ວັນທີ 21 ກໍລະກົດນີ້ ຢູ່ຫ້ອງວ່າການແຂວງຫຼວງພະບາງ, ທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ພ້ອມຄະນະ ໄດ້ຕ້ອນຮັບການມອບເງິນ ເພື່ອຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງພະບາງ. ໃນນີ້, ມີບໍລິສັດ ໄທຊ່ານ ມາຍນີ່ງ ຈໍາກັດ (TAISHAN MINING LTD) ຂຸດຄົ້ນແຮ່ທາດອັງຕີ່ມອນ ຢູ່ເມືອງໂພນທອງ ແລະ ເມືອງວຽງຄໍາ ມອບ 100 ລ້ານກີບ, ບໍລິສັດລາວ ເທບຈະເລີນ ປະກັນໄພ ຈໍາກັດ ມອບ 50 ລ້ານກີບ, ບໍລິສັດເອເຊຍ ຊັກຊິສ ໂຮນດິງ ບໍ່ແຮ່ ຫຼວງພະບາງ ຈໍາກັດຜູ້ດຽວ ມອບ 50 ລ້ານກີບ ແລະ ບໍລິສັດພັນທະມິດກໍ່ສ້າງ- ສ້ອມແປງຂົວທາງ ແຂວງຫຼວງພະບາງ ມອບ 200 ລ້ານກີບ. ລວມເງິນທີ່ມອບໃນຄັ້ງນີ້ ມີ 400 ລ້ານກີບ.
 ໂອກາດນີ້ ທ່ານ ຄໍາຂັນ ຈັນທະວີສຸກ ໄດ້ມອບຍ້ອງຍໍໃຫ້ແກ່ທຸກພາກສ່ວນ ທີ່ມອບເງິນຊຸກຍູ້ ທັງໄດ້ກ່າວຂອບໃຈຕໍ່ບັນດາບໍລິສັດ ທີ່ມອບເງິນຊຸກຍູ້ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຄັ້ງທີ IX ແລະ ອວຍພອນໃຫ້ບັນດາບໍລິສັດ ຈົ່ງມີຄວາມກ້າວໜ້າໃນການດໍາເນີນທຸລະກິດ ແລະ ປະກອບສ່ວນເຂົ້າໃນການພັດທະນາແຂວງຫຼວງພະບາງ.
(ຂ່າວ: ຊີມເມກ ເຮືອນແກ້ວ, ພາບ: ຄຸດແກ້ວ ແສງທະວີ)
 
ຄໍາເຫັນ