ຫຼວງນໍ້າທາ ຝຶກອົບຮົມການບໍລິການ ໂຮງແຮມ ແລະ ບ້ານພັກ

ຫຼວງນໍ້າທາ ຝຶກອົບຮົມການບໍລິການ ໂຮງແຮມ ແລະ ບ້ານພັກ

ຫຼວງນໍ້າທາ ຝຶກອົບຮົມການບໍລິການ ໂຮງແຮມ ແລະ ບ້ານພັກ
ໃນທ້າຍອາທິດແລ້ວນີ້, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຫຼວງນໍ້າໄດ້ຈັດຊຸດຝຶກອົບຮົມການບໍລິການວຽກງານ ໂຮງແຮມ ແລະ ບ້ານພັກ (ການບໍລິການອາຫານ ແລະ ເຄື່ອງດື່ມ) ໃຫ້ຫົວໜ່ວຍທຸລະກິດ ບໍລິການໂຮງແຮມ,

 ເຮືອນພັກ, ຮ້ານອາຫານ ແລະ ຮ້ານກິນດື່ມ ຢູ່ທີ່ສະໂມສອນຂອງເມືອງວຽງພູຄາ ແຂວງຫຼວງນໍ້າທາ ໂດຍເປັນປະທານຂອງ ທ່ານ ສີສຸພັນ ທໍາປັນຍາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທອງທ່ຽວ ແຂວງ, ມີຜູ້ປະກອບການທຸລະກິດບໍລິການໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ຮ້ານກິນດື່ມອ້ອມຂ້າງເມືອງເຂົ້າຮ່ວມ

ການຝຶກຄັ້ງນີ້, ປະກອບມີພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ບັນດາຜູ້ເຂົ້າຮ່ວມຝືກອົບຮົມໄດ້ຮຽນຮູ້ ວຽກງານບໍລິການໂຮງແຮມ ແລະ ບ້ານພັກທີ່ມີຄຸນນະພາບ, ການບໍລິການ ແລະ ການເອົາໃຈໃສ່ລູກຄ້າ, ຝຶກການບໍລິການເຮືອນພັກ, ຮ້ານອາຫານ, ເຄື່ອງດື່ມ ແລະ ການຍີບໂບ ຂອບໂຕະ, ການຈັດໂຕະ-ຕັງຢູ່ຫ້ອງປະຊູມ, ທັງນີ້ກໍເພື່ອນໍາເອົາບົດຮຽນໃນຄັ້ງນີ້ ໄປນໍາໃຊ້ເຂົ້າໃນການບໍລິການທຸລະກິດຂອງຕົນ ໃຫ້ສາມາດຕອບສະໜອງຄວາມຕ້ອງການ, ສ້າງຄວາມປະທັບໃຈ ແລະ ຄວາມເພິ່ງພໍໃຈໃຫ້ແກ່ລູກຄ້າ ແລະ ນັກທ່ອງທ່ຽວ.

ໂອກາດດັ່ງກ່າວທ່ານ ສີສຸພັນ ທໍາປັນຍາ ກໍາມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງຫຼວງນໍ້າທາໄດ້ມີຄໍາເຫັນໂອ້ລົມ ຍົກໃຫ້ຮູ້ຄວາມໝາຍ, ຄວາມສໍາຄັນຂອງການຝຶກອົບຮົມຄັ້ງນີ້ ກໍ່ເພື່ອເປັນການປັບປຸງ ແລະ ພັດທະນາການບໍລິການດ້ານຕ່າງໆ ໂດຍສະເພາະແມ່ນການພັດທະນາບຸກຄະລາກອນ ກໍຄື ຜູ້ປະກອບການທຸລະກິດໃນຂະແໜງທຸລະກິດການທ່ອງທ່ຽວພາຍໃນແຂວງຫຼວງນໍ້າທາ ກໍຄືເມືອງວຽງພູຄາໄດ້ມີການພັດທະນາທັງດ້ານປະລິມານ ແລະ ມີຄຸນນະພາບໂດຍສະເພາະແມ່ນການບໍລິການທີ່ດີ, ການຮັບແຂກທີ່ດີ, ການເປັນແມ່ບ້ານທີ່ດີ ກໍຄື ການເປັນເຈົ້າພາບທີ່ດີໃນການຕ້ອນຮັບແຂກທັງພາຍໃນ ແລະ ຕ່າງປະເທດໃຫ້ມີທ່າຂະຫຍາຍຕົວດີຂຶ້ນກວ່າເກົ່າ. ຈາກນັ້ນ, ກໍໄດ້ມອບໃບຢັ້ງຢືນໃຫ້ກັບນັກສໍາມະນາກອນ.

(ຂ່າວ: ຄໍາປິງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດຢາງພາລາຫວຽດ-ລາວ ມອບທຶນສະໜັບສະໜູນການສຶກສາ ແລະ ສາທາລະນະສຸກເມືອງ​ບາ​ຈຽງ

ບໍລິສັດຢາງພາລາຫວຽດ-ລາວ ມອບທຶນສະໜັບສະໜູນການສຶກສາ ແລະ ສາທາລະນະສຸກເມືອງ​ບາ​ຈຽງ

ບໍລິສັດຢາງພາລາຫວຽດ-ລາວ ໄດ້ມອບທຶນສະໜັບສະໜູນການສຶກສາ ແລະ ສາທາລະນະສຸກ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ, ເພື່ອ​ປະ​ກອບ​ສ່ວນເປັນລາງວັນໃຫ້ແກ່ນັກຮຽນທີ່ມີຜົນການຮຽນດີເດັ່ນ ໃນລະດັບຊັ້ນ ປ5, ມ4 ແລະ ມ7 ແລະມອບ​ເງິນ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​ໂຮງ​ໝໍ​ເມືອງ.
ການນຳເມືອງມຸນລະປາໂມກ ມອບເຄື່ອງຊ່ວຍເຫຼືອແກ່ຜູ້ປະສົບໄພນ້ຳຖ້ວມຢູ່ຕາແສງນາດີ

ການນຳເມືອງມຸນລະປາໂມກ ມອບເຄື່ອງຊ່ວຍເຫຼືອແກ່ຜູ້ປະສົບໄພນ້ຳຖ້ວມຢູ່ຕາແສງນາດີ

ທ່ານ ສົມສັກ ເສົາວະລັດ ເລຂາພັກເມືອງ ພ້ອມດ້ວຍ ທ່ານ ສົມຈັນ ສີຈັນແດງ ຮອງເລຂາພັກເມືອງຄະນະກຳມະການຕ້ານໄພພິບັດຂັ້ນເມືອງໄດ້ສືບຕໍ່ລົງຕິດຕາມ, ກວດກາສະພາບຄວາມເສຍຫາຍ, ເກັບກຳຂໍ້ມູນຕົວຈິງ ພ້ອມທັງມອບເຄື່ອງ ຊ່ວຍເຫຼືອເບື້ອງຕົ້ນ ໃຫ້ແກ່ຄອບຄົວທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມ ຢູ່ຕາແສງນາດີເມືອງມຸນລະປາໂມກແຂວງ​ຈຳ​ປາ​ສັກເມື່ອ​ບໍ່​ດົນ​ມາ​ນີ້.
ເລຂາພັກແຂວງໄຊຍະບູລີ ຕິດ​ຕາມໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ຢູ່ເມືອງແກ່ນທ້າວ

ເລຂາພັກແຂວງໄຊຍະບູລີ ຕິດ​ຕາມໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ຢູ່ເມືອງແກ່ນທ້າວ

ທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານ​ສະ​ພາ​ປະ​ຊາ​ຊົນ​ແຂ;ວງ​ໄຊ​ຍະ​ບູ​ລີພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມແມ່ນໍ້າເຫືອງ ຢູ່ເມືອງແກ່ນທ້າວໃນ​ວັນ​ທີ 22 ສິງ​ຫາ​ຜ່ານ​ມາ, ໂດຍການຕ້ອນຮັບຂອງ ທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ.
ຄຳມ່ວນປາ​ຖະ​ກະ​ຖາວັນລັດຖະທຳມະນູນແລະວັນຢຶດອຳນາດ

ຄຳມ່ວນປາ​ຖະ​ກະ​ຖາວັນລັດຖະທຳມະນູນແລະວັນຢຶດອຳນາດ

ແຂວງ​ຄຳ​ມ່ວນໄດ້​ຈັດ​ພິ​ທີປາຖະກະຖາວັນລັດຖະທໍາມະນູນແຫ່ງສປປລາວຄົບຮອບ35ປີ (15ສິງຫາ1991 - 15ສິງຫາ2026 ) ແລະວັນຢຶດອຳນາດຄົບຮອບ81ປີ (23ສິງຫາ1945-23ສິງຫາ2026) ໃນວັນທີ24ສິງຫາ2026ຢູ່ທີ່ສະໂມສອນໃຫຍ່ຂອງແຂວງໂດຍການໃຫ້ກຽດປາຖະກະຖາຂອງທ່ານໄຊຊະນະໂຄດພູທອນກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນແລະທ່ານສົມໃຈພານິຈັນຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະນໍາແຂວງ, ບັນດາພະແນກການ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພາກສ່ວນຕ່າງໆອ້ອມຂ້າງເຂົ້າຮ່ວມ.
ເມືອງສຸຂຸມາເປີດສວນຢາພື້ນເມືອງຫວັງເປັນແຫຼ່ງອະນຸລັກ ແລະ ຮຽນຮູ້

ເມືອງສຸຂຸມາເປີດສວນຢາພື້ນເມືອງຫວັງເປັນແຫຼ່ງອະນຸລັກ ແລະ ຮຽນຮູ້

ຫ້ອງການສາລະນະສຸກເມືອງສຸຂຸມາ ຮ່ວມກັບຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ຈັດພິທີ ເປີດສວນຢາພື້ນເມືອງ ຢູ່ບ້ານໂນນແດງໃຕ້,ຕາແສງສຳຫຼຽງ ເມື່ອ​ບໍ່​ດົນ​ມາ​ນີ້ ໂດຍເປັນປະທານຂອງທ່ານ ຄຳບອນ ສີຮັກສາ ຮອງປະທານກຳມະການປົກຄອງເມືອງ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມແລະການປົກຄອງ,ທ່ານ ສີສຸກ ແກ້ວມະນີວົງ ຫົວໜ້າຫ້ອງການ ສາທາລະນະສຸກເມືອງ,ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຫສນຍ ຝຶກອົບຮົມວຽກງານການສະກັດກັ້ນ ແລະ ຕ້ານອັກຄີໄພ

ຫສນຍ ຝຶກອົບຮົມວຽກງານການສະກັດກັ້ນ ແລະ ຕ້ານອັກຄີໄພ

ຄະນະປ້ອງກັນພາຍໃນ ຫ້ອງການວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ຮ່ວມກັບ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຕີໄພ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຝຶກອົບຮົມວຽກງານການສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ແກ່ພະນັກງານ ຫສນຍ, ໃນ​ວັນ​ທີ 27 ສິງ​ຫາ​ນີ້ ໂດຍການເປັນປະທານຂອງ ທ່ານ ຄຳຜາ ພິມມະສອນຮອງລັດຖະມົນຕີຮອງຫົວໜ້າ ຫສນຍ; ມີວິທະຍາກອນ ຈາກກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າຮ່ວມ.
ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ເນັ້ນ 7 ບັນຫາຫັນປ່ຽນວຽກງານຊາວໜຸ່ມສູ່ບາດກ້າວໃໝ່

ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ເນັ້ນ 7 ບັນຫາຫັນປ່ຽນວຽກງານຊາວໜຸ່ມສູ່ບາດກ້າວໃໝ່

ໃນໂອກາດລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ໂອ້ລົມຕໍ່ຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນໃນ​ວັນ​ທີ 27 ສິງ​ຫາ​ນີ້.
ຈາກ​ການ​ນຳ​ຂັ້ນ​ສູງ​​ຂອງ​ແຂວງກ້າວ​ສູ່​​ຜະ​ລິດກະ​ສິ​ກຳປອດສານພິດ ຫຼັງ​ບຳ​ນານ

ຈາກ​ການ​ນຳ​ຂັ້ນ​ສູງ​​ຂອງ​ແຂວງກ້າວ​ສູ່​​ຜະ​ລິດກະ​ສິ​ກຳປອດສານພິດ ຫຼັງ​ບຳ​ນານ

ຫຼັງຈາກອອກ​ພັກ​ການ-ຮັບ​ອຸດ​ໜູນ​ບຳ​ນານຫຼາຍຄົນອາດຈະເລືອກພັກຜ່ອນຢູ່ເຮືອນ, ແຕ່ສຳລັບ ທ່ານ ນາງ ແພງ ກັນຍາພີມ ອະດີດຮອງເຈົ້າແຂວງຫົວພັນ, ພະ​ນັກ​ງານ​ບຳ​ນານກັບກາຍເປັນໂອກາດໃໝ່ໃນການຫັນມາເຮັດກະສິກຳຢ່າງຈິງຈັງຈົນປະສົບຜົນສຳເລັດຢ່າງໜ້າພໍໃຈດ້ວຍຄວາມພະຍາຍາມ ແລະ ການຮຽນຮູ້ຢ່າງບໍ່ຢຸດຢັ້ງ, ທ່ານໄດ້ທົດລອງປູກໝາກມັງກອນ ແລະ ໝາກໄມ້ປອດສານພິດຫຼາກຫຼາຍຊະນິດ ຢູ່ເມືອງຊຳເໜືອ ແລະ ເມືອງວຽງໄຊ ແຂວງຫົວພັນ, ກາຍເປັນແບບຢ່າງອັນດີໃນການສ້າງລາຍຮັບ ແລະ ສ້າງຄວາມສຸກໃນໄວບຳນານ ໃຫ້ແກ່ບັນດາພະນັກງານບຳນານ ແລະ ປະຊາຊົນທົ່ວໄປ.
ປິດຊຸດອົບຮົມຍົກລະດັບສີມືໃນການຕັດເສື້ອແວັດ ແລະແຟ້ມໃສ່ເອກະສານ

ປິດຊຸດອົບຮົມຍົກລະດັບສີມືໃນການຕັດເສື້ອແວັດ ແລະແຟ້ມໃສ່ເອກະສານ

ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມຍົກລະດັບສີມືໃນການຕັດເສື້ອແວັດ ແລະເຮັດແຟ້ມໃສ່ເອກະສານ ເພື່ອແປຮູບຜະລິດຕະພັນໃຫ້ກາຍເປັນເອກະລັກຂອງທ້ອງຖິ່ນ ເປັນອາຊີບ, ມີລາຍຮັບໃຫ້ແກ່ຕົນເອງ ແລະ ຄອບຄົວ.
ກະຊວງຍຸຕິທຳ ປາຖະກະຖາ ວັນສຳຄັນຂອງຊາດ

ກະຊວງຍຸຕິທຳ ປາຖະກະຖາ ວັນສຳຄັນຂອງຊາດ

ກະຊວງຍຸຕິທຳ, ໄດ້ຈັດພິທີປາຖະກະຖາ ວັນສຳຄັນຊອງຊາດ ຄື: ວັນສ້າງຕັ້ງແນວລາງສ້າງຊາເ ຄົບຮອບ 76 ປີ,ວັນປະກາດໄຊ້ລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ ແລະ ວັນຢຶດອໍານາດທົ່ວປະເທດ ຄົບຮອບ 81 ປີ ຂຶ້ນໃນວັນ ທີ 25 ສິງຫານີ້ທີ່ກະຊວງຍຸຕິທໍາ ໂດຍການປາຖະກະຖາຂອງ ທ່ານ ຄຳພັນ ບຸນພາຄົມ ຮອງເລຂາຄະນະບໍລິຫານງານພັກກະຊວງ,ຮອງລັດຖະມົນຕີ ກະຊວງຍຸຕິທຳ,ມີບັນດາຫົວໜ້າກົມ, ຮອງກົມພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ