ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ການນຳບັນດາປະເທດ ອາຊີ ພ້ອມກັບບັນດາປະເທດອື່ນໆຢູ່ພາກພື້ນ ອາເມຣິກາເໜືອ ແລະ ເອີຣົບ ໄດ້ສົ່ງສານສະແດງຄວາມສາມັກຄີກັບ ຍີ່ປຸ່ນ ພາຍຫຼັງເຫດແຜ່ນດິນໄຫວທີ່ມີຄວາມແຮງ 7,6 ຣິກເຕີ ຊຶ່ງເກີດຂຶ້ນໃນວັນທີ 1 ມັງກອນ ຢູ່ແຂວງ ອິຊິກະວາ, ໄດ້ກໍ່ຜົນເສຍຫາຍທັງຊີວິດ ແລະ ຊັບສິນ.
ຂ່າວລະບຸວ່າ: ໃນສື່ສັງຄົມອອນໄລ ທະວິດເຕີ, ທ່ານເຟີດີນານ ມາຄອດປະທານາທິບໍດີ ຟີລິບປິນ ແຈ້ງໃຫ້ຊາບວ່າ: ຟີລິບປິນໄດ້ສະເໜີຊ່ວຍ ຍີ່ປຸ່ນ ດ້ວຍທຸກວິທີທາງ, ພ້ອມທັງຢັ້ງຢືນຄວາມສາມັກຄີກັບ ຍີ່ປຸ່ນ ຕໍ່ໜ້າບັນດາສິ່ງທ້າທາຍລວມ.
ທ່ານຢຸນ ຊອກ ຢອນປະທານາທິບໍດີ ສ ເກົາຫຼີ ກໍໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ຜູ້ປະສົບເຄາະຮ້າຍ ພາຍຫຼັງເຫດແຜ່ນດິນໄຫວ; ພ້ອມທັງສະແດງໃຫ້ເຫັນຄວາມຫວັງຢາກໜູນຊ່ວຍ ຍີ່ປຸ່ນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວດັ່ງກ່າວ.
ການນຳບັນດາປະເທດ ເອີຣົບ ແລະ ອາເມຣິກາ ເໜືອ ກໍສະແດງນ້ຳໃຈສາມັກຄີ ແລະ ພ້ອມແລ້ວທີ່ຈະສົມທົບກັບ ຍີ່ປຸ່ນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວນີ້ເຊັ່ນດຽວກັນ. ພາຍຫຼັງເກີດເຫດແຜ່ນດິນໄຫວ, ໃນວັນທີ 1 ມັງກອນ, ທ່ານ ໂຈ ໄບເດັ່ນ ປະທານາທິບໍດີ ອາເມຣິກາ ຖະແຫຼງວ່າ: ພ້ອມແລ້ວທີ່ຈະສະໜອງທຸກການຊ່ວຍເຫຼືອທີ່ຈຳເປັນໃຫ້ແກ່ ຍີ່ປຸ່ນ, ສ່ວນ ທ່ານ ຣີຊີ ຊູນາກ ນາຍົກລັດຖະມົນຕີ ອັງກິດ ກໍກ່າວວ່າ: ອັງກິດ ພ້ອມແລ້ວທີ່ຈະໜູນຊ່ວຍ ຍີ່ປຸ່ນ ແລະ ຍາມໃດກໍຕິດຕາມສະພາບການຢ່າງໃກ້ຊິດ.
ການເຕີບໂຕດ້ານເສດຖະກິດຢູ່ນະຄອນໂຮ່ຈິມິນ ບັນລຸ 7.07%
ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 7 ຕຸລາ ຜ່ານມາວ່າ: 9 ເດືອນຜ່ານມາ, ເສດຖະກິດນະຄອນ ໂຮ່ຈິມິນ ສືບຕໍ່ຮັກສາທ່າເຕີບໂຕຢ່າງຕັ້ງໜ້າ. ຕາມໂຕເລກສະຖິຕິຂອງນະຄອນໂຮ່ຈິມິນ ແລ້ວ, ລວມຍອດຜະລິດຕະພັນໃນບໍລິເວນນະຄອນ (GRDP) ໄຕມາດ III ເພີ່ມຂຶ້ນ 8.11% ເມື່ອທຽບໃສ່ໄລຍະດຽວກັນ, ສູງກວ່າ 0.87% ເມື່ອທຽບໃສ່ໄຕມາດກ່ອນ. ໃນໂຄງປະກອບ GRDP ໄຕມາດທີ III, ອຸດສາຫະກຳ ແລະ ກໍ່ສ້າງ ໄດ້ຟື້ນຟູຢ່າງແຮງດ້ວຍລະດັບເພີ່ມຂຶ້ນ 7.74%; ການບໍລິການເພີ່ມຂຶ້ນ 8.58%, ຊ້າກວ່າເມື່ອທຽບໃສ່ ໄຕມາດທີ II ແຕ່ຍັງມີບົດບາດເປັນເສົາຄ້ຳ; ກະສິກຳ, ປ່າໄມ້ ແລະ ສິນໃນນ້ຳເພີ່ມຂຶ້ນ 3.14%.
ຄໍາເຫັນ