ໂລກຜະລິດພະລັງງານໝູນວຽນເພີ່ມຂຶ້ນ 50%

ໂລກຜະລິດພະລັງງານໝູນວຽນເພີ່ມຂຶ້ນ 50%
ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ອົງການພະລັງງານສາກົນ (IEA) ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ໂລກເພີ່ມກຳລັງການຜະລິດພະລັງງານໝູນວຽນ 50% ໃນປີ 2023 ແຕ່ການຕໍ່ສູ້ກັບການປ່ຽນແປງສະພາບອາກາດຈຳເປັນຕ້ອງໃຊ້ພະລັງງານຫຼາຍກວ່ານີ້.
ບົດລາຍງານລະບຸວ່າ: ການເພີ່ມຂຶ້ນດັ່ງກ່າວເປັນອັດຕາການຂະຫຍາຍຕົວໄວທີ່ສຸດໃນຮອບ 20 ປີທີ່ຜ່ານມາ ແລະ ຖືວ່າເປັນການເພີ່ມກຳລັງການຜະລິດພະລັງງານໝູນວຽນທີ່ສ້າງສະຖິຕິໃໝ່ເປັນປີທີ 22 ຕິດຕໍ່ກັນ ອີກທັງການເຄື່ອນໄຫວດັ່ງກ່າວຍັງໄດ້ຮັບແຮງໜູນຈາກຈີນ. ເຖິງແມ່ນວ່າການໃຊ້ພະລັງງານແສງຕາເວັນກັບພະລັງງານລົມຄວບຄູ່ກັບການຫຼຸດການໃຊ້ເຊື້ອໄຟຟອສຊິນມີຄວາມສຳຄັນຢ່າງຍິ່ງໃນການບັນລຸເປົ້າໝາຍຈຳກັດການເພີ່ມຂຶ້ນຂອງອຸນຫະພູມໂລກ ໄວ້ທີ່ 1,5 ອົງສາ ຈາກລະດັບກ່ອນຍຸກອຸດສາຫະກຳ ແຕ່ IEA ລະບຸວ່າ: ໂລກຍັງບໍ່ສາມາດບັນລຸເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໝູນວຽນ 3 ເທົ່າ ພາຍໃນປີ 2030 ຕາມມະຕິຕົກລົງຈາກ 200 ປະເທດໃນກອງປະຊຸມລັດຖະພາຄີອະນຸສັນຍາສະຫະປະຊາຊາດວ່າດ້ວຍການປ່ຽນແປງສະພາບພູມອາກາດຕາມຂອບຂອງອະນຸສັນຍາສະຫະປະຊາຊາດວ່າດ້ວຍການປ່ຽນແປງສະພາບພູມອາກາດ (UNFCCC) ຄັ້ງທີ 28 ຫຼື COP28 ທີ່ເມືອງດູໄບ ເມື່ອເດືອນຜ່ານມາ. ທ່ານ ຟາຕິ ບິຣອນ ກຳມະການບໍລິຫານຂອງ IEA ກ່າວວ່າ: ມັນຍັງບໍ່ພຽງພໍທີ່ຈະບັນລຸເປົ້າໝາຍຂອງ COP28 ໃນການເພີ່ມພະລັງງານໝູນວຽນອີກ 3 ເທົ່າ ແຕ່ພວກເຮົາກຳລັງເຂົ້າໃກ້ເປົ້າໝາຍດັ່ງກ່າວ ແລະ ລັດຖະບານຂອງປະເທດຕ່າງໆກໍມີເຄື່ອງມືທີ່ຈຳເປັນຕໍ່ການປິດຊ່ອງວ່າງນັ້ນ. ທ່ານ ບິຣອນ ກ່າວຕື່ມວ່າ: ຄວາມທ້າທາຍທີ່ສຳຄັນທີ່ສຸດສຳລັບປະຊາຄົມສາກົນຄືການເພີ່ມເງິນທຶນ ແລະ ການໃຊ້ພະລັງງານໝູນວຽນໃນປະເທດເສດຖະກິດເກີດໃໝ່ ແລະ ປະເທດກຳລັງພັດທະນາສ່ວນໃຫຍ່ຂອງໂລກ ຊຶ່ງຄວາມສຳເລັດໃນການບັນລຸເປົ້າໝາຍຂອງການເພີ່ມກຳລັງການຜະລິດພະລັງງານໝູນວຽນ 3 ເທົ່າ ຈະຂຶ້ນຢູ່ກັບສິ່ງນີ້.
ທ່ານ ດີນ ຄູເປີ ຜູ້ນຳດ້ານພະລັງງານລະດັບໂລກ ຈາກອົງການກອງທຶນສັດປ່າໂລກສາກົນ (WWF) ກ່າວວ່າ: ການຜະລິດພະລັງງານໝູນວຽນກຳລັງເພີ່ມຂຶ້ນຢ່າງວ່ອງໄວ. ພວກເຮົາຈະບໍ່ສາມາດຫຼີກລ່ຽງໄພພິບັດທາງສະພາບອາກາດ ຂະນະທີ່ຍັງຄົງມີການເຜົາໄໝ້ເຊື້ອໄຟຟອສຊິນຢ່າງຕໍ່ເນື່ອງ ຊຶ່ງຜູ້ທີ່ຕ້ອງການເຫັນໂລກໜ້າຢູ່ຄວນເພີ່ມແຮງກົດດັນໃຫ້ລັດຖະບານປ່ຽນຄຳເວົ້າເປັນການກະທຳ ໂດຍຮຽກຮ້ອງໃຫ້ພວກເຂົາປ່ຽນແປງລະບົບພະລັງງານຢ່າງຮີບດ່ວນ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ຟ້າມ​ມິງ​ຈິງ ກວດ​ກາ​ຮູບ​ແບບ​ການ​ບໍ​ລິ​ຫານ​ໃໝ່​ຢູ່ ແຂວງອານ​ຢາງ ແລະ ດົ່ງ​ທາບ

ທ່ານ ຟ້າມ​ມິງ​ຈິງ ກວດ​ກາ​ຮູບ​ແບບ​ການ​ບໍ​ລິ​ຫານ​ໃໝ່​ຢູ່ ແຂວງອານ​ຢາງ ແລະ ດົ່ງ​ທາບ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍສືບຕໍ່ໂຄງການປະຕິບັດງານຢູ່ບັນດາແຂວງທາງພາກໃຕ້, ເມື່ອບໍ່ດົນມານີ້ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງກວດກາການຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ແລະ ການເຄື່ອນໄຫວຂອງສູນຮັບໃຊ້ການປະຕິບັດລະບຽບການບໍລິຫານສາທາລະນະຢູ່ຕາແສງ ເທີຍເຊີນ (ຕາແສງຕິດກັບຊາຍແດນ), ແຂວງອານຢາງ ແລະ ຕາແສງໝີຮຽບ ແຂວງດົ່ງທາບ.
ຣັດເຊຍ ຈະລົງທຶນ 180 ຕື້ຣຸບ ຍົກລະດັບດ່ານຊາຍແດນ

ຣັດເຊຍ ຈະລົງທຶນ 180 ຕື້ຣຸບ ຍົກລະດັບດ່ານຊາຍແດນ

ຂ່າວຕ່າງປະເທດລາຍ; ທ່ານ ມິຄາອິລ ມິຊູສຕິນ ນາຍົກລັດຖະມົນຕີຣັດເຊຍ ກ່າວຫວ່າງມໍ່ໆມານີ້ວ່າ: ລັດຖະບານຣັດເຊຍ ຈະຈັດສັນງົບປະມານເກືອບ 180 ຕື້ຣຸບ ໃນໄລຍະ 3 ປີຂ້າງໜ້າ ເພື່ອປັບປຸງດ່ານຊາຍແດນທົ່ວປະເທດ ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມເພື່ອພັດທະນາໂລຈິສຕິກຂ້າມແດນ.
ເລ​ຂາ​ທິ​ການ​ໃຫຍ່​ ສ​ປ​ຊ​ ຮຽກ​ຮ້ອງ​ໃຫ້​ສືບ​ຕໍ່​ພະ​ຍາ​ຍາມ​​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ເລ​ຂາ​ທິ​ການ​ໃຫຍ່​ ສ​ປ​ຊ​ ຮຽກ​ຮ້ອງ​ໃຫ້​ສືບ​ຕໍ່​ພະ​ຍາ​ຍາມ​​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 21 ກໍລະກົດ ຜ່ານມານີ້, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເວ​ທີ​ປຶກ​ສາ​ຫາ​ລື​ທາງ​ການ​ເມືອງ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ອົງ​ການສະຫະປະຊາຊາດ ​ປະ​ຈຳ​​ປີ 2025 ຈັດ​ຂຶ້ນຢູ່ນະ​ຄອນນິວຢອກ ສະຫະລັດ ອາເມຣິກາ, ທ່ານ ​​ອັນ​ໂຕນີ​ໂອ ກູ​ເຕີເຣັສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການສະຫະປະຊາຊາດ ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ ໂດຍ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຈົ່ງ​ຮ່ວມ​ກັນແບກ​ຫາບ​​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ, ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບກວມ​ລວມ​, ​ທ່ຽງ​ທຳ ແລະ​ ຍືນ​ຍົງ, ​ທັງຮັບ​ປະ​ກັນ​ໃນ​ການ​ສ້າງ​ຜົນ​ປະ​ໂຫຍດ​ແກ່​ທຸກ​ຄົນ​.
ຟີລິບປິນ ປະສົບກັບໄພນໍ້າຖ້ວມ ປະຊາຊົນຫຼາຍສິບພັນຄົນຕ້ອງຍົກຍ້າຍອອກຈາກເຮືອນ

ຟີລິບປິນ ປະສົບກັບໄພນໍ້າຖ້ວມ ປະຊາຊົນຫຼາຍສິບພັນຄົນຕ້ອງຍົກຍ້າຍອອກຈາກເຮືອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ກໍລະກົດ ຜ່ານມາວ່າ: ນໍ້າຖ້ວມທີ່ເກີດຈາກຝົນຕົກໜັກຈາກລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີຊື່ວ່າ: ຮາບາກັດ ໄດ້ເຮັດໃຫ້ນະຄອນຫຼວງມະນີລາ ຂອງຟີລິບປິນ ຢູ່ໃນສະພາບຢຸດສະງັກ, ປະຊາຊົນຫຼາຍສິບພັນຄົນຕ້ອງຍົກຍ້າຍອອກຈາກບ້ານເຮືອນ ແລະ ເຮັດໃຫ້ມີຜູ້ສູນຫາຍຢ່າງໜ້ອຍ 2 ຄົນ.
ອິນໂດເນເຊຍ ມີເຂົ້າສຳຮອງສູງເຖິງ 4.2 ລ້ານໂຕນ

ອິນໂດເນເຊຍ ມີເຂົ້າສຳຮອງສູງເຖິງ 4.2 ລ້ານໂຕນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ກໍລະກົດ ຜ່ານມາວ່າ: ທ່ານ ພຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນເຊຍ ກ່າວໃນກອງປະຊຸມພັກສາມັກຄີອິນໂດເນເຊຍ ໃນວັນທີ 20 ກໍລະກົດ ຜ່ານມາ ວ່າ: ການຜະລິດເຂົ້າຂອງອິນໂດເນເຊຍ ເພີ່ມຂຶ້ນ 48%, ເຮັດໃຫ້ປະລິມານເຂົ້າສຳຮອງຂອງລັດຖະບານເພີ່ມຂຶ້ນເຖິງ 4.2 ລ້ານໂຕນ, ໃນຂະນະດຽວກັນຜົນຜະລິດສາລີເພີ່ມຂຶ້ນ 30%.
ຈີນ ບັນລຸເປົ້າໝາຍການດຶງດູດທຶນຕ່າງປະເທດ 700 ຕື້ໂດລາ

ຈີນ ບັນລຸເປົ້າໝາຍການດຶງດູດທຶນຕ່າງປະເທດ 700 ຕື້ໂດລາ

ຂ່າວສານຊີອາໄອລາຍງານ ໃນວັນທີ 22 ກໍລະກົດ ຜ່ານມາວ່າ: ນັບມາຮອດທ້າຍເດືອນມິຖຸນາຜ່ານມາ, ໃນໄລຍະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 (ປີ 2021-2025), ນັບລວມແລ້ວ ຈີນໄດ້ດຶງດູດທຶນຕ່າງປະເທດຫຼາຍກວ່າ 700 ຕື້ໂດລາ
ທ່ານ ຟ້າມ​ມິງ​ຈິງ ກວດ​ກາ​ຮູບ​ແບບ​ການ​ບໍ​ລິ​ຫານ​ໃໝ່​ຢູ່ ແຂວງອານ​ຢາງ ແລະ ດົ່ງ​ທາບ

ທ່ານ ຟ້າມ​ມິງ​ຈິງ ກວດ​ກາ​ຮູບ​ແບບ​ການ​ບໍ​ລິ​ຫານ​ໃໝ່​ຢູ່ ແຂວງອານ​ຢາງ ແລະ ດົ່ງ​ທາບ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍສືບຕໍ່ໂຄງການປະຕິບັດງານຢູ່ບັນດາແຂວງທາງພາກໃຕ້, ເມື່ອບໍ່ດົນມານີ້ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງກວດກາການຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ແລະ ການເຄື່ອນໄຫວຂອງສູນຮັບໃຊ້ການປະຕິບັດລະບຽບການບໍລິຫານສາທາລະນະຢູ່ຕາແສງ ເທີຍເຊີນ (ຕາແສງຕິດກັບຊາຍແດນ), ແຂວງອານຢາງ ແລະ ຕາແສງໝີຮຽບ ແຂວງດົ່ງທາບ.
Microsoft ເຕືອນໄພສຸກເສີນ "Zero-Day" ໂຈມຕີ SharePoint Server

Microsoft ເຕືອນໄພສຸກເສີນ "Zero-Day" ໂຈມຕີ SharePoint Server

ຂ່າວຕ່າງປະເທດ ລາຍງານໃນວັນທີ 21 ກໍລະກົດ ຜ່ານມາວ່າ: Microsoft ໄດ້ອອກຄຳເຕືອນຮີບດ່ວນເຖິງໜ່ວຍງານພາກລັດ ແລະ ພາກເອກະຊົນ ໃຫ້ຮີບຮ້ອນຕິດຕັ້ງການອັບເດດຄວາມປອດໄພທັນທີຫຼັງຈາກຄົ້ນພົບການໂຈມຕີທາງໄຊເບີ ແບບ “Zero-day” ທີ່ຕັ້ງເປົ້າໝາຍໂຈມຕີຊ່ອງຫວ່າງຂອງຊັອຟແວ SharePoint Server ຊຶ່ງເປັນເວີຊັນທີ່ອົງການຈັດຕັ້ງຕິດຕັ້ງເອງ (On-premise).
ການຊື້ສິນຄ້າມືສອງທາງອອນລາຍໃນອັງກິດ ຈະບັນລຸ 4.8 ຕື້ໂດລາ

ການຊື້ສິນຄ້າມືສອງທາງອອນລາຍໃນອັງກິດ ຈະບັນລຸ 4.8 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: ລາຍງານຫຼ້າສຸດຈາກສູນຄົ້ນຄວ້າເສດຖະກິດ ແລະ ທຸລະກິດຂອງອັງກິດ (CEBR) ຄາດຄະເນວ່າ, ມູນຄ່າການຊື້ສິນຄ້າມືສອງທາງອອນລາຍໃນອັງກິດຈະບັນລຸເຖິງ 4.8 ຕື້ໂດລາໃນປີນີ້, ເພີ່ມຂຶ້ນຈາກ 4.3 ຕື້ໂດລາ ໃນປີ 2024, ທ່າມກາງທ່າອ່ຽງການຮັດສາຍແອວຂອງຜູ້ບໍລິໂພກ ແລະ ຄວາມນິຍົມສິນຄ້າມືສອງທີ່ມີຄຸນນະພາບດີ.
ສີລັງກາ ສັ່ງຫ້າມຫຼິ້ນວ່າວໃກ້ສະໜາມບິນສາກົນ

ສີລັງກາ ສັ່ງຫ້າມຫຼິ້ນວ່າວໃກ້ສະໜາມບິນສາກົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: ບໍລິສັດ ສະໜາມບິນ ແລະ ບໍລິການການບິນ (ສີລັງກາ) ຈຳກັດ ໄດ້ຫ້າມຫຼິ້ນວ່າວໃກ້ກັບສະໜາມບິນສາກົນຫຼາຍແຫ່ງໃນສີລັງກາ ເນື່ອງຈາກເປັນຫ່ວງດ້ານຄວາມປອດໄພຂອງເຮືອບິນ ແລະ ຜູ້ໂດຍສານ.
ເພີ່ມເຕີມ