່ຽງໃຕ້ຂອງຈີນ

ຜະລິດຕະພັນ ແລະ ຮູບແບບການທ່ອງທ່ຽວທີ່ຫຼາກຫຼາຍ ຊ່ວຍກະຕຸ້ນຕະຫຼາດການທ່ອງທ່ຽວໃນນະຄອນລີ່ຈຽງ (Lijiang) ທາງພາກຕາເວັນຕົກສ່ຽງໃຕ້ຂອງຈີນ

ຢູ່ຕີນພູຫິມະຢູຫຼົງ (Yulong Snow Mountain), ການນັ່ງເຮລິຄອບເຕີເພື່ອຊົມທິວທັດແບບມຸມສູງຂອງທັດສະນີຍະພາບອັນງົດງາມຂອງນະຄອນລີ່ຈຽງ ໃນແຂວງຢຸນນານ ທາງພາກຕາເວັນຕົກສ່ຽງໃຕ້ຂອງຈີນ ກຳລັງກາຍເປັນກິດຈະກຳທ່ອງທ່ຽວທີ່ນິຍົມ ແລະ ເປັນປະສົບການທີ່ໜ້າຕື່ນຕາຕື່ນໃຈ ສຳລັບນັກທ່ອງທ່ຽວທັງຈາກໃກ້ ແລະ ໄກ.
ພະຍາດໄຂ້ຍຸງລາຍລະບາດຢູ່ນະຄອນຊາມໂບ​ອັນກາ ປະເທດຟີລິບປິນ

ພະຍາດໄຂ້ຍຸງລາຍລະບາດຢູ່ນະຄອນຊາມໂບ​ອັນກາ ປະເທດຟີລິບປິນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 4 ສິງ​ຫາ ຜ່ານມາ, ອົງການ​ປົກ​ຄອງນະຄອນຊາມໂບ​ອັນກາ ປະເທດຟີລິບປິນ ລາຍ​ງານວ່າ, ເກີດ​ການລະບາດ​ຂອງພະຍາດໄຂ້ຍຸງລາຍຢູ່ນະຄອນດັ່ງກ່າວ, ໂດຍມີຜູ້ຕິດເຊື້ອ​ທັງ​ໝົດ 1,241 ຄົນ, ໃນນັ້ນ ມີຜູ້ເສຍຊີວິດຢ່າງໜ້ອຍ 12 ຄົນ.
ບໍລິສັດ ນ້ຳມັນທີ່ໃຫຍ່ທີ່ສຸດ 8 ແຫ່ງຂອງໂລກ ມີກຳໄລມະຫາສານ

ບໍລິສັດ ນ້ຳມັນທີ່ໃຫຍ່ທີ່ສຸດ 8 ແຫ່ງຂອງໂລກ ມີກຳໄລມະຫາສານ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 5 ສິງຫາ ຜ່ານມາວ່າ: ການວິເຄາະຂອງໜັງສືພິມ The Guardian ຂອງອັງກິດ ເປີດເຜີຍວ່າ, ບໍລິສັດນ້ຳມັນທີ່ໃຫຍ່ທີ່ສຸດ 8 ແຫ່ງຂອງໂລກ ຊຶ່ງສ່ວນໃຫຍ່ແມ່ນຕັ້ງຢູ່ໃນບັນດາປະເທດຕາເວັນຕົກ ມີລາຍໄດ້ລວມກັນເກືອບ 93 ຕື້ໂດລາ ໃນລະຫວ່າງເດືອນເມສາ ຫາ ເດືອນມິຖຸນາ ຜ່ານມາ, ຫຼັງຈາກການໂຈມຕີຂອງສະຫະລັດ ອາເມຣິກາ ແລະ ອິສຣາແອນ ຕໍ່ອີຣານ ຊຶ່ງນຳໄປສູ່ການເພີ່ມຂຶ້ນຂອງລາຄາພະລັງງານທົ່ວໂລກຢ່າງໄວວາ.
ກຳປູເຈຍ ຈະທຳລາຍສະຖິຕິການສົ່ງອອກເຂົ້າສານເກີນ 1 ລ້ານໂຕນ ໃນປີ 2026

ກຳປູເຈຍ ຈະທຳລາຍສະຖິຕິການສົ່ງອອກເຂົ້າສານເກີນ 1 ລ້ານໂຕນ ໃນປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 5 ສິງຫາ ຜ່ານມາວ່າ: ສະຫະພັນເຂົ້າກຳປູເຈຍລາຍງານວ່າ, ກໍາປູເຈຍໄດ້ສົ່ງອອກເຂົ້າສານ 707,471 ໂຕນ ລະຫວ່າງເດືອນມັງກອນ ຫາ ເດືອນກໍລະກົດ ຜ່ານມາ, ເພີ່ມຂຶ້ນ 68% ເມື່ອທຽບກັບປີກ່ອນ, ສ້າງລາຍຮັບໄດ້ 415 ລ້ານໂດລາ, ເພີ່ມຂຶ້ນ 34.3% ເມື່ອທຽບກັບປີກ່ອນ.
ມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນ ບັນລຸ 3,779 ຕື້ 750 ລ້ານຢວນ

ມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນ ບັນລຸ 3,779 ຕື້ 750 ລ້ານຢວນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 5 ສິງຫາ ຜ່ານມາວ່າ: ໂຕເລກທີ່ກະຊວງການຄ້າຈີນປະກາດເມື່ອບໍ່ດົນມານີ້ສະແດງໃຫ້ເຫັນວ່າ, ລະຫວ່າງເດືອນມັງກອນ ຫາ ເດືອນມິຖຸນາປີນີ້, ຍອດມູນຄ່າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນບັນລຸເຖິງ 3,779 ຕື້ 750 ລ້ານຢວນ, ເພີ່ມຂຶ້ນ 8.3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຫວຽດນາມ ສ້າງກົດລະບຽບພັກໃຫ້ມີວິທະຍາສາດ ແລະ ປະຕິບັດງ່າຍດາຍ

ຫວຽດນາມ ສ້າງກົດລະບຽບພັກໃຫ້ມີວິທະຍາສາດ ແລະ ປະຕິບັດງ່າຍດາຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 5 ສິງ​ຫາ ຜ່ານມາ ຢູ່ນະຄອນຫຼວງຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ປະ​ທານ​ປະ​ເທດ ຫວຽດ​ນາມ ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ສະ​ຫຼຸບ​ສະ​ພ​າບ​ການ​ຕົວ​ຈິງ ແລະ ຄົ້ນ​ຄວ້າ​ປັບ​ປຸງ, ເພີ່ມ​ເຕີມ​ກົດ​ລະ​ບຽບ​ຂອງ​ພັກ (ຄະ​ນະ​ຊີ້​ນຳ) ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 1 ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ແຜນ​ການ ແລະ ການ​ກຳ​ນົດ​ທິດ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ຂອງ​ຄະ​ນະ​ຊີ້​ນຳ.
ເພີ່ມເຕີມ