ຫຼວງນໍ້າທາ ສົ່ງເສີມການປູກຜັກປອດສານພິດ

ຫຼວງນໍ້າທາ ສົ່ງເສີມການປູກຜັກປອດສານພິດຢູ່ 2 ສູນຄົ້ນຄ້ວາກະສິກໍາ

ຫຼວງນໍ້າທາ ສົ່ງເສີມການປູກຜັກປອດສານພິດຢູ່ 2 ສູນຄົ້ນຄ້ວາກະສິກໍາ
ເພື່ອເປັນການສົ່ງເສີມການຜະລິດໃຫ້ຫຼາຍກາຍເປັນສີນຄ້າ, ຫຼຸດຜ່ອນການນໍາເຂົ້າປະເພດພືດຜັກຕ່າງໆ ຈາກພາຍນອກ ແລະ ສ້າງລາຍຮັບໃຫ້ປະຊາຊົນ, ຕອບສະໜອງໃຫ້ພຽງພໍກັບຄວາມຕ້ອງການໃນທ້ອງຕະຫຼາດກໍຄືຜູ້ບໍລິໂພກຢ່າງຖົ່ວເຖີງນັ້ນ

 ບໍລິສັດສີມອນ ພັດທະນາກະສິກໍາ ແລະ ບໍລິການຂາເຂົ້າ - ຂາອອກຈໍາກັດ ກໍເປັນບໍລິສັດໜຶ່ງທີ່ໄດ້ລົງທືນໃນການປູກພືດປອດສານພິດເພື່ອຕອບສະໜອງໃຫ້ແກ່ສັງຄົມ. ມາໃນວັນທີ 15 ມັງກອນ 2025 ນີ້ທາງພະແນກກະສິກໍາ ແລະ ປ່າໄມ້ແຂວງຫຼວງນໍ້າທາ, ນໍາພາໂດຍທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ ພ້ອມດ້ວຍທີມງານໄດ້ລົງກວດກາເບີ່ງພື້ນຖານການຜະລິດປູກພືດ ອໍແກນີກ ຫຼື ຜັກປອດສານຜີດ ຢູ່ທີ່ສູນບ້ານຫຼວງ ແລະ ສູນຄົ້ນຄວ້າກະສິກຳບ້ານໃໝ່.

ໂອກາດນີ້, ທ່ານ ນາງ ສີມອນ ແກ້ວວົງເພັດ ຫົວໜ້າບໍລິສັດ ສີມອນ ພັດທະນາກະສິກໍາ ແລະ ບໍລິການ ຂາເຂົ້າ - ຂາອອກ ຈໍາກັດ ໄດ້ໃຫ້ຮູ້ໃນການລົງທືນທົດລອງປູກຜັກປອດສານຜິດໃນຂັ້ນທົດລອງຢູ່ທີ່ສູນບ້ານຫຼວງ ແລະ ສູນຄົ້ນຄ້ວາກະສິກຳບ້ານໃໝ່ ເມືອງຫຼວງນໍ້າທາ ວ່າ: ການປູກຜັກປອດສານຜິດແມ່ນອາຊີບທີ່ທຸກຄົນ ມີຄວາມສົນໃຈຢາກທົດລອງ ແລະ ຢຶດຖືເປັນອາຊີບ ພ້ອມທັງເປັນການສ້າງວຽກເຮັດງານທຳໃຫ້ປະຊາຊົນໄດ້ມີລາຍຮັບ ບໍລິສັດ ສີມອນ ພັດທະນາກະສິກຳ ແລະ ບໍລິການ ຂາເຂົ້າ-ຂາອອກ ຈຳກັດໄດ້ລົງທືນເຂົ້າໃນການປູກຜັກໃນເບື້ອງຕົ້ນ ວັນທີ 3 ຕຸລາ 2024 ເປັນຕົ້ນມາໂດຍມີເນື້ອທີ່ທັງໝົດມີ 14 ເຮັກຕາ (ໃນສອງສອງສູນ),ໄດ້ໃຊ້ທືນທັງໝົດ 2 ຕື້ກີບ, ຊະນິດຜັກທີ່ນໍາມາປູກມີ 7 ຊະນິດຄື: ຜັກຫອມປ້ອມ, ຜັກກາດຂາວ, ຜັກກາດກວາງຕຸງ, ຜັກກາດຕີນໝີ, ແຄລອດ, ໝາກເລັ່ນ ແລະ ຜັກອື່ນໆ.

(ຂ່າວ: ສົມພອນ ຂຸນດາວົງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຈົ້າໜ້າທີ່ເຄືອຂ່າຍ LAO-WEN ລົງກວດກາ ຮ້ານອາຫານທີ່ມີການລັກລອບ ຄ້າ-ຂາຍ ສັດປ່າ ປະເພດຫວງຫ້າມ ຢູ່ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ເຄືອຂ່າຍ LAO-WEN ລົງກວດກາ ຮ້ານອາຫານທີ່ມີການລັກລອບ ຄ້າ-ຂາຍ ສັດປ່າ ປະເພດຫວງຫ້າມ ຢູ່ ນະຄອນຫຼວງວຽງຈັນ

ໂດຍປະຕິບັດຕາມແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 624/ຫສນຍ, ລົງວັນທີ 24 ພຶດສະພາ 2026. ໃນຄັ້ງວັນທີ 18 ພຶດສະພາ 2026 ຜ່ານມາ ເຈົ້າໜ້າທີ່ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ (LAO-WEN) ໄດ້ລົງເຄື່ອນໄຫວກວດກາຮ້ານອາຫານແຫ່ງໜຶ່ງ ຢູ່ເຂດບ້ານຈອມມະນີ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ຜ່ານການລົງກວດກາຕົວຈິງ, ເຈົ້າໜ້າທີ່ ໄດ້ພົບເຫັນຊາກ, ຊິ້ນສ່ວນ ແລະ ສັດປ່າທີ່ມີຊີວິດ ປະເພດຫວງຫ້າມ ຖືກນໍາມາປຸງແຕ່ງ, ຊື້-ຂາຍ ເປັນອາຫານ ໃຫ້ກຸ່ມນັກທ່ອງທ່ຽວຄົນຕ່າງປະເທດ ຢ່າງຜິດກົດໝາຍ, ຂອງກາງທີ່ກວດພົບ ແລະ ໄດ້ກັກຍຶດເບື້ອງຕົ້ນ ປະກອບມີ:
ສສກ ຈັດກິດຈະກໍາສະຫຼອງ 60 ປີ ວັນສ້າງຕັ້ງກິລາລາວ

ສສກ ຈັດກິດຈະກໍາສະຫຼອງ 60 ປີ ວັນສ້າງຕັ້ງກິລາລາວ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກິດຈະກໍາສະຫຼອງວັນສ້າງຕັ້ງກິລາ-ກາຍຍະກໍາແຫ່ງຊາດ ຄົບຮອບ 60 ປີ (13 ກໍລະກົດ 1966 -13 ກໍລະກົດ 2026) ແລະ ວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ (13 ກໍລະກົດ 1909-13 ກໍລະກົດ 2026) ຄຶກຄື້ນ ໃນວັນທີ 13 ກໍລະກົດ 2026 ທີ່ສະຖາບັນກິລາ-ກາຍຍະກໍາ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສສກ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ), ທ່ານ ສິລິລາດທົງສິນ ທອງເພັງ ປະທານຄະນະກໍາມະການປົກຄອງນະຄອນຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສື່ມວນຊົນຕ້ອງປັບປຸງຕົນເອງ ເພື່ອໃຫ້ທັນຍຸກທັນສະໄໝ

ສື່ມວນຊົນຕ້ອງປັບປຸງຕົນເອງ ເພື່ອໃຫ້ທັນຍຸກທັນສະໄໝ

ໃນໂອກາດເຂົ້າຮ່ວມກອງປະຊຸມສຳມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໃນວັນທີ 13 ກໍລະກົດຜ່ານມາ, ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຄວບຕຳແໜ່ງ ເລຂານຸການ ປະຈຳການເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດຄັ້ງທີ I ຖືວ່າມີສໍາຄັນຫຼາຍ ເພາະວ່າກອງປະຊຸມຄັ້ງນີ້ ເປັນກອງປະຊຸມຕັດສິນຊີ້ຂາດ ໃນການເຮັດບົດບາດການນໍາພາວຽກງານສື່ມວນຊົນຕະຫຼອດໄລຍະ 70 ປີຜ່ານມາ ກໍເຫັນວ່າວຽກງານສື່ມີທ່າກ່າວຫຼາຍຂຶ້ນ.
ບໍລິສັດຮ່ວມທຶນສຳພັນໄຊມາ ມອບລົດ ແລະ ອຸປະກອນຮັບໃຊ້ໃຫ້ແຂວງຊຽງຂວາງ

ບໍລິສັດຮ່ວມທຶນສຳພັນໄຊມາ ມອບລົດ ແລະ ອຸປະກອນຮັບໃຊ້ໃຫ້ແຂວງຊຽງຂວາງ

ໃນວັນທີ 13 ກໍລະກົດ 2026 ຢູ່ທີ່ຫ້ອງວ່າການແຂວງ ທ່ານ ວິໄຊ ພັນດານຸວົງ ທີ່ປຶກສາບໍລິສັດ ຮ່ວມທຶນສຳພັນໄຊ ມາຍນິງ ຈຳກັດ ພ້ອມດ້ວຍຄະນະ ໄດ້ຕາງໜ້າໃຫ້ບໍລິສັດ ມອບລົດໂຕໂຢຕາ ໄຮລັກ ທຣາໂວ ຈຳນວນ 1 ຄັນ, ຄອມພີວເຕີໂນດບຸກຈຳນວນ 3 ເຄື່ອງ, ຄອມໃພີວເຕີຕັ້ງໂຕະ 1 ເຄື່ອງ, ປຣິ້ນເຕີ 4 ໜ່ວຍ, ໂຟນີ 12 ໜ່ວຍ, ເຄື່ອງອຸປະກອນຮາດແວ, ມຸງຫຼັງຄາໃຫ້ໂຮງຮຽນອະນຸບານເມືອງຄຳ ລວມມູນຄ່າທັງໝົດ 1.3 ຕື້ກວ່າກີບ; ກ່າວຮັບໂດຍທ່ານ ບົວເງິນ ຫຸມໄຊຍະພົມ ປະທານຄະນະກຳມະການປົກຄອງແຂວງ.
ຄໍາມ່ວນ ປ່ອຍປາ ລົງສູ່ວັງສະຫງວນແມ່ນໍ້າຂອງ ບໍລິເວນ ໜ້າພຣະທາດສີໂຄດຕະບອງ

ຄໍາມ່ວນ ປ່ອຍປາ ລົງສູ່ວັງສະຫງວນແມ່ນໍ້າຂອງ ບໍລິເວນ ໜ້າພຣະທາດສີໂຄດຕະບອງ

ເນື່ອງໃນໂອກາດວັນປ່ອຍ ແລະ ອະນຸລັກສັດນໍ້າແຫ່ງຊາດ ( 13 ກໍລະກົດ 1997 – 13 ກໍລະກົດ 2026 ) ຄົບຮອບ 29 ປີ, ໃນວັນທີ 13 ກໍລະກົດຜ່ານມາ ແຂວງຄໍາມ່ວນ ໄດ້ຈັດພິທີປ່ອຍປາ ລົງສູ່ວັງສະຫງວນຂອງແມ່ນ້ຳຂອງ ຢູ່ທີ່ ທ່ານໍ້າໜ້າພຣະທາດສີໂຄດຕະບອງ ບ້ານມ່ວງສຸມ ເມືອງທ່າແຂກ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ມີພຣະເຖຣາ-ນຸເຖຣະ, ມີການນໍາຂັ້ນແຂວງ, ຕາງໜ້າການນໍາຂັ້ນເມືອງໃນ 10 ຕົວເມືອງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກະຊວງຍຸຕິທຳ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ

ກະຊວງຍຸຕິທຳ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ

ກະຊວງຍຸຕິທຳ ຈັດພິທີປາຖະກະຖາວັນເກີດປະທານສຸພານຸວົງ ຄົບຮອບ 117 ປີ ແລະ ວັນເຊັນສົນທິ ສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 49 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 64 ປີ ຂຶ້ນໃນວັນທີ 14 ກໍລະກົດນີ້, ທີ່ກະຊວງຍຸຕິທຳ ໂດຍການປາຖະກະຖາຂອງທ່ານ ຄໍາພັນ ບຸນພາຄົມ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະມົນຕີກະຊວງຍຸຕິທໍາ, ມີຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ ຕະຫຼອດຮອດພະນັກງານວິຊາການເຂົ້າຮ່ວມຮັບຟັງ.
ຫຼາຍວຽກງານຈຸດສຸມ ສ້າງການຫັນປ່ຽນວຽກງານສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ

ຫຼາຍວຽກງານຈຸດສຸມ ສ້າງການຫັນປ່ຽນວຽກງານສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ

ການເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຂອງລັດ ຕໍ່ວຽກງານສື່ມວນຊົນໃນໄລຍະໃໝ່ ເປັນວຽກໜຶ່ງທີ່ສໍາຄັນຫຼາຍ ເພື່ອເຮັດໃຫ້ບັນດາທິດທາງຄາດໝາຍທີ່ວາງອອກ ໄດ້ຮັບການຈັດຕັ້ງປະຕິບັດໄປພ້ອມໆ ກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກໃຫ້ປະກົດຜົນເປັນຈິງ, ຕ້ອງໄດ້ເອົາໃສ່ບາງວຽກງານຈຸດສຸມຕົ້ນຕໍ ໂດຍສະເພາະເພື່ອສ້າງການຫັນປ່ຽນວຽກງານສື່ມວນຊົນ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ.
ສື່ມວນຊົນ ແມ່ນຜູ້ທີ່ປາກອອກແສງ ຜູ້ຮູ້ແທງເຖິງໃຈ

ສື່ມວນຊົນ ແມ່ນຜູ້ທີ່ປາກອອກແສງ ຜູ້ຮູ້ແທງເຖິງໃຈ

ທ່ານ ຄຳ​ເຮືອງ ຄຳ​ປະ​ສິດ ຮອງ​ຫົວ​ໜ້າ​ບັນ​ນາ​ທິ​ການ​ໃຫຍ່ ໜັງ​ສື​ພິມ​ປະ​ຊາ​ຊົນ ໄດ້ປະກອບຄຳເຫັນຕໍ່​ກອງ​ປະ​ຊຸມວຽກ​ງານ​ສື່ມວນ​ຊົນທົ່ວ​ປະ​ເທດ ຄັ້ງ​ທີ I ໃນຫົວ​ຂໍ້: “ສື່ມວນຊົນ ແມ່ນຜູ້ທີ່ປາກອອກແສງ, ຜູ້ຮູ້ແທງເຖິງໃຈ, ຜູ້ສະດຸ້ງໄວເມື່ອອ່ານ, ຜູ້ທີ່ກ້າຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກເປົ້າ” ໃນວັນທີ 14 ກໍລະກົດນີ້, ທີ່ຫໍປະຊຸມແຫ່ງຊາດ ວ່າ: ສື່ມວນຊົນ ແມ່ນກະບອກສຽງອັນແຫຼມຄົມໃນທຸກໄລຍະຂອງການປະຕິວັດ. ພັກ-ລັດ ໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານສື່ມວນຊົນ ຊຶ່ງໃນພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈໍາ ໜ່າຍ ຄົບຮອບ 70 ປີ ເມື່ອປີ 2020 ຜ່ານມາ,
ເປີດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຢ່າງເປັນທາງການ

ເປີດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຢ່າງເປັນທາງການ

ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 14 ກໍລະກົດນີ້, ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະ ການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ໂດຍການເປັນປະທານຂອງທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານສະພາທິດສະດີສູນກາງພັກ, ມີທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ຫົວໜ້າສະຖາບັນການເມືອງ ການປົກຄອງແຫ່ງຊາດ, ມີບັນດາຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກສົມບູນ-ສຳຮອງ, ບັນດາອະດີດການນຳ, ພະນັກງານອາວຸໂສບໍານານ, ມີລັດຖະມົນຕີ-ຮອງລັດຖະມົນຕີ, ບັນດາຜູ້ແທນສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນ, ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ

ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ

ກ້າວເຂົ້າສູ່ຍຸກສະໄໝໃໝ່, ເພື່ອຮັບປະກັນສ້າງການຫັນປ່ຽນວຽກງານສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງນັ້ນ ຕ້ອງດໍາເນີນບົນຈິດໃຈ: "ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ.
ເພີ່ມເຕີມ