ໂຄງການແຄຣນາໆຊາດ ສ້າງລາຍຮັບໃຫ້ປະຊາຊົນບ້ານໃໝ່ ເປັນຢ່າງດີ

ລ້ຽງງົວຂຸ້ນ ໂຄງການແຄຣນາໆຊາດ ສ້າງລາຍຮັບໃຫ້ປະຊາຊົນບ້ານໃໝ່ ເປັນຢ່າງດີ

ລ້ຽງງົວຂຸ້ນ ໂຄງການແຄຣນາໆຊາດ ສ້າງລາຍຮັບໃຫ້ປະຊາຊົນບ້ານໃໝ່ ເປັນຢ່າງດີ
ໂດຍ: ວັນເພັງ ບ້ານໃໝ່ ເມືອງຂວາ ແຂວງຜົ້ງສາລີ ເປັນໜຶ່ງບ້ານເປົ້າໝາຍຂອງອົງການແຄຣນາໆຊາດ ປະຈໍາ ສປປ ລາວ ກໍຄື ໂຄງການຄໍ້າປະກັນສະບຽງອາຫານ (KFCR),ບ້ານດັ່ງກ່າວມີທັງໝົດ 38 ຫຼັງຄາເຮືອນ, ມີ 53 ຄອບຄົວ ມີຈໍານວນພົນ 203 ຄົນ ຍິງ 98 ຄົນ,

 ໂຄງການດັ່ງກ່າວໄດ້ເຂົ້າມາຊ່ວຍເຫຼືອຊຸກຍູ້ສົ່ງເສີມປະຊາຊົນພາຍໃນບ້ານໃໝ່ ປະກອບມີຫຼາຍກິດຈະກໍາເຊັ່ນ: ກໍ່ສ້າງລະບົບນໍ້າລິນ,ສວນຄົວ, ລ້ຽງປາ, ລ້ຽງເຜິ້ງ, ລ້ຽງໝູ, ລ້ຽງໄກ່, ຟອຍກວາດ ແລະ ອື່ນໆ. ໜຶ່ງໃນນັ້ນ, ແມ່ນກິດຈະກໍາລ້ຽງງົວຂຸ້ນ ສາມາດສ້າງລາຍຮັບໃຫ້ປະຊາຊົນ ບ້ານໃໝ່ ເປັນຢ່າງດີ.
ທ່ານ ຄໍາສີ ໄຊອຸ່ນແກ້ວ ຫົວໜ້າກຸ່ມລ້ຽງງົວ ບ້ານໃໝ່ ເມືອງຂວາ ແຂວງຜົ້ງສາລີ ໄດ້ໃຫ້ສໍາພາຕໍ່ສື່ມວນຊົນ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ສື່ມວນຊົນລາວ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ (GAMCIL) ເມື່ອບໍ່ດົນມາວ່າ: ໃນໄລຍະຜ່ານມາການລ້ຽງງົວ ແມ່ນປ່ອຍປະໄປຕາມທໍາມະຊາດ, ປ່ອຍຊະຊາຍ, ບໍ່ເປັນລະບຽບຮຽບຮ້ອຍ, ເຮັດໃຫ້ງົວຈ່ອຍ ຫຼື ຕາຍ ຍ້ອນບໍ່ມີເຕັກນິກໃນການລ້ຽງ, ບໍ່ມີບົດຮຽນ, ບໍ່ມີສູນໃຫ້ລ້ຽງຢ່າງເປັນລະບົບຄົບຊຸດ ແລະ ອື່ນໆ. ສະນັ້ນ, ມາຮອດປີ 2022 ມີອົງການແຄຣນາໆຊາດ ປະຈໍາ ສປປ ລາວ ກໍຄືໂຄງການ KFCRເຂົ້າມາຊຸກຍູ້ຊ່ວຍເຫຼືອ, ຊຸກຍູ້ດ້ານຕ່າງໆລວມເຖິງ ໃຫ້ປະຊາຊົນຜູ້ທີ່ສົນໃຈລ້ຽງງົວ ໄດ້ໄປຝຶກອົບຮົມ, ຖອດຖອນບົດຮຽນຢູ່ຫຼາຍບ່ອນ ເປັນຕົ້ນແຂວງຊຽງຂວາງ, ເມືອງຍອດອູ ແຂວງຜົ້ງສາລີ ເຮັດໃຫ້ໄດ້ບົດຮຽນຫຼາຍຢ່າງແລ້ວນໍາມາປະຕິບັດຕົວຈິງ ໂດຍການຈັດຕັ້ງປະຕິບັດ ເຮັດເປັນສູນລ້ຽງງົວຂຸ້ນ (ງົວໃຫຍ່)ໂດຍມີ 5 ບ້ານເປົ້າໝາຍຂອງອົງການແຄຣນາໆຊາດປະຈໍາ ສປປ ລາວ ແລະ ບ້ານໃໝ່ກໍເປັນບ້ານໜຶ່ງພົ້ນເດັ່ນໃນການລ້ຽງງົວ ເປັນກ້າວໆມາ ໂດຍສະເພາະບ້ານໃໝ່ ມີ 12 ຄອບຄົວ ລ້ຽງງົວຂຸ້ນຢູ່ສູນດຽວກັນ ມີ 69 ຄົນ ຍິງ 33 ຄົນ ແລະ ກາຍເປັນຄອບຄົວຕົວແບບການລ້ຽງງົວຂຸ້ນ. ຍ້ອນໄດ້ຮຽນຮູ້ເຕັກນິກ ວິທີການຕ່າງໆຈຶ່ງເຮັດໃຫ້ການລ້ຽງງົວຂຸ້ນ ມີນໍ້າໜັກ ເຮັດໃຫ້ຕະຫຼາດມີຄວາມຕ້ອງການຢ່າງກວ້າງຂວາງ. ສະເພາະປີ 2024 ໄດ້ຈໍາໜ່າຍສັດໃຫຍ່ອອກຂາຍແລ້ວ 5 ໂຕ. ໃນນັ້ນ, ມີ ງົວ 4 ໂຕ ແລະ ຄວາຍ 1 ໂຕ, ການລ້ຽງງົວຂຸ້ນປະມານ 3-4 ເດືອນກໍສາມາດໄດ້ຂາຍເທື່ອ 1.ຈາກແຕ່ກ່ອນຂາຍງົວ1 ໂຕລາຄາ 6-7 ລ້ານກີບ (ງົວໂຕຜູ້ໃຫຍ່) ປັດຈຸບັນຂາຍງົວ 1 ໂຕ ໃນລາຄາ 16-17 ລ້ານກີບ.ພ້ອມນັ້ນ, ໂຄງການຍັງໄດ້ແນະນໍາເຄັດລັບການລ້ຽງງົວໃຫ້ໃຫຍ່ໄວ, ຕຸ້ຍພີດີ, ມີນໍ້າໜັກ ດ້ວຍການເອົາມັນຕົ້ນ, ສາລີ, ຫຍ້າອິນຊີ ມາປົນກັນໃຫ້ງົວໄດ້ກິນ ໂດຍສະເລ່ຍ 1 ປີ ສາມາດສ້າງລາຍຮັບໄດ້ 75 ລ້ານກີບ. ປັດຈຸບັນ ເຮັດໃຫ້ບ້ານໃໝ່ມີກອງທຶນງົວໝູນວຽນ 5 ຄອບຄົວ, ມີ 27 ຄົນ ຍິງ 15 ຄົນ.
ທ່ານ ຄໍາສີ ໄຊອຸ່ນແກ້ວ ຍັງກ່າວສະແດງຄວາມຂອບໃຈ ນໍາອົງການແຄຣນາໆຊາດ ປະຈໍາ ສປປ ລາວ ທີ່ໄດ້ຊຸກຍູ້ສົ່ງເສີມປະຊາຊົນພາຍໃນບ້ານໃຫ້ມີອາຊີບທີ່ໝັ້ນຄົງ ແລະ ຍືນຍົງ, ຮູ້ເຕັກນິກ, ວີທີການລ້ຽງງົວ, ສາມາດມີລາຍຮັບເຂົ້າພາຍໃນຄອບຄົວ ແລະ ເຮັດໃຫ້ການດໍາລົງຊີວິດດີຂຶ້ນເປັນກ້າວໆ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄວາມຄືບໜ້າການຈັດຕັ້ງປະຕິບັດ 4 ໂຄງການ ຢູ່ແຂວງຄໍາມ່ວນ

ຄວາມຄືບໜ້າການຈັດຕັ້ງປະຕິບັດ 4 ໂຄງການ ຢູ່ແຂວງຄໍາມ່ວນ

ກອງປະຊຸມປຶກສາຫາລື ຄົ້ນຄວ້າພິຈາລະນາການອອກແບບໂຄງການພັດທະນາຕ່າງໆ ຢູ່ແຂວງຄໍາມ່ວນ ທີ່ໄດ້ມີການສຶກສາສໍາຫຼວດ ແລະ ໄດ້ລົງນາມເຊັນສັນຍາໃນຜ່ານມາ ໄດ້ຈັດຂຶ້ນໃນວັນທີ 6 ມິຖຸນານີ້ ທີ່ຫ້ອງວ່າການແຂວງ, ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ໂຍມາ ອິນທະວົງ ຕາງໜ້າກຸ່ມບໍລິສັດ 3 ບີ ຈໍາກັດຜູ້ດຽວ, ບັນດາທ່ານຮອງເຈົ້າແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ.
5 ເດືອນຕົ້ນປີນີ້ ເກັບລາຍຮັບຈາກການເສຍອາກອນທີ່ດິນ ເພີ່ມຂຶ້ນ 22%

5 ເດືອນຕົ້ນປີນີ້ ເກັບລາຍຮັບຈາກການເສຍອາກອນທີ່ດິນ ເພີ່ມຂຶ້ນ 22%

ການເສຍອາກອນທີ່ດິນ (ຄ່າພາສີທີ່ດິນ) ເລີ່ມຊໍາລະໄດ້ແຕ່ວັນທີ 1 ມັງກອນ 2025 ແລະ ຈະສິ້ນສຸດໃນວັນທີ 31 ທັນວາ 2025. ອີງຕາມຂໍ້ມູນຈາກກົມສ່ວຍສາອາກອນໃນຂອບເຂດທົ່ວປະເທດ ສາມາດປ້ອນຂໍ້ມູນຕອນດິນເຂົ້າໃນລະບົບ TaxRIS ໄດ້ແລ້ວ 1,461,243 ຕອນ, ຈາກເປົ້າໝາຍທັງໝົດຈໍານວນ 2,987,091 ຕອນເທົ່າກັບ 49% ຂອງຕອນດິນທັງໝົດ.
ສຊປລ ປາຖະກະຖາ 70 ປີວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ

ສຊປລ ປາຖະກະຖາ 70 ປີວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດພິທີປາຖະກະຖາ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ (25 ມີນາ 1955-25 ມີນາ 2025) ແລະ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນຂຶ້ນ ໃນວັນທີ 6 ມິຖຸນານີ້ ທີ່ ສຊປລ ໂດຍໃຫ້ກຽດເປັນປະທານ ແລະ ປາຖະກະຖາຂອງສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີຄະນະພັກ, ຄະນະນໍາ, ຄະນະໜ່ວຍພັກ, ຄະນະກົມ, ສະມາຊິກພັກ-ພະນັກງານເຂົ້າຮ່ວມຮັບຟັງ.
ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການ

ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການ

ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການດ້ານອົງຄະທຽມ ແລະ ເຄື່ອງຄໍ້າຊູ ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຄຳພອນ ພຸດທະວົງ ປະທານສະມາຄົມຄົນພິການ, ທ່ານນາງ ເມດຕາ ທິບພະວົງ ຜູ້ອຳນວຍການສະມາຄົມຄົນພິການ COPE, ມີບັນດາທູດປະຈໍາ ສປປ ລາວ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ສາຂາສູນການແພດຈາກແຂວງຫຼວງພະບາງ, ຊຽງຂວາງ, ສະຫວັນນະເຂດ, ອຸດົມໄຊ, ຈຳປາສັກ ພ້ອມດ້ວຍສະມາຊິກທີ່ເປັນຄົນພິການໃນທົ່ວປະເທດເຂົ້າຮ່ວມ.
5 ເດືອນຕົ້ນປີນີ້ ເກັບຄ່າທຳນຽມທາງເພີ່ມຂຶ້ນ 16%

5 ເດືອນຕົ້ນປີນີ້ ເກັບຄ່າທຳນຽມທາງເພີ່ມຂຶ້ນ 16%

ນັບແຕ່ຕົ້ນປີຮອດວັນທີ 31 ພຶດສະພາປີ 2025, ມີພາຫະນະມາຊໍາລະຄ່າທຳນຽມທາງແລ້ວ 344,857 ຄັນ, ສາມາດເກັບລາຍຮັບໄດ້ 84 ຕື້ກວ່າກີບ, ເພີ່ມຂຶ້ນ 16% ຖ້າທຽບໃສ່ເດືອນຜ່ານມາຄິດເປັນເງິນຈຳນວນ 12 ຕື້ກວ່າກີບ.
ບໍລິສັດ ດາດມີ ຟາມມິ້ງ ຈະສຶກສາ-ສໍາຫຼວດການລົງທຶນປູກໄມ້ໃຫ້ໝາກ ຢູ່ເມືອງເຊບັ້ງໄຟ

ບໍລິສັດ ດາດມີ ຟາມມິ້ງ ຈະສຶກສາ-ສໍາຫຼວດການລົງທຶນປູກໄມ້ໃຫ້ໝາກ ຢູ່ເມືອງເຊບັ້ງໄຟ

ບໍລິສັດ ດາດມີ ຟາມມິ້ງ ຈໍາກັດຜູ້ດຽວ ຈະເລີ່ມສຶກສາ-ສໍາຫຼວດ ຄວາມເປັນໄປໄດ້ໃນການລົງທຶນພັດທະນາໂຄງການ ກະສິກຳ (ປູກໄມ້ໃຫ້ໝາກ) ເປັນສິນຄ້າ ເພື່ອຈໍາໜ່າຍ ຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ ຢູ່ທີ່ບ້ານຄໍາເຕີຍ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ,
ສນຫລ ເຜີຍແຜ່ເຊື່ອມຊຶມ 3 ເອກະສານສໍາຄັນ

ສນຫລ ເຜີຍແຜ່ເຊື່ອມຊຶມ 3 ເອກະສານສໍາຄັນ

ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິຕົກລົງສູນກາງພັກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຂຶ້ນໃນວັນທີ 6 ມິຖຸນານີ້ ທີ່ ສນຫລ ໂດຍການເປັນປະທານຂອງສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະບໍລິຫານງານພັກ ປະທານ ສນຫລ ເປັນກຽດເຂົ້າຮ່ວມຂອງສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະບໍລິຫານງານພັກ, ຄະນະປະທານ ສນຫລ, ພະນັກ ງານ-ລັດຖະກອນກ່ຽວຂ້ອງເຂົ້າຮ່ວມ.
ວາງສີລາລຶກ ໂຄງການກໍ່ສ້າງຕຶກອາຄານ ທພລ ຫຼັງໃໝ່ ສາຂາຄຳມ່ວນ

ວາງສີລາລຶກ ໂຄງການກໍ່ສ້າງຕຶກອາຄານ ທພລ ຫຼັງໃໝ່ ສາຂາຄຳມ່ວນ

ພິທີວາງສີລາລຶກໂຄງການກໍ່ສ້າງຕຶກອາຄານ ທະນາຄານພັດທະນາລາວ (ທພລ) ຫຼັງໃໝ່ ສາຂາຄຳມ່ວນ ຈັດຂຶ້ນໃນວັນທີ 6 ມີຖຸນານີ້ ທີ່ບ້ານຈອມທອງ ເມືອງທ່າແຂກ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ.
ເມືອງໄຊຍະບູລີ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານທົ່ວເມືອງ ປະຈໍາປີ 2024.

ເມືອງໄຊຍະບູລີ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານທົ່ວເມືອງ ປະຈໍາປີ 2024.

ກອງປະຊຸມ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດກາ ທົ່ວເມືອງ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຂອງເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາຜ່ານມາ ຢູ່ທີ່ຫໍປະຊຸມໃຫຍ່ຂອງເມືອງ. ໂດຍການ ເຂົ້າຮ່ວມຂອງ ສະຫາຍ ເສນ ພັນລັກ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງ ໄຊຍະບູລີ.
ສະຫວັນນະເຂດ ຂົນຂວາຍບໍລິຈາກເລືອດແບບສະໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນ

ສະຫວັນນະເຂດ ຂົນຂວາຍບໍລິຈາກເລືອດແບບສະໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນ

ວັນທີ 4 ມິຖຸນາຜ່ານມານີ້, ອົງການກາແດງແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມປຸກລະດົມຂົນຂວາຍບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ ແລະ ວາງແຜນຮັບບໍລິຈາກເລືອດ ຮ່ວມກັບພາກສ່ວນກຳລັງ ປກຊ-ປກສ ຂຶ້ນທີ່ຫ້ອງປະຊຸມຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນຜູ້ຊີ້ນຳວຽກອົງການກາແດງແຂວງ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ