![]() |
ທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ໄດ້ມີຄໍາເຫັນວ່າ: ການຝືກອົບຮົມໃນຄັ້ງນີີ້, ແມ່ນມີຄວາມສໍາຄັນຫຼາຍ ຊຶ່ງແມ່ນກິດຈະກຳໜຶ່ງທີ່ນອນໃນແຜນການຈັດຕັ້ງປະຕິບັດ ແລະ ມີຜົນຕໍ່ກັບຄຸນນະພາບຂອງການລາຍງານຂໍ້ມູນຕໍ່ລັດຖະບານ, ຜູ້ທີ່ຈະລົງເກັບກໍາຂໍ້ມູນຕ້ອງໄດ້ມີຄວາມຮັບຮູ້-ຄວາມເຂົ້າໃຈຕໍ່ກັບເນື້ອໃນ, ນິຍາມ ແລະ ບັນດາຫຼັກການຕ່າງໆທັງໝົດໃຫ້ມີຄວາມເປັນເອກະພາບ. ການສຳຫຼວດແມ່ນຈະໃຊ້ແທັບເລັດ (ລະບົບຄອມພິວເຕີ) ເຂົ້າໃນການເກັບກຳຂໍ້ມູນ ພ້ອມທັງຮຽກຮ້ອງໃຫ້ສໍາມະນາກອນ ເອົາໃຈໃສ່ສຸມສະຕິບັນຍາເຂົ້າໃນການຝືກຮົມ ໃຫ້ມີຄວາມເຂົ້າໃຈ ກ່ຽວກັບກອບແນວຄວາມຄິດ, ຈຸດປະສົງ ແລະ ວິທີການຈົດກ່າຍແບບສອບຖາມ ໃນລະບົບຄອມພິວເຕີ ຫຼື ແທັບເລັດ ໃຫ້ມີຄວາມເປັນເອກະພາບກັນຢ່າງເລິກຊຶ່ງ ຮັບປະກັນໃຫ້ສາມາດສືບຕໍ່ການເກັບກໍາຂໍ້ມູນໃນພາກສະໜາມໄດ້ຮັບຜົນສໍາເລັດ.
ຊຸດຝຶກອົບຮົມຄັ້ງນີ້, ຈະດໍາເນີນເປັນເວລາ 10 ວັນຮອດວັນທີ 30 ຕຸລາ 2025 ຈຶ່ງຈະສໍາເລັດ
(ຂ່າວ ຄໍາຕັນ ອຸ່ນຄໍາ)
ຄໍາເຫັນ