ລາຍການທີ່ຜະລິດໂດຍວິທະຍຸໂທລະພາບສູນກາງຈີນ ເລີ່ມອອກອາກາດຢູ່ຫຼວງພະບາງ

ລາຍການທີ່ຜະລິດໂດຍວິທະຍຸໂທລະພາບສູນກາງຈີນ ເລີ່ມອອກອາກາດຢູ່ຫຼວງພະບາງ
ວັນທີ 21 ພະຈິກ ຜ່ານມານີ້, ລາຍການແສງສີຈາກຈີນທີ່ຜະລິດໂດຍວິທະຍຸໂທລະພາບສູນກາງຈີນໄດ້ເລີ່ມອອກອາກາດຜ່ານວິທະຍຸຫຼວງພະບາງ ໂດຍມີທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ແລະ ທ່ານ ຫູຈີ້ງຈຸ່ນ ຮອງຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນເຂົ້າຮ່ວມ ແລະ ໄດ້ກ່າວຄຳເຫັນ.
ໃນເວລາປະກອບຄຳເຫັນ, ທ່ານ ຫູຈິ້ງຈຸ່ນ ກ່າວວ່າ: ໃນກອງປະຊຸມສຸດຍອດເວທີ ປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ທີ່ຈັດຂຶ້ນໃນຫວ່າງບໍ່ດົນມານີ້, ໄດ້ວາງແຜນແມ່ບົດອັນຍິ່ງໃຫຍ່ທີ່ອະລິຍະທຳຕ່າງໆຢູ່ຮ່ວມກັນຢ່າງກົມກຽວ ແລະ ແລກປ່ຽນຊຶ່ງກັນ ແລະ ກັນ. ແຕ່ໃດໆມາ, CMG ຖືເອົາການບັນທຶກຄວາມກ້າວໜ້າ ຂອງອະລິຍະທຳ, ຊຸກຍູ້ການແລກປ່ຽນລະຫວ່າງອະລິຍະທຳຕ່າງໆເປັນໜ້າທີ່ຂອງຕົນ, ໃຊ້ວິທີການເຜີຍແຜ່ທີ່ເຊື່ອມໂຍງ ແນວຄິດ ສິລະປະກັບເຕັກໂນໂລຊີ, ສ້າງຂົວມິດຕະພາບເພື່ອຊຸກຍູ້ປະຊາຊົນບັນດາປະເທດໃນໂລກສະໜິດສະໜົມກັນ ຮ່ວມກັນກ້າວໄປສູ່ຄວາມທັນສະໄໝ, ເຮັດໃຫ້ປະຊາຊົນໃນໂລກນັບມື້ນັບຫຼາຍກາຍເປັນຜູ້ເດີນທາງຮ່ວມກັນ. ທ່ານ ຫູຈິ້ນຈຸ່ນ ກ່າວວ່າ: ຫວັງວ່າຜ່ານລາຍການແສງສີຈາກຈີນທີ່ເລີ່ມອອກອາກາດໃນມື້ນີ້ ເຕັມໄປດ້ວຍບັນຍາກາດວັດທະນະທຳ ຂອງສະໄໝບູຮານ ກໍຄືຍຸກປັດຈຸບັນ, ຈະເປີດອີກຊ່ອງທາງໜຶ່ງໃຫ້ແກ່ ເພື່ອນມິດປະຊາຊົນລາວໃນການຮັບຮູ້ປະເທດຈີນ.
ທ່ານ ບຸນເລື່ອມ ມະນີວົງ ປະກອບຄຳເຫັນວ່າ: ລາຍການ ສື່ປະສົມ “ແສງສີຈາກຈີນ” ທີ່ຈະເລີ່ມອອກອາກາດໃນມື້ນີ້, ແມ່ນການເລົ່າເລື່ອງວັດທະນະທຳຈີນ ທີ່ສື່ສານດ້ວຍພາສາລາວ ຊຶ່ງສະແດງໃຫ້ເຫັນວ່າ ວິທະຍຸໂທລະພາບສູນກາງຈີນ ໄດ້ເຕົ້າໂຮມບັນດາຜູ້ທີ່ມີຄວາມຮູ້ ຄວາມສາມາດ ຮູ້ພາສາລາວ-ພາສາຈີນ ທີ່ດີເດັ່ນ ຈາກປະເທດຈີນ ເພື່ອມາສ້າງສັນລາຍການທີ່ດີ ແລະ ມີປະໂຫຍດ ໃຫ້ປະຊາຊົນຊາວຫຼວງພະບາງ ບັນດາເຜົ່າ ໄດ້ຮັບຟັງຮັບຊົມ ຢ່າງເບີກບານມ່ວນຊື່ນ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ເວທີອັນກວ້າງໃຫຍ່ ຂອງວິທະຍຸໂທລະພາບສູນກາງຈີນ ຈະເປັນສື່ໃນການໂຄສະນາ ໃຫ້ປະຊາຊົນທັງສອງຊາດ ລາວ-ຈີນ ລວມທັງ ປະເທດສາກົນ ໄດ້ຮັບຮູ້ເຂົ້າໃຈເຖິງວັດທະນະທຳ, ຮີດຄອງປະເພນີອັນດີງາມ ຂອງ ລາວ-ຈີນ ໃຫ້ກວ້າງຂວາງ ຫຼາຍຂຶ້ນກວ່າເກົ່າ.
ລາຍການແສງສີຈາກຈີນ ຜະລິດໂດຍວິທະຍຸໂທລະພາບສູນກາງຈີນ ເປັນລາຍການທີ່ແນະນຳວັດທະນະທຳຂອງຈີນແຕ່ສະໄໝບູຮານຈົນຮອດປັດຈຸບັນ ກໍຄືການພັດທະນາສັງຄົມຈີນເພື່ອໃຫ້ຜູ້ຟັງລາວຈະໄດ້ຮູ້ກັບຈີນທີ່ແທ້ຈິງ, ມີຊີວິດຊີວາ ແລະ ຮອບດ້ານ ຊຶ່ງລາຍການນີ້ຈະອອກອາກາດຜ່ານທາງວິທະຍຸຫຼວງພະບາງແຕ່ວັນຈັນຫາວັນອາທິດ.

ທ່ານ ຈ່າງເຊີ້ຜິງ ອຸປະທູດຈີນປະຈຳຫຼວງພະບາງ, ທ່ານນາງ ສຸດາພອນ ຄົມທະວົງ ຫົວໜ້າກົມຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ພ້ອມກັບ ຜູ້ຮັບຜິດຊອບຂອງວິທະຍຸໂທລະພາບສູນກາງຈີນປະຈຳອາຊີປາຊີຟິກ, ສູນອາຊີອາຟຣິກາວິທະຍຸໂທລະພາບສູນກາງຈີນ, ກົມພົວພັນຕ່າງປະເທດ, ສູນລາຍການພາສາຈີນຂອງວິທະຍຸໂທລະພາບສູນກາງຈີນ ກໍຄື ວິທະຍຸໂທລະພາບສູນກາງຈີນປະຈຳກວາງຊີຈີນໄດ້ເຂົ້າຮ່ວມກອງປະຊຸມສົນທະນາດັ່ງກ່າວ.
ຂ່າວ: ຊີອາໄອ
 

ຄໍາເຫັນ

ຂ່າວຕ່າງປະເທດ

ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຢູ່​ນະ​ຄອນໂຮ່​ຈິມິນ ບັນ​ລຸ 7.07%

ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຢູ່​ນະ​ຄອນໂຮ່​ຈິມິນ ບັນ​ລຸ 7.07%

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 7 ຕຸລາ ຜ່ານມາວ່າ: 9 ເດືອນຜ່ານມາ, ເສດຖະກິດນະຄອນ ໂຮ່ຈິມິນ ສືບຕໍ່ຮັກສາທ່າເຕີບໂຕຢ່າງຕັ້ງໜ້າ. ຕາມໂຕເລກສະຖິຕິຂອງນະຄອນໂຮ່ຈິມິນ ແລ້ວ, ລວມຍອດຜະລິດຕະພັນໃນບໍລິເວນນະຄອນ (GRDP) ໄຕມາດ III ເພີ່ມຂຶ້ນ 8.11% ເມື່ອທຽບໃສ່ໄລຍະດຽວກັນ, ສູງກວ່າ 0.87% ເມື່ອທຽບໃສ່ໄຕມາດກ່ອນ. ໃນໂຄງປະກອບ GRDP ໄຕມາດທີ III, ອຸດສາຫະກຳ ແລະ ກໍ່ສ້າງ ໄດ້ຟື້ນຟູຢ່າງແຮງດ້ວຍລະດັບເພີ່ມຂຶ້ນ 7.74%; ການບໍລິການເພີ່ມຂຶ້ນ 8.58%, ຊ້າກວ່າເມື່ອທຽບໃສ່ ໄຕມາດທີ II ແຕ່ຍັງມີບົດບາດເປັນເສົາຄ້ຳ; ກະສິກຳ, ປ່າໄມ້ ແລະ ສິນໃນນ້ຳເພີ່ມຂຶ້ນ 3.14%.
ພື້ນຖານໂຄງລ່າງຢູ່ຊົນນະບົດຂອງຈີນໄດ້ຮັບການຍົກລະດັບຢ່າງໝັ້ນທ່ຽງ

ພື້ນຖານໂຄງລ່າງຢູ່ຊົນນະບົດຂອງຈີນໄດ້ຮັບການຍົກລະດັບຢ່າງໝັ້ນທ່ຽງ

ຂ່າວສານຊີອາໄອລາຍງານວ່າ: ເມື່ອ​ບໍ່​ດົນ​ມາ​ນີ້, ແຫຼ່ງຂ່າວຈາກກະ​ຊວງ​ກະ​ສິ​ກຳ ແລະ ຊົນ​ນະ​ບົດ​ຈີນ​​ໃຫ້​ຮູ້​ວ່າ, ໃນ​ໄລ​ຍະ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີຄັ້ງ​ທີ 14, ພື້ນ​ຖານ​ໂຄງ​ລ່າງ​ຢູ່​ຊົນ​ນະ​ບົດ​ຂອງ​ຈີນ​ໄດ້​ຮັບ​ການ​ຍົກ​ລະ​ດັບ​ຢ່າງ​ໝັ້ນ​ທ່ຽງ​.
ຄູ-ອາຈານ ຊາວສິງກະໂປ ຕິດອັນດັບຕົ້ນໆຂອງການນຳໃຊ້ AI ໃນການສຶກສາ

ຄູ-ອາຈານ ຊາວສິງກະໂປ ຕິດອັນດັບຕົ້ນໆຂອງການນຳໃຊ້ AI ໃນການສຶກສາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ຕຸລາ ຜ່ານມາວ່າ: ອົງການ​ເພື່ອ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ ແລະ​ ການ​ພັດທະນາ (OECD) ​ໄດ້​ເປີດ​ເຜີຍ​ຜົນ​ຂອງ​ການ​ສຳ​ຫຼວດສາກົນ ກ່ຽວ​ກັບ​ການ​ສອນ ​ແລະ ການ​ຮຽນ​ ປະຈຳປີ 2024 ​ວ່າ: ຄູ​-ອາ​ຈານຊາວ​ສິງກະ​ໂປ​ແມ່ນ​ໜຶ່ງ​ໃນ​ບັນດາ​ຜູ້​ນຳໃຊ້​ປັນຍາ​ປະດິດ (AI) ​ໃນ​ການ​ສຶກສາ​ສູງສຸດທົ່ວ​ໂລກ.
ປະເທດຜະລິດນ້ຳມັນເຊື້ອໄຟ ຈະຮັກສາມາດຕະການເພີ່ມການຜະລິດ

ປະເທດຜະລິດນ້ຳມັນເຊື້ອໄຟ ຈະຮັກສາມາດຕະການເພີ່ມການຜະລິດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 5 ຕຸ​ລາ​ ຜ່ານມາ, ອົງການ​ປະ​ເທດ​ຜູ້​ສົ່ງ​ອອກ​ນ້ຳມັນ (OPEC) ​ອອກ​ຖະ​ແຫຼງ​ການ​ວ່າ: OPEC ແລະ ປະ​ເທດ​ຜະ​ລິດ​ນ້ຳ​ມັນເຊື້ອໄຟຕົ້ນ​ຕໍ 8 ປະເທດ​ທີ່​ບໍ່​ແມ່ນ​ສະ​ມາ​ຊິກ OPEC ໄດ້ຕົກ​ລົງຈະ​ຮັກ​ສາ​ມາດ​ຕະ​ການ​ເພີ່ມ​ການ​ຜະ​ລິດ​ໃນ​ເດືອນ​ພະ​ຈິກ​ໜ້າ​ນີ້ ຊຶ່ງຈະເພີ່ມ​ການ​ຜະ​ລິດ​ນ້ຳ​ມັນ​ດິບມື້​ລະ​ 137.000 ບາ​ເຣວ.
   ​ ກຽວໂຕ ຂຶ້ນພາສີໂຮງແຮມ ເພື່ອຫຼຸດຜ່ອນຄວາມແອອັດຂອງນັກທ່ອງທ່ຽວ

​ ກຽວໂຕ ຂຶ້ນພາສີໂຮງແຮມ ເພື່ອຫຼຸດຜ່ອນຄວາມແອອັດຂອງນັກທ່ອງທ່ຽວ

ຂ່າວຕ່າງປະເທດລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ອຳນາດການປົກຄອງນະຄອນ​ກຽວ​ໂຕ​ ໄດ້​ປະ​ກາດ​ການ​ເພີ່ມ​ອັດ​ຕາ​ພາ​ສີ​ໂຮງ​ແຮມ​ໃໝ່ ຊຶ່ງຈະມີ​ຜົນ​ສັກ​ສິດ​ໃນ​ເດືອນ​ມີ​ນາ​ປີ 2026, ເພື່ອ​ແກ້​ໄຂ​ບັນ​ຫາ​ນັກ​ທ່ອງ​ທ່ຽວແອອັດ. ອຳນາດການປົກຄອງນະຄອນກຽວໂຕ ໄດ້ເພີ່ມພາສີໂຮງແຮມຕໍ່ນັກທ່ອງທ່ຽວ, ໂດຍມີອັດຕາພາສີສູງສຸດເຖິງ 10,000 ເຢນ ເພື່ອຫວັງຫຼຸດຜ່ອນຈໍານວນນັກທ່ອງທ່ຽວຫຼາຍເກີນໄປ ຊຶ່ງໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງຊາວນະຄອນກຽວໂຕ.
ກອງປະຊຸມລົດອັດສະລິຍະແບບເຊື່ອມຕໍ່ຂອງໂລກ ຈະຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ

ກອງປະຊຸມລົດອັດສະລິຍະແບບເຊື່ອມຕໍ່ຂອງໂລກ ຈະຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ

ຂ່າວສານຊີອາໄອລາຍງານ ໃນວັນທີ 6 ຕຸລາ ຜ່ານມາວ່າ: ກອງປະຊຸມລົດອັດສະລິຍະແບບເຊື່ອມຕໍ່ ຫຼື ICV ຂອງໂລກ 2025 ທີ່ກະຊວງອຸດສາຫະກຳ ແລະ ຂໍ້ມູນຂ່າວສານ,ກະຊວງຄົມມະນາຄົມຂົນສົ່ງ ແລະ ອົງການປົກຄອງນະຄອນຫຼວງປັກກິ່ງເປັນເຈົ້າພາບຮ່ວມ ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງລະຫວ່າງວັນທີ 16 ຫາ ວັນທີ 18 ຕຸລານີ້.
ຫວຽດນາມ ເປີດກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກ ຊຸດທີ 13

ຫວຽດນາມ ເປີດກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກ ຊຸດທີ 13

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນເຊົ້າວັນທີ 6 ຕຸລາ ຜ່ານມາ, ກອງປະຊຸມໃຫຍ່ຄັ້ງທີ 13 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13 ໄດ້ເປີດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ. ເປັນປະທານ ແລະ ກ່າວເປີດກອງປະຊຸມໂດຍທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ. ທ່ານ ເລືອງເກື່ອງ ກຳມະການກົມການເມືອງ ປະທານປະເທດແຫ່ງ ສສ ຫວຽດນາມ ບໍລິຫານວາລະເປີດ.
ເກືອບເຄິ່ງໜຶ່ງຂອງໄພພິບັດທີ່ຮ້າຍແຮງເກີດຂຶ້ນໃນທົດສະວັດທີ່ຜ່ານມາ

ເກືອບເຄິ່ງໜຶ່ງຂອງໄພພິບັດທີ່ຮ້າຍແຮງເກີດຂຶ້ນໃນທົດສະວັດທີ່ຜ່ານມາ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ມະຫາວິທະຍາໄລ Tasmania ຂອງອົສຕຣາລີ ໄດ້ເປີດເຜີຍການສຶກສາກ່ຽວກັບຂໍ້ມູນໄພພິບັດທົ່ວໂລກ ໃນໄລຍະ 44 ປີ ຜ່ານວາລະສານວິທະຍາສາດ (Science) ຊຶ່ງການສຶກສາພົບວ່າ, ທົ່ວໂລກເກີດໄຟໄໝ້ປ່າທີ່ຮ້າຍແຮງເພີ່ມຂຶ້ນຢ່າງຫຼວງຫຼາຍ, ໂດຍ 43% ຂອງໄຟພິພິບັດທີ່ຮ້າຍແຮງທີ່ສຸດເກີດຂຶ້ນໃນທົດສະວັດທີ່ຜ່ານມາ, ເນື່ອງຈາກການປ່ຽນແປງຂອງດິນຟ້າອາກາດເຮັດໃຫ້ລະດູການໄຟໄໝ້ປ່າຮ້ອນຂຶ້ນ, ແຫ້ງແລ້ງຂຶ້ນ ແລະ ຍາວນານຂຶ້ນ.
OPEC ຄາດຄວາມຕ້ອງການນໍ້າມັນທົ່ວໂລກຈະເພີ່ມຂຶ້ນເປັນ 378 ລ້ານບາເຣນຕໍ່ມື້ໃນປີ 2050

OPEC ຄາດຄວາມຕ້ອງການນໍ້າມັນທົ່ວໂລກຈະເພີ່ມຂຶ້ນເປັນ 378 ລ້ານບາເຣນຕໍ່ມື້ໃນປີ 2050

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການ​ປະ​ເທດ​ຜູ້​ສົ່ງ​ອອກ​ນ້ຳມັນ (OPEC) ຄາດ​ວ່າ​ຄວາມ​ຕ້ອງການ​ນ້ຳມັນ​​ທົ່ວ​ໂລກ​ຈະ​ເພີ່ມ​ຂຶ້ນ​ຈາກ 308 ລ້ານ​ບາ​ເຣນ​ຕໍ່​ມື້​ເປັນ 378 ລ້ານ​ບາ​ເຣນ​ຕໍ່ມື້​ໃນ​ປີ 2050 ​ຊຶ່ງ​ເປັນ​ອັດຕາ​ການ​ເຕີບ​ໂຕ 23%.
ມາເລເຊຍ ຈະຂະຫຍາຍອຸດສາຫະກຳໄມ້ໄຜ່ ເພື່ອຕອບສະໜອງຄວາມຕ້ອງການຕະຫຼາດໂລກ

ມາເລເຊຍ ຈະຂະຫຍາຍອຸດສາຫະກຳໄມ້ໄຜ່ ເພື່ອຕອບສະໜອງຄວາມຕ້ອງການຕະຫຼາດໂລກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ຊານ ຟຸງ ຮິນ ຮອງລັດຖະມົນຕີກະຊວງອຸດສາຫະກຳປູກຝັງ ແລະ ສິນຄ້າ ຂອງມາເລເຊຍ ໄດ້ເປີດເຜີຍວ່າ: ມາເລເຊຍ ມີແຜນທີ່ຈະຂະຫຍາຍອຸດສາຫະກຳໄມ້ໄຜ່ຂອງຕົນເພື່ອເພີ່ມສ່ວນແບ່ງການຕະຫຼາດ ຈາກຄວາມຕ້ອງການທົ່ວໂລກທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ເພີ່ມເຕີມ