ຄະ​ນະຜູ້​ແທນ​ຂັ້ນ​ສູງ ໄດ້ເດີນທາງເຖິງສະໜາມບິນໂນ້ຍບາຍ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ

ເລຂາທິການໃຫຍ່ ພັກ ປປ ລາວ ປະທານປະເທດ ສປປ ລາວ ຢ້ຽມຢາມລັດຖະກິດ ທີ່ ສສ ຫວຽດນາມ

ເລຂາທິການໃຫຍ່ ພັກ ປປ ລາວ  ປະທານປະເທດ ສປປ ລາວ ຢ້ຽມຢາມລັດຖະກິດ ທີ່ ສສ ຫວຽດນາມ
ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະ​ນະຜູ້​ແທນ​ຂັ້ນ​ສູງ ໄດ້ເດີນທາງເຖິງສະໜາມບິນໂນ້ຍບາຍ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນຕອນເຊົ້າຂອງວັນທີ 10 ກັນຍາ ນີ້

 

 ໂດຍມີ ສະຫາຍ ເລືອງ ເກືອງ ກໍາມະການກົມການເມືອງຜູ້ປະຈໍາການຄະນະເລຂາທິການສູນກາງພັກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ, ຄະນະສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ, ບັນດາມວນຊົນຫວຽດນາມ ແລະ ນັກສຶກສາລາວທີ່ຮຽນຢູ່ ສສ ຫວຽດນາມ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.

ການຢ້ຽມຢາມ ສສ ຫວຽດນາມ ຄັ້ງນີ້ ແມ່ນຕອບສະໜອງຕາມຄຳເຊີນຂອງ ສະຫາຍ ໂຕເລິມເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມປະທານປະເທດ ແຫ່ງ ສສ ຫວຽດນາມ ຊຶ່ງ ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຈະດໍາເນີນການຢ້ຽມຢາມລັດຖະກິດ ທີ່ ສສ ຫວຽດນາມ ເປັນເວລາ 3 ວັນ ຄື: ແຕ່ວັນທີ 10-13 ກັນຍາ 2024, ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍຄື ປະຊາຊົນ ສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດເດີນທາງຢ້ຽມຢາມລັດຖະກິດ ທີ່ ສສຫວຽດນາມ ໃນຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ປະທານປະເທດ ແຫ່ງ ສປປ ລາວ ຈະພົບປະປຶກສາຫາລືກັບບັນດາການນໍາຂັ້ນສູງຂອງ ສສ ຫວຽດນາມ ເປັນຕົ້ນແມ່ນ ສະຫາຍ ໂຕເລິມເລຂາທິການໃຫຍ່ ປະທານປະເທດ; ສະຫາຍ ຟ້າມມິງ ຈິງນາຍົກລັດຖະມົນຕີ; ສະຫາຍ ເຈິ່ນ ແທັງ ເມີ້ນປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ; ຈະເຂົ້າຮ່ວມວາງພວງມາລາ ທີ່ ອະນຸສາວະລີນັກຮົບນິລະນາມ,ຢ້ຽມຊົມ ສຸສານ ປະທານ ໂຮ່ຈິມິນ; ຈະພົບປະກັບອະດີດການນໍາຫວຽດນາມ,ປະທານສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ຄະນະນໍາສະມາຄົມມິດຕະພາບ ຫວຽດນາມ-ລາວ ແລະ ພົບປະໂອ້ລົມກັບ ຕາງໜ້າອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ, ອະດີດນັກສຶກສາຫວຽດນາມ ຢູ່ລາວ ແລະ ນັກສຶກສາລາວຮຽນຢູ່ຫວຽດນາມ. ພ້ອມດຽວກັນນັ້ນ, ຄະນະກໍຈະໄປເຄື່ອນໄຫວຢ້ຽມຢາມນະຄອນຮາຍຟ໋ອງ (ຢ້ຽມຢາມໂຮງງານຜະລິດລົດ Vinfast ແລະ ທ່າເຮືອນໍ້າເລິກ ຮາຍຟ໋ອງ) ແລະ ຢ້ຽມຢາມນະຄອນໂຮ່ຈິມິນ (ຢ້ຽມຢາມທ່າເຮືອຫໍມັງກອນ ແລະ ບໍລິສັດຫຸ້ນສ່ວນປຸງແຕ່ງຊີ້ນ ແລະ ຜະລິດຕະພັນຊີ້ນໝູ).

(ຂ່າວ-ພາບ: ກົມການຂ່າວ ກຕທ)

ຄໍາເຫັນ

ຂ່າວເດັ່ນ

ສະຫາຍສອນໄຊສີພັນດອນພົບປະກັບສະຫາຍ ຟ້າມ ມິງ ຈິງ

ສະຫາຍສອນໄຊສີພັນດອນພົບປະກັບສະຫາຍ ຟ້າມ ມິງ ຈິງ

ເນື່ອງໃນໂອກາດ, ສະຫາຍ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ນຳພາຄະນະຜູ້ແທນຂັ້ນສູງຂອງລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການພັດທະນາສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G)ຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນລະຫວ່າງວັນທີ 15 – 17 ເມສາ 2025,
ການນໍາຂັ້ນສູງພັກ-ລັດຮ່ວມ​ພິ​ທີໃສ່​ບາດອຸທິດບຸນກຸສົນໃຫ້ ສະຫາຍພົນເອກ ຄໍາໄຕ ສີພັນດອນ

ການນໍາຂັ້ນສູງພັກ-ລັດຮ່ວມ​ພິ​ທີໃສ່​ບາດອຸທິດບຸນກຸສົນໃຫ້ ສະຫາຍພົນເອກ ຄໍາໄຕ ສີພັນດອນ

ໃນ​ຕອນ​ເຊົ້າ​ຂອງວັນ​ທີ 10ເມ​ສານີ້ ທີ່​ເຮືອນ​ພັກ​ຂອງ​ ສະ​ຫາຍຄໍ​າໄຕສີ​ພັນ​ດອນ ທີ່ບ້ານສະພານທອງເໜືອເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ; ການນໍາຂັ້ນສູງພັກ-ລັດ, ນໍາໂດຍສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ,
ຄໍາສະດຸດີ  ເຖິງສະຫາຍ ພົນເອກ ຄໍາໄຕ ສີພັນດອນ   ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ  ປະທານປະເທດ ແຫ່ງ ສປປ ລາວ

ຄໍາສະດຸດີ ເຖິງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ

ປະທານຄະນະຮັບຜິດຊອບຊາປະນະກິດສົບລະດັບຊາດ ທີ່ຈັດຂຶ້ນຢູ່ເດີນພະທາດຫຼວງນະຄອນຫຼວງວຽງຈັນ ວັນ​ທີ 7 ເມສາ 2025.
ພິທີຊາປະນະກິດສົບລະດັບຊາດຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຈັດຂຶ້ນຢ່າງສົມກຽດ

ພິທີຊາປະນະກິດສົບລະດັບຊາດຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຈັດຂຶ້ນຢ່າງສົມກຽດ

ພິທີຊາປະນະກິດສົບລະດັບຊາດຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນຢ່າງສົມກຽດໃນວັນທີ 7 ເມສານີ້ ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ
ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ

ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 7 ເມສານີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຟ້າມ ມິງ ຈິງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາວາງພວງມາລາໄວ້ອາໄລສະແດງຄວາມເສົ້າສະຫຼົດໃຈ ແລະ ຮ່ວມພິທີຊາປະນະກິດສົບລະດັບຊາດ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ, ນັກປະຕິວັດອາວຸໂສ ຂອງ ພັກປະຊາຊົນ ປະຕິວັດລາວ ທີ່ໄດ້ມໍລະນະກໍາໃນວັນທີ 2 ເມສາ 2025.
ນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະ ທີ່ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະ ທີ່ ນະຄອນຫຼວງວຽງຈັນ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນວັນທີ 7 ເມສານີ້ ທີ່ ຫໍປະຊຸມແຫ່ງຊາດ, ໃນໂອກາດທີ່ ສະຫາຍ ຟ້າມ ມິງ ຈິງ ພ້ອມຄະນະ ເດີນທາງມາເຂົ້າຮ່ວມງານຊາປະນະກິດສົບລະດັບຊາດ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025.
ສະຫາຍ ທອງລຸນ ສີສຸລິດ ພົບປະກັບ ສະຫາຍ ໂຕ ເລີມ

ສະຫາຍ ທອງລຸນ ສີສຸລິດ ພົບປະກັບ ສະຫາຍ ໂຕ ເລີມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕ ເລີມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ
ລະບຽບ​ການ​ໄວ້​ທຸກ​ລະດັບ​ຊາດ

ລະບຽບ​ການ​ໄວ້​ທຸກ​ລະດັບ​ຊາດ

ເພື່ອ​ສະແດງ​ຄວາມ​ຮູ້​ບຸນຄຸນ​ອັນ​ເລິກເຊິ່ງ ແລະ ຄວາມ​ອາໄລ​ຮັກ​ອັນ​ສຸດ​ຊຶ້ງ ເຖິງ​ສະຫາຍ ພົນ​ເອກ ຄໍາ​ໄຕ ສີ​ພັນ​ດອນ ອະດີດ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ອະດີດ​ປະທານ​ປະເທດ ແຫ່ງ ສປປ ລາວ
ແຈ້ງ​ຂ່າວ​ພິເສດ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ

ແຈ້ງ​ຂ່າວ​ພິເສດ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ

ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ສະພາ​ແຫ່ງ​ຊາດ, ລັດຖະບານ ແຫ່ງ ສປປ ລາວ, ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ແລະ ຄອບຄົວ ສີ​ພັນ​ດອນ ຂໍ​ແຈ້ງ​ຂ່າວ​ເສົ້າ​ສະຫຼົດ​ໃຈ​ອັນ​ສຸດ​ຊຶ້ງ ມາ​ຍັງ​ພີ່ນ້ອງ​ຮ່ວມ​ຊາດ,
ປະຫວັດຫຍໍ້  ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ປະຫວັດຫຍໍ້ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈໍາປາສັກ ໃນປັດຈຸບັນ); ເປັນບຸດ ຂອງພໍ່ນີ ນີລະໄຊ ແລະ ແມ່ ສາຍບົວ ນີລະໄຊ ໃນຄອບຄົວຊົນຊັ້ນຊາວນາກາງ, ມີອ້າຍເອື້ອຍນ້ອງຮ່ວມກັນ 6 ຄົນ.
ເພີ່ມເຕີມ