ຫຼາຍວຽກງານຈຸດສຸມ ສ້າງການຫັນປ່ຽນວຽກງານສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ

ຫຼາຍວຽກງານຈຸດສຸມ ສ້າງການຫັນປ່ຽນວຽກງານສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ

ຫຼາຍວຽກງານຈຸດສຸມ ສ້າງການຫັນປ່ຽນວຽກງານສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ
ການເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຂອງລັດ ຕໍ່ວຽກງານສື່ມວນຊົນໃນໄລຍະໃໝ່ ເປັນວຽກໜຶ່ງທີ່ສໍາຄັນຫຼາຍ ເພື່ອເຮັດໃຫ້ບັນດາທິດທາງຄາດໝາຍທີ່ວາງອອກ ໄດ້ຮັບການຈັດຕັ້ງປະຕິບັດໄປພ້ອມໆ ກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກໃຫ້ປະກົດຜົນເປັນຈິງ, ຕ້ອງໄດ້ເອົາໃສ່ບາງວຽກງານຈຸດສຸມຕົ້ນຕໍ ໂດຍສະເພາະເພື່ອສ້າງການຫັນປ່ຽນວຽກງານສື່ມວນຊົນ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ.

 

 

ທ່ານ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າ ຄອສພ ຮອງປະທານສະພາທິດສະດີສູນກາງພັກ ຂຶ້ນຜ່ານຮ່າງມະຕິກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຂອງລັດ ຕໍ່ວຽກງານສື່ມວນຊົນໃນໄລຍະໃໝ່ ຕໍ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໃນວັນທີ 14 ກໍລະກົດນີ້, ທີ່ຫໍປະຊຸມແຫ່ງຊາດ ວ່າ: 1). ຕ້ອງສ້າງການບຸກທະລຸໃໝ່ທາງດ້ານຈິນຕະນາການໃຫ້ສື່ມວນຊົນລາວໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ສື່ມວນຊົນລາວແມ່ນສື່ມວນຊົນປະຕິວັດ, ສື່ມວນຊົນຂອງພັກ, ສື່ມວນຊົນທີ່ຮັບໃຊ້ປະຊາຊົນ ຕ້ອງໄດ້ປັບປຸງຕົນເອງ, ຫັນປ່ຽນຕົນເອງ, ຫັນປ່ຽນທາງດ້ານຄວາມຄິດ, ວິໄສທັດ, ຫັນປ່ຽນທັງແບບແຜນວິທີເຮັດວຽກ, ສ້າງແຜນ, ສ້າງມາດຕະຖານໃຫ້ຕົນເອງໃໝ່, ພັດທະນາຕົນເອງໃຫ້ມີຄວາມຮູ້, ຄວາມສາມາດສະຕິປັນຍາ, ມີຫົວຄິດປະດິດສ້າງ, ມີຄວາມວ່ອງໄວ, ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຈັນຍາບັນ, ຈັນຍາທຳ, ມີຈິດໃຈເອກະລາດເປັນເຈົ້າຕົນເອງ, ຕັ້ງໜ້າປະຕິບັດໜ້າທີ່ການເມືອງທີ່ຮັບມອບໝາຍໃຫ້ບັນລຸປະສິດທິ ພາບ ແລະ ປະສິດທິຜົນສູງ; 2). ສືບຕໍ່ປັບປຸງອົງການຈັດຕັ້ງ, ສັບຊ້ອນ ແລະ ຈັດວາງພະນັກງານໃຫ້ເປັນລະບົບ ແຕ່ສູນກາງລົງຮອດທ້ອງຖິ່ນ ຕິດພັນກັບການປັບປຸງພາລະບົດບາດ, ລະບອບລະບຽບການ ແລະ ກົນໄກ ການເຄື່ອນໄຫວວຽກງານສື່ມວນຊົນໃຫ້ທັນສະໄໝ, ວ່ອງໄວ, ທັນການ, ສ້າງການຫັນປ່ຽນໃນວຽກງານສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ. ສຸມໃສ່ພັດທະນາບຸກຄະລາກອນສື່ມວນຊົນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ໂດຍສະເພາະແມ່ນພະ ນັກງານເຕັກນິກ, ນັກຂ່າວ, ນັກຂຽນ, ນັກໜັງສືພິມ, ນັກບັນນາທິການ, ໂຄສົກລາຍການວິທະຍຸ ແລະ ໂທລະພາບ ລວມທັງພະນັກງານນໍາພາ-ຄຸ້ມຄອງໃຫ້ພຽງພໍທາງດ້ານປະລິມານ ແລະ ຄຸນນະພາບ ແລະ ມີຄວາມເປັນມືອາຊີບ, ສົ່ງໄປກໍ່ສ້າງບຳລຸງໃນແຕ່ລະໄລຍະທັງພາຍໃນ ແລະ ຕ່າງປະເທດ. ພ້ອມກັນນັ້ນ, ຕ້ອງມີແຜນຈັດຝຶກອົບຮົມຫົວຂໍ້ສະເພາະລັບນັກຂ່າວ ໄປຄວບຄູ່ກັບຝຶກອົບຮົມດ້ານທິດສະດີການເມືອງ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ການພົວພັນສາກົນອື່ນໆ ໃຫ້ຖັນແຖວພະນັກງານສື່ມວນຊົນໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມ, ກຳໄດ້ບັນຫາຂອງຍຸກສະໄໝ ເພື່ອມີໄຫວພິບໃນການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງຕົນ. ສ້າງກົນໄກການສະໜອງຂໍ້ມູນຂ່າວສານທາງການທີ່ໂປ່ງໃສ, ຖືກຕ້ອງ ແລະ ວ່ອງໄວ ເພື່ອເປັນເຈົ້າການບຸກກ່ອນ ໃນການນໍາພາຫາງສຽງສັງຄົມ, ບໍ່ປ່ອຍໃຫ້ເກີດຊ່ອງວ່າງທາງຂໍ້ມູນຂ່າວສານ ໃຫ້ກຸ່ມຄົນບໍ່ດີສວຍໃຊ້ບິດເບືອນ, ຕັ້ງໜ້າຕ້ານສົງຄາມຈິດຕະສາດການຫັນປ່ຽນໂດຍສັນຕິຂອງຄົນບໍ່ດີໄດ້ຢ່າງມີປະສິດທິຜົນ ແລະ ທັນການ; 3). ຍົກສູງຄວາມເປັນເຈົ້າການສື່ມວນຊົນຂອງລັດດ້ວຍການປັບປຸງແບບແຜນ, ວິທີການເກັບກຳຂ່າວ, ການຂຽນຂ່າວ, ການອອກຂ່າວໃຫ້ມີເນື້ອຫາສາລະທີ່ອຸດົມສົມບູນ, ຫຼາກຫຼາຍ, ຫຼາຍຮູບ, ຫຼາຍສີ ທີ່ສາມາດດຶງດູດເອົາຄວາມສົນໃຈຂອງຜູ້ອ່ານ, ຜູ້ເບິ່ງ, ຜູ້ຟັງໃຫ້ສັງຄົມມີຄວາມນິຍົມຊົມຊອບຫຼາຍກວ່າເກົ່າ. ປັບປຸງໂຄງປະກອບເນື້ອໃນບັນ ດາຂ່າວ, ບົດໃນໜ້າໜັງສືພິມ, ວາລະສານ, ວິທະຍຸ ແລະ ໂທລະພາບໃຫ້ມີຄວາມອຸດົມສົມບູນ, ສ້າງສັນ ແລະ ມີລັກສະນະຮອບດ້ານ, ສາມາດສ່ອງແສງສະພາບຄວາມເປັນຈິງຂອງຊີວິດ-ສັງຄົມຢ່າງກວ້າງຂວາງ ແລະ ມີຊີວິດຊີວາ. ເອົາໃຈໃສ່ປັບປຸງກົນໄກຄຸ້ມຄອງການເຄື່ອນໄຫວຂອງສື່ມວນຊົນທຸກພາກສ່ວນທັງສູນກາງ ແລະ ທ້ອງຖິ່ນ, ເອກະຊົນ, ບຸກຄົນ ແລະ ສື່ມວນຊົນຕ່າງປະເທດທີ່ມາເຄື່ອນໄຫວຢູ່ ສປປ ລາວ ໃຫ້ມີຄວາມເຂັ້ມງວດ ແລະ ເດັດຂາດ. ໃນຕໍ່ໜ້ານີ້, ແມ່ນເລັ່ງລັດປັບປຸງກົດໝາຍວ່າດ້ວຍສື່ມວນຊົນ ຕິດພັນກັບການສ້າງ, ປັບປຸງ ແລະ ຫັນນິຕິກຳໃນຂົງເຂດສື່ມວນຊົນໃຫ້ກາຍເປັນຂໍ້ກຳນົດ, ລະບຽບການ ແລະ ມາດຕະການລະອຽດໃນການຄຸ້ມຄອງຂໍ້ມູນ-ຂ່າວສານ, ຄຸ້ມຄອງການເຄື່ອນໄຫວຂອງສື່ມວນຊົນໃຫ້ຖືກຕ້ອງຕາມກົດໝາຍ. ຕັ້ງໜ້າຈຳກັດ, ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນວົງການສື່ມວນຊົນໃຫ້ໄດ້ຢ່າງເຂັ້ມງວດ, ຮັບປະກັນໃຫ້ປະເທດຊາດພວກເຮົາມີສະຖຽນລະພາບ, ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໄດ້ຢ່າງໜັກແໜ້ນ; 4). ເອົາໃຈໃສ່ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງວັດຖຸ-ເຕັກນິກ, ອຸປະກອນ, ຫັນເປັນດີຈີຕອນ ແລະ ການນໍາໃຊ້ເຕັກໂນໂລຊີບັນຍາປະດິດ (AI) ເຄືອຂ່າຍສື່ສານ 5G ແລະ ຖານຂໍ້ມູນຂະໜາດໃຫຍ່ໃຫ້ມີຄວາມຮັບປະກັນ. ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງ, ວັດຖຸ-ເຕັກນິກສື່ມວນຊົນໃຫ້ມີຄວາມເຂັ້ມແຂງ, ມີຄຸນນະພາບ ແລະ ທັນສະໄໝ ດ້ວຍການຈັດສັນງົບປະມານເຂົ້າໃນການພັດທະນາວຽກງານສື່ມວນຊົນໃຫ້ຫຼາຍກວ່າເກົ່າ. ປະກອບອຸປະກອນ, ພາຫະ ນະທີ່ຈຳເປັນ, ຄຸ້ມຄອງນໍາໃຊ້ໃຫ້ກຸ້ມຄ່າ ແລະ ເກີດປະໂຫຍດສູງສຸດຕໍ່ສ່ວນລວມ; ພັດທະນາສື່ໃຫ້ຕອບສະໜອງກັບເງື່ອນໄຂແຫ່ງການພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ແລະ ລັດຖະບານດີຈີຕອນ. 5). ຍົກສູງຈິດໃຈເອກະລາດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ ດ້ວຍການຕັ້ງໜ້າປັບປຸງ, ສ້າງເງື່ອນໄຂອຳນວຍໃຫ້ສື່ມວນຊົນລາວ ສາມາດເຄື່ອນໄຫວໄປຕາມກົນໄກເສດຖະກິດຕະຫຼາດຢ່າງສົມເຫດສົມຜົນ ແນໃສ່ສ້າງລາຍຮັບທາງດ້ານວິຊາການ ເພື່ອມີທຶນຮອນ ໃນການພັດທະນາວຽກງານສື່ມວນຊົນ ແລະ ແບ່ງເບົາການໃຊ້ຈ່າຍງົບປະມານຂອງລັດ. ຫັນວຽກງານສື່ມວນຊົນ ໄປສູ່ການໄລ່ລຽງຊ່ວຍໜູນດ້ານງົບປະມານເທົ່າທີ່ສາມາດເຮັດໄດ້ ເພື່ອຫຼຸດຜ່ອນພາລະຂອງລັດ ແຕ່ກໍບໍ່ໃຫ້ອົງການສື່ມວນຊົນເຮັດໜ້າທີ່ໜັກໄປທາງທຸລະກິດ ແລະ ການຫາລາຍຮັບອັນຈະເຮັດໃຫ້ບົດບາດຫຼັກທາງດ້ານການເມືອງ-ແນວຄິດ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ຖືກຈືດຈາງລົງ ຫຼື ເຄື່ອນໄຫວບໍ່ຖືກຕ້ອງຕາມຈຸດປະສົງ ແລະ ເປົ້າໝາຍຮັບໃຊ້ທາງການເມືອງຂອງພັກ-ລັດ; 6). ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາບົດຮຽນ, ປະສົບການ ແລະ ການຊ່ວຍເຫຼືອທາງດ້ານວັດຖຸ, ອຸປະກອນ, ເຕັກນິກ, ວິຊາການ-ວິຊາສະເພາະ ຕິດພັນກັບການປຸກລະດົມທົ່ວສັງຄົມ ເຂົ້າຮ່ວມໃນການພັດທະນາວຽກງານສື່ມວນຊົນໃຫ້ມີຄວາມກ້າວໜ້າ, ທັນສະໄໝຂຶ້ນ ທຽບທັນກັບບັນດາປະເທດໃກ້ຄຽງ, ພາກພື້ນ ແລະ ໃນໂລກ; 7). ຄົ້ນຄວ້າວາງກົນໄກ ແລະ ມາດຕະການທີ່ເໝາະສົມໃນການຕິດຕາມ, ກວດກາ ແລະ ຈັດລະບຽບການເຄື່ອນໄຫວຂອງຜູ້ສ້າງອິດທິພົນທາງສັງຄົມ ແລະ ບຸກຄົນທີ່ສະໜອງຂໍ້ມູນຂ່າວສານຜ່ານແພັລດຟອມ, ທຳລາຍວັດທະນະທຳອັນດີງາມ ແລະ ຄວາມໝັ້ນຄົງຂອງຊາດໃຫ້ມີຄວາມຮັບຜິດຊອບສູງຕໍ່ກົດໝາຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເພີ່ມເຕີມ