ຄະນະສະເພາະກິດ ເພື່ອລົງເລິກຄົ້ນຄວ້າບັນຫາ ລາຄາສິນຄ້າ

ແລກປ່ຽນກັບອະດີດການນໍາຂັ້ນສູງ ກ່ຽວກັບການແກ້ໄຂບັນຫາລາຄາສິນຄ້າ ແລະ ອັດຕາເງິນເຟີ້

ແລກປ່ຽນກັບອະດີດການນໍາຂັ້ນສູງ ກ່ຽວກັບການແກ້ໄຂບັນຫາລາຄາສິນຄ້າ ແລະ ອັດຕາເງິນເຟີ້
ຄະນະສະເພາະກິດ ເພື່ອລົງເລິກຄົ້ນຄວ້າບັນຫາ ລາຄາສິນຄ້າ ແລະ ອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນ (ຄະນະສະເພາະກິດ 83/ນຍ) ໄດ້ຈັດກອງປະຊຸມ ປຶກສາຫາລື ແລກປ່ຽນຄວາມຄິດເຫັນ ຮ່ວມກັບອະດີດການນໍາຂັ້ນສູງ

 

 ແລະ ຜູ້ຊົງຄຸນວຸດທິກ່ຽວກັບການແກ້ໄຂບັນຫາ ລາຄາສິນຄ້າ ແລະ ອັດຕາເງິນເຟີ້ ທີ່ເພີ່ມສູງຂຶ້ນ ຢູ່ສະຖາບັນວິທະຍາສດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໃນວັນທີ 19 ສິງຫາ ນີ້, ໂດຍການເປັນປະທານຂອງ ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກປະທານ ສວສສຊ.

ທ່ານ ກອງແກ້ວ ໄຊສົງຄາມ ກ່າວວ່າ: ກອງປະຊຸມຄັ້ງນີ້, ຖືວ່າເປັນກອງປະຊຸມ ທີ່ມີຄວາມສຳຄັນຢ່າງຍິ່ງ ເພື່ອຈະໄດ້ຮັບຟັງຄຳຄິດຄຳເຫັນ ແລະ ຄຳແນະນໍາຕ່າງໆຈາກບັນດາທ່ານທີ່ມີບົດຮຽນ ແລະ ປະສົບປະການສູງ ເພື່ອເຮັດໃຫ້ການຄົ້ນຄວ້າລົງເລິກຂອງຄະນະສະເພາະກິດດຳເນີນໄປຢ່າງຖືກທິດ, ມີລັກສະນະຄົບຊຸດ ແລະ ມີປະສິດທິພາບສູງ ເພື່ອບັນລຸເປົ້າໝາຍ ເຮັດໃຫ້ການຄົ້ນຄວ້າລົງເລິກລົງເລິກສາມາດຊອກເຫັນໄດ້ຈຸດສຸມທີ່ຈະຕ້ອງແກ້ໄຂ ແລະ ນຳສະເໜີບັນດາວິທີການ ແລະ ມາດຕະການທີ່ເໝາະສົມໃນຂັ້ນຕໍ່ໄປ.

ໃນກອງປະຊຸມ, ທ່ານ ກອງແກ້ວ ໄຊສົງຄາມ ໄດ້ລາຍງານຜົນໄດ້ຮັບຈາກກອງປະຊຸມປຶກສາຫາລືຮ່ວມກັບພາກທຸລະກິດໃນວັນທີ 2 ສິງຫາ ຜ່ານມາ ທີ່ໄດ້ລົງເລິກ 2 ບັນຫາໃຫຍ່ຄື: “ການຫຼຸດຜ່ອນຕົ້ນທຶນການຜະລິດສິນຄ້າ ແລະ ບໍລິການ” ແລະ “ການປະຢັດເງິນຕາຕ່າງປະເທດ ເພື່ອຫຼຸດຜ່ອນແຮງກົດດັນຕໍ່ຄ່າເງິນກີບ” ແນໃສ່ເພື່ອການແກ້ໄຂສະພາບເຄັ່ງຮ້ອນສະເພາະໜ້າ. ພ້ອມທັງໃຫ້ຮູ້ກ່ຽວກັບສະພາບ, ສາເຫດ ແລະ ແນວທາງແກ້ໄຂທີ່ພາກທຸລະກິດຍົກຂຶ້ນ ເປັນຕົ້ນ: ບັນດາປັດໄຈການຜະລິດ, ປູກຝັງ ແລະ ລ້ຽງສັດ; ສະພາບການຂາດແຄນແຮງງານ; ຂອດພໍ່ຄ້າຄົນກາງໃນການຈໍາໜ່າຍ ແລະ ກະຈາຍສິນຄ້າໃນຕະຫຼາດ ທີ່ເປັນອີກປັດໄຈສໍາຄັນຕໍ່ກັບການກຳນົດ ແລະ ການເພີ່ມຂຶ້ນຂອງລາຄາສິນຄ້າ; ລາຄານໍ້າມັນທີ່ແພງຂຶ້ນ; ບັນດາຂະແໜງການທີ່ມີຄວາມຕ້ອງການນຳໃຊ້ເງິນຕາຕ່າງປະເທດຫຼາຍກວ່າໝູ່ ແລະ ໄດ້ຮັບບຸລິມະສິດໃນການເຂົ້າເຖິງເງິນຕາ ເພື່ອຊໍາລະການນຳເຂົ້າສິນຄ້າ; ການຊື້-ຂາຍເງິນຕາຜ່ານລະບົບອອນລາຍຂອງທະນາຄານ, ນອກນີ້ກໍໄດ້ໃຫ້ຮູ້ເຖິງແນວທາງແກ້ໄຂທີ່ພາກທຸລະກິດຍົກຂຶ້ນ.

ທ່ານ ກອງແກ້ວ ໄຊສົງຄາມ ກ່າວຕື່ມວ່າ: ຈາກຜົນໄດ້ຮັບຂອງກອງປະຊຸມຮ່ວມກັບພາກທຸລະກິດເຫັນວ່າ ໄດ້ຮັບຂໍ້ມູນຂ່າວສານ ແລະ ການສະເໜີແນວທາງແກ້ໄຂທີ່ເປັນປະໂຫຍດຫຼາຍດ້ານ, ຕາມທັດສະນະວິຊາການພວກເຮົາເຫັນວ່າ ຫຼາຍມາດຕະການທີ່ພາກທຸລະກິດຍົກຂຶ້ນ ແມ່ນມີຄວາມສຳຄັນ ແລະ ຕ້ອງນໍາເອົາໄປສືບຕໍ່ຄົ້ນຄວ້າລົງເລິກ ເພື່ອໃຫ້ເຫັນແນວທາງໃນການຈັດຕັ້ງປະຕິບັດເປັນຕົ້ນແມ່ນ ຄວນລົງເລິກຄົ້ນຄວ້າກ່ຽວກັບຕ່ອງໂສ້ການຜະລິດ ແລະ ໂຄງປະກອບລາຄາສິນຄ້າທີ່ຈຳເປັນ ແລະ ກະທົບຕໍ່ຊິວີິດການເປັນຢູ່ຂອງປະຊາຊົນ (ເຂົ້າສານໜຽວປະເພດ 2, ຊີ້ນໝູ, ໄຂ່, ປາ, ຜັກ), ໂດຍສະເພາະແມ່ນຂອດ ພໍ່ຄ້າຄົນກາງ ທີ່ເຫັນວ່າມີຜົນເຮັດໃຫ້ລາຄາສິນຄ້າຂັ້ນສຸດທ້າຍ ຫຼື ລາຄາຜູ້ບໍລິໂພກສູງຫຼາຍ; ຄວນລົງເລິກຄົ້ນຄວ້າແນວທາງການຊຸກຍູ້ສົ່ງເສີມການຜະລິດພາຍໃນຢ່າງມີເປົ້າໝາຍ ແລະ ເປັນລະບົບຕ່ອງໂສ້ ເພື່ອຮັບປະກັນໃຫ້ສາມາດແກ້ຖືກຈຸດ. ເນື່ອງຈາກນະໂຍບາຍສົ່ງເສີມການຜະລິດພາຍໃນ ຜ່ານມາ ຍັງເປັນລັກສະນະລວມໆ ແລະ ກົນໄກການຈັດຕັ້ງປະຕິບັດ ຍັງເປັນລັກສະນະ ພໍໃຜ ພໍລາວ; ຄວນລົງເລິກຄົ້ນຄວ້າ ກ່ຽວກັບການອຸດໜູນລາຄາ ນໍ້າປະປາ, ໄຟຟ້າ, ນໍ້າມັນເຊື້ອໄຟ, ຖ້າປັບໃຫ້ສອດຄ່ອງຕາມຄວາມເປັນຈິງຈະກະທົບແນວໃດ? ຈະມີກົນໄກອຸດໜູນຜູ້ມີລາຍຮັບຕໍ່າ ຫຼື ກຸ່ມເປົ້າໝາຍແນວ ໃດ?.

ທ່ານ ກອງແກ້ວ ໄຊສົງຄາມ ຍັງກ່າວອີກວ່າ: ເຖິງຢ່າງໃດກໍຕາມ, ການສະຫຼຸບສັງລວມຂອງຄະນະວິຊາການພວກເຮົາໃນຄັ້ງນີ້, ອາດຈະຍັງບໍ່ມັນຄົບຖ້ວນສົມບູນ. ສະນັ້ນ, ນອກຈາກ 3 ປະເດັນຂ້າງເທິງ ທີ່ຄະນະວິຊາການພວກເຮົາສະເໜີມາ, ບັນດາທ່ານອະດີດການນໍາຂັ້ນສູງ ແລະ ຜູ້ຊົງຄຸນວຸດທິ ເຫັນວ່າ ພວກເຮົາຄວນຈະເບິ່ງບັນຫາຫຍັງຕື່ມ? ຫຼື ຄວນເອົາໃຈໃສ່ບັນຫາຫຍັງຕື່ມ ໂດຍສະເພາະຕິດພັນກັບ 2 ເນື້ອໃນສຳຄັນຄື: “ການຫຼຸດຜ່ອນຕົ້ນທຶນການຜະລິດສິນຄ້າ ແລະ ບໍລິການ” ແລະ “ການປະຢັດເງິນຕາຕ່າງປະເທດ ເພື່ອຫຼຸດຜ່ອນແຮງກົດດັນຕໍ່ຄ່າເງິນກີບ” ແນໃສ່ເພື່ອການແກ້ໄຂສະພາບເຄັ່ງຮ້ອນສະເພາະໜ້າ. (ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່ານ ບົວຄົງ ນາມມະວົງ ພົບປະ ພະນັກງານລັດຖະກອນຫ້ອງວ່າການແຂວງສາລະວັນ

ທ່ານ ບົວຄົງ ນາມມະວົງ ພົບປະ ພະນັກງານລັດຖະກອນຫ້ອງວ່າການແຂວງສາລະວັນ

ໃນວັນທີ 17 ພະຈິກນີ້ ທີ່ຫ້ອງປະຊຸມສະໂມສອນແຂວງສາລະວັນ, ທ່ານ ບົວຄົງນາມມະວົງ ກຳມະການສູນກາງພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ພົບປະໂອລົມພະນັກງານການນຳ, ພະນັກງານລັດຖະກອນຫ້ອງວ່າການແຂວງ. ໂດຍມີ ທ່ານ ຈັນເພັງ ສາຍທຳມະວົງ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງສາລະວັນ ພ້ອມດ້ວຍຄະນະ ແລະ ພະນັກງານລັດຖະກອນພາຍໃນຫ້ອງວ່າການແຂວງເຂົ້າຮ່ວມ.
ການເຄື່ອນໄຫວວຽກງານຊາຍແດນຂອງ ທ່ານຮອງ ລມຕ ກະຊວງການຕ່າງປະເທດ ຢູ່2ແຂວງ

ການເຄື່ອນໄຫວວຽກງານຊາຍແດນຂອງ ທ່ານຮອງ ລມຕ ກະຊວງການຕ່າງປະເທດ ຢູ່2ແຂວງ

ໃນລະຫວ່າງວັນທີ12-17 ພະຈິກ 2025, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ພ້ອມດ້ວຍຄະນະ,ເຊິ່ງປະກອບດ້ວຍຕາງຫນ້າຈາກພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ໄດ້ລົງເຄື່ອນໄຫວວຽກງານຊາຍ​ແດນຢູ່ແຂວງອັດຕະປື ແລະ ແຂວງຈໍາປາສັກ.
5 ປີ ເມືອງທ່າແຕງ ຈະສູ້ຊົນຜະລິດເຂົ້າໃຫ້ໄດ້ 108,000 ກວ່າໂຕນ

5 ປີ ເມືອງທ່າແຕງ ຈະສູ້ຊົນຜະລິດເຂົ້າໃຫ້ໄດ້ 108,000 ກວ່າໂຕນ

ຕາມສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI (2020-2024) ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງທ່າແຕງ 5 ປີ ຄັ້ງທີ VII (2025-2029) ໃຫ້ຮູ້ວ່າ: ໃນໄລຍະ 5 ປີ 2025-2029 ເມືອງທ່າແຕງ ແຂວງເຊກອງ ຈະສູ້ຊົນຜະລິດເຂົ້າໃຫ້ໄດ້ 108,482 ໂຕນ (ສະເລ່ຍປະມານ 21,696 ໂຕນ/ປີ) ໃນເນື້ອທີ່ 4,220 ເຮັກຕາ. ໃນນີ້, ເຂົ້ານາປີ 103,617 ໂຕນ ໃນເນື້ອທີ່ 4,000 ເຮັກຕາ; ເຂົ້ານາແຊງ 4,325 ໂຕນ ໃນເນື້ອທີ່ 170 ເຮັກຕາ ແລະ ເຂົ້າໄຮ່ 540 ໂຕນ ໃນເນື້ອທີ່ 50 ເຮັກຕາ. ພ້ອມນີ້, ກໍສຸມໃສ່ຜະລິດພືດສະບຽງອາຫານສໍາຮອງໃຫ້ໄດ້ 179,062 ໂຕນ ໃນເນື້ອທີ່ 4,209 ເຮັກຕາ.
ກອງປະຊຸມຄົ້ນຄວ້າກວດກາການສະເໜີຂໍອະໄພຍະໂທດຂອງນັກໂທດທີ່ມີອາຍຸ 70 ປີ ຂຶ້ນໄປ

ກອງປະຊຸມຄົ້ນຄວ້າກວດກາການສະເໜີຂໍອະໄພຍະໂທດຂອງນັກໂທດທີ່ມີອາຍຸ 70 ປີ ຂຶ້ນໄປ

ໃນວັນທີ 13 ພະຈິກ 2025 ທີ່ຜ່ານມາ ກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ ໄດ້ຈັດກອງປະຊຸມຄົ້ນຄວ້າ, ກວດກາການສະເໜີຂໍອະໄພຍະໂທດຂອງນັກໂທດທີ່ມີອາຍຸ 70 ປີ ຂຶ້ນໄປ ເພີ່ມເຕີມ ໂດຍການເປັນປະທານຂອງ ທ່ານ ບົວລີ ເພັດມີໄຊ ຄະນະບໍລິຫານງານພັກຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ, ຮອງຫົວໜ້າກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ ມີຜູ້ເຂົ້າຮ່ວມຈາກຫ້ອງວ່າການສໍານັກງານປະທານປະເທດ, ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງຍຸຕິທໍາ, ສານປະຊາຊົນສູງສຸດ ແລະ ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມ.
ເມືອງເງິນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2025

ເມືອງເງິນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2025

ວັນທີ 14 ພະຈິກຜ່ານມານີ້, ຢູ່ທີ່ຜາມໄຊອ່າງເກັບນໍ້າຫ້ວຍນານ້ອຍ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ໄດ້ປິດການແຂ່ງຂັນຊ່ວງເຮືອປະຈຳປີ 2025 ຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ເປັນກຽດເຂົ້າຮ່ວມຂອງ ທ່ານອາເມຊົງ ເຢ້ຍເລັງກໍາມະການປະຈໍາພັກແຂວງ ຫົວໜ້ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ຜູ້ຊີ້ນໍາອົງການປົກຄອງເມືອງເງິນ, ມີບັນດາການນຳຂັ້ນແຂວງ, ອົງການປົກຄອງເມືອງ, ເມືອງອ້ອມຂ້າງ, ອຳເພີສະເຫຼີມພະກຽດ, ອໍາເພີທຸງຊ້າງ,ອໍາເພີບໍ່ເກືອຈາກລາຊາອານາຈັກໄທ ຕະຫຼອດຮອດມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ໄຟຟ້າຫົງສາ ສະໜັບສະໜູນງານປະເພນີແຂ່ງເຮືອ ເມືອງເງິນ ປະຈໍາປີ 2025

ໄຟຟ້າຫົງສາ ສະໜັບສະໜູນງານປະເພນີແຂ່ງເຮືອ ເມືອງເງິນ ປະຈໍາປີ 2025

ບໍລິສັດໄຟຟ້າຫົງສາ ຈໍາກັດ ຮ່ວມເປັນສ່ວນໜຶ່ງໃນການສືບສານ ງານປະເພນີບຸນຊ່ວງເຮືອ ເມືອງເງິນ ແຂວງໄຊຍະບູລີ ເຊິ່ງເປັນວັດທະນະທໍາເກົ່າແກ່ ທີ່ສະທ້ອນເຖິງຄວາມຊັດທາ, ຄວາມສາມັກຄີ ແລະ ຄວາມຜູກພັນຂອງຊຸມຊົນ.
3 ອົງການຈັດຕັ້ງມະຫາຊົນ, ກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອຕ້ານໄພນໍ້າຖ້ວມໃຫ້ແກ່ແຂວງ ໄຊສົມບູນ.

3 ອົງການຈັດຕັ້ງມະຫາຊົນ, ກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອຕ້ານໄພນໍ້າຖ້ວມໃຫ້ແກ່ແຂວງ ໄຊສົມບູນ.

ໃນວັນທີ 12-13 ພະຈິກ 2025, ທ່ານ ນ. ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ແລະ 3 ອົງການຈັດຕັ້ງມະຫາຊົນ ໄປເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ແຂວງໄຊສົມບູນ. ໃນພິທີມອບ-ຮັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 12 ພະຈິກ 2025 ທີ່ ຫ້ອງວ່າການປົກຄອງແຂວງ ໄຊສົມບູນ, ເຊິ່ງຕາງໜ້າກ່າວມອບໂດຍ ທ່ານ ນ. ຟອງສະໝຸດ ອັ່ນລາວັນ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ແລະ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນຈາກກະຊວງການຕ່າງປະເທດ ແລະ ແຂວງໄຊສົມບູນ ເຂົ້າຮ່ວມ ເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນການປະກອບສ່ວນຂອງພະນັກງານກະຊວງການຕ່າງປະເທດທີ່ຢູ່ພາຍໃນ ແລະ ຕ່າງປະເທດ ແລະ ການລະດົມຂົນຂວາຍຈາກພີ່ນ້ອງຄົນເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດ. ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ປະກອບມີ ເງິນສົດຈຳນວນ 300 ລ້ານກີບ, ເຂົ້າສານ 900 ກວ່າກິໂລ, ເຄື່ອງນຸ່ງຮົ່ມ 20 ແກັດ ພ້ອມດ້ວຍເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງ ເພື່ອນໍາໄປຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ຟື້ນຟູເຂດທີ່ໄດ້ຮັບຜົນເສຍຫາຍ ຢູ່ແຂວງໄຊສົມບູນໃນທ້າຍປີ 2024 ແລະ ເດືອນກັນຍາ 2025 ຜ່ານມາ.
ເມືອງຫຼວງນໍ້າທາ ສະຫຼອງວັນຜູ້ອາຍຸສູງສາກົນ, ວັນຄົນພິການແຫ່ງຊາດ ແລະ ວັນສາກົນລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ເມືອງຫຼວງນໍ້າທາ ສະຫຼອງວັນຜູ້ອາຍຸສູງສາກົນ, ວັນຄົນພິການແຫ່ງຊາດ ແລະ ວັນສາກົນລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ໃນວັນທີ 14 ພະຈິກນີ້ ຢູ່ທີ່ເດີນໜ້າຫ້ອງວ່າການເມືອງຫຼວງນໍ້າທາ, ຫ້ອງການແຮງງານ ແລະ ສະຫວັດດີການສົງຄົມເມືອງ ສົມທົບກັບ ອົງການຈັດຕັ້ງສະຫະພັນແມ່ຍິງເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຜູ້ອາຍຸສູງສາກົນ, ວັນຄົນພິການແຫ່ງຊາດ ແລະ ວັນສາກົນລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຄົງ ພິມມະສອນ ເລຂາພັກເມືອງ ສະມາຊິກສະພາປະຊາຊົນແຂວງ, ມີພາກສ່ວນກ່ຽວຂ້ອງ ອ້ອມຂ້າງເມືອງເຂົ້າຮ່ວມ.
ພິທີເຊັນສັນຍາ ໂຄງການປັບເດີ່ນ ແລະ ກໍ່ສ້າງກຳແພງ ຫ້ອງການສະພາປະຊາຊົນແຂວງວຽງຈັນ ຫຼັງໃໝ່.

ພິທີເຊັນສັນຍາ ໂຄງການປັບເດີ່ນ ແລະ ກໍ່ສ້າງກຳແພງ ຫ້ອງການສະພາປະຊາຊົນແຂວງວຽງຈັນ ຫຼັງໃໝ່.

ວັນທີ 15 ພະຈິກ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງວຽງຈັນ ໄດ້ຈັດພິທີເຊັນສັນຍາ ໂຄງການປັບເດີ່ນ ແລະ ກໍ່ສ້າງກຳແພງ ຫ້ອງການສະພາປະຊາຊົນແຂວງວຽງຈັນ ຫຼັງໃໝ່ ລະຫວ່າງ ທ່ານ ຄຳຫຼ້າ ສີສຸວົງ ເລຂາທິການ ສະພາປະຊາຊົນແຂວງ ຕາງໜ້າໃຫ້ ສະພາປະຊາຊົນແຂວງວຽງຈັນ ແລະ ທ່ານ ນົບພະຈອນ ບຸນວິໄລ ປະທານບໍລິສັດ ວິໄລໂຊກ ພັດທະນາຄົບວົງຈອນ ຈຳກັດຜູ້ດຽວ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ, ມີພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ເພີ່ມເຕີມ