ເລີ່ມລົງມືກໍ່ສ້າງທາງເບຕົງພາຍໃນບ້ານນາໄຊ-ສະໂປນ ໄລຍະ 581 ແມັດ, ຄາດ 2 ປີໃຫ້ສໍາເລັດ

ເລີ່ມລົງມືກໍ່ສ້າງທາງເບຕົງພາຍໃນບ້ານນາໄຊ-ສະໂປນ ໄລຍະ 581 ແມັດ, ຄາດ 2 ປີໃຫ້ສໍາເລັດ

ເລີ່ມລົງມືກໍ່ສ້າງທາງເບຕົງພາຍໃນບ້ານນາໄຊ-ສະໂປນ ໄລຍະ 581 ແມັດ, ຄາດ 2 ປີໃຫ້ສໍາເລັດ
ອຳນາດການປົກຄອງບ້ານນາໄຊນ້ອຍ ແລະ ບ້ານສະໂປນ ເມືອງສາລະວັນ ແຂວງສາລະວັນ ຮ່ວມກັບ ຄະນະສົງພາຍໃນວັດມາຄະແກ້ວຕາຜາລ່ອງມັງຄະຣາມ ໄດ້ເປີດຂະບວນການກໍ່ສ້າງທາງເບຕົງເສີມເຫຼັກ ເສັ້ນທາງຮ່ອມເຂົ້າວັດ, ທາງຮ່ອມບ້ານ, ມີລວງຍາວທັງໝົດ 581 ແມັດ, ຊຶ່ງໄລຍະທຳອິດ ແມ່ນໄດ້ດຳເນີນການກໍ່ສ້າງທາງເຂົ້າວັດກ່ອນ. ຈາກນັ້ນ, ຈຶ່ງຈະສືບຕໍ່ດຳເນີນການກໍ່ສ້າງ ນັບແຕ່ແຍກເສັ້ນທາງເລກ 20 ຫາວັດ, ຄາດຄະເນໄລຍະເວລາການກໍ່ສ້າງ 2 ປີ, ມູນຄ່າການກໍ່ສ້າງທັງໝົດ 1 ຕື້ກວ່າກີບ.
ເລມລງມກສາງທາງເບຕງພາຍໃນບານນາໄຊ-ສະໂປນ ໄລຍະ 581 ແມດ, ຄາດ 2 ປໃຫສາເລດ - image 1
 

ທ່ານ ສົມຈິດ ສຸລິຍະເຕັນ ເລຂາໜ່ວຍພັກ ນາຍບ້ານນາໄຊນ້ອຍໄດ້ລາຍງານວ່າ: ເສັ້ນທາງດັ່ງກ່າວ ເປັນເສັ້ນທາງດິນແດງ, ໄລຍະຜ່ານມາ ໄດ້ພະຍາຍາມບູລະນະສ້ອມແປງເສັ້ນທາງ ໃນຈຸດຕ່າງໆທີ່ເປ່ເພ ເປັນຕົ້ນ: ເອົາດິນຖົມຫຼາຍຄັ້ງ ເພື່ອແກ້ໄຂໃຫ້ສາມາດໄປມາໄດ້ຢ່າງສະດວກ ມູນຄ່າສ້ອມແປງຫຼາຍກວ່າ 90 ລ້ານກີບ, ພຽງໄລຍະເວລາສັ້ນໆ ກໍເປ່ເພຄືນ ໂດຍສະເພາະໄລຍະລະດູຝົນ ມີນ້ຳຂັງ, ເປັນຂຸມ ແລະ ລະດູແລ້ງ ມີຂີ້ຝຸ່ນໄງ່. ຍ້ອນແນວນັ້ນ, ອົງການປົກຄອງບ້ານ 2 ບ້ານ, ຄະນະສົງ ແລະ ປະຊາຊົນ ຈຶ່ງມີຄວາມເຫັນດີເປັນເອກະພາບ ກໍ່ສ້າງທາງເບຕົງເສີມເຫຼັກ, ມີລວງຍາວທັງໝົດ 581 ແມັດ, ລວງກວ້າງ 6 ແມັດ, ຄວາມໜາ 15-20 ຊັງຕີແມັດ.

ເລມລງມກສາງທາງເບຕງພາຍໃນບານນາໄຊ-ສະໂປນ ໄລຍະ 581 ແມດ, ຄາດ 2 ປໃຫສາເລດ - image 2
 

ພະອາຈານ ຊາສຸນັນ ຜຸຍແກ້ວປະເສີດ ເຈົ້າອະທິການວັດບ້ານນາໄຊ-ສະໂປນ ໄດ້ກ່າວວ່າ: ຍ້ອນຄວາມສາມັກຄີປອງດອງ, ຄວາມເປັນເອກະພາບຂອງການຈັດຕັ້ງບ້ານ ແລະ ຄະນະສົງ ມີຄວາມພະຍາຍາມຊຸກຍູ້ໃນການພັດທະນາພື້ນຖານໂຄງລ່າງ ຕາມທ່າແຮງ, ເງື່ອນໄຂ ເມື່ອບ້ານພັດທະນາ, ວັດວາອາຮາມ ກໍໄດ້ຮັບການພັດທະນາ ຄຽງຄູ່ກັບຈິດໃຈຂອງອອກຕົນຍາດໂຍມ ໄດ້ສ້າງບຸນສ້າງກຸສົນ, ທັງໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມອີກດ້ວຍ. ໂອກາດນີ້, ພະອາຈານ ໄດ້ສະແດງຄວາມຂອບໃຈຕໍ່ກັບອົງການຈັດຕັ້ງທຸກພາກສ່ວນ, ເຈົ້າພາບເຈົ້າສັດທາທາງໃກ້ ແລະ ໄກ ທີ່ໄດ້ປະກອບສ່ວນວັດຖຸ, ປັດໄຈ ຕາມກໍາລັງສັດທາທຸກໆທ່ານ, ທັງອວຍພອນໄຊອັນປະເສີດຈົ່ງເປັນຜູ້ທີ່ມີຄວາມປິຕິຊົມຊື່ນໃນສິນໃນທຳ, ໃນວໍວອນພຸດທະສາດສະໜາໃຫ້ມີຄວາມໝັ້ນຍຶນ ແລະ ເຕັມໄປດ້ວຍພອນໄຊ 4 ປະການຄື: ອາຍຸ, ວັນນະ, ສຸຂະ, ພະລະດ້ວຍ.

ເລມລງມກສາງທາງເບຕງພາຍໃນບານນາໄຊ-ສະໂປນ ໄລຍະ 581 ແມດ, ຄາດ 2 ປໃຫສາເລດ - image 3
 

ພິທີດັ່ງກ່າວໄດ້ຈັດຂຶ້ນ ໃນວັນທີ 24 ກຸມພານີ້ ທີ່ຈຸດກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ບ້ານສະໂປນ-ນາໄຊ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ທ່ານ ສະໄໝ ໂພທິສານ ຄະນະປະຈໍາພັກແຂວງ ເລຂາພັກເມືອງສາລະວັນ, ພະອາຈານຊາ ສຸນັນ ຜຸຍແກ້ວປະເສີດ, ພ້ອມດ້ວຍພະເຖລາ ນຸເຖລະ, ມີພາກສ່ວນກ່ຽວຂ້ອງ ພ້ອມດ້ວຍປະຊາຊົນພາຍໃນບ້ານ ແລະ ພາກສ່ວນໃຫ້ການອຸປະຖໍາເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ຫຼາຍພາກສ່ວນກໍໄດ້ໃຫ້ການປະກອບສ່ວນສົມທົບທຶນຮອນເຂົ້າໃນການກໍ່ສ້າງ ຈຳນວນ 50 ລ້ານກວ່າກີບ.

(ຂ່າວ-ພາບ: ວິໄລວອນ ສິດທິໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພີພີເອັສທີ ກໍ່ສ້າງຂົວ-ທາງ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ ເມືອງຍົມມະລາດ

ພີພີເອັສທີ ກໍ່ສ້າງຂົວ-ທາງ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ ເມືອງຍົມມະລາດ

ໃນວັນທີ 11 ສິງຫາ 2026 ຢູ່ທີ່ເມືອງຍົມມະລາດແຂວງຄຳມ່ວນໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອເພື່ອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມຢູ່ເມືອງຍົມມະລາດ. ເປັນກຽດມອບໂດຍທ່ານ ພອນປະເສີດ ປະທານ ບໍລິສັດ ພີພີເອັສທີ ກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ແລະ ເປັນກຽດຮັບໂດຍ ທ່ານ ເຫຼັງຄຳ ໄຊຄໍາຜັນ ເລຂາຄະນະບໍລິຫານງານພັກເມືອງຍົມມະລາດ, ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງບັນດາທ່ານການນຳຈາກແຂວງ ,ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ .
ກອງບັນຊາການທະຫານແຂວງບໍ່ແກ້ວ ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້

ກອງບັນຊາການທະຫານແຂວງບໍ່ແກ້ວ ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້

ວັນທີ 10 ສິງຫາ 2026 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ແກ່ຄູອາສາເຂົ້າເປັນລັດຖະກອນປ້ອງກັນຊາດ ຊຸດທີ I ປະຈຳປີ 2026, ໂດຍມີ ສະຫາຍ ພັນໂທ ຈອມມະນີ ແພງຄຳມີ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ, ພະແນກການທີ່ກ່ຽວຂ້ອງ, ຄະນະອໍານວຍການໂຮງຮຽນການທະຫານທ້ອງຖິ່ນແຂວງ, ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.
ການ​ນຳແຂວງຫຼວງນ້ຳທາ ລົງຕິດ​ຕາມ ນ້ຳຖ້ວມ ບ້ານ​ນ້ຳ​ດີ-ປ່າ​ປົວະ

ການ​ນຳແຂວງຫຼວງນ້ຳທາ ລົງຕິດ​ຕາມ ນ້ຳຖ້ວມ ບ້ານ​ນ້ຳ​ດີ-ປ່າ​ປົວະ

ຄະນະນຳຂັ້ນແຂວງ ແລະ ຂັ້ນເມືອງຫຼວງນ້ຳທາ ນຳໂດຍ ທ່ານ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຫຼວງນ້ຳທາ, ທ່ານ ວົງມະນີ ເພື່ອປະຊາ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ບຸນຄົງ ພິມມະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ຕິດຕາມສະພາບໄພນ້ຳຖ້ວມກະທັນຫັນ ຢູ່ທີ່ບ້ານນ້ຳດີ ແລະ ບ້ານປ່າປົວະ ຕາແສງທົ່ງອົ້ມ ເມືອງຫຼວງນ້ຳທາ ໃນວັນທີ 11 ສິງຫານີ້.
6 ເດືອນຕົ້ນປີ ລັດວິສາຫະກິດນໍ້າປະປາ ແຂວງສາລະວັນ ສາມາດສ້າງຜົນກໍາໄລຈາກການດໍາເນີນທຸລະກິດ ໄດ້ 600 ລ້ານກວ່າກີບ

6 ເດືອນຕົ້ນປີ ລັດວິສາຫະກິດນໍ້າປະປາ ແຂວງສາລະວັນ ສາມາດສ້າງຜົນກໍາໄລຈາກການດໍາເນີນທຸລະກິດ ໄດ້ 600 ລ້ານກວ່າກີບ

ທ່ານ ສົມສັກ ສິດທິສານ ຮອງຜູ້ອໍານວຍການລັດວິສາຫະກິດນໍ້າປະປາ ແຂວງສາລະວັນ ໄດ້ລາຍງານສະພາບການເຄື່ອນໄຫວທຸລະກິດ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ນີ້ວ່າ:
ພະແນກ ກ​ສ - ມຸນລະປາໂມກ ລົງຊຸກຍູ້ການປັກດຳເຂົ້ານາປີ

ພະແນກ ກ​ສ - ມຸນລະປາໂມກ ລົງຊຸກຍູ້ການປັກດຳເຂົ້ານາປີ

ໃນ​ວັນ​ທີ 10 ສິງ​ຫາ​ຜ່ານ​ມາ, ຄະນະນຳພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ ຮ່ວມກັບ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງມຸນລະປາໂມກ ໄດ້ລົງພື້ນທີ່ຕິດຕາມ, ຊຸກຍູ້ຂະບວນການຜະລິດລະດູຝົນ ໂດຍສະເພາະແມ່ນການປັກດຳເຂົ້ານາປີ ປະຈຳປີ 2026 ພ້ອມທັງເຂົ້າກວດກາຈຸດຫຼໍ່ແຫຼມທີ່ມີຄວາມສ່ຽງຕໍ່ໄພນ້ຳຖ້ວມ ເພື່ອວາງແຜນເຝົ້າລະວັງ ແລະ ປ້ອງກັນຄວາມເສຍຫາຍທີ່ອາດຈະເກີດຂຶ້ນກັບຜົນຜະລິດຂອງຊາວກະສິກອນ.
ປະທຸມພອນ ຍົກລະດັບການນຳ​ໃຊ້ເຕັກໂນໂລຊີດີ​ຈີຕອນ ເຂົ້າ​ໃນ​ການ​ບໍ​ລິ​ຫານ

ປະທຸມພອນ ຍົກລະດັບການນຳ​ໃຊ້ເຕັກໂນໂລຊີດີ​ຈີຕອນ ເຂົ້າ​ໃນ​ການ​ບໍ​ລິ​ຫານ

ເພື່ອສ້າງບາດກ້າວຫັນປ່ຽນໃໝ່ໃນການບໍລິຫານ-ຄຸ້ມຄອງວຽກງານໃຫ້ມີຄວາມວ່ອງໄວ, ສະດວກ, ຖືກຕ້ອງ ແລະ ທັນສະໄໝ, ເມືອງປະທຸມພອນ ​ແຂວງ​ຈຳ​ປາ​ສັກ ໄດ້ຈັດຊຸດອົບຮົມ “ການນຳໃຊ້ເຕັກໂນໂລຊີ​ດີ​ຈີຕອນ ເພື່ອເພີ່ມປະສິດທິພາບວຽກງານຂອງການນຳ” ໃນ​ວັນ​ທີ 10 ສິງ​ຫາ​ຜ່ານ​ມາ ໂດຍ​ການເປັນປະທານຂອງ ທ່ານ ສົມຈິດ ແພງສະຫວັດ ກຳມະການພັກແຂວງ, ເລຂາພັກເມືອງ, ມີຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງ ແລະ ຄະນະກຳມະການປົກຄອງຕາແສງ ເຂົ້າຮ່ວມ.
ເລຂາພັກແຂວງສາລະວັນ ເນັ້ນການໂຄສະນາ​ຕ້ອງ​ມີຫຼາຍຮູບ-ຫຼາຍສີ

ເລຂາພັກແຂວງສາລະວັນ ເນັ້ນການໂຄສະນາ​ຕ້ອງ​ມີຫຼາຍຮູບ-ຫຼາຍສີ

ສະ​ຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນ ແຂວງສາລະວັນ ໄດ້ພົບ​ປະ​ໂອ້​ລົມ ພະ​ນັກ​ງານ-ລັດ​ຖະ​ກອນຄະນະໂຄສະນາອົບຮົມແຂວງສາ​ລະ​ວັນ ເມື່ອ​ບໍ່​ດົນ​ມາ​ນີ້ ໂດຍມີ ສະ​ຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ​ມີພະ​ນັກ​ງານ-ລັດ​ຖະ​ກອນ ເຂົ້າຮ່ວມຮັບ​ຟັງ.
ອຸ​ດົມ​ໄຊ ຝຶກອົບຮົມ ວິຊາຊີບ 4 ສາຂາ ແນໃສ່ສົ່ງເສີມການປະກອບອາຊີບອິດສະຫຼະ ໃຫ້ປະຊາຊົນ

ອຸ​ດົມ​ໄຊ ຝຶກອົບຮົມ ວິຊາຊີບ 4 ສາຂາ ແນໃສ່ສົ່ງເສີມການປະກອບອາຊີບອິດສະຫຼະ ໃຫ້ປະຊາຊົນ

ເປີດຊຸດຝຶກອົບຮົມວິຊາຊີບ ໃນຂະແໜງການລ້ຽງໄກ່, ປູກພືດຜັກ, ຕັດຜົມຊາຍ ແລະ ເສີມສວຍ ໃຫ້ປະ​ຊາ​ຊົນ ກຸ່ມເປົ້າໝາຍຮອບວຽນທີ 2 ຈາກ ເມືອງແບງ ແລະ ເມືອງຮຸນ ເພື່ອແນໃສ່ສົ່ງເສີມການປະກອບອາຊີບອິດສະຫຼະ ແລະ ສ້າງລາຍຮັບທີ່ໝັ້ນຄົງ ໃຫ້ແກ່ ປະຊາຊົນ ໃນທ້ອງຖິ່ນ.
ມອບ-ຮັບ ໃບຢັ້ງຢືນໃຫ້ພະນັກງານສຳເລັດຝຶກອົບຮົມວຽກງານຈ່າສານ ຊຸດທີ VIII

ມອບ-ຮັບ ໃບຢັ້ງຢືນໃຫ້ພະນັກງານສຳເລັດຝຶກອົບຮົມວຽກງານຈ່າສານ ຊຸດທີ VIII

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີ ມອບ-ຮັບ ໃບຢັ້ງຢືນ ໃຫ້ພະນັກງານສຳເລັດຝຶກອົບຮົມວຽກງານຈ່າສານ ຊຸດທີ VIII ຈຳນວນ 52 ທ່ານ, ຫຼັງຈາກໄດ້ດໍາເນີນການຝຶກອົບຮົມມາແຕ່ວັນທີ 13 ກໍລະກົດ ຫາ ວັນທີ 7 ສິງຫາ 2026 ຊຶ່ງໄດ້ຈັດຂຶ້ນໃນວັນທີ 7 ສິງຫາ ຜ່ານມາ ທີ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມສານປະຊາຊົນສູງສຸດ ນະຄອນຫຼວງວຽງຈັນ, ໃຫ້ກຽດມອບໃບຢັ້ງຢືນ ໂດຍທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ.
ສື່ມວນຊົນ ມີບົດບາດສໍາຄັນໃນການສຶກສາອົບຮົມການເມືອງ-ແນວຄິດ

ສື່ມວນຊົນ ມີບົດບາດສໍາຄັນໃນການສຶກສາອົບຮົມການເມືອງ-ແນວຄິດ

ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ຄົບຮອບ 76 ປີ (13/8/1950-13/8/2026) ໃກ້ຈະມາເຖິງນີ້. ທ່ານ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 10 ສິງຫານີ້ ທີ່ສໍານັກງານໜັງສືພິມປະຊາຊົນວ່າ:
ເພີ່ມເຕີມ