![]() |
ພາຍຫຼັງແຫ່ຄົບ 3 ຮອບແລ້ວ ໄດ້ອັງເຊີນອົງພະເຈົ້າໝ່ານ ຂຶ້ນປະທັບໃນຫໍສົງ ແລະ ພະສົງ-ສາມະເນນ ໄດ້ນຳພາຊາວພຸດທະສາສະນິກະຊົນ ກ່າວຄຳຄາລະວະ ກ່ອນດຳເນີນການຫົດສົງຢ່າງເປັນທາງການ, ຊຶ່ງການຫົດສົງອົງພະໝ່ານ ຈະດຳເນີນໄປຈົນເຖີງ ຕອນແລງຂອງວັນທີ່ 26 ເມສາ ຈື່ງຈະມີພິທີອາຣາດທະນາ ອົງປະເຈົ້າໝ່ານ ກັບຄືນປະດິດສະຖານຢູ່ຫໍຕາມເດີມ.
![]() |
ນອກຈາກການຫົດສົງອົງພະໝ່ານແລີວ ຍັງໄດ້ຈັດຕັ້ງກອງບຸນ 84,000 ພະທັມມະຂັນ ປະຈໍາປີ 2026 ທີ່ວັດຊຽງທອງ ຊຶ່ງເປັນກອງບຸນທີ່ຈັດຂຶ້ນເພື່ອລະດົມວັດຖຸປັດໄຈ ຊຸກຍູ້ພຸດທະສາສະໜາຢູ່ພາຍໃນແຂວງ. ໃນປີນີ້, ໄດ້ມີຊາວພຸດທະສາທະນິກະຊົນ ທັງພາຍໃນ-ຕ່າງປະເທດ ແລະ ພາຍໃນແຂວງຮ່ວມອານຸໂມທະນາຈັດຕັ້ງກອງບຸນ. ດັ່ງນັ້ນ, ຈື່ງຂໍເຊີນຊວນມວນຊົນຊາວຫຼວງພະບາງ ລວມທັງແຂກພາຍໃນ ແລະ ຕ່າງປະເທດ ພ້ອມກັນອານຸໂມທະນາບຸນ ແລະ ຮ່ວມຫົດສົງອົງພະໝ່ານ ເພື່ອໃຫ້ເກີດຄວາມເປັນສິລິມຸງຄຸນ ແກ້ຕົນເອງ-ຄອບຄົວ ແລະ ສັງຄົມ.
![]() |
(ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສີນ ອິດທິພົນ)



ຄໍາເຫັນ