ເລຂາພັກແຂວງ ຊີ້ນໍາເມືອງດາກຈຶງ ປັບປຸງລະບົບການເມືອງ, ກໍ່ສ້າງພັກ-ພະນັກງານ ໃຫ້ມີຄຸນນະພາບ

ເລຂາພັກແຂວງ ຊີ້ນໍາເມືອງດາກຈຶງ ປັບປຸງລະບົບການເມືອງ, ກໍ່ສ້າງພັກ-ພະນັກງານ ໃຫ້ມີຄຸນນະພາບ

ເລຂາພັກແຂວງ ຊີ້ນໍາເມືອງດາກຈຶງ ປັບປຸງລະບົບການເມືອງ, ກໍ່ສ້າງພັກ-ພະນັກງານ ໃຫ້ມີຄຸນນະພາບ
ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ໄດ້ເນັ້ນໃຫ້ການນໍາເມືອງດາກຈຶງ, ໃນໂອກາດທີ່ສະຫາຍເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງດາກຈຶງ ຄັ້ງທີ XVI

ໃນວັນທີ 11 ກຸມພາຜ່ານມາວ່າ: ການນໍາເມືອງດາກຈຶງ ຕ້ອງສືບຕໍ່ປັບປຸງລະບົບການເມືອງ, ກໍ່ສ້າງພັກ-ພະນັກງານໃຫ້ໄດ້ທາງດ້ານປະລິມານ, ຄຸນນະພາບ ແລະ ປະຕິບັດຖືກຕ້ອງຕາມຫຼັກການກໍ່ສ້າງພັກ, ປະຕິບັດຫຼັກການລວມສູນປະຊາຕິປະໄຕ, ຫຼັກການຕຳນິຊົມຕົນເອງ ແລະ ຕິຊົມກັນ ດ້ວຍຄວາມຈິງໃຈ; ປັບປຸງກົງຈັກການຈັດຕັ້ງ ຂອງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ບັນດາອົງການຈັດຕັ້ງມະຫາຊົນໃຫ້ໜັກແໜ້ນເຂັ້ມແຂງ; ເພີ່ມທະວີວຽກງານກວດກາພັກ-ກວດກາລັດໃຫ້ເປັນລະບົບ, ເດັດດ່ຽວກຳຈັດປັດເປົ່າປະກົດການຫຍໍ້ທໍ້ ແລະ ພະຍາດຕ່າງໆ ທີ່ກໍໃຫ້ເກີດຄວາມບໍ່ສາມັກຄີ ໃນຖັນແຖວພະນັກງານ ແລະ ສະມາຊິກພັກໃຫ້ໝົດໄປເທື່ອລະກ້າວ.

ສະຫາຍ ເຫລັກໄຫລ ສີວິໄລ ຍັງເນັ້ນໃຫ້ການນໍາເມືອງດາກຈຶງເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ເຂົ້າສູ່ຊີວິດຕົວຈິງ ໃນທົ່ວລະບົບການເມືອງນັບແຕ່ຂັ້ນເມືອງລົງຮອດຮາກຖານບ້ານ; ປັບປຸງແບບແຜນນໍາພາ-ວິທີເຮັດວຽກ, ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແກ້ໄຂບັນຫາຢາເສບຕິດ ກໍຄືບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມໃຫ້ຫຼຸດລົງຢ່າງຈະແຈ້ງ; ສືບຕໍ່ພັດທະນາເສດຖະກິດ ໂດຍສະເພາະຂະແໜງທີ່ເປັນທ່າແຮງ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ, ສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຕາມມະຕິ 04/ກມສພ ໃຫ້ປະກົດຜົນເປັນຈິງ ແລະ ເປັນຮູບປະທຳຫຼາຍຂຶ້ນ; ເພີ່ມທະວີການຄຸ້ມຄອງ, ຍາດແຍ່ງດຶງດູດການລົງທຶນຂອງຕ່າງປະເທດໃຫ້ແຂງແຮງ, ພັດທະນາພື້ນຖານໂຄງລ່າງ, ກໍ່ສ້າງ-ປັບປຸງ ແລະ ສ້ອມແປງເສັ້ນທາງພາຍໃນເທສະບານເມືອງ, ເສັ້ນທາງເຂົ້າຫາເຂດການຜະລິດ ແລະ ຈຸດສຸມພັດທະນາ, ເສັ້ນທາງແຕ່ເມືອງຫາແຂວງ ໃຫ້ກັບຄືນສູ່ສະພາບເດີມ; ເອົາໃຈໃສ່ຈັດສັນທີ່ດິນ ແລະ ຄຸ້ມຄອງສິ່ງແວດລ້ອມ ໂດຍສະເພາະດິນປຸກສ້າງເຂດຂະຫຍາຍຕົວເມືອງ, ດິນບໍລິການ, ດິນຜະລິດກະສິກຳ ຂອງປະຊາຊົນ, ດິນປ່າໄມ້, ດິນພັດທະນາກະສິກຳ, ພັດທະນາແຮ່ທາດ, ເຂື່ອນໄຟຟ້ານໍ້ຕົກ ແລະ ດິນອື່ນໆ ໃຫ້ເປັນລະບົບ; ສຸມໃສ່ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ດ້ວຍຊຸກຍູ້ຂະບວນການຜະລິດສະບຽງອາຫານ, ການຜະລິດເປັນສີນຄ້າໃຫ້ຫຼາຍຂຶ້ນ ແລະ ເປັນຂະບວນການກວ້າງຂວາງ, ປຸກລະດົມ-ຊຸກຍູ້ບັນດາໂຄງການລົງທຶນຂະໜາດໃຫຍ່ປະກອບ ສ່ວນຊ່ວຍເຫຼືອ; ຫັນລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນລະບົດ ຕາມທິດ 3 ສ້າງໃຫ້ເຂົ້າສູ່ລວງເລິກ ແລະ ຖືເປັນທິດນຳການເຄື່ອນໄຫວວຽກງານປົກກະຕິ ຂອງຂະແໜງການຕົນ; ຂະຫຍາຍຕາໜ່າງດ້ານການສຶກສາ, ຍົກລະດັບການບໍລິການດ້ານສາທາລະນະສຸກ, ພັດທະນາສີມືແຮງງານ, ຍົກລະດັບການຂຽນ ແລະ ການນໍາສະເໜີຂ່າວ ຕິດພັນກັບການພັດທະນາການທ່ອງທ່ຽວ ຕາມທິດສີຂຽວ, ປະຊາຊົນມີສ່ວນຮ່ວມໃຫ້ແຂງແຮງກວ່າເກົ່າ; ເອົາໃຈໃສ່ປົກປັກຮັກສາສິ່ງແວດລ້ອມ, ປູກໄມ້ຟື້ນຟູປ່າ ແລະ ປົກປັກຮັກສາປ່າໄມ້ ພ້ອມທັງ ຮັກສາຄວາມສະອາດ, ສວາຍງາມ, ຄວາມເປັນລະບຽບຮຽບຮ້ອຍພາຍໃນເມືອງ ແລະ ບັນດາບ້ານຕ່າງໆ ໃຫ້ເກີດເປັນຮູບປະທຳແທ້.

(ຂ່າວ-ພາບ: ສັນຍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ