ລຽບແຄມຂອງ ນະຄອນຫຼວງວຽງຈັນ ຍັງສືບຕໍ່ເພີ່ມຂຶ້ນ ເນື່ອງຈາກຝົນຍັງຕົກລິນຢ່າງຕໍ່ເນື່ອງ

ຫຼາຍພາກສ່ວນ ຢູ່ນະຄອນຫຼວງວຽງຈັນກຽມພ້ອມປ້ອງກັນໄພນໍ້າຖ້ວມ

ຫຼາຍພາກສ່ວນ ຢູ່ນະຄອນຫຼວງວຽງຈັນກຽມພ້ອມປ້ອງກັນໄພນໍ້າຖ້ວມ
ວັນທີ 13 ກັນຍາ ນີ້, ລະດັບນ້ຳຂອງ ເຂດວັດຈັນ, ເຂດໂຮງໝໍມະໂຫສົດ ແລະ ເຂດ ອື່ນໆຂອງບັນດາເມືອງທີ່ຢູ່ລຽບແຄມຂອງ ນະຄອນຫຼວງວຽງຈັນ ຍັງສືບຕໍ່ເພີ່ມຂຶ້ນ ເນື່ອງຈາກຝົນຍັງຕົກລິນຢ່າງຕໍ່ເນື່ອງ. ປະຊາຊົນ ລວມເຖິງ ສຳນັກງານອົງການ,


ພາກສ່ວນຕ່າງໆ ທີ່ຢູ່ເຂດພື້ນທີ່ຕ່ຳ ໄດ້ກຽມຄວາມພ້ອມຮັບມື ເປັນຕົ້ນ ທະນາຄານການຄ້າຕ່າງປະເທດ ແລະ ໂຮງໝໍມະໂຫສົດ ໄດ້ນຳເອົາເປົາຊາຍ ມາເຮັດເປັນຄູກັ້ນໄວ້ ເພື່ອບໍ່ໃຫ້ໄຫຼເຂົ້າສຳນັກງານ. ສ່ວນຢູ່ເຂດອື່ນໆ ທີ່ຢູ່ລຽບແຄມນໍ້າຂອງ, ກໍໄດ້ມີການກຽມຄວາມພ້ອມຂັ້ນສູງສຸດ ເພື່ອຮັບມືກັບສະພາບນໍ້າຖ້ວມ ເຊັ່ນດຽວກັນ ແລະ ບາງເຂດນໍ້າກໍໄດ້ໄຫຼເຂົ້າຖ້ວມບ້ານເຮືອນຂອງປະຊາຊົນແລ້ວ.
ກົມອຸຕຸນິຍົມອຸທົກກະສາດ ລາຍງານວ່າ: ໃນວັນທີ 13 ກັນຍາ ນີ້ ລະດັບນ້ຳຂອງ ເຂດຫຼັກ 4 ນະຄອນ ຫຼວງວຽງຈັນ ເພີ່ມຂຶ້ນເກີນລະດັບອັນຕະລາຍແລ້ວ ໂດຍລະດັບນ້ຳເພີ່ມຂຶ້ນ 12,57 ແມັດ (ລະດັບເຕືອນໄພ 11,50 ແມັດ, ລະດັບອັນຕະລາຍ 12,50 ແມັດ).
ດັ່ງນັ້ນ ຈິ່ງແຈ້ງເຕືອນໃຫ້ປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນ ໂດຍສະເພາະເຂດທີ່ຢູ່ພື້ນທີ່ລຽບຕາມແຄມແມ່ນໍ້າຂອງ ກຽມຄວາມພ້ອມຍົກຍ້າຍວັດຖຸສິ່ງຂອງ ທີ່ມີຄ່າ ແລະ ສັດລ້ຽງ ໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກ ກົມອຸຕຸນິຍົມອຸທົກກະສາດ ຢ່າງຕໍ່ເນື່ອງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫວັນນະເຂດ ເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ

ສະຫວັນນະເຂດ ເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ

ກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ໄດ້ຈັດຂຶ້ນວັນທີ 21 ເມສານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ
ວາງກະຕ່າດອກໄມ້ ໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ວາງກະຕ່າດອກໄມ້ ໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ຄະນະນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ ເນື່ອງໃນໂອກາດ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
ໜ່ວຍພັກສະຖານທູດລາວ ທີ່ປັກກິ່ງດຳເນີນກອງປະຊຸມໃຫຍ່ ຄັ້ງທີ III

ໜ່ວຍພັກສະຖານທູດລາວ ທີ່ປັກກິ່ງດຳເນີນກອງປະຊຸມໃຫຍ່ ຄັ້ງທີ III

ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກສະຖານທູດລາວ ທີ່ປັກກິ່ງສປ ຈີນ ໄດ້ຈັດຂຶ້ນໃນວັນທີ 19 ເມສາຜ່ານມານີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມພອນ ສີຈະເລີນ ເລຂາໜ່ວຍພັກເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ.
ຫາລືການແກ້ໄຂບັນຫາຂາດແຄນຄູສອນ ຢູ່ແຂວງຫຼວງພະບາງ

ຫາລືການແກ້ໄຂບັນຫາຂາດແຄນຄູສອນ ຢູ່ແຂວງຫຼວງພະບາງ

ໃນວັນທີ 21 ເມສານີ້ ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືແກ້ໄຂບັນຫາການຂາດແຄນຄູສອນ ໂດຍການເປັນທານ ຂອງສະຫາຍ ພັນເອກ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ.
ຂະແໜງ ພບ ຈະປັບປຸງການເຮັດວຽກຫຼາຍດ້ານ

ຂະແໜງ ພບ ຈະປັບປຸງການເຮັດວຽກຫຼາຍດ້ານ

ປີ 2024 ທີ່ຜ່ານມາ, ຂະແໜງພະລັງງານ ແລະ ບໍ່ແຮ່ (ພບ) ບົນພື້ນຖານໃນເງື່ອນໄຂ ແລະ ສະພາບລວມທີ່ເກີດຂຶ້ນຂອງເສດຖະກິດໂລກ ແລະ ພາກພື້ນ,ແຕ່ຂະແໜງ ພບ ໄດ້ພ້ອມກັນປຸກລຸກຈິດໃຈເປັນເຈົ້າການໃຫ້ສູງຂຶ້ນ ແລະ ມີຄວາມພະຍາຍາມ ນໍາໃຊ້ທຸກຫົວຄິດປະດິດສ້າງ
ຮັກສາການຫົວໜ້າ ຄຕພ ຕ້ອນຮັບ ບັນດາເອກອັກຄະລັດຖະທູດລາວ

ຮັກສາການຫົວໜ້າ ຄຕພ ຕ້ອນຮັບ ບັນດາເອກອັກຄະລັດຖະທູດລາວ

ໃນວັນທີ 18 ເມສາ ຜ່ານມານີ້, ທ່ານ ບຸນເຫຼືອ ພັນດານຸວົງຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຈໍານວນ 4 ທ່ານ ທີ່ຈະໄປດໍາລົງຕໍາແໜ່ງເອກອັກຄະລັດຖະທູດ ຢູ່ຕ່າງປະເທດ,ໂດຍມີ ທ່ານ ຈາຕຸລົງ ບົວສີສະຫວັດ
ການເພີ່ມພື້ນທີ່ສີຂຽວໃນຕົວເມືອງມີຄວາມສໍາຄັນຫຼາຍ

ການເພີ່ມພື້ນທີ່ສີຂຽວໃນຕົວເມືອງມີຄວາມສໍາຄັນຫຼາຍ

ໂດຍ: ວັນເພັງ ອິນທະໄຊ ການເພີ່ມພື້ນທີ່ສີຂຽວໃນຕົວເມືອງ ໂດຍສະເພາະໃນນະຄອນຫຼວງວຽງຈັນ(ນວ) ເປັນໜຶ່ງບັນຫາສໍາຄັນຫຼາຍ ທີ່ພາກສ່ວນກ່ຽວຂ້ອງ ມີຄວາມພະຍາຍາມໃນການເພີ່ມພື້ນທີ່ສີຂຽວ ໃນຕົວເມືອງ. ໃນນັ້ນ, ປະເທດເພື່ອນບ້ານ,
ຮອງປະທານ ສນຊ ຜູ້ປະຈໍາການ ຢ້ຽມຢາມ ເຜົ່າກຣີ

ຮອງປະທານ ສນຊ ຜູ້ປະຈໍາການ ຢ້ຽມຢາມ ເຜົ່າກຣີ

ໃນວັນທີ 20 ເມສານີ້, ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ) ຜູ້ປະຈໍາການ ພ້ອມດ້ວຍຄະນະ ລົງເຄື່ອນໄຫວວຽກງານແນວລາວສ້າງຊາດ ຢູ່ແຂວງໄຊຍະບູລີ ຊຶ່ງຄະນະໄດ້ໄປຢ້ຽມຢາມຊີວິດການເປັນຢູ່ຂອງຊົນເຜົ່າກຣີ (ເຜົ່າຕອງເຫຼືອງ)
ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ໂດຍ: ສ.ບຸດປະຊາ ອັດຕາເງິນເຟີ້ຂອງ ສປປ ລາວ ໃນໄລຍະ 3 ເດືອນຕົ້ນປີ 2025 ໄດ້ມີຈັງຫວະທີ່ຊ້າລົງຕິດຕໍ່ກັນ ຊຶ່ງສາເຫດຕົ້ນຕໍ ທີ່ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ລະບຸໃນບົດລາຍງານອັດຕາເງິນເຟີ້ ປະຈໍາເດືອນມັງກອນ, ກຸມພາ ແລະ ມີນາ
ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ເມື່ອບໍ່ດົນມານີ້,ກະຊວງການເງິນ ແລະ ບໍລິສັດ ໄອຄິວຣີ້ເທັກ ຈໍາກັດ ໄດ້ລົງນາມສັນຍາພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝລວມສູນ ໂດຍການລົງນາມຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ສີສຸລິນ ໂຊກໄຊ
ເພີ່ມເຕີມ