ເລຂາຄະນະບໍລິຫານງານພັກແຂວງຈຳປາສັກ ລົງເບິ່ງພະພຸດທະຮູບທີ່ຄົ້ນພົບຢູ່ບ້ານເວີນຂາວ

ເລຂາຄະນະບໍລິຫານງານພັກແຂວງຈຳປາສັກ ລົງເບິ່ງພະພຸດທະຮູບທີ່ຄົ້ນພົບຢູ່ບ້ານເວີນຂາວ

ເລຂາຄະນະບໍລິຫານງານພັກແຂວງຈຳປາສັກ ລົງເບິ່ງພະພຸດທະຮູບທີ່ຄົ້ນພົບຢູ່ບ້ານເວີນຂາວ
ວັນທີ 13 ມັງກອນຜ່ານມານີ້, ທ່ານ ອາລຸນໄຊ​ ສູນນະລາດ​ ກຳມະການ​ສູນກາງ​ພັກ​ ເລຂາຄະນະບໍລິຫານ​ງານ​ພັກ​ແຂວງຈໍາປາສັກ​ ພ້ອມຄະນະ ໄດ້ເຂົ້າຮ່ວມພິທີທໍາບຸນໃສ່ບາດໃນໂອກາດເມືອງໂຂງ ຈັດງານບຸນຕົ້ນໄມ້ມະນີໂຄດ ປະຈໍາປີ​ 2026​ ຂຶ້ນຢູ່ບໍລິເວນຫໍປະດິດສະຖານຕົ້ນໄມ້ມະນີໂຄດ ສະຖານທີ່ແຫຼ່ງທ່ອງທ່ຽວ ນໍ້າຕົກຕາດຄອນພະເພັງ ພາຍຫຼັງສຳເລັດພິທີກໍໄດ້ເດີນທາງມາເບິ່ງພະພຸດທະຮູບທີ່ຖືກຄົ້ນພົບໃນວັນທີ 11 ມັງກອນທີ່ຜ່ານມານີ້ ທີ່ບ້ານເວີນຂາວ ກຸ່ມຫາດຊາຍຄູນ.
ເລຂາຄະນະບລຫານງານພກແຂວງຈຳປາສກ ລງເບງພະພດທະຮບທຄນພບຢບານເວນຂາວ - image 1
 

ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ມີຄໍາເຫັນວ່າ: ການຄົ້ນພົບພະພຸດທະຮູບອັນສັກສິດໃນຄັ້ງນີ້ ບໍ່ແມ່ນພຽງແຕ່ການພົບເຫັນວັດຖຸບູຮານ, ແຕ່ແມ່ນການເປີດປະຕູປະຫວັດສາດໃຫ້ພວກເຮົາໄດ້ເຫັນເຖິງ'ຊັບໃນດິນ ສິນໃນນ້ຳ. ການຄົ້ນພົບພະພຸດທະຮູບຄັ້ງນີ້, ມັນຄືຫຼັກຖານອັນໜັກແໜ້ນທີ່ບົ່ງບອກວ່າ ຜືນແຜ່ນດິນແຫ່ງນີ້ເຄີຍເປັນອານາຈັກທີ່ມີຄວາມອຸດົມສົມບູນ ແລະ ມີຄວາມຈະເລີນຮຸ່ງເຮືອງທາງດ້ານຈິດໃຈຢ່າງສູງສົ່ງ. ທຸກລວດລາຍຂອງພະພຸດທະຮູບ ຄືຕົວແທນແຫ່ງສັດທາທີ່ຫຼໍ່ຫຼອມໃຫ້ບັນພະບຸລຸດຂອງພວກເຮົາມີຄວາມຮັກແພງສາມັກຄີ ແລະ ສ້າງສາບ້ານເມືອງໃຫ້ຮຸ່ງເຮືອງມາພາຍໃຕ້ຮົ່ມເງົາຂອງພະພຸດທະສາສະໜາ. ນອກຈາກນີ້, ການນໍາຂອງແຂວງຍັງໄດ້ເນັ້ນໜັກໃຫ້ອຳນາດການປົກຄອງເມືອງ ຈົ່ງໄດ້ຮີບຮ້ອນສ້າງແຜນເພື່ອຫາວິທີເກັບມ້ຽນພະພຸດທະຮູບຢ່າງຖືກວິທີ, ປອດໄພ, ເກັບກຳປະຫວັດຜູ້ທີ່ຄົ້ນພົບພະພຸດທະຮູບ ແລ້ວນຳມາຂຽນຈາລຶກໄວ້ເພື່ອໃຫ້ແຂກຄົນທີ່ເຂົ້າມາສັກກາລະບູຊາໄດ້ຮັບຮູ້ ພ້ອມທັງປະຕິບັດນະໂຍບາຍຕໍ່ຄອບຄົວທີ່ພົບເຫັນພະພຸດທະຮູບໃນຄັ້ງນີ້ຢ່າງເໝາະສົມ.

ເລຂາຄະນະບລຫານງານພກແຂວງຈຳປາສກ ລງເບງພະພດທະຮບທຄນພບຢບານເວນຂາວ - image 2
 

ໃນວັນດຽວກັນນີ້, ທ່ານ ສົມພະໄທ ເກດມາລາ ຄະນະພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງຈຳປາສັກ ພ້ອມວິຊາການທີ່ກ່ຽວຂ້ອງກໍໄດ້ລົງມາເກັບກຳຂໍ້ມູນຂອງພະທີ່ຖືກຄົ້ນພົບໃນຄັ້ງນີ້; ຕາມການກວດກາ ແລະ ສັນນິຖານຂອງວິຊາການເບື້ອງຕົ້ນວ່າ: ພະພຸດທະຮູບຈຳນວນ 105 ອົງທີ່ຖືກຄົ້ນພົບຄັ້ງນີ້ ເປັນພະເກສອນດອກໄມ້, ປາງຊະນະມານ ຊຶ່ງສ້າງຂຶ້ນໃນລະຫວ່າງສັດຕະວັດທີ 17-18 ຫຼື ປະມານ 400 ກວ່າປີເພື່ອນຳໄປແກ້ບະ ແລ້ວກໍໄດ້ບັນຈຸໃສ່ໄຫດິນຝັ່ງໄວ້. ໃນສະໄໝກ່ອນ, ເມື່ອຄົນມີຄວາມທຸກຮ້ອນ ຫຼື ຢາກໄດ້ສິ່ງໃດໜຶ່ງແລ້ວໄປ "ບະ" (ບົນບານ) ໄວ້, ເມື່ອສົມປາດຖະໜາແລ້ວເຂົາເຈົ້າຈະສ້າງພະພຸດທະຮູບຂຶ້ນມາ. ສາເຫດທີ່ຝັງ ໃນການຝັງພະພຸດທະຮູບລົງໃຕ້ຖານສິມ (ໂບດ), ໃຕ້ທາດ ຫຼື ໃນບໍລິເວນວັດ ຖືວ່າເປັນການ "ຝາກໄວ້ກັບແມ່ພະທໍລະນີ" ເພື່ອໃຫ້ເປັນສົມບັດຂອງສາສະໜາຕະຫຼອດກາລະນານ, ເຂົາເຈົ້າເຊື່ອວ່າການຝັງໄວ້ໃຕ້ດິນຈະຊ່ວຍໃຫ້ພະພຸດທະຮູບປອດໄພຈາກສັດຕູ ຫຼື ການລັກຂະໂມຍໃນຍາມສົງຄາມ.

(ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງບັນຊາການທະຫານ ແຂວງຫຼວງພະບາງ ສະຫຼຸບວຽກງານຮອບດ້ານປະຈຳປີ 2025

ກອງບັນຊາການທະຫານ ແຂວງຫຼວງພະບາງ ສະຫຼຸບວຽກງານຮອບດ້ານປະຈຳປີ 2025

ກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026 ຂອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ມັງກອນຜ່ານມານີ້, ໂດຍເປັນປະທານຂອງສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີ ຄະນະບັນຊາ, ອົງການ, ກົມກອງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ຄໍາມ່ວນ ຊຸກຍູ້ວຽກງານເລືອກຕັ້ງ ສສຊ ແລະ ສສຂ ຢູ່ເມືອງໄຊບົວທອງ

ຄໍາມ່ວນ ຊຸກຍູ້ວຽກງານເລືອກຕັ້ງ ສສຊ ແລະ ສສຂ ຢູ່ເມືອງໄຊບົວທອງ

ຄະນະກຳມະການເລືອກຕັ້ງລະດັບຊາດ, ຄະນະກຳມະການເລືອກຕັ້ງຂັ້ນແຂວງຄໍາມ່ວນ ໄດ້ລົງຕິດຕາມ, ຊຸກຍູ້ວຽກງານເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V, ໂດຍມີທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກຳມາທິການ ຕ່າງປະເທດ ກຳມະການອະນຸກຳມະການເລືອກຕັ້ງລະດັບຊາດ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ການເລືອກຕັ້ງຢູ່ເມືອງໄຊບົວທອງ ໃນວັນທີ 14 ມັງກອນ 2026ນີ້.
5 ປີ ຕໍ່ໜ້າ ຈະພັດທະນາຂະແໜງວັດທະນາທຳ ແລະ ການທ່ອງທ່ຽວໃຫ້ມີປະສິດທິຜົນ

5 ປີ ຕໍ່ໜ້າ ຈະພັດທະນາຂະແໜງວັດທະນາທຳ ແລະ ການທ່ອງທ່ຽວໃຫ້ມີປະສິດທິຜົນ

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປະຈຳປີ 2025 ໃນລະຫວ່າງວັນທີ 12-13 ມັງກອນນີ້ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນາທຳ ແລະ ການທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບຜົນງານອັນພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານ 6 ເດືອນທ້າຍປີ 2025 ແລະ ທິດທາງແຜນການ ໃນ 6 ເດືອນຕົ້ນປີ 2026 ວ່າ: ໃນໄລຍະ 6 ເດືອນທ້າຍປີ 2025 ທີ່ຜ່ານມາ
ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ I ປະຈໍາປີ 2026

ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ I ປະຈໍາປີ 2026

ກອງປະຊຸມສະພາບໍລິຫານ ທະນາຄານແຫ່ງ ສປປ ລາວ (ທຫລ) ຄັ້ງທີ I ປະຈໍາປີ 2026 ຈັດຂຶ້ນໃນວັນທີ 14 ມັງກອນນີ້ ທີ່ ທຫລ ໂດຍການເປັນປະທານຂອງທ່ານ ນາງ ບຸນຄໍາ ວໍລະຈິດ ປະທານສະພາບໍລິຫານ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີບັນດາຮອງປະທານສະພາບໍລິຫານ ທຫລ, ບັນດາກຳມະການສະພາບໍລິຫານ, ຮອງຜູ້ວ່າການ ທຫລ ເຂົ້າຮ່ວມ.
ແຕ່ງຕັ້ງຄະນະຮັບຜິດຊອບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ 3 ປະເທດ

ແຕ່ງຕັ້ງຄະນະຮັບຜິດຊອບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ 3 ປະເທດ

ກອງປະຊຸມປຶກສາຫາລື ຄົ້ນຄວ້າ ແລະ ປະກາດການແຕ່ງຕັ້ງຄະນະຮັບຜິດຊອບວຽກງານພົບປະແລກ ປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນລະຫວ່າງລາວ-ຫວຽດນາມ-ຈີນ ຄັ້ງທີ I ປະຈຳປີ 2026 ຈັດຂຶ້ນວັນທີ 13 ມັງກອນຜ່ານມາ ທີ່ຫ້ອງປະຊຸມກົມໃຫຍ່ເສນາທິການກອງທັບ ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາສະຫາຍຕາງໜ້າ 4 ກົມໃຫຍ່ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມແຂວງອຸດົມໄຊ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ ຊຸດທີ X

ຄະນະໂຄສະນາອົບຮົມແຂວງອຸດົມໄຊ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ ຊຸດທີ X

ວັນທີ 14 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ເອກະສານສຳຄັນຂອງຊາດ ໂດຍມີບັນດາທ່ານຮອງຫົວຫນ້າຄະນະໂຄສະນາອົບຮົມ ແຂວງອຸດົມໄຊ, ມີບັນດາຫົວຫນ້າ ຮອງຫົວຫນ້າຂະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ປະຊາຊົນ 13 ບ້ານ ຂອງເມືອງວຽງຄຳ ໄດ້ຮັບເງິນຜົນງານຄຸ້ມຄອງປ່າໄມ້

ປະຊາຊົນ 13 ບ້ານ ຂອງເມືອງວຽງຄຳ ໄດ້ຮັບເງິນຜົນງານຄຸ້ມຄອງປ່າໄມ້

ເມື່ອບໍ່ດົນຜ່ານມານີ້, ຢູ່ຫ້ອງປະຊຸມຂອງຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ຈັດພິທີມອບເງິນຜົນງານຄຸ້ມຄອງປ່າໄມ້ ໃຫ້ປະຊາຊົນ 13 ບ້ານເປົ້າໝາຍຂອງໂຄງການຄຸ້ມຄອງປ່າໄມ້ແບບພູມມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ (I-GFLL) ໂດຍເປັນປະທານຮ່ວມຂອງ ທ່ານ ຄຳສິງ ສຸດທີດາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ຫົງຄຳ ແສນອານາຈັກ ຮອງຫົວໜ້າຂະແໜງປ່າໄມ້ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ມີຄະນະຮັບຜິດຊອບຂັ້ນແຂວງ-ຂັ້ນເມືອງ ແລະ ອົງການຈັດຕັ້ງບ້ານ 13 ບ້ານ ເຂົ້າຮ່ວມ.
ເຊກອງ ຈະສ້າງເງື່ອນໄຂຄວາມສະດວກການລົງທຶນເອກະຊົນພາຍໃນ ແລະ ການລົງທຶນຈາກຕ່າງປະເທດ

ເຊກອງ ຈະສ້າງເງື່ອນໄຂຄວາມສະດວກການລົງທຶນເອກະຊົນພາຍໃນ ແລະ ການລົງທຶນຈາກຕ່າງປະເທດ

ໃນໂອກາດເຂົ້າຮ່ວມ ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025, ທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ ຜູ້ຊີ້ນໍາວຽກງານເສດຖະກິດ ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນ ໃນວັນທີ 12 ມັງກອນ ຜ່ານມານີ້ວ່າ: 6 ເດືອນຕົ້ນປີ 2026 ແຂວງເຊກອງ ຈະສ້າງເງື່ອນໄຂສິ່ງອໍານວຍຄວາມສະດວກ ໃນການດຶງດູດການລົງທຶນຂອງພາກເອກະຊົນພາຍໃນ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ ເພື່ອສ້າງເປັນປັດໄຈພື້ນຖານໃຫ້ແກ່ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ທີ່ຍືນຍົງ ແລະ ທົ່ວເຖິງ, ຫຼີກເວັ້ນການສ້າງໂຄງການລົງທຶນ ທີ່ບໍ່ໄປຕາມກົດໝາຍ ແລະ ລະບຽບການ, ເລັ່ງຊໍາລະໜີ້ສິນໂຄງການລົງທຶນ, ກວດກາ ແລະ ພິຈາລະນາຄືນ ການໂຈະໂຄງການລົງທຶນລັດ ທີ່ບໍ່ສອດຄ່ອງກັບແຜນການ 5 ປີ ຄັັ້ງທີ X ຫຼື ໂຄງການທີ່ມີຄ່າໃຊ້ຈ່າຍສູງ ແຕ່ຜົນຕອບແທນຕໍ່າ ຖ່ວງດຶງງົບປະມານ, ຮັບປະກັນຄວາມກົມກຽວ ລະຫວ່າງ ການວາງແຜນພັດທະນາ ແລະ ແຜນງົບປະມານ.
ຍົກລະດັບການຊຳລະເງິນໃນຂະແໜງການບິນ

ຍົກລະດັບການຊຳລະເງິນໃນຂະແໜງການບິນ

ວັນທີ 13 ມັງກອນຜ່ານມານີ້ ທີ່ສໍານັກງານໃຫຍ່ຢູນີເທວ ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ, ຢູມັນນີ(Umoney) ແລະ ລັດວິສາຫະກິດການບິນລາວ (Lao Airlines) ຈັດພິທີເຊັນສັນຍາຮ່ວມມື ແລະ ເປີດນໍາໃຊ້ລະບົບປະຕູຊໍາລະເງິນ (Payment Gateway) ຢ່າງເປັນທາງການ. ຮ່ວມລົງນາມໂດຍທ່ານ ຮາ ຈຽນ ຖັງ ຜູ້ອໍານວຍການບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ແລະ ທ່ານ ສິດທິເດດ ດວງສິດທິ ຮອງຜູ້ອໍານວຍການ ລັດວິສາຫະກິດການບິນລາວ ເພື່ອອຳນວຍຄວາມສະດວກໃຫ້ປະຊາຊົນລາວທີ່ນໍາໃຊ້ຢູມັນນີ ຫຼື ບັນຊີຂອງທະນາ ຄານອື່ນໆ ກໍສາມາດຊື້ປີ້ເຮືອບິນຂອງສາຍການບິນລາວຜ່ານແອັບພລີເຄຊັນ ແລະ ເວັບໄຊຂອງສາຍການບິນລາວໄດ້ຢ່າງສະດວກ, ວ່ອງໄວ ແລະ ປອດໄພ.
ໄຊຍະບູລີ ຈະສຸມໃສ່ວຽກງານຮັກສາຄວາມສະຫງົບຕາມຊາຍແດນໃຫ້ໝັ້ນຄົງ

ໄຊຍະບູລີ ຈະສຸມໃສ່ວຽກງານຮັກສາຄວາມສະຫງົບຕາມຊາຍແດນໃຫ້ໝັ້ນຄົງ

ແຂວງໄຊຍະບູລີ ເປັນແຂວງໜຶ່ງທີ່ມີຊາຍແດນຕິດຈອດກັບ 6 ແຂວງຂອງຣາຊະອານາຈັກໄທ, ມີຄວາມຍາວ 647 ກິໂລແມັດ (ກມ), (ທາງບົກ 518 ກມ, ທາງນໍ້າ 129 ກມ), ມີບ້ານທີ່ຕິດກັບຊາຍແດນໄທ 78 ບ້ານ ມີເສັ້ນຊາຍແດນທີ່ໄດ້ສໍາຫຼວດແລ້ວ 131 ຫຼັກໝາຍ (ຫຼັກໝາຍທີ່ປັກສໍາເລັດ 126 ຫຼັກໝາຍ ຍັງບໍ່ທັນສໍາເລັດ 5 ຫຼັກໝາຍ) ແລະ ຫຼັກໝາຍທີ່ຍັງບໍ່ທັນໄດ້ສໍາຫຼວດປັກຫຼັກໝາຍ 129 ກມ, ມີດ່ານເຂົ້າ-ອອກ ດ່ານສາກົນ 4 ແຫ່ງ ແລະ ດ່ານປະເພນີ 13 ແຫ່ງ.
ເພີ່ມເຕີມ