ລມຕ ກະຊວງການເງິນ ພົບປະ ພະນັກງານຫຼັກແຫຼ່ງການເງິນແຂວງຄໍາມ່ວນ.

ລມຕ ກະຊວງການເງິນ ພົບປະ ພະນັກງານຫຼັກແຫຼ່ງການເງິນແຂວງຄໍາມ່ວນ.
ວັນທີ 13 ມີນາຜ່ານມາ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ພ້ອມຄະນະໄດ້ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ຂົງເຂດການເງິນພາຍໃນ ແຂວງ ຄໍາມ່ວນ ທີ່ຫ້ອງປະຊຸມພະແນກການເງິນແຂວງ, ໂດຍມີ ທ່ານ ຄໍາສິງ ໄຊສິດທິເດດ ຫົວໜ້າພະແນກການເງິນແຂວງ ແລະ ພາກສ່ວນກ່ຽວຂ້ອງຂົງເຂດການເງິນເຂົ້າຮ່ວມ.
ທ່ານ ຄໍາສິງ ໄຊສິດທິເດດ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ໂດຍສະເພາະບັນຫາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ມາດຕະການໃນການແກ້ໄຂ ຊຶ່ງການຈັດຕັ້ງປະຕິບັດດ້ານລາຍຮັບ ແຂວງ ໄດ້ຮັບມອບໝາຍທັງລາຍຮັບສູນກາງ ແລະ ທ້ອງຖິ່ນທັງໝົດ 1.742 ຕື້ກີບ, ປະຕິບັດໝົດປີໄດ້ 2.724 ຕື້ກີບ ເທົ່າກັບ 156,38% ຂອງແຜນປີ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 1.640 ຕື້ກີບ ເທົ່າກັບ 170,53%. 
ໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີກະຊວງການເງິນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ຄະນະພັກ, ຄະນະນໍາພະແນກການເງິນແຂວງຄໍາມວ່ນຍາດມາໄດ້ໄລຍະຜ່ານມາ, ພ້ອມດຽວກັນທ່ານຍັງໄດ້ໃຫ້ທິດຊີ້ນຳບາງບັນຫາ ໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງຂົງເຂດການເງິນເອົາໃຈໃສ່ສຶກສາອົບຮົມແນວຄິດ-ການເມືອງແກ່ບັນດາສະມາຊິກພັກ-ພະນັກງານ ພາຍໃນກົມກອງຂອງຕົນ ຮັບຮູ້ເຂົ້າໃຈຕໍ່ກັບແນວທາງນະໂຍບາຍຂອງພັກຢ່າງເລິກຊຶ່ງ, ມີຄວາມເປັນເອກະພາບ, ມີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ບໍ່ຫວັ່ນໄຫວຄອນແຄນຕໍ່ທຸກສະພາບ, ຕ້ານທຸກປະກົດການຫຍໍ້ທໍ້, ຕີຖອຍແນວຄິດເອກະເທດ, ແບ່ງພັກແຍກພວກ ແລະ ອື່ນໆ. 
ໃນວັນດຽວກັນ, ທ່ານ ລັດຖະມົນຕີກະຊວງການເງິນ ພ້ອມຄະນະ ຍັງໄດ້ລົງຢ້ຽມຢາມຈຸດບໍລິການຄ່ຽນຖ່າຍຂົນສົ່ງສິນຄ້າຜ່ານແດນ ຢູ່ທີ່ສາງເກັບມ້ຽນສິນຄ້າ ຂອງດ່ານພາສີສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນ ແລະ ຢ້ຽມຊົມໂຄງການຂຸດຄົ້ນແຮ່ທາດ ຂອງບໍລິສັດຊີໂນ-ອາກຣີ ໂປຕາສ ຈໍາກັດ.
(ຂ່າວ: ມະນີວັນ) 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສານປະຊາຊົນແຂວງຜົ້ງສາລີ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງພັກປະຊາຊົນປະຕິວັດລາວ

ສານປະຊາຊົນແຂວງຜົ້ງສາລີ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງພັກປະຊາຊົນປະຕິວັດລາວ

ເພື່ອເປັນການລະນຶກເຖິງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ, ໃນຕອນເຊົ້າຂອງວັນທີ 23 ມິຖຸນາ ສານປະຊາຊົນແຂວງຜົ້ງສາລີ ໄດ້ຈັດພິທີ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955-22 ມີນາ 2025) ຂຶ້ນນະທີຫ້ອງປະຊຸມຊັ້ນ 3 ສານປະຊາຊົນແຂວງ. ໂດຍການເປັນປະທານຂອງ ສະຫາຍ ອິກ ເພັງສະໝຸດ ເລຂາໜ່ວຍພັກ ຮັກສາການປະທານສານປະຊາຊົນແຂວງຜົ້ງສາລີ.
ມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ

ມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ

ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດພິທີມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ຂຶ້ນໃນວັນທີ 20 ມິຖຸນາ ຜ່ານມາ ພາຍໃຕ້ການເປັນປະທານ ແລະ ປະດັບຫຼຽນໂດຍ ສະຫາຍ ພົນຕີ ສົມພອນ ມິດຕະພອນ ກຳມະການຄະນະພັກກະຊວງປ້ອງກັນປະເທດ ເລຂາຄະນະພັກອົງການ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກອົງການ, ຄະນະພັກ-ຄະນະບັນຊາ, ກົມ, ກອງ, ຫ້ອງການ ແລະ ພະນັກງານສະມາຊິກພັກ ເຂົ້າຮ່ວມ.
ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3,000 ກີບ/ເດືອນ

ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3,000 ກີບ/ເດືອນ

ການເກັບຄ່າຄວາມປອດໄພໂທລະຄົມມະນາຄົມ ແລະ ອິນເຕີເນັດ 3,000 ກີບຕໍ່ເດືອນ ໃນໄລຍະຜ່ານມາໄດ້ກາຍເປັນບັນຫາເຄັ່ງຮ້ອນ ເເລະ ຟົດເດືອດທີ່ສຸດທີ່ສັງຄົມໃຫ້ຄວາມສົນໃຈໃນປັດຈຸບັນ. ເນື່ອງຈາກມີຄວາມຂ້ອງໃຈວ່າເງິນຈໍານວນດັ່ງກ່າວທີ່ຕັດໄປຖ້າລວມກັນເເລ້ວມີມູນຄ່າເທົ່າໃດ, ຕົກໄປຢູ່ໃສ ເເລະ ນໍາໃຊ້ເຂົ້າໃນວຽກງານໃດເເລ້ວເປັນຫຍັງພາຍຫຼັງທີ່ຊໍາລະເເລ້ວຍັງມີກຸ່ມແກ້ງສໍ້ໂກງທາງໂທລະຄົມ ຫຼື ຄໍເຊັນເຕີ ລວມເຖິງບໍລິສັດເຊົ່າສິນເຊື່ອຈໍານວນໜຶ່ງຍັງສາມາດໂທມາລົບກວນໄດ້ຢູ່.
ກອງປະຊຸມ ກວດສອບການຄຸ້ມຄອງຊັບສິນແຫ່ງລັດ ແລະ ສ່ວຍສາອາກອນ ປະຈຳປີ 2024

ກອງປະຊຸມ ກວດສອບການຄຸ້ມຄອງຊັບສິນແຫ່ງລັດ ແລະ ສ່ວຍສາອາກອນ ປະຈຳປີ 2024

ໃນທ້າຍອາທິດຜ່ານມານີ້, ທີ່ຫ້ອງປະຊຸມພະແນການເງິນແຂວງຜົ້ງສາລີ ໄດ້ປິດກອງປະຊຸມບັ້ນກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດການຄຸ້ມຄອງລາຍຮັບຊັບສີນ ແລະ ສ່ວຍສາອາກອນ ປະຈຳປີ 2024 ໂດຍການເປັນປະທານຂອງ ທ່ານ ຄໍາຫລ້າ ໝັ້ນມະນີວົງ ຮອງປະທານ ອົງການກວດສອບ ປະຈຳພາກເໜືອ 2, ມີທ່ານ ວັນໄຊ ສຸກສັນ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກການເງິນແຂວງຜົ້ງສາລີ.
ແນະນໍານັກປະພັນນັກກະວີ ເຂົ້າຮ່ວມຂຽນປະພັນໂຮມເຫຼັ້ມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ແນະນໍານັກປະພັນນັກກະວີ ເຂົ້າຮ່ວມຂຽນປະພັນໂຮມເຫຼັ້ມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເພື່ອແນະນໍາໃຫ້ນັກປະພັນ, ນັກກະວີໃນການເຂົ້າຮ່ວມຂຽນປະພັນໂຮມເຫຼັ້ມ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ຈະມາເຖິງນີ້.ກົມໂຄສະນາສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບສະມາຄົມນັກປະພັນລາວໄດ້ຈັດກອງປະຊຸມພົບປະນັກປະພັນ, ນັກກະວີຂຶ້ນໃນວັນທີ 20 ມິຖຸນາ ຜ່ານມານີ້ທີ່ ສນຊ ໂດຍມີທ່ານ ທອງໃບ ໂພທິສານ ກໍາມະການ ສນຊ ຄະນະຂົນຂວາຍປະຊາຊົນ ສນຊ ປະທານສະມາຄົມນັກປະພັນລາວ, ທ່ານ ນາງ ແພງພັນ ບຸບຜາພອນ ຫົວໜ້າກົມໂຄສະນາ ສນຊ ທັງເປັນຫົວໜ້າກອງເລຂາຂອງອະນຸໂຄສະນາ - ຂະບວນການ ແລະ ບຸກຄະລາກອນ-ຍ້ອງຍໍ, ມີບັນດານັກປະພັນ, ນັກກະວີຈາກພາກສ່ວນຕ່າງໆ, ພ້ອມດ້ວຍຄະນະຮັບຜິດຊອບກ່ຽວຂ້ອງເຂົ້າຮ່ວມ.
ກາເຟ ທຣູສະເລນ ມີຈຳໜ່າຍຢູ່ເຈມາກໃນນະຄອນຫຼວງວຽງຈັນ

ກາເຟ ທຣູສະເລນ ມີຈຳໜ່າຍຢູ່ເຈມາກໃນນະຄອນຫຼວງວຽງຈັນ

ຕົວແທນບໍລິສັດຮ່ວມພັດທະນາການຢາ ໄດ້ຈັດໂປຣໂມຊັັນ (ແຈກແຖມ) ເພື່ອເປັນການ ຄືນກຳໄລໃຫ້ລູກຄ້າ ຊຶ່ງມີຫຼາກຫຼາຍຜະລິດຕະພັນ ບັນດາລູກຄາທີ່ຊື້ຜະລິດຕະພັນຂອງຕົວແທນ ບໍລິສັດຮ່ວມພັດທະນາການຢາ ຈະໄດ້ຮັບຂອງແຖມຈາກຕົວແທນບໍລິສັດຫຼາກຫຼາຍລາຍການ ໃນຂະນະດຽວກັນສາມາດຊື້ ແລະ ຮ່ວມຊິມກາເຟ ທຣູສະເລນ ກັບຕົວແທນບໍລິສັດໄດ້.
ຮັກສາການ ປະທານສານປະຊາຊົນພາກໃຕ້ ຊີ້ນໍາວຽກງານວິຊາສະເພາະ ຢູ່ທີ່ສານປະຊາຊົນແຂວງສະຫວັນນະເຂດ

ຮັກສາການ ປະທານສານປະຊາຊົນພາກໃຕ້ ຊີ້ນໍາວຽກງານວິຊາສະເພາະ ຢູ່ທີ່ສານປະຊາຊົນແຂວງສະຫວັນນະເຂດ

ໃນວັນທີ 19 ມິຖຸນາຜ່ານມານີ້, ທ່ານ ກຽງສັກ ບຸນທາວົງ ຮັກສາການປະທານສານປະຊາຊົນພາກໃຕ້ ໄດ້ເຄື່ອນໄຫວຊຸກຍູ້ ແລະ ຊີ້ນໍາວຽກງານຢູ່ສານປະຊາຊົນແຂວງສະຫວັນນະເຂດ. ເຂົ້າຮ່ວມມີທ່ານ ປະທານສານປະຊາຊົນແຂວງ ແລະ ຄະນະສານປະຊາຊົນທັງ 4 ເຂດ.
ມອນຊູນ ວິນ ພາວເວີ ມອບເບ້ຍກາເຟ ໃຫ້ປະຊາຊົນ ເມືອງດາກຈຶງ ແລະ ຊານໄຊ

ມອນຊູນ ວິນ ພາວເວີ ມອບເບ້ຍກາເຟ ໃຫ້ປະຊາຊົນ ເມືອງດາກຈຶງ ແລະ ຊານໄຊ

ພິທີມອບເບ້ຍກາເຟໃຫ້ປະຊາຊົນ ເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື ໄດ້ມີຂຶ້ນໃນວັນທີ 19 ມິຖຸນາຜ່ານມາ ທີ່ເດີ່ນໂຮງຮຽນມັດທະຍົມສົມບູນ ບ້ານຊຽງຫຼວງ ເມືອງດາກຈຶງ ໂດຍເຂົ້າຮ່ວມຂອງ ທ່ານ ສົມພອນ ສາຍສຸວັນ ຮອງເຈົ້າເມືອງດາກຈຶງ ແຂວງເຊກອງ, ມີທ່ານ ຫັດສະໄນ ສີບຸນເຫຼືອງ ວ່າການເຈົ້າເມືອງຊານໄຊ ແຂວງອັດຕະປື, ທ່ານ ເຊົາວະລິດ ຂັນໄຊຍະພູມ ຜູ້ອຳນວຍການເຂດພາກໃຕ້ ຄະນະບໍລິຫານງານໂຄງການມອນຊູນ ວິນ ພາວເວີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນ ເຂົ້າຮ່ວມ.
ກອງປະຊຸມວຽກງານປະຕິບັດຄຳຕັດສິນຂອງສານ

ກອງປະຊຸມວຽກງານປະຕິບັດຄຳຕັດສິນຂອງສານ

ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມວຽກງານປະຕິບັດຄຳຕັດສິນຂອງສານ ປະຈຳປີ 2024 ຂຶ້ນໃນວັນທີ 19 ມິຖຸນານີ້ ທີ່ຫ້ອງປະຊຸມກະຊວງດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີ ກະຊວງຍຸຕິທຳ ມີບັນດາຮອງລັດຖະມົນຕີ, ຮອງປະທານສານປະຊາຊົນສູງສຸດ, ຫົວໜ້າກົມ-ຮອງກົມ, ບັນດາຄະນະກອງ, ຄະນະຂະແໜງປະຕິບັດຄຳຕັດສິນຂອງສານທົ່ວປະເທດເຂົ້າຮ່ວມ.
ປະກາດໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ

ປະກາດໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ

ວັນທີ 18 ມິຖຸນາ ຜ່ານມາ ທີ່ຫໍປະຊຸມຫ້ອງວ່າການສູນກາງພັກ ໄດ້ມີພິທີປະກາດກົງຈັກການຈັດຕັ້ງໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ ໂດຍການເປັນປະທານສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ; ມີ ສະຫາຍລັດຖະມົນຕີ, ຮອງລັດຖະມົນຕີກະຊວງພາຍໃນ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຫົວໜ້າກົມ, ຮອງກົມ ແລະພະນັກທັງໝົດຂອງສອງພາກສ່ວນເຂົ້າຮ່ວມ.
ເພີ່ມເຕີມ