ໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງ ໃນແຂວງເຊກອງ ແມ່ນຈະໄດ້ເລີ່ມລົງມືຈັດຕັ້ງປະຕິບັດແຕ່ນີ້ຮອດວັນທີ 30 ທັນວາ 2028 ຊຶ່ງລວມມີ 2 ກິດຈະກໍາຫຼັກຄື: ປັບປຸງການບໍລິຫານຊັບພະຍາກອນທໍາມະຊາດໂດຍຊຸມຊົນເປັນເຈົ້າການ; ສົ່ງເສີມການຜະລິດກະສິກໍາແບບຍືນຍົງ. ໂຄງການນີ້, ຈະໄດ້ຈັດຕັ້ງປະຕິບັດຢູ່ໃນ 2 ເມືອງ 18 ບ້ານເປົ້າໝາຍຄື: ເມືອງດາກຈຶງ ປະກອບມີ: ບ້ານຈະລິງ, ດາກດຸງ, ດາກຕຽມ, ດາກມວນ, ດາກດໍ, ດາກປໍາ, ມັງຫາ, ສຽງໃໝ່, ດາກມັນ ແລະ ບ້ານດາກຊວງ; ເມືອງກະລຶມ ປະກອບມີ: ບ້ານວັກ, ຕິນຕຶມ, ຫ່ານອງ, ໂລຍ, ຈະແຣະ, ຈິງ, ລະກາຍ ແລະ ບ້ານທົ່ງແຄນ. ຈຸດປະສົງລວມ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊາວບ້ານໃນບ້ານເປົ້າໝາຍ, ຄໍ້າປະກັນເພື່ອປັບປຸງຊີວິການເປັນຢູ່ໃຫ້ມີຄວາມຍືນຍົງ; ອະນຸລັກຊັບພະຍາກອນທໍາມະຊາດໃນບ້ານເປົ້າໝາຍ; ສ້າງຄວາມອາດສາມາດ ແລະ ຄວາມຊໍານານງານໃຫ້ແກ່ຄູ່ຮ່ວມງານພາກລັດ ໃນການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງບັນດາກິດຈະກຳ.
ໃນໂອກາດດັ່ງກ່າວ, ກໍໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັນລະຫວ່າງທ່ານ ໄພສະຫມອນ ໄອ່ແກ້ວ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ແລະ ທ່ານ ທາເກຣຸ ຮິກາຊິ (Takeru HIGASHI) ຜູ້ຕາງໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາ ສປປ ລາວ (JVC) ໂດຍຊ້ອງໜ້າທ່ານຮອງເຈົ້າແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
(ຂ່າວ: ພຸດທະສອນ)
ຄໍາເຫັນ