ໄດ້ມອບເງິນຊ່ວຍເຫຼືອຄ່າໄຟຟ້າ ແລະ ຄ່ານໍ້າປະປາ ໃຫ້ປະຊາຊົນທີ່ຖືກຜົນກະທົບໄພພິບັດນໍ້າຖ້ວມດັ່ງກ່າວ ລວມມູນຄ່າ 754 ລ້ານກວ່າກິບ. ມອບໃຫ້ອົງການປົກຄອງເມືອງຫຼວງນໍ້າທາ, ເປັນກຽດມອບໂດຍ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ, ກ່າວຮັບໂດຍ ທ່ານ ສີຈັນ ລໍທອງໂຫຼຍ ຫົວໜ້າຫ້ອງວ່າການເມືອງຫຼວງນໍ້າທາ, ໂດຍຊ່ອງໜ້າຂະແໜງການກ່ຽວຂ້ອງຂອງແຂວງ ແລະ ເມືອງ.
ການມອບເງິນຄັ້ງນີ້, ກໍເພື່ອປະຕິບັດຕາມຂໍ້ຕົກລົງຂອງ ທ່ານ ເຈົ້າແຂວງ ວ່າດ້ວຍການອະນຸມັດຈ່າຍເງິນຮ່ວງຊ່ວຍເຫຼືອໄພພິບັດນໍ້າຖ້ວມແຂວງຫຼວງນໍ້າທາ, ເພື່ອນໍາໃຊ້ເຂົ້າໃນການຊໍາລະຄ່າກະແສໄຟຟ້າ ເດືອນ ກັນຍາ 2024 ໃຫ້ຄອບຄົວທີ່ຖືກຜົນກະທົບໄພພິບັດນໍ້າຖ້ວມຢູ່ພາຍໃນແຂວງຫຼວງນໍ້າທາ ຈໍານວນ 42 ບ້ານ, 3,301 ຄອບຄົວ ແລະ ຊໍາລະຄ່ານໍ້າປະປາ ໃຫ້ປະຊາຊົນຈໍານວນ 24 ບ້ານ ມີ 2,961 ໝໍ້ແທກນໍ້າ ທີ່ຖືກຜົນກະທົບໄພພິບັດນໍ້າຖ້ວມຢູ່ພາຍໃນເມືອງຫຼວງນໍ້າທາ.
(ຂ່າວ: ສົມພອນ ຂຸນດາວົງ)
ຄໍາເຫັນ