ລມຕ ກະຊວງກະສິກໍາ ແລະ ສິງແວດລ້ອມ ຊີ້ນໍາວຽກງານ 2 ກົມວິຊາການ

ລມຕ ກະຊວງກະສິກໍາ ແລະ ສິງແວດລ້ອມ ຊີ້ນໍາວຽກງານ 2 ກົມວິຊາການ

ລມຕ ກະຊວງກະສິກໍາ ແລະ ສິງແວດລ້ອມ ຊີ້ນໍາວຽກງານ 2 ກົມວິຊາການ
ໃນວັນທີ 12 ສິງຫາ ນີ້, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ລົງຊຸກຍູ້ ແລະ ຊີ້ນໍາການຈັດຕັ້ງປະຕິບັດວຽກງານຢູ່ ກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ. ໃນທີ່ປະຊຸມ ທ່ານ ວິລະນະ ສອນນະສິນ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ໄດ້ຂຶ້ນລາຍງານສະພາບ ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ໂດຍສະເພາະ ວຽກງານການຂຶ້ນທະບຽນອອກໃບຕາດິນ, ການຈັດສັນທີ່ດິນ ແລະ ການຮັບຮູ້ສິດນຳໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້, ການກຳນົດເຂດທີ່ດິນກະສິກຳ, ການຄຸ້ມຄອງການຫັນປ່ຽນທີ່ດິນ ແລະ ການຄຸ້ມ ຄອງທີ່ດິນກະສິກຳ, ການກວດກາ ການເຊົ່າ ແລະ ສຳປະທານທີ່ດິນ ລວມທັງວຽກງານການຫັນເປັນທັນສະໄໝ.

 

ລມຕ ກະຊວງກະສກາ ແລະ ສງແວດລອມ ຊນາວຽກງານ 2 ກມວຊາການ - image 1
 

ມາຮອດປະຈຸບັນ, ໄດ້ສຳເລັດຂຶ້ນທະບຽນອອກໃບຕາດິນໃນຂອບເຂດທົ່ວປະເທດ ໄດ້ 692,200 ຕອນ (ແຕ່ ປີ 2021 ຮອດເດືອນ ມິຖຸນາ 2025). ສໍາລັບແຜນສູ້ຊົນ 6 ເດືອນທ້າຍປີ 2025 ແມ່ນຕ້ອງສຸມໃສ່ອອກໃບຕາດິນ ຢູ່ 50 ເມືອງ ໂຄງການ ທະນາຄານໂລກ ທີ່ມີໂຕເລກອອກໃບຕາດິນ 207,619 ຕອນ. ຕໍ່ມາ, ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າກົມກວດກາຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ຂຶ້ນລາຍງານກ່ຽວກັບສະພາບໂຄງຮ່າງການຈັດຕັ້ງ, ພາລະບົດບາດ, ສິດ-ໜ້າທີ່ ຂອງກົມ ລວມທັງການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເປັນຕົ້ນແມ່ນວຽກງານນິຕິກໍາສ້າງ ແລະ ປັບປຸງບັນດານິຕິກໍາ, ລະບຽບການ, ຂໍ້ຕົກລົງ ແລະ ຄູ່ມືແນະນໍາວິຊາການລຸ່ມກົດໝາຍທີ່ກ່ຽວຂອງ; ວຽກງານກວດກາການຈັດຕັ້ງປະຕິບັດ ແຜນ ຄຸ້ມຄອງ ແລະ ຕິດຕາມ ກວດກາ ດ້ານສິ່ງແວດລ້ອມ ຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ; ລົງຊຸກຍູ້ ແລະ ກວດກາ ຄວາມຄືບໜ້າໃນການອອກຂໍ້ຕົກລົງລຶບລ້າງບັນດາໂຄງການທີ່ນອນຢູ່ໃນເປົ້າໝາຍໂຄງການເຊົ່າ ແລະ ສໍາປະທານ ທີ່ດິນຂອງ ລັດລວມທັງລາຍງານທິດທາງແຜນການໃນຕໍ່ໜ້າ.

ລມຕ ກະຊວງກະສກາ ແລະ ສງແວດລອມ ຊນາວຽກງານ 2 ກມວຊາການ - image 2
 

ໃນຕອນທ້າຍ, ທ່ານລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ໂດຍສະເໜີໃຫ້ຄະນະພັກຄະນະນໍາຂອງສອງກົມເອົາໃຈໃສ່ສືບຕໍ່ ສຶກສາອົບຮົມ ທາງດ້ານການເມືອງແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ ໃຫ້ມີຄຸນທາດການເມືອງໜັກແໜ້ນ ມີຄວາມອຸ່ນອ່ຽນທຸ່ນທ່ຽງ; ສືບຕໍ່ປັບປຸງແບບແຜນນຳພາ ພ້ອມທັງ, ຮີບຮ້ອນຄົ້ນຄວ້າປັບປຸງພາລະບົດບາດ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງກົມໃຫ້ສໍາເລັດໂດຍໄວ ໂດຍຕິດພັນກັບການກໍານົດຕໍາແໜ່ງງານຢ່າງລະອຽດ ແລະ ສອດຄ່ອງກັບໜ້າວຽກຕົວຈິງ. ສໍາລັບວຽກງານກົມຄຸ້ມຄອງ ແລະ ພັດທະນາທີ່ດິນສະເໜີໃຫ້ກວດຄືນ ບັນດານິຕິກໍາ ທີ່ກ່ຽວຂ້ອງ ທີ່ມີໃນປັດຈຸບັນ ເປັນຕົ້ນ: ຂໍ້ຕົກລົງ, ແຈ້ງການ, ຄໍາແນະນໍາ, ຄູ່ມືວິຊາການ ແລະ ອື່ນໆ; ສືບຕໍ່ປັບປຸງຄືນ ກົນໄກການປະສານງານ ແລະ ຄວາມຮັບຜິດຊອບ ລະຫວ່າງຂະແໜງການ ນັບແຕ່ຂັ້ນສູນກາງ ຈົນຮອດທ້ອງຖິ່ນ ໃຫ້ໄປໃນທິດທາງດຽວກັນ; ສືບຕໍ່ພັດ ທະນາລະບົບການຫັນເປັນທັນສະໄໝ ໂດຍສະເພາະລະບົບຖານຂໍ້ມູນທີ່ດິນ ແລະ ຫັນວຽກງານການບໍລິການທີ່ດິນເປັນທັນ ສະໄໝໃຫ້ສໍາເລັດ. ສໍາລັບວຽກງານກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສະເໜີໃຫ້ສືບຕໍ່ຄົ້ນຄວ້າ ແລະ ປະເມີນຄືນເຄືອຂ່າຍການປະສານງານ ການຈັດຕັ້ງປະຕິບັດກົດໝາຍຂັ້ນສູນກາງຈົນຮອດທ້ອງຖິ່ນ; ສືບຕໍ່ພັດທະນາ ແລະ ປັບປຸງກົນໄກການປະສານງານ ແລະ ການຄຸ້ມຄອງ, ຕິດຕາມ ແລະ ກວດກາ ບັນດາໂຄງການລົງທຶນ, ໂຮງຈັກ-ໂຮງງານ, ໂຄງການ ຂຸດຄົ້ນແຮ່ທາດຕ່າງໆ ທັງສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດບັນດາໂຄງການການເຊົ່າ ແລະ ສໍໍາປະທານທີ່ດິນຂອງລັດ ໃຫ້ເຂົ້າເປັນລະບົບ ແລະ ຫັນເປັນທັນສະໄໝ ສາມາດກວດໄດ້ງ່າຍ, ມີລະບົບຖານຂໍ້ມູນທີ່ຈະແຈ້ງ ແລະ ຊັດເຈນ, ຮັບປະກັນມີຂໍ້ມູນຄົບຖ້ວນ ກ່ອນລົງກວດກາຕົວຈິງ;

ຂ່າວ: ສອນເພັດ ສຸລິພອນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ