ຫຼວງນໍ້າທາ ສ້ອມແປງຄອງເໝືອງທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃນໄລຍະຜ່ານມາ.

ຫຼວງນໍ້າທາ ສ້ອມແປງຄອງເໝືອງທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃນໄລຍະຜ່ານມາ.

ຫຼວງນໍ້າທາ ສ້ອມແປງຄອງເໝືອງທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃນໄລຍະຜ່ານມາ.
ເມື່ອບໍ່ດົນມານີ້ ທີ່ເຂື່ອນໄຟຟ້ານໍ້າທາ, ພະແນກກະສີກໍາ ແລະ ປ່າໄມ້ ແຂວງຫຼວງນໍ້າທາ ຮ່ວມກັບ ປະຊາຊົນ 10 ບ້ານ ໄດ້ສ້າງຂະບວນການອອກແຮງງານລວມສ້ອມແປງຄອງເໝືອງທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມໃນໄລຍະຜ່ານມາ ໂດຍການນຳພາຂອງ ທ່ານ ພິມແກ້ວ ທຳລະສິນ ຫົວໜ້າພະແນກກະສີກໍາ ແລະ ປ່າໄມ້ ແຂວງຫຼວງນໍ້າທາ.
ຫວງນາທາ ສອມແປງຄອງເໝອງທຖກຜນກະທບຈາກໄພນາຖວມໃນໄລຍະຜານມາ. - image 1
 

ການອອກແຮງງານໃນຄັ້ງນີ້, ເພື່ອເປັນການສ້ອມແປງນໍ້າຄອງເໝືອງ ທີ່ເປ່ເພຈາກໄພພິບັດນໍ້າຖ້ວມໃນໄລຍະຜ່ານມາ, ເປັນການແກ້ໄຂສຸກເສີນຊ່ວງໄລຍະທີ່ຊາວນາຂຸ້ນຂ້ຽວໃນການຕົກກ້າ ແລະ ປັກດໍາເຂົ້ານາປີໃນຊ່ວງນີ້ ຝົນຕົກບໍ່ປົກກະຕິເຮັດໃຫ້ນໍ້າທີ່ຊົມໃຊ້ບໍ່ພຽງພໍ ຈຶ່ງໄດ້ອອກແຮງງານລວມໂດຍການຕັກຊາຍໃສ່ເປົາໄປຕັນເຮັດຝາຍຊົນລະປະທານເພື່ອແກ້ໄຂເອົານໍ້າເຂົ້າຄອງເໝືອງ ເຮັດໃຫ້ປະຊາຊົນມີນໍ້າຊົມໃຊ້ຢ່າງພຽງພໍໃນການຜະລິດເຂົ້ານາປີ.

ຫວງນາທາ ສອມແປງຄອງເໝອງທຖກຜນກະທບຈາກໄພນາຖວມໃນໄລຍະຜານມາ. - image 2
 

ຂ່າວໃຫ້ຮູ້ຕື່ມວ່າ: ທ້າຍເດຶອນ ພຶດສະພາຜ່ານມາ, ປະຊາຊົນທັງ 3 ບ້ານຄື: ບ້ານ ປຸ່ງ, ປ່າສັກ ແລະ ປະຊາຊົນບ້ານໃໝ່ ເມືອງຫຼວງນໍ້າທາໄດ້ສາມັກຄີກັນ ພ້ອມພາກັນອະນາໄມໜ້າຝາຍນໍ້າລື ແລະ ຄອງນໍ້າຊົນລະປະທານເພື່ອໃຫ້ນໍ້າໄຫຼເຂົ້າສູ່ນາທໍາການຜະລິດນາປີນີ້ໃຫ້ສະດວກສະບາຍ ແລະ ພຽງພໍໃນການຄາດໄຖ ແລະ ຫວ່ານກ້າ. ການອອກແຮງງານຄັ້ງນີ້, ໄດ້ພ້ອມກັນຕັດຫຍ້າ, ຄຸດຊາຍອອກຈາກຄອງຊົນລະປະທານ ມີຄວາມຍາວເກືອບ 2 ກິໂລແມັດ ເພື່ອໃຫ້ນໍ້າໄຫຼສະດວກສະບາຍ.

ຫວງນາທາ ສອມແປງຄອງເໝອງທຖກຜນກະທບຈາກໄພນາຖວມໃນໄລຍະຜານມາ. - image 3
 

(ຂ່າວ: ມຸນຕີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໃນໄລຍະ 1 ເດືອນຜ່ານມາເມືອງພີນ ສາມາດຍຶດໄມ້ເຖື່ອນໄດ້ປະມານ 700 ແມັດກ້ອນ.

ໃນໄລຍະ 1 ເດືອນຜ່ານມາເມືອງພີນ ສາມາດຍຶດໄມ້ເຖື່ອນໄດ້ປະມານ 700 ແມັດກ້ອນ.

ພາຍຫຼັງສຳເລັດກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກເມືອງພີນ ແຂວງສະຫວັນນະເຂດ,ຄະນະບໍລິຫານງານພັກເມືອງຊຸດໃໝ່, ພາຍໃຕ້ການນຳພາຂອງສະຫາຍ ພູລັດຕະນະ ພົມມະຫາໄຊ ເລຂາພັກເມືອງກໍໄດ້ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນເມືອງ,ໂດຍສະເພາະແມ່ນການປະຕິບັດຕາມຄຳສັ່ງເລກທີ 15/ນຍ,ຄຳສັ່ງເລກທີ11/ນຍ,ປະຕິບັດຄຳສັ່ງຂອງຄະນະປະຈຳພັກແຂວງສະຫວັນນະເຂດ ເລກທີ 2151/ຄປພຂ ວ່າດ້ວຍການແກ້ໄຂປະກົດການຫຍໍ້ໃນສັງຄົມ.
ເຜີຍແຜ່ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ວຽກງານແຈ້ງຊັບສິນ

ເຜີຍແຜ່ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ວຽກງານແຈ້ງຊັບສິນ

ກົມກວດກາ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ວຽກງານແຈ້ງຊັບສິນຂຶ້ນໃນວັນທີ 15 ກໍລະກົດນີ້ ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ຄຳເພົ້າ ວັນນະວົງ ຮອງປະທານກວດກາພັກກະຊວງ ຫົວໜ້າກົມກວດກາກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີສະຫາຍ ເທບພະໄທ ພັນກ້າ ຮັກສາການຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສໍາມະນາເນື້ອໃນປຶ້ມ “ການເຕີບໃຫຍ່ຂະຫຍາຍຕົວຂອງອົງຄະນະພັກ ນະຄອນຫຼວງວຽງຈັນ”

ສໍາມະນາເນື້ອໃນປຶ້ມ “ການເຕີບໃຫຍ່ຂະຫຍາຍຕົວຂອງອົງຄະນະພັກ ນະຄອນຫຼວງວຽງຈັນ”

ຄະນະຮັບຜິດຊອບ, ຄະນະບັນນາທິການ ແລະ ກອງເລຂາຊ່ວຍວຽກຂຽນປຶ້ມ ຂັ້ນນະຄອນຫຼວງວຽງຈັນ(ນວ) ໄດ້ຈັດກອງປະຊຸມສໍາມະນາເນື້ອໃນປຶ້ມ “ການເຕີບໃຫຍ່ຂະຫຍາຍຕົວຂອງອົງຄະນະພັກ ນະຄອນຫຼວງວຽງຈັນ” ນັບແຕ່ປີ 1950 ເຖິງປີ 2020 ຂຶ້ນໃນວັນທີ 15 ກໍລະກົດນີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ. ໂດຍການເປັນປະທານ ຂອງສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ.
ກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີ XII

ກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີ XII

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີ XII ພາຍໃຕ້ຫົວຂໍ້: ການຕັດສິນວ່ອງໄວ ຜ່ານກົນໄກດໍາເນີນຄະດີຕໍ່ເນື່ອງ, ການຕັດສິນຖືກຕ້ອງ ແລະ ພາວະວິໄສ ຜ່ານກົນໄກໂຕ້ແຍ່ງ-ໂຕ້ຖຽງ, ຮັບປະກັນຄວາມສັກສິດຂອງກົດໝາຍ ແລະ ສິ້ນສຸດຕາມຂະບວນການຍຸຕິທໍາຂຶ້ນໃນວັນທີ 15 ກໍລະກົດນີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ, ມີທ່ານນາງ ທຸມມະລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ ສະພາແຫ່ງຊາດ, ມີຄະນະປະທານ, ສະມາຊິກສະພາຜູ້ພິພາກສາ, ຮອງລັດຖະມົນຕີ ພ້ອມດ້ວຍຜູ້ພິພາກສາສານປະຊາຊົນໃນຂອບເຂດທົ່ວປະເທດເຂົ້າຮ່ວມ.
ແຂວງວຽງຈັນ ປະເມີນຄືນວຽກງານຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ

ແຂວງວຽງຈັນ ປະເມີນຄືນວຽກງານຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ

ໃນວັນທີ 14-15 ກໍລະກົດ 2025, ຢູ່ທີ່ຫ້ອງປະຊຸມພະແນກການເງິນ ແຂວງວຽງຈັນ, ຄະນະຮັບຜິດຊອບປະເມີນການຈັດຕັ້ງປະຕິບັດບັນດາຫົວໜ່ວຍ ຜູ້ພັດທະນາລະບົບໂປຣມແກຣມບັນຊີທີ່ພົວພັນກັບການເຊື່ອມຕໍ່ໃບເກັບເງິນກັບລະບົບ Taxrisຂອງຂະແໜ່ງສວຍສາອາກອນ ໄດ້ລົງຕິດຕາມ, ກວດກາ ແລະ ການຈັດຕັ້ງປະຕິບັດກ່ຽວກັບວຽກງານຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ, ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ (POS) ຢູ່ແຂວງວຽງຈັນ ນຳພາໂດຍ ທ່ານ ສຸພັນ ວິລາວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ພ້ອມດ້ວຍຄະນະ, ມີທ່ານ ສັງທອງ ມິດດາວົງ ຮອງຫົວໜ້າພະແນກການເງິນແຂວງວຽງຈັນ, ພ້ອມດ້ວຍຜູ້ປະກອບການເຂົ້າຮ່ວມ.
ໄຂກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານແຂວງອັດຕະປືຄັ້ງທີ Vll

ໄຂກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານແຂວງອັດຕະປືຄັ້ງທີ Vll

ໃນວັນທີ 15 ກໍລະກົດນີ້, ສະຫະພັນກຳມະບານແຂວງອັດຕະປືໄດ້ຈັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານແຂວງຄັ້ງທີ Vllຂຶ້ນທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊຊົມພູ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງ,ມີທ່ານ ທອງຈັນ ພູມີພັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ມີແຂກຖືກເຊີນພ້ອມດ້ວຍຜູ້ແທນສົມບູນເຂົ້າຮ່ວມ.
ການນຳແຂວງສະຫວັນນະເຂດ ລົງຕິດຕາມແກ້ໄຂສະພາບການເຊາະເຈື່ອນຂອງຕາຝັ່ງເຊໂຈນ

ການນຳແຂວງສະຫວັນນະເຂດ ລົງຕິດຕາມແກ້ໄຂສະພາບການເຊາະເຈື່ອນຂອງຕາຝັ່ງເຊໂຈນ

ຄວາມເປັນຫ່ວງເປັນໄຍຕໍ່ສະພາບການດຳລົງຊີວິດຂອງພໍ່ແມ່ປະຊາຊົນຊາວບ້ານພີນ ເມືອງພີນ ແຂວງສະຫວັນນະເຂດ ທີ່ຕັ້ງບ້ານເຮືອນລຽບຕາມແຄມຝັ່ງເຊໂຈນ ຊຶ່ງປັດຈຸບັນ ແມ່່ນໄດ້ຮັບຜົນກະທົບຈາກການເຊາະເຈື່ອນຂອງດິນແຄມຕາຝັ່ງເຊດັ່ງກ່າວ ທີ່ກຳລັງແຜ່ລາມເປັນບໍລິເວນກວ້າງສົມຄວນ.ດັ່ງນັ້ນ, ໃນວັນທີ 14 ກໍລະກົດຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດພ້ອມດ້ວຍຄະນະນຳຂອງແຂວງ ແລະເມືອງພີນ ໄດ້ລົງຕິດຕາມເບິ່ງສະພາບຜົນເສຍຫາຍທີ່ເກີດຂຶ້ນ ແລະຊຸກຍູ້ການສ້ອມແປງຕາຝັ່ງເຊໂຈນທີ່ຖືກນ້ຳເຊາະເຈື່ອນ.
ແມ່ຍິງລາວ ໄດ້ຮັບການພັດທະນາຄຽງຄູ່ກັບເພດຊາຍ ໃນພາລະກິດລວມຂອງຊາດ

ແມ່ຍິງລາວ ໄດ້ຮັບການພັດທະນາຄຽງຄູ່ກັບເພດຊາຍ ໃນພາລະກິດລວມຂອງຊາດ

ໃນໂອກາດ ວັນສ້າງຕັ້ງອົງການຈັດຕັ້ງແມ່ຍິງລາວ, ວັນທີ 20 ກໍລະກົດ ປີ 2025 ໄດ້ໝູນວຽນມາບັນຈົບ ຄົບຮອບ 70 ປີ. ທ່ານ ນາງ ແພງພັນ ບຸບຜາພອນ ກໍາມະການຄະນະພັກ ຫົວໜ້າກົມໂຄສະນາ ອະດີດປະທານສະຫະພັນແມ່ຍິງ ສນຊ ສະໄໝທີ XIV ໄດ້ສະແດງຄວາມຮູ້ສຶກຂອງຕົນຕໍ່ກັບວັນທີ 20 ກໍລະກົດ ວ່າ: ໄລຍະການປະຕິວັດຊາດ ຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ແມ່ຍິງລາວບັນດາເຜົ່າ ໄດ້ປະກອບສ່ວນຄ່ຽງຄູ່ກັບເພດຊາຍ ຢ່າງຕັ້ງໜ້າເຂົ້າໃນການປະຕິວັດຊາດປະຊາທິປະໄຕ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈົນມາເຖິງປັດຈຸບັນ.
ປີຜ່ານມາຢູ່ແຂວງຫຼວງພະບາງມີໄພພິບັດທາງທຳມະຊາດເກີດຂຶ້ນ 28 ຄັ້ງ ເສຍຫາຍ 194 ຕື້ກວ່າກີບ

ປີຜ່ານມາຢູ່ແຂວງຫຼວງພະບາງມີໄພພິບັດທາງທຳມະຊາດເກີດຂຶ້ນ 28 ຄັ້ງ ເສຍຫາຍ 194 ຕື້ກວ່າກີບ

ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025 ຂອງແຂວງຫຼວງພະບາງ ໄດ້ຈັດຂຶ້ນ ໃນທ້າຍອາທິດຜ່ານມານີ້ ທີ່ຫ້ອງປະຊຸມພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ, ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ຊາວກະສິກອນເມືອງເງິນປູກພຶດລະດູຝົນໃນເນື້ອທີ່ 11,656 ກວ່າເຮັກຕາ

ຊາວກະສິກອນເມືອງເງິນປູກພຶດລະດູຝົນໃນເນື້ອທີ່ 11,656 ກວ່າເຮັກຕາ

ເພື່ອເປັນການປະຕິບັດຕາມແຜນພັດທະນເສດຖະກິດຂອງເມືອງ, ກໍຄືວຽກງານຄໍ້າປະກັນທາງດ້ານສະບຽງອາຫານ ແລະ ປູກພືດເປັນສິນຄ້າຂອງຊາວກະສິກອນເມືອງເງິນໃຫ້ບັນລຸຕາມຄາດໜາຍທີ່ວາງໄວ້. ປີ 2025 ນີ້, ການປູກພືດລະດູຝົນມີເນື້ອທີ່ທັງໝົດ 11,656 ກວ່າເຮັກຕາ. ອີງຕາມການລາຍງານຂອງທ່ານ ທອງສຸກ ຈັນປະເສີດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງເງິນໄດ້ໃຫ້ຮູ້ວ່າ: ການປູກພືດລະດູປີຢູ່ເມືອງເງິນ ແຂວງໄຊຍະບູລີ ມາຮອດປັດຈຸບັນ, ການປູກພືດລະດູຝົນແລ້ວສຳເລັດແລ້ວ 98 % ເຫັນວ່າການປູກພືດລະດູຝົນຂອງຊາວກະສິກອນຢູ່ເມືອງເງິນ ປີນີ້ເປັນຂະບວນການຟົດຟື້ນກວ້າງຂວາງກວ່າປີຜ່ານມາ ເປັນຕົ້ນແມ່ນ: ການປູກເຂົ້ານາປີສໍາເລັດແລ້ວ 85% ໃນເນື້ອທີ່ 726 ເຮັກຕາ.
ເພີ່ມເຕີມ