ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມເນັ້ນຫຼາຍບັນຫາໃຫ້ຜູ້ແທນກອງປະຊຸມໃຫຍ່ຊາວໜຸ່ມທົ່ວແຂວງ ຜົ້ງສາລີ ຄັ້ງທີ X ເອົາໃຈໃສ່

ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມເນັ້ນຫຼາຍບັນຫາໃຫ້ຜູ້ແທນກອງປະຊຸມໃຫຍ່ຊາວໜຸ່ມທົ່ວແຂວງ ຜົ້ງສາລີ ຄັ້ງທີ X ເອົາໃຈໃສ່

ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມເນັ້ນຫຼາຍບັນຫາໃຫ້ຜູ້ແທນກອງປະຊຸມໃຫຍ່ຊາວໜຸ່ມທົ່ວແຂວງ ຜົ້ງສາລີ ຄັ້ງທີ X ເອົາໃຈໃສ່
ສະຫາຍ ມອນໄຊ ລາວມົວຊົງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ເນັ້ນໜັກໃຫ້ຜູ້ແທນກອງປະຊຸມໃຫຍ່ຊາວໜຸ່ມທົ່ວແຂວງຜົ້ງສາລີຄັ້ງທີ X ເອົາໃຈໃສ່ຫຼາຍບັນຫາ ຊຶ່ງການໂອ້ລົມໄດ້ຂຶ້ນໃນວັນທີ 26 ມິຖຸນາຜ່ານມາ
ເລຂາຄະນະບລຫານງານສນກາງຊາວໜມເນນຫາຍບນຫາໃຫຜແທນກອງປະຊມໃຫຍຊາວໜມທວແຂວງ ຜງສາລ ຄງທ X ເອາໃຈໃສ - image 1
 

 ທີ່ສະໂມສອນໃຫຍ່ ເມືອງບຸນເໜ,ໂດຍສະຫາຍໄດ້ເນັ້ນໃຫ້ຄະນະບໍລິຫານງານຊາວໜຸ່ມທົ່ວແຂວງຜົ້ງສາລີ ໂດຍໃຫ້ເອົາໃຈໃສ່ເຮັດວຽກງານການເມືອງແນວຄິດຕໍ່ຖັນແຖວຂອງຊາວໜຸ່ມທີ່ຂຶ້ນກັບສິດຄຸ້ມຄອງຂອງຕົນ ຕາມກົດລະບຽບຂອງອົງການຈັດຕັ້ງຊາວໜຸ່ມ ໃນການສືບທອດພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ພ້ອມທັງເອົາໃຈໃສ່ເຊື່ອມຊຶມແນວທາງແຜນນະໂຍບາຍຂອງພັກ, ມະຕິຄໍາສັ່ງຂອງພັກ, ລະບຽບກົດໝາຍຂອງລັດ ຂອງຊາວໜຸ່ມລາວວາງອອກໃນແຕ່ລະໄລຍະ ໃຫ້ເຂົ້າໃຈຢ່າງເລີກເຊີ່ງປະຕິບັດໃຫ້ຖຶກຕ້ອງ ແລະ ເປັນເອກະພາບກັບພັກ - ລັດຖະບານຕໍ່ສະພາບຄວາມເປັນຈິງຂອງປະເທດເຮົາໃນປັດຈຸບັນ ແລະ ໃນຕໍ່ໜ້າ, ຄະນະບໍລິຫານຊາວໜຸ່ມທົ່ວແຂວງຜົ້ງສາລີ ຕ້ອງຮູ້ໝູນໃຊ້ທ່າແຮງບົ່ມຊ້ອນ,ເງື່ອນໄຂຕົວຈິງຂອງແຂວງໃນແຕ່ລະຂັ້ນໃຫ້ໜັກແໜ້ນ,ເຂັ້ມແຂງ,ເຮັດໃຫ້ໜ້າທີ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊາວໜຸ່ມ ແລະ ເອົາໃຈໃສ່ເພີ່ມທະວີຮັດແໜ້ນ ຄວາມສະມັກຄີເອກະພາບພາຍໃນຄະນະບໍລິຫານງານຊາວໜຸ່ມທຸກຂັ້ນ, ປະຕິບັດແບບແຜນວິທີເຮັດວຽກແບບການລວມສູນປະຊາທິປະໄຕ, ຮຽກຮ້ອງໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງຕໍ່ບັນດາສິດໜ້າທີ່ຂອງຄະນະບໍລິຫານງາຊາວໜຸມແຂວງທີ່ໄດ້ກຳນົດໄວ້ໃນລະບຽບ, ກົດໝາຍ, ອົງການຈັດຕັ້ງຊາວໜຸ່ມ ໃນການສືບທອດພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ. ໂອກາດເຂົ້່າຮ່ວມກອງປະຊຸມຄັ້ງນີ້ ສະຫາຍ ມອນໄຊ ລາວມົວຊົງ ໄດ້ມອບລົດຈັກ, ຄອມພີວເຕີ ແລະ ປີ້ນເຕີ ລວມມູນຄ່າທັງໜົດ 181,518,000ກີບ.

(ຂ່າວ: ແກ້ວສະຫວ່າງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຳເລັດກອງປະຊຸມ ອົງການພຸດທະສາສະໜາສັມພັນລາວ 8 ແຂວງພາກເໜືອ

ສຳເລັດກອງປະຊຸມ ອົງການພຸດທະສາສະໜາສັມພັນລາວ 8 ແຂວງພາກເໜືອ

ໃນລະຫວ່າງ ວັນທີ່ 26-27 ມິຖຸນາຜ່ານມາທີ່ສະໂມສອນທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ປະຈຳແຂວງຫຼວງພະບາງ ໄດ້ສຳເລັດກອງປະຊຸມປຶກສາຫາລືວຽກງານ ອົງການພຸດທະສາສະໜາສັມພັນລາວ (ອພສ)8 ແຂວງພາກເໜືອ ໂດຍເປັນປະທານຂອງ ພະອາຈານໃຫຍ່ ອ່ອນແກ້ວ ກິດຕິພັດໂທ (ສິດທິວົງ) ປະທານອົງການພຸດທະສາສະໜາ ສັມພັນລາວ ແຂວງຫຼວງພະບາງ ຜູ້ຊ່ວຍວຽກ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຊີ້ນຳບັນດາແຂວງພາກເໜືອ.
ເອົາໃຈໃສ່ສ້າງນາຍທະຫານ ໃຫ້ກາຍເປັນພະນັກງານສືບທອດປ່ຽນແທນທີ່ມີຄຸນນະພາບ

ເອົາໃຈໃສ່ສ້າງນາຍທະຫານ ໃຫ້ກາຍເປັນພະນັກງານສືບທອດປ່ຽນແທນທີ່ມີຄຸນນະພາບ

ໂດຍ: ຄຳອ້າຍ ທອງວັນ ວິທະຍາຄານເຕັກນິກການທະຫານແມ່ນວິທະຍາຄານໜຶ່ງຂອງກອງທັບປະຊາຊົນລາວ ຊຶ່ງມີພາລະບົດບາດ ແລະ ໜ້າທີ່ເປັນເສນາທິການໃຫ້ຄະນະພັກກົມໃຫຍ່ເຕັກນິກກອງທັບ ໃນການອົບຮົມບຳລຸງກໍ່ສ້າງ, ບຳລຸງນັກວິຊາສະເພາະເຕັກນິກລົດ, ເຕັກນິກຍຸດໂທ ແລະ ບຳລຸງເສນາເຕັກນິກເພື່ອຕອບສະໜອງໃຫ້ກຳລັງຫຼວງ-ກຳລັງທ້ອງຖິ່ນທົ່ວກອງທັບປະຊາຊົນລາວ.
42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

ໂດຍ: ຄຳໄຕ ຈັນນະຄອນ ກ່ອນໜ້ານີ້ 42 ປີ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ຊຶ່ງເປັນກອງພັນທໍາອິດ ຂອງເຫຼົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983 ໂດຍການປະກາດສ້າງຕັ້ງຂອງ ສະຫາຍ ພົນຈັດຕະວາ ຈັນກໍ ພິມມະສອນ ອະດີດຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ການສ້າງຕັ້ງກອງພັນໃຫຍ່ 641 ເປັນການສືບທອດພາລະກິດປະຕິວັດ ແລະ ມູນເຊື້ອການຕໍ່ສູ້ ຂອງກອງພັນນ້ອຍ 601 ວິລະຊົນ, ກອງພັນນ້ອຍ 602 ແລະ ກອງພັນນ້ອຍ 456 ທີ່ໄດ້ມີຜົນງານອັນໃຫຍ່ຫຼວງໃນພາລະກິດປົດປ່ອຍຊາດໃນເມື່ອກ່ອນ, ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.
ພິທີປະກາດການຈັດຕັ້ງຄະນະກຳມະການສົ່ງເສີມແລະຄຸ້ມຄອງການລົງທຶນ

ພິທີປະກາດການຈັດຕັ້ງຄະນະກຳມະການສົ່ງເສີມແລະຄຸ້ມຄອງການລົງທຶນ

ພິທີປະກາດການຈັດຕັ້ງຄະນະກຳມະການສົ່ງເສີມແລະຄຸ້ມຄອງການລົງທຶນໄດ້ຈັດຂຶ້ນໃນວັນທີ27ມິຖຸນາ ຜ່ານມາທີ່ຫ້ອງການສົ່ງເສີມແລະຄຸ້ມຄອງເຂດເສດຖະກິດພິເສດ (ບຶງທາດຫຼວງ) ໂດຍການເປັນກຽດເຂົ້າຮ່ວມແລະເປັນປະທານຂອງທ່ານສະເຫຼີມໄຊກົມມະສິດກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີຜູ້ຊີ້ນຳວຽກງານເສດຖະກິດແລະການພົວພັນຮ່ວມມືກັບຕ່າງປະເທດ, ໂດຍມີທ່ານບົວຄົງນາມມະວົງລັດຖະມົນຕີຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານອາດສະພັງທອງສີພັນດອນເຈົ້າຄອງນະຄອນຫຼວງວຽງຈັນແລະພາກສ່ວນກ່ຽວຂ້ອງພ້ອມດ້ວຍພະນັກງານຈາກກົມສົ່ງເສີມການລົງທຶນແລະຫ້ອງການສົ່ງເສີມແລະຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການແລະການລົງທຶນເຂົ້າຮ່ວມຢ່າງພ້ອມພຽງ.
ເຊກອງ-ສະຫວັນນະເຂດ ແລກປ່ຽນບົດຮຽນວຽກງານຄຸ້ມຄອງທາງຫຼວງແຫ່ງຊາດ

ເຊກອງ-ສະຫວັນນະເຂດ ແລກປ່ຽນບົດຮຽນວຽກງານຄຸ້ມຄອງທາງຫຼວງແຫ່ງຊາດ

ກອງປະຊຸມພົບປະແລກປ່ຽນບົດຮຽນ ໃນການຄຸ້ມຄອງ, ບູລະນະ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ທີ່ນໍາໃຊ້ເຂົ້າໃນການຂົນສົ່ງແຮ່ທາດ ລະຫວ່າງ ຄະນະນໍາແຂວງເຊກອງ ກັບ ຄະນະນໍາແຂວງສະຫວັນນະເຂດ ຈັດຂຶ້ນໃນວັນທີ 27 ມິຖຸນານີ້ ທີ່ເມືອງທ່າແຕງ ແຂວງເຊກອງ ໂດຍການເປັນປະທານຮ່ວມ ຂອງທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ທ່ານ ແສນສັກ ສຸລິສັກ ຮອງເຈົ້າແຂວງສະຫວັນນະເຂດ ໂດຍມີພະແນກການ, ຂະແໜງ ການກ່ຽວຂ້ອງ ທັງສອງແຂວງ ເຂົ້າຮ່ວມ.
ເມືອງລອງ ຝຶກອົມຮົມວຽກງານຄຸ້ມຄອງອິນເຕີເນັດ

ເມືອງລອງ ຝຶກອົມຮົມວຽກງານຄຸ້ມຄອງອິນເຕີເນັດ

ເມື່ອບໍ່ດົນມານີ້, ຢູ່ທີສະໂມສອນຂອງເມືອງລອງ ແຂວງຫຼວງນໍ້າທາໄດ້ຈັດກອງປະຊຸມຝຶກອົມຮົມວຽກງານຄຸ້ມຄອງອິນເຕີເນັດໃຫ້ແກ່ຄະນະກໍາມະການຄຸ້ມຄອງອິເຕີເນັດຂັ້ນເມືອງ ໂດຍເປັນປະທານຂອງທ່ານ ນາງຈັນຄໍາ ທໍາຄໍາເໝົາ ຮັກສາການເຈົ້າເມືອງ,ມີທ່ານ ບຸນຢືນ ພິລິນຫວນ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ.
ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຈັດກິດຈະກຳຍ່າງເພື່ອສຸຂະພາບ ໃນໂອກາດວັນສາກົນຕ້ານຢາເສບຕິດ

ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຈັດກິດຈະກຳຍ່າງເພື່ອສຸຂະພາບ ໃນໂອກາດວັນສາກົນຕ້ານຢາເສບຕິດ

ໃນຕອນເຊົ້າວັນທີ 26 ມີຖຸນາ ຜ່ານມາ, ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987-26 ມິຖຸນາ 2025) ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳສະແຫວງ ວິໄລພົງ ຮັກສາການຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ທ່ານ ຫຼີຈ້າວ ຜູ້ອຳນວຍການສູນພັດທະນາວັດທະນະທຳ ແລະ ການທ່ອງທ່ຽວ ສະພາເຂດເສດຖະກິດພິເສດສາມຫຼ່ຽມຄຳ, ທ່ານ ພັອ ອານຸສີນ ສັກປະເສີດ ຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ມີພະນັກງານ, ຄູ-ອາຈານ, ນັກຮຽນ ຕະຫຼອດຮອດມວນຊົນ ແລະ ພາກສວນກ່ຽວຂ້ອງເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ເຈົ້າແຂວງເຊກອງ ລົງເຄື່ອນໄຫວເຮັດວຽກຢູ່ເມືອງດາກຈຶງ

ເຈົ້າແຂວງເຊກອງ ລົງເຄື່ອນໄຫວເຮັດວຽກຢູ່ເມືອງດາກຈຶງ

ໃນວັນທີ 27 ມິຖຸນານີ້, ທ່ານ ເຫຼັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມຄະນະ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງດາກຈຶງ ໂດຍມີທ່ານ ທະນົງສັກ ລືມີໄຊ ຮອງເຈົ້າເມືອງດາກຈຶງ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ.
ກອງປະຊຸມລະດົມຄວາມຄິດເຫັນຕໍ່ຮ່າງເນື້ອໃນສະຫຼຸບ 40 ປີ (1986-2026)

ກອງປະຊຸມລະດົມຄວາມຄິດເຫັນຕໍ່ຮ່າງເນື້ອໃນສະຫຼຸບ 40 ປີ (1986-2026)

ສະພາທິດສະດີສູນກາງພັກ ຈັດກອງປະຊຸມລະດົມຄວາມເຫັນຕໍ່ຮ່າງເນື້ອໃນສະຫຼຸບ 40 ປີ ແຫ່ງ ການປ່ຽນແປງໃໝ່ ຢູ່ ສປປ ລາວ (1986-2026) ສະບັບທີສອງ ຂຶ້ນໃນວັນທີ 27 ມິຖຸນານີ້ ທີ່ຫ້ອງປະຊຸມໃຫຍ່ຂອງຄະນະໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານ ຂອງສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ກອງປະຊຸມມີບັນດາສະຫາຍລັດຖະມົນຕີ, ຮອງລັດຖະມົນຕີ; ຄະນະປະຈໍາສະພາທິດສະດີສູນກາງພັກ; ສະມາຊິກສະພາທິດສະດີສູນກາງພັກ ແລະ ບັນດາຫົວໜ້າກົມ; ຮອງກົມຂອງກະຊວງອົງການອ້ອມຂ້າງສູນກາງເຂົ້າຮ່ວມຢ່າງພ້ອມພຽງ.
ໄຊຍະບູລີ ຈັດພິທີຈູດທຳລາຍຢາເສບຕິດ

ໄຊຍະບູລີ ຈັດພິທີຈູດທຳລາຍຢາເສບຕິດ

ພິທີທຳລາຍຢາເສບຕິດ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ຢູ່ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 26 ມິຖຸນານີ້ ຢູ່ທີເດີ່ນສະໜາມຫຼວງຂອງແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ປະທານຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ