ລາຍງານຜົນຂອງການປະຕິບັດ ດຳລັດ 348/ລບ-ການພັດທະນາຈຸດສຸມຂອງແຕ່ລະເມືອງ ປະຈຳປີ 2023

ລາຍງານຜົນຂອງການປະຕິບັດ ດຳລັດ 348/ລບ-ການພັດທະນາຈຸດສຸມຂອງແຕ່ລະເມືອງ ປະຈຳປີ 2023
ວັນທີ 8 ທັນວານີ້ທີ່ຫ້ອງວ່າການແຂວງຄຳມ່ວນ ໄດ້ຈັດກອງປະຊຸມລາຍງານຜົນຂອງການປະຕິບັດ ດຳລັດ 348/ລບ ແລະ ການພັດທະນາຈຸດສຸມຂອງແຕ່ລະເມືອງ 10 ເມືອງ ປະຈຳປີ 2023 ໂດຍການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີບັນດາການນໍາຂອງແຂວງ, ການນຳຂັ້ນເມືອງ, ພະແນກການ, ຂະແໜງການທີ່ກ່ຽວຂ້ອງ ຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ. 
ທ່ານ ສຸກັນ ອິນທະນູຮັກ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ລາຍງານຜົນການປະເມີນ ຕາມດໍາລັດ 348/ລບ ປະຈໍາປີ 2023 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ.ຊຶ່ງແຂວງຄຳມ່ວນ ປະກອບມີ 10 ເມືອງ, ມີ 570 ບ້ານ, 5.385 ໜ່ວຍ, 85.454 ຄອບຄົວ, ມີພົນລະເມືອທັງໝົດ 427.847 ຄົນ ຍິງ 216.931 ຄົນ, ມີຄອບຄົວພົ້ນທຸກ ຈາກ 59.719 ຄອບຄົວມາເປັນ 65.526 ຄອບຄົວ (ເພີ່ມຂຶ້ນ 5.807 ຄອບຄົວ) ເທົ່າກັບ 76,68%,ຄອບຄົວທຸກຍາກຈາກ 23.082 ຄອບຄົວ ມາເປັນ 19.928 ຄອບຄົວ (ຫຼຸດລົງ 3.154 ຄອບຄົວ) ເທົ່າກັບ 23,32%,ຄອບຄົວພັດທະນາຈາກ 48.488 ຄອບຄົວ ມາເປັນ 54.377 ຄອບຄົວ (ເພີ່ມຂຶ້ນ 5.889 ຄອບຄົວ) ເທົ່າກັບ 63,63%, ບ້ານພົ້ນທຸກ ຈາກ 366 ບ້ານ ມາເປັນ 441 ບ້ານ (ເພີ່ມຂຶ້ນ 75 ບ້ານ) ເທົ່າກັບ 77,37%, ບ້ານທຸກຍາກ ຈາກ 204 ບ້ານ ມາເປັນ 129 ບ້ານ (ຫຼຸດລົງ 75 ບ້ານ) ເທົ່າກັບ 22,63%, ບ້ານພັດທະນາ ຈາກ 124 ບ້ານ ມາເປັນ 222 ບ້ານ (ເພີ່ມຂຶ້ນ 98 ບ້ານ) ເທົ່າກັບ 38,95%, ເມືອງພົ້ນທຸກ ມີທັງໝົດ 5 ເມືອງ ເທົ່າກັບ 50%. ຈາກນັ້ນບັນດາເມືອງເປົ້າໝາຍ ທີ່ກຳນົດສ້າງເປັນຈຸດສຸມຄື: ເມືອງບົວລະພາ, ຫີນບູນ, ມະຫາໄຊ ແລະ ເມືອງຄູນຄຳ ກໍໄດ້ລາຍງານຄວາມຄືບໜ້າກ່ຽວກັບການປະຕິບັດມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ປະຈຳປີ 2023 ໂດຍຍົກໃຫ້ເຫັນເຖິງບັນຫາຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດ.ໃນກອງປະຊຸມ, ບັນດາທ່ານທີ່ເຂົ້າຮ່ວມໄດ້ປະກອບຄຳເຫັນ ເພື່ອເຮັດໃຫ້ບັນດາຄາດໝາຍຕ່າງໆ ສາມາດເຮັດໃຫ້ບັນລຸໄດ້ຕາມມາດຖານທີ່ໄດ້ກຳນົດໄວ້ຕາມດຳລັດ 348/ລບ. ສຳລັບຄາດໝາຍສູ້ຊົນໃນ ປີ 2024 ແຂວງຄໍາມ່ວນ ສູ້ຊົນແກ້ໄຂຄອບຄົວທຸກໃຫ້ໄດ້ 5.002 ຄອບຄົວ ຈາກ 19.928 ຄອບຄົວ ໃຫ້ຍັງເຫຼືອ 14.926 ຄອບຄົວ ເທົ່າ 17,47% ຂອງຄອບຄົວທັງໝົດ, ສູ້ຊົນແກ້ໄຂບ້ານທຸກໃຫ້ໄດ້ 35 ບ້ານ, ຈາກ 129 ບ້ານໃຫ້ຍັງເຫຼືອ 94 ບ້ານ ກວມ 25,41% ຂອງບ້ານທັງໝົດ, ສ້າງຄອບຄົວພົ້ນທຸກ ໃຫ້ເປັນຄອບຄົວພັດທະນາ ຈາກ 65.526 ຄອບຄົວ ມາເປັນ 70.726 ຄອບຄົວ ເທົ່າກັບ 82,76% ຂອງຄອບຄົວທັງໝົດ, ສ້າງບ້ານພົ້ນທຸກເປັນບ້ານພັດທະນາໃຫ້ໄດ້ 39 ບ້ານ ຈາກ 222 ບ້ານມາເປັນ 261 ບ້ານ ເທົ່າກັບ 45,79%, ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ 2 ຈຸດສຸມຄື: ຈຸດສຸມປ່າໜາມ ເມືອງມະຫາໄຊ ແລະ ຈຸດສຸມ ຫຼັງຄັງ ເມືອງບົວລະພາ,ສູ້ຊົນສ້າງເປັນເມືອງພົ້ນທຸກໃຫ້ໄດ້ 2 ເມືອງຄື: ເມືອງມະຫາໄຊ ແລະ ເມືອງເຊບັ້ງໄຟ ແລະ ສູ້ຊົນສ້າງເມືອງເຂັ້ມແຂງຮອບດ້ານໃຫ້ໄດ້ 1 ເມືອງຄື: ເມືອງທ່າແຂກ.
(ຂ່າວ-ພາບ: ກອງຄຳ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກ

ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 1 ໃນວັນທີ 12 ກັນຍານີ້ ໂດຍມີສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະ ມົນຕີ ເລຂາຄະນະພັກ ລັດຖະມົນຕີກະຊວງ ປກສ, ສະຫາຍ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະ ທານຄະນະກວດກາສູນກາງພັກ ທັງເປັນຫົວໜ້າຄະນະຮັບຜິດຊອບທາບທາມຂັ້ນສູນກາງ, ມີສະຫາຍກໍາມະການສູນກາງພັກ, ອະດີດເລຂາທິການສູນກາງພັກ, ອະດີດກໍາມະການສູນກາງພັກ, ຄະນະປະຈໍາພັກ, ຄະນະບໍລິຫານງານພັກກະຊວງ ປກສ, ຄະນະຮັບຜິດຊອບທາບທາມບຸກຄະລາກອນຂັ້ນສູນກາງ, ຜູ້ແທນຈາກກົມກອງກ່ຽວຂ້ອງເຂົ້າຮ່ວມ.
ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 1 ຢູ່ກະຊວງປ້ອງກັນປະເທດ

ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 1 ຢູ່ກະຊວງປ້ອງກັນປະເທດ

ກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 1 ຈຸດທີ 4 ຢູ່ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນທີ 12 ກັນຍານີ້ ໂດຍການເປັນປະທານຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນໂທ ຄຳກິ່ງ ຜຸ້ຍຫຼ້າມະນີວົງ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າໜ່ວຍງານທາບທາມຂັ້ນສູນກາງ, ມີບັນດາສະຫາຍຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ, ຄະນະພັກອົງການ, ກອງພົນ, ວິທະຍາຄານ, ໂຮງຮຽນ, ກອງພັນໃຫຍ່ ແລະ ລັດວິສາຫະກິດກອງທັບເຂົ້າຮ່ວມ.
ຮອງລັດຖະມົນຕີ ປກສ ລົງຕິດຕາມການຝຶກຊ້ອມສວນສະໜາມສະຫຼອງວັນຊາດ ຄົບຮອບ 50 ປີ

ຮອງລັດຖະມົນຕີ ປກສ ລົງຕິດຕາມການຝຶກຊ້ອມສວນສະໜາມສະຫຼອງວັນຊາດ ຄົບຮອບ 50 ປີ

ທ່ານ ພົຈວ ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ຫົວໜ້າກົມໃຫຍ່ການເມືອງ ປກສ ພ້ອມຄະນະລົງຕິດຕາມການຝຶກຊ້ອມສວນສະໜາມກ້ອນກຳລັງ ປກສ ເພື່ອກະກຽມຄວາມພ້ອມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີໃນວັນທີ 11 ກັນຍານີ້ ທີ່ວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະບັນຊາ, ກົມກອງອ້ອມຂ້າງກະຊວງ ປກສ, ຄະນະອຳນວຍການ 2 ວິທະຍາຄານ, ຄູຝຶກ ແລະ ນັກສຶກສາເຂົ້າຮ່ວມ.
6 ສິ່ງທີ່ຄວນຮູ້ໄປອອກແຮງງານຢູ່ຕ່າງປະເທດ  ເພື່ອປ້ອງກັນການຕົກເປັນເຫຍື່ອຂອງການຄ້າມະນຸດ

6 ສິ່ງທີ່ຄວນຮູ້ໄປອອກແຮງງານຢູ່ຕ່າງປະເທດ ເພື່ອປ້ອງກັນການຕົກເປັນເຫຍື່ອຂອງການຄ້າມະນຸດ

ຫຼາຍຄົນຢາກໄປເຮັດວຽກຢູ່ຕ່າງປະເທດເພື່ອຫາເງິນຊ່ວຍຄອບຄົວ ແລະ ສ້າງຖານະໃຫ້ຕົນເອງ ແຕ່ເຈົ້າຮູ້ບໍ່ວ່າ ເຈົ້າຕ້ອງລະວັງ ຫຼື ຄຳນຶງຫຍັງແນ່ໃນລະຫວ່າງການເດີນທາງ ເພື່ອບໍ່ໃຫ້ຕົນເອງຕົກເປັນເຫຍື່ອຂອງການຄ້າມະນຸດ. ສະນັ້ນ, ຄວນຮູ້ 6 ສິ່ງສຳຄັນດັ່ງຕໍ່ໄປນີ້:
ພະແນກການເງິນ ແຂວງສາລະວັນ ສໍາເລັດຊຸດຝຶກອົບຮົມຄວາມຮູ້ສະຖິຕິເອັກແຊວ

ພະແນກການເງິນ ແຂວງສາລະວັນ ສໍາເລັດຊຸດຝຶກອົບຮົມຄວາມຮູ້ສະຖິຕິເອັກແຊວ

ພະແນກການເງິນ ແຂວງສາລະວັນ ໄດ້ສໍາເລັດການຈັດຊຸດຝຶກອົບຮົມກ່ຽວກັບສະຖິຕິເອັກແຊວໃຫ້ແກ່ພະນັກງານ-ລັດຖະກອນ ໃນວັນທີ 10 ກັນຍາຜ່ານມາ ຢູ່ທີ່ສະໂມສອນຂອງຕົນ ໂດຍການເປັນປະທານຂອງ ທ່ານ ໂພສີ ແກ້ວສີພັນດອນ ຄະນະປະຈໍາພັກແຂວງ, ທ່ານ ໂມໂຕໂຍຊິ ທີ່ປຶກສາປະຈໍາສະຖາບັນວິທະຍາສາດເສດຖະກິດ-ສັງຄົມ ໃຫ້ກຽດເປັນວິທະຍາກອນ.
ນວ ທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ

ນວ ທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ

ກອງປະຊຸມທາບທາມບຸຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ (ນວ) ສະໄໝ VIII ຮອບທີ 3 ຈັດຂຶ້ນວັນທີ 11 ກັນຍາ ນີ້ ທີ່ສະໂມສອນກອງບັນຊາການທະຫານນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງສະຫາຍ ອານຸພາບ ຕຸນາລົມ ຄະນະ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ນວ ປະທານສະພາປະຊາຊົນ ນວ ມີ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ນວ ພ້ອມບັນດາສະຫາຍກຳມະການປະຈຳພັກ, ກຳມະການພັກ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານອ້ອມຂ້າງ ນວ, ຄະນະບໍລິຫານງານພັກເມືອງ 9 ເມືອງ ແລະ ສະມາຊິກພັກສົມບູນເຂົ້າຮ່ວມ.
ຍທຂ ທາບທາມບຸກຄະລາກອນເພື່ອສະໝັກເປັນຄະນະບໍລິຫານງານພັກກະຊວງຮອບທີ 3

ຍທຂ ທາບທາມບຸກຄະລາກອນເພື່ອສະໝັກເປັນຄະນະບໍລິຫານງານພັກກະຊວງຮອບທີ 3

ກອງປະຊຸມທາບທາມບຸກຄະລາກອນເພື່ອສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ສະໄໝທີ VI ຮອບທີ 3 ຈັດຂຶ້ນໃນວັນທີ 11 ກັນຍານີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ, ມີບັນດາຄະນະປະຈໍາພັກກະຊວງ, ອະນຸກຳມະການກົດລະບຽບ ແລະ ບຸກຄະລາກອນເຂົ້າຮ່ວມ.
ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ

ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ V ໄດ້ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ, ດ້ວຍບັນຍາການຟົດຟື້ນ ແລະ ມີເນື້ອໃນສໍາຄັນເລິກເຊິ່ງ ພາຍຫຼັງດໍາເນີນມາແຕ່ວັນທີ 10-11 ກັນຍາ 2025 ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ນະຄອນຫຼວງວຽງຈັນ, ພາຍໃຕ້ຄໍາຂວັນ “ບຸກທະລຸການທູດເສດຖະກິດ, ຫັນທິດເປັນທັນສະໄໝ, ວ່ອງໄວດ້ານເສນາທິການ”, ໂດຍການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີບັນດາສະຫາຍ​ແຂກ​ທີ່​ຖືກ​ເຊີນ​ຈາກ​ກະຊວງ ​ແລະ ອົງການ​ອ້ອມ​ຂ້າງ​ສູນ​ກາງ​, ບັນດາ​ສະຫາຍ​ສະມາຊິກ​ພັກ​ອາວຸ​ໂສບຳນານ, ພ້ອມ​ດ້ວຍ​ບັນດາ​ສະຫາຍ​ຕາງໜ້າອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ບັນດາສະຫາຍຜູ້​ແທນ​ສົມບູນ ​ເຂົ້າ​ຮ່ວມ.
5 ປີ ແຂວງເຊກອງ ຂຶ້ນທະບຽນວິສາຫະກິດໄດ້ 900 ກວ່າຫົວໜ່ວຍ

5 ປີ ແຂວງເຊກອງ ຂຶ້ນທະບຽນວິສາຫະກິດໄດ້ 900 ກວ່າຫົວໜ່ວຍ

ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງເຊກອງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນນີ້ວ່າ: ໃນໄລຍະ 5 ປີ (2021-2025) ແຂວງເຊກອງ ສາມາດຂຶ້ນທະບຽນວິສາຫະກິດໄດ້ທັງໝົດ 943 ຫົວໜ່ວຍ, ມີທຶນຈົດທະບຽນ 3,423.50 ຕື້ກີບ. ໃນນີ້, ວິສາຫະກິດທີ່ເຮັດການຜະລິດ 233 ຫົວໜ່ວຍ, ມີທຶນຈົດທະບຽນ 1,124.10 ຕື້ກີບ; ການຄ້າ 472 ຫົວໜ່ວຍ, ມີທຶນຈົດທະບຽນ 944.14 ຕື້ກີບ ແລະ ວິສາຫະກິດທີ່ເຮັດການບໍລິການ 238 ຫົວໜ່ວຍ, ມີທຶນຈົດທະບຽນ 1,355.25 ຕື້ກີບ. ພ້ອມນີ້, ຂະແໜງອຸດສາຫະກໍາ ແລະ ການຄ້າແຂວງ ຍັງໄດ້ເອົາໃຈໃສ່ເປັນເຈົ້າການຄຸ້ມຄອງຖານສະຖິຕິຂໍ້ມູນໂຮງງານທີ່ມີແລ້ວໃນທົ່ວແຂວງ ແລະ ໂຮງງານທີ່ສ້າງຕັ້ງໃໝ່ໃຫ້ເປັນລະບົບ; ຊຸກຍຸ້ ແລະ ປັບປຸງໂຄງລ່າງພື້ນຖານອຸດສາຫະກໍາຂະໜາດກາງ ແລະ ຂະໜາດນ້ອຍ ເພື່ອເພີ່ມຂີດຄວາມສາມາດ ຂອງຜູ້ປະກອບການຜະລິດປຸງແຕ່ງໃຫ້ສາມາດຕອບສະໜອງການຊົມໃຊ້ພາຍໃນ ຊຶ່ງເຮັດໃຫ້ລວມຍອດຜະລິດຕະພັນອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ສາມາດປະຕິບັດໄດ້ 1,602 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ 117.04% (ແຜນ 5 ປີ 738.11 ຕື້ກີບ).
ເພີ່ມເຕີມ