ເລັ່ງການຫັນປ່ຽນລະບົບສະບຽງອາຫານໃນອາຊີປາຊີຟິກ

ເລັ່ງການຫັນປ່ຽນລະບົບສະບຽງອາຫານໃນອາຊີປາຊີຟິກ
ຂ່າວສານຫວຽດນາມລາຍງານວ່າ: ກອງປະຊຸມລະດັບລັດຖະມົນຕີພາກພື້ນອາຊີ-ປາຊີຟິກ (APRC) ຄັ້ງທີ 37 ຂອງອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ຈັດຂຶ້ນຢູ່ນະຄອນໂຄລົມໂບປະເທດສີລັງກາ ໃນລະຫວ່າງວັນທີ 19 – 22 ກຸມພານີ້, ໂດຍມີວາລະສຸມໃສ່ການຮັບປະກັນສະບຽງອາຫານ ແລະ ການຫັນປ່ຽນລະບົບສະບຽງອາຫານ.
ຂ່າວລາຍງານວ່າ: ກອງປະຊຸມ APRC-37 ຄາດວ່າຈະຊຸກຍູ້ການຮ່ວມມືໃນພາກພື້ນ ໂດຍຜ່ານການປຶກສາຫາລືກ່ຽວກັບສິ່ງທ້າທາຍ ແລະ ບຸລິມະສິດໃນຂະແໜງກະສິກຳ ແລະ ສະບຽງອາຫານ ເຊັ່ນ: ການແກ້ໄຂການຮັບປະກັນອາຫານ ແລະ ໂພຊະນາການໃນອະນາຄົດ, ບົດຮຽນຈາກວິກິດການທີ່ເຮັດໃຫ້ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ, ການລົງທຶນເພື່ອຫຼຸດຜ່ອນຄວາມທຸກຍາກ, ແຜນການໃນການຫັນເປັນກະສິກໍາທັນສະໄໝ, ປະສົບການໃນການປະຢັດນ້ໍາ ແລະ ສະບຽງອາຫານເພື່ອຫຼີກເວັ້ນການສູນເສຍ ແລະ ເສດເຫຼືອ.
ທ່ານ ມາຮິນດາ ອາມາຣາວີຣາ ລັດຖະມົນຕີກະຊວງກະສິກຳ ສີລັງກາ ໃຫ້ຄຳເຫັນວ່າ: ກອງປະຊຸມຈະສ້າງພື້ນຖານສຳຄັນໃຫ້ແກ່ການຮ່ວມມືໃນພາກພື້ນ, ນຳມາຊຶ່ງຜົນປະໂຫຍດຕົວຈິງໃຫ້ແກ່ຂະແໜງກະສິກຳ ແລະ ການປະມົງ ແລະ ຊ່ວຍປົກປັກຮັກສາລະບົບນິເວດຂອງບັນດາປະເທດໃນພາກພື້ນ.
APRC-37 ແນໃສ່ເລັ່ງລັດຄວາມຄືບໜ້າໃນການຫັນປ່ຽນລະບົບສະບຽງອາຫານໃນທົ່ວພາກພື້ນ ເນື່ອງຈາກວິກິດການເສດຖະກິດ ແລະ ສະພາບອາກາດຂັດຂວາງຄວາມກ້າວໜ້າໄປສູ່ເປົ້າໝາຍການພັດທະນາແບບຍືນຍົງ (SDG), ໂດຍສະເພາະແມ່ນເປົ້າໝາຍຢຸດຕິຄວາມທຸກຍາກ ແລະ ຫຼຸດຜ່ອນຄວາມບໍ່ສະເໝີພາບ.

ຄໍາເຫັນ

ຂ່າວຕ່າງປະເທດ

ສະໜາມບິນສາກົນພະນົມເປັນ ຈະປິດບໍລິການໃນວັນທີ 9 ກໍລະກົດປີນີ້

ສະໜາມບິນສາກົນພະນົມເປັນ ຈະປິດບໍລິການໃນວັນທີ 9 ກໍລະກົດປີນີ້

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ເຈົ້າໜ້າທີ່ກະຊວງທີ່ປຶກສາແຫ່ງລັດດ້ານການບິນພົນລະເຮືອນກຳປູເຈຍເປີດເຜີຍໃຫ້ຮູ້ວ່າ, ສະໜາມບິນສາກົນ Techo ຂອງກຳປູເຈຍຄາດວ່າຈະເປີດບໍລິການຢ່າງເປັນທາງການໃນວັນທີ 10 ກໍລະກົດ ຈະມາເຖິງນີ້, ຮອດເວລານັ້ນສະໜາມບິນສາກົນພະນົມເປັນຈະປິດບໍລິການຢ່າງຮອບດ້ານ ແລະວຽກງານທັງໝົດຈະຍ້າຍໄປສະໜາມບິນສາກົນ Techo ທີ່ສ້າງສຳເລັດໃໝ່.
ອາເມຣິກາ ແລະ ຊາອຸດິດ ອາຣັບບີ ລົງນາມໃນຂໍ້ຕົກລົງ ມູນຄ່າ 142 ຕື້ກວ່າໂດລາ

ອາເມຣິກາ ແລະ ຊາອຸດິດ ອາຣັບບີ ລົງນາມໃນຂໍ້ຕົກລົງ ມູນຄ່າ 142 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ທ່ານ ໂດໂນ ທຣຳ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ເດີນທາງຮອດ ນະຄອນຫຼວງຣີຢາດ ປະເທດຊາອຸດິດ ອາຣັບບີ ຊຶ່ງເປັນປະເທດທຳອິດໃນການຢ້ຽມຢາມ 3 ປະເທດເຂດອ່າວ ເປີເຊີຍ ລວມມີ: ຊາອຸດິດ ອາຣັບບີ, ກາຕາ ແລະ ສະຫະລັດ ອາຣັບ ເອມີເລດ (UAE). ຕິດຕາມທ່ານປະທານາທິບໍດີ ອາເມຣິກາ ໃນການຢ້ຽມຢາມຄັ້ງນີ້ ມີການນຳວິສາຫະກິດແຖວໜ້າຂອງ ສະຫະລັດ ອາເມຣິກາ, ໃນນັ້ນມີ ທ່ານ ອີລອນ ມາກ.
ທ່ານ ສີຈິ້ນຜິງ ພົບປະກັບປະທານາທິບໍດີຊີເລ

ທ່ານ ສີຈິ້ນຜິງ ພົບປະກັບປະທານາທິບໍດີຊີເລ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 14 ພຶດສະພາ ຜ່ານມານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານ ກາເບຣລ ໂບຣິກ ປະທານາທິບໍດີຊີເລ ທີ່ຫໍສະພາປະຊາຊົນແຫ່ງຊາດ ທີ່ນະຄອນຫຼວງປັກກິ່ງ ຂອງຈີນ.
ນາຍົກຫວຽດນາມ ສະເຫນີ World Bank ໜູນຊ່ວຍໂຄງການພື້ນຖານໂຄງລ່າງທີ່ມີຂອບຂະໜາດໃຫຍ່

ນາຍົກຫວຽດນາມ ສະເຫນີ World Bank ໜູນຊ່ວຍໂຄງການພື້ນຖານໂຄງລ່າງທີ່ມີຂອບຂະໜາດໃຫຍ່

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 15 ພຶດສະພາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ໃນການຕ້ອນຮັບທ່ານນາງ ມາຮຽມ ເຊີແມນ (Mariam J. Sherman) ຜູ້ອຳນວຍການແຫ່ງຊາດ ຂອງຫ້ອງການ World Bank ຢູ່ ພາກພື້ນ ຫວຽດນາມ, ລາວ ແລະ ກຳປູເຈຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ສະເໜີ World Bank ປະຕິຮູບບັນດາລະບຽບການ, ເງື່ອນໄຂກູ້ຢຶມທຶນ, ໃຫ້ຄຳປຶກສານະໂຍບາຍ ແລະ ຫນູນຊ່ວຍ ຫວຽດນາມ ປະຕິບັດບັນດາເປົ້າໝາຍຍຸດທະສາດ ເປັນຕົ້ນແມ່ນການພັດທະນາພື້ນຖານໂຄງລ່າງທີ່ມີຂອບຂະໜາດໃຫຍ່.
KDI ຫຼຸດການຄາດຄະເນການເຕີບໂຕເສດຖະກິດ ສ ເກົາຫຼີ ລົງເປັນ 0.8% ໃນປີນີ້

KDI ຫຼຸດການຄາດຄະເນການເຕີບໂຕເສດຖະກິດ ສ ເກົາຫຼີ ລົງເປັນ 0.8% ໃນປີນີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ພຶດສະພານີ້ ວ່າ: ສະຖາບັນການພັດທະນາເກົາຫຼີ (KDI) ຊຶ່ງເປັນອົງການຂອງລັດຖະບານ ສ ເກົາຫຼີ ໄດ້ຫຼຸດການຄາດຄະເນການເຕີບໂຕຂອງເສດຖະກິດ ສ ເກົາຫຼີ ໃນປີ 2025 ລົງເຖິງ 50% ເຫຼືອພຽງ 0.8% ຈາກໂຕເລກການຄາດຄະເນທີ່ຜ່ານມາ 1.6%, ໂດຍລະບຸວ່າການຄ້າໃນທົ່ວໂລກມີຄວາມບໍ່ແນ່ນອນຫຼາຍຂຶ້ນ ແລະ ການສົ່ງອອກຊ້າລົງ.
ຜູ້ອົບພະຍົບທົ່ວໂລກ ສູງເຖິງ 83.4 ລ້ານຄົນ ໃນປີ 2024

ຜູ້ອົບພະຍົບທົ່ວໂລກ ສູງເຖິງ 83.4 ລ້ານຄົນ ໃນປີ 2024

ຂ່າວຕ່າງປະເທດລາຍ ໃນວັນທີ 14 ພຶດສະພາ ຜ່ານມາ; ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ເປີດເຜີຍວ່າ: ຈໍານວນຜູ້ອົບພະຍົບພາຍໃນປະເທດທົ່ວໂລກບັນລຸລະດັບສູງແບບບໍ່ເຄີຍມີມາກ່ອນ 83.4 ລ້ານຄົນ ເມື່ອນັບຮອດທ້າຍປີ 2024.
ຜົນການນັບຄະແນນສຽງເບື້ອງຕົ້ນການເລືອກຕັ້ງລັດຖະສະພາກາງສະໄໝຂອງຟີລິບປິນ

ຜົນການນັບຄະແນນສຽງເບື້ອງຕົ້ນການເລືອກຕັ້ງລັດຖະສະພາກາງສະໄໝຂອງຟີລິບປິນ

ຂ່າວສານຊີອາໄອ ລາຍງານ ໃນວັນທີ 15 ພຶດສະພານີ້ວ່າ: ອີງຕາມໂຕເລກຂໍ້ມູນທີ່ຄະນະກໍາມະການເລືອກຕັ້ງຟີລິບປິນ ເປີດເຜີຍໃຫ້ຮູ້ວ່າ: ນັບມາຮອດປັດຈຸບັນ, ການເລືອກຕັ້ງລັດຖະສະພາກາງສະໄໝຂອງຟີລິບປິນໄດ້ນັບຄະແນນສຽງຫຼາຍກວ່າ 97% ຊຶ່ງຜົນການນັບຄະແນນສຽງສະແດງໃຫ້ເຫັນວ່າ: ພັກທີ່ທ່ານ ເຟີດີນານ ມາຄົສ ປະທານາທິບໍດີຟີລິບປິນສັງກັດ ຊະນະ 6 ໃນ 12 ບ່ອນນັ່ງໃນສະພາສູງທີ່ເລືອກຕັ້ງໃໝ່ໃນການເລືອກຕັ້ງຄັ້ງນີ້ ຊຶ່ງບໍ່ບັນລຸຕາມຄາດໝາຍ. ຂະນະທີ່ຝ່າຍຄ້ານທີ່ ທ່ານ ໂຣດຣີໂກ ດູເຕີເຕ ອະດີດປະທານາທິບໍດີຟີລິປິນສັງກັດໄດ້ 5 ບ່ອນນັ່ງ, ສໍາລັບບ່ອນນັ່ງທີ່ເຫຼືອເປັນຂອງພັກຝ່າຍອື່ນໆ.
ສະຫະລັດ ອາເມຣິກາ ພັດທະນາ app ໃຊ້ AI ເພື່ອກວດຫາພະຍາດເລືອດຈາງຈາກຮູບຖ່າຍເລັບມື

ສະຫະລັດ ອາເມຣິກາ ພັດທະນາ app ໃຊ້ AI ເພື່ອກວດຫາພະຍາດເລືອດຈາງຈາກຮູບຖ່າຍເລັບມື

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ພຶດສະພາ ຜ່ານມາ; ຜົນການສຶກສາໃໝ່ທີ່ພິມເຜີຍແຜ່ໃນວາລະສານວິທະຍາສາດ PNAS ເປີດເຜີຍວ່າ: ນັກຄົ້ນຄວ້າໃນສະຫະລັດ ອາເມຣິກາ ໄດ້ພັດທະນາແອັບພລິເຄຊັນໃນໂທລະສັບມືຖືທີ່ຂັບເຄື່ອນດ້ວຍປັນຍາປະດິດ (AI) ຊຶ່ງສາມາດປະເມີນລະດັບ hemoglobin ໃນເລືອດ ຫຼື ທາດໂປຣຕີນທີ່ພົບເຫັນຢູ່ໃນເມັດເລືອດແດງ ແລະ ກວດຫາພະຍາດເລືອດຈາງຈາກຮູບຖ່າຍເລັບມືຂອງຜູ້ໃຊ້ໂດຍບໍ່ມີການເຈາະເລືອດ.
ທ່ານ ຮຸນມາເນັດ ຫ້າມການລົງທຶນຜະລິດຢາສູບໄຟຟ້າໃນກຳປູເຈຍ

ທ່ານ ຮຸນມາເນັດ ຫ້າມການລົງທຶນຜະລິດຢາສູບໄຟຟ້າໃນກຳປູເຈຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ພຶດສະພາ ຜ່ານມາວ່າ: ທ່ານ ຮຸນມາເນັດ ນາຍົກລັດຖະມົນຕີ ກຳປູເຈຍ ກ່າວຄຳເຫັນໃນລະຫວ່າງການພົບປະກັບ ທ່ານ ບາຣອສ ຟິເກຣາ ມິເກລ ປະທານສະມາຄົມອຸດສາຫະກຳຢາສູບກຳປູເຈຍ ທີ່ທຳນຽບສັນຕິພາບ ນະຄອນຫຼວງພະນົມເປັນ ວ່າ: ຈະບໍ່ອະນຸຍາດໃຫ້ມີການລົງທຶນໃນການຜະລິດຢາສູບໄຟຟ້າໃນປະເທດ.
ຈີນ​ ແລະ​ ໂກ​ລົມ​ບີ ​ລົງ​ນາມໃນ​ເອ​ກະ​ສານ​​ກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”

ຈີນ​ ແລະ​ ໂກ​ລົມ​ບີ ​ລົງ​ນາມໃນ​ເອ​ກະ​ສານ​​ກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”

ຂ່າວສານຊີິອາໄອລາຍງານວ່າ: ໃນວັນ​ທີ 14 ພຶດ​ສະ​ພາ ຜ່ານມາ​ນີ້, ຈີນ ແລະ ໂກ​ລົມ​ບີ ​ໄດ້​ລົງ​​ນາມໃນ​ແຜນ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ພ້ອມ​ທັງ​ປະ​ກາດ​ລົງ​ນາມ​ເອ​ກະ​ສານ​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ຄື:
ເພີ່ມເຕີມ