![]() |
ໂອກາດລົງຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຂົງເຂດໂຄສະນາ-ສື່ມວນຊົນຄັ້ງນີ້ ທ່ານເລຂາພັກແຂວງ ໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຈາກທ່ານ ນວນຕາ ແກ້ວນະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງຄໍາມ່ວນ. ຈາກນັ້ນ ທ່ານເລຂາພັກແຂວງ ກໍໄດ້ໂອ້ລົມເນັ້ນໜັກໃຫ້ ພະນັກງານໂຄສະນາ-ສື່ມວນຊົນທຸກສະຫາຍ ຕ້ອງຮັກສາມູນເຊື້ອຄວາມສາມັກຄີປອງດອງ ແລະ ມີຄວາມເປັນເອກະພາບໃນທິດທາງດຽວກັນ ພ້ອມດຽວກັນນັ້ນ ຕ້ອງຍຶດໝັ້ນໃນ ຫຼັກການລວມສູນປະຊາທິປະໄຕ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຊັດເຈນ ລະຫວ່າງ ຫົວໜ້າ, ຮອງຫົວໜ້າ, ຄະນະຂະແໜງ ຕະຫຼອດຮອດ ພະນັກງານ-ວິຊາການ, ປັບປຸງແບບແຜນວິທີເຮັດວຽກ ໂດຍສະເພາະ ບັນດາສື່ມວນຊົນ ຕ້ອງກ້າຄິດ, ກ້າຕັດສິນໃຈ ແລະ ນຳໃຊ້ຫົວຄິດປະດິດສ້າງໃໝ່ໆ ໃຫ້ສອດຄ່ອງກັບສະພາບການໃນຍຸກປັດຈຸບັນ ໂດຍການນຳໃຊ້ເຕັກໂນໂລຊີ ແລະ ປັນຍາປະດິດ (AI) ເຂົ້າໃນວຽກງານວິຊາສະເພາະ ພ້ອມທັງຍົກລະດັບການສ້າງຜົນງານຂ່າວ, ບົດສຳພາດ ແລະ ບົດວິເຄາະເຈາະເລິກ ທີ່ມີຄຸນນະພາບ ເພື່ອດຶງດູດຄວາມສົນໃຈຈາກສັງຄົມ ແລະ ຮັບປະກັນການເປັນ "ກະບອກສຽງ" ທີ່ໜ້າເຊື່ອຖືຂອງພັກ-ລັດ ແລະ ປະຊາຊົນໃຫ້ຫຼາຍຂຶ້ນ ພ້ອມທັງຮຽກຮ້ອງໃຫ້ ພະນັກງານສື່ມວນຊົນທຸກຄົນ ຕ້ອງມີຄວາມຕື່ນຕົວ ແລະ ກຽມພ້ອມສະເໝີໃນການຕໍ່ສູ້ລະຫວ່າງຄວາມຖືກ ແລະ ຄວາມຜິດ, ກ້າສະແດງທັດ ສະນະຄຳຄິດຄຳເຫັນທີ່ຖືກຕ້ອງ, ກ້າເວົ້າຄວາມຈິງ ເພື່ອໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ.
![]() |
ໂອກາດດຽວກັນ ທ່ານເລຂາພັກແຂວງ ຍັງໄດ້ມອບຄອມພິວເຕີໂນດບຸກ ຈໍານວນ 5 ໜ່ວຍ ໃຫ້ແກ່ຄະນະໂຄສະນາຄົວຮົມແຂວງ ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ມີຄວາມສະດວກຂຶ້ນໃນຕໍ່ໜ້າ ພ້ອມທັງໄດ້ຕິດຕາມເບິ່ງຕຶກຫ້ອງການ ແລະ ອຸປະກອນຮັບໃຊ້ໃຫ້ແກ່ການຜະລິດ ແລະ ການຖ່າຍທອດໂຄສະນາວຽກງານສື່ມວນຊົນ. (ຂ່າວ: ກອງຄໍາ)


ຄໍາເຫັນ