ຫຼວງນໍ້າທາ ປາຖະກະຖາມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ

ຫຼວງນໍ້າທາ ປາຖະກະຖາມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ
ທ້າຍອາທິດຜ່ານມານີ້, ແຂວງຫຼວງນໍ້າທາ ໄດ້ພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຄົບຮອບ 63 ປີ (ວັນທີ 5 ເມສາ 1961-5 ເມສາ 2024) ຂຶ້ນຢູ່ທີ່ຫໍວັດທະນະທໍາແຂວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງນໍ້າທາ, ມີການນໍາພັກ-ລັດຂັ້ນແຂວງ, ເມືອງເຂົ້າຮ່ວມ.
    ທ່ານ ພົນຈັດຕະວາ ອີນສົມ ທໍາລະສີນ ກໍາມະການພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ເລົ່າຄືນການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບ      ຕະຫຼອດໄລຍະ 63 ປີທີ່ຜ່ານມາ ຊຶ່ງເປັນວັນປະຫວັດສາດທີ່ສໍາຄັນຂອງຊາດ-ຂອງພັກ ເວົ້າລວມ-ເວົ້າສະເພາະ ກໍ່ແມ່ນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນ, ກຳລັງປ້ອງກັນຄວາມສະຫງົບ ໄດ້ປະກອບສ່ວນຜົນງານຢ່າງໃຫຍ່ຫຼວງໃນພາລະກິດປົດປ່ອຍຊາດ, ເປັນກຳລັງປະຈັນບານປະເຊີນໜ້າໂດຍກົງ, ເປັນກຳລັງທີ່ມີມູນເຊື້ອກໍ່ສ້າງຮາກຖານການເມືອງ ຕິດພັນ ແລະ ສະໜິດແໜ້ນກັບປະຊາຊົນ, ປ້ອງກັນຜູ້ນຳພັກ-ລັດ ຢ່າງເດັດດ່ຽວ, ນາຍ ແລະ ພົນຕໍາຫຼວດທຸກຮຸ້ນໃນແຕ່ລະໄລຍະໄດ້ກາຍເປັນກໍາລັງທີ່ຈົ່ງຮັກພັກດີຕໍ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ, ເປັນກຳລັງທີ່ຢູ່ໃຕ້ການຊີ້ນຳ ນໍາພາຢ່າງເດັດຂາດ, ໂດຍກົງ, ຮອບດ້ານຂອງພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ. ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍຢ່າງເປັນທາງການ ໃນວັນທີ 2 ທັນວາ 1975 ເປັນຕົ້ນມາ, ຊຶ່ງແມ່ນຢູ່ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່, ກຳລັງປ້ອງກັນຄວາມສະຫງົບ ກໍໄດ້ປັບປຸງຢ່າງຮອບດ້ານຢູ່ຂັ້ນຮາກຖານໄດ້ຈັດຕັ້ງແນວຮົບປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຂັ້ນທ້ອງຖິ່ນຢ່າງແໜ້ນໜາ, ປັບປຸງຍົກສູງຄຸນນະພາບຂອງບັນດາກຳລັງປະກອບອາວຸດປະຊາຊົນ, ເດັດດ່ຽວທັບມ້າງທຸກກົນອຸບາຍການເຄື່ອນໄຫວມ້າງເພທຳລາຍຂອງສັດຕູ ແລະ ປົກປັກຮັກສາປະເທດຊາດໄດ້ຢ່າງໝັ້ນຄົງພ້ອມທັງມີຜົນງານຫຼາຍດ້ານຈົນມາຮອດປັດຈຸບັນ.
      ໃນວັນດຽວກັນນີ້, ທ່ານ ນາງ ປານີ ຈິດດາລາ ຄະນະບໍລິຫານງານສູນກາງຊາວໜຸມ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແຂວງຫຼວງນໍ້າທາ ໄດ້ປາຖະກະຖາວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 69 ປີ (ວັນທີ 14 ເມສາ 1955–14 ເມສາ 2024) ແລະ ມອບຫຼຽນໄຊ,ຫຼຽນກາ, ໃບຍ້ອງຍໍ ໃຫ້ກົມກອງ,ບຸກຄົນ ທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນວຽກງານພັດທະນາປະເທດຊາດ ແລະ ທ້ອງຖີ່ນ. 
(ຂ່າວ: ມຸນຕີ) 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ໃນວັນທີ 12 ພະຈິກ 2025, ກອງພົນທີ 2 ໄດ້ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ສອນເພັດ ຈັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 2, ມີບັນດາສະຫາຍ ຄະນະຫ້ອງ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງ ຕະຫລອດຮອດນັກກິລາເຂົ້າຮ່ວມ.
ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ວັນທີ 11 ພະຈິກຜ່ານມາ, ຫ້ອງການກະສີກຳ ແລະ ສິ່ງແວດລ້ອມ ເມືອງ ມຸນລະປາໂມກ ແຂວງ ຈຳປາສັກ ໄດ້ຈັດພິທີເປີດນໍ້າ ວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ວັນສັກຢາປ້ອງກັນພະຍາດສັດ ແຫ່ງຊາດ 11 ພະຈິກ ຂຶ້ນຢູ່ທີ່ກຸ່ມ ນາດີ ບ້ານ ຊານຫວ້າ ໂດຍການເປັນປະທານຂອງທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີສຸພັນ ແວງທີສານ ຕ່າງໜ້າພະແນກກະສີກຳ ແລະ ສິ່ງແວດລ້ອມແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ວັນທີ 11 ພະຈິກຜ່ານມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວບຶງໜອງເທົາ ແລະ ຖໍ້າປາເຊືອມ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຂັມເພັດ ແກ້ວເພຍຈັນ ປະທານບໍລິສັດ ເພັດມະນີ ເຄພີຊີ ຈໍາກັດຜູ້ດຽວ ໃນນາມຜູ້ສໍາປະທານ ແລະ ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ.
ອົງການກາແດງແຫ່ງຊາດລາວ ວາງພວງມະລາ ແລະ ວາງກະຕ່າດອກໄມ້ໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ

ອົງການກາແດງແຫ່ງຊາດລາວ ວາງພວງມະລາ ແລະ ວາງກະຕ່າດອກໄມ້ໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ

ໃນວັນທີ 12 ພະຈິກ 2025 ນີ້, ການນໍາຂອງອົງການກາແດງແຫ່ງຊາດລາວໄດ້ເຂົ້າວາງພວງມະລາຢູ່ອານຸສາວະລີນັກຮົບນິລະນາມ (ດາວແດງ)ແລະ ວາງກະຕ່າດອກໄມ້ຢູ່ໜ້າຮູບປັ້ນ ປະທານໄກສອນ ພົມວິຫານ
ພະແນກການເງິນລົງຊຸກຍູ້ວຽກງານຮອບດ້ານຢູ່ ເມືອງ ບໍ່ແຕນ

ພະແນກການເງິນລົງຊຸກຍູ້ວຽກງານຮອບດ້ານຢູ່ ເມືອງ ບໍ່ແຕນ

ໃນວັນທີ 10ພະຈິກຜ່ານມານີ້້, ຄະນະພະແນກການເງິນແຂວງໄຊຍະບູລີໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງບໍ່ແຕນ ຊຶ່ງນຳໂດຍທ່ານ ປະຖົມ ບຸນຍາວົງຮອງຫົວໜ້າພະແນກ ການເງິນແຂວງ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ການຈັດຕັງປະຕິບັດແຜນງົບປະມານແຫ່ງລັດຢູ່ເມືອງບໍ່ແຕນໃນໄລຍະ 10 ເດືອນ ແລະ 2 ເດືອນທ້າຍປີ 2025.
ກອງປະຊຸມສະຫຼຸບຜົນການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ

ກອງປະຊຸມສະຫຼຸບຜົນການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ

ເພື່ອຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 98/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍ ການຮັບຮອງເອົາຜົນການປະເມີນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ 4 ສະບັບ ແລະ ຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 192/ອອປສ, ລົງວັນທີ 12 ມີນາ 2025 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ແຜນການເຄື່ອນໄຫວ ຂອງຄະນະຮັບຜິດຊອບຄົ້ນຄວ້າ ແລະ ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ

ພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ

ວັນທີ 11 ພະຈິກ 2025 ທີ່ຫ້ອງປະຊຸມຕະຫຼາດຫຼັກຊັບລາວ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ (10/2010–10/2025) ພາຍໃຕ້ການເປັນປະທານ ແລະ ມອບໃບຍ້ອງຍໍຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ),ທ່ານ ນາງ ບຸນຄຳ ວິລະຈິດ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍຮອງປະທານ ຄຄຊ ບັນດາອະດີດພະນັກງານ ແລະ ບັນດາພະນັກງານທີ່ປະກອບສ່ວນໃນວຽກງານສ້າງຕັ້ງຕະຫຼາດທຶນ, ບັນດາຜູ້ມີສ່ວນຮ່ວມ ແລະ ອົງການຈັດຕັ້ງສາກົນກ່ຽວຂ້ອງ ເຂົ້າຮ່ວມ.
ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼວງນໍ້າທາ ແຂວງຫຼວງນໍາທາ ໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ ປະຈຳປີ 2025 ຂຶ້ນໃນຕອນເຊົ້າຂຶ້ນວັນທີ 11 ພະຈິກນີ້ ທີ່ບ້ານພຽງງາມ ເມືອງຫຼວງນໍ້າທາ ໂດຍມີທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໃນອາທິດຜ່ານມາ,ໜ່ວຍພັກກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ II ຂຶ້ນ; ໂດຍການເປັນປະທານ ຂອງ ສະຫາຍ ຜາຄໍາ ອິນແສງ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ ເຊິ່ງມີບັນດາສະຫາຍຕາງໜ້າກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານສະມາຊິກພັກພາຍໃນກົມເຂົ້າຮ່ວມ
ເພີ່ມເຕີມ