ກອງປະຊຸມເຜີຍແຜ່ນິຕິກຳຊາວໜຸ່ມ-ເຍົາວະຊົນ

ຫຼວງນ້ຳທາເຜີຍແຜ່ນິຕິກຳຊາວໜຸ່ມ-ເຍົາວະຊົນ

ຫຼວງນ້ຳທາເຜີຍແຜ່ນິຕິກຳຊາວໜຸ່ມ-ເຍົາວະຊົນ
ໃນວັນທີ 19 ພະຈິກ ຜ່ານມານີ້, ຄະນະຊາວໜຸ່ມ ປປລາວ ແຂວງຫຼວງນ້ຳທາ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳຊາວໜຸ່ມ-ເຍົາວະຊົນ

ແລະ ການຜັນຂະຫຍາຍແນວທາງນະໂຍບາຍຂອງລັດຖະບານໃນການຫັນເປັນດີຈີຕອນໃຫ້ຊາວໜຸ່ມບັນດາພະແນກອ້ອມຂ້າງແຂວງ ໂດຍການເປັນປະທານຂອງ ສະຫາຍ ນວນທອງ ສຸວັນວິໄຊ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປລາວ, ມີຄະນະປະຈຳ, ສອງກອງບັນຊາການ ປກສ - ປກຊ, ຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ຊາວໜຸ່ມອ້ອມຂ້າງແຂວງເຂົ້າຮ່ວມກ

ສະຫາຍ ນວນທອງ ສຸວັນວິໄຊ ໄດ້ເຜີຍແຜເອກະສານ, ນິຕິກຳທີສຳຄັນຕ່າງໆ ຂອງ ສຊປລ, ບົດນຳສະເໜີສະຕິຕໍ່ການບໍ່ຖືກຫຼອກລວງຜ່ານຊ່ອງທາງອອນລາຍ ເຊັ້່ນ: ອີເມວ, ເຟຊບຸກ, ເວັບໄຊ, ຫຼື ໂຊຊຽວມີເດຍຕ່າງໆ, ດຳລັດວ່າດ້ວຍ ການບໍລິຫານລັດ ແລະ ບໍລິການລັດແບບດີຈີຕອນ ໂດຍການນໍາໃຊ້ເຕັກໂນໂລຊີ ດີຈີຕອນເຂົ້າໃນການບໍລິຫານລັດ ເພື່ອເພີ່ມປະສິດທິພາບຂອງວຽກງານໃຫ້ມີຄວາມສະດວກ, ທັນສະໄໝ, ວ່ອງໄວ, ປະຢັດ ແລະ ຮັບປະກັນຄວາມປອດໄພ, ເຮັດໃຫ້ການບໍລິການລັດ ສູ່ປະຊາຊົນໄດ້ຢ່າງທົ່ວເຖິງ ແລະ ມີປະສິດທິພາບ.

ໃນໂອກາດດຽວກັນນີ້, ທາງທີມງານສູນກາງຊາວໜຸ່ມ ປປລາວ ຮ່ວມ ກັບ ຄະນະຊາວໜຸ່ມ ປປລາວແຂວງ ຍັງໄດ້ສືບຕໍ່ລົງເຜີຍແຜນິຕິກຳຊາວໜຸ່ມ-ເຍົາວະຊົນ ແລະ ການຜັນຂະຫຍາຍແນວທາງນະໂຍບາຍຂອງລັດຖະບານໃນການຫັນເປັນດີຈີຕອນ ໃຫ້ກັບຄູ-ອາຈານ ແລະ ຊາວໜຸ່ມ-ເຍົາວະຊົນ ຈາກວິທະຍາໄລຄູຫຼວງນໍ້າທາ, ໂຮງຮຽນສາທິດ, ໂຮງຮຽນເຕັກນິກ-ວິຊາຊິບ ແບບປະສົມ, ໂຮງຮຽນສາມັນກິນນອນຊົນເຜົ່າແຂວງ ຢູ່ທີ່ສະໂມສອນວິທະຍາໄລຄູຫຼວງນໍ້າທາ, ມີຜູ້ເຂົ້າຮວມທັງໝົດ 212 ສະຫາຍ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ແກ້ວອຸດອນ ແສງມະນີວົງ ຫົວໜ້າຫ້ອງການ ສູນກາງຊາວໜຸ່ມ ປປລາວ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫວັນນະເຂດ ເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ

ສະຫວັນນະເຂດ ເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ

ກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ໄດ້ຈັດຂຶ້ນວັນທີ 21 ເມສານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ
ວາງກະຕ່າດອກໄມ້ ໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ວາງກະຕ່າດອກໄມ້ ໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ຄະນະນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ ເນື່ອງໃນໂອກາດ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
ໜ່ວຍພັກສະຖານທູດລາວ ທີ່ປັກກິ່ງດຳເນີນກອງປະຊຸມໃຫຍ່ ຄັ້ງທີ III

ໜ່ວຍພັກສະຖານທູດລາວ ທີ່ປັກກິ່ງດຳເນີນກອງປະຊຸມໃຫຍ່ ຄັ້ງທີ III

ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກສະຖານທູດລາວ ທີ່ປັກກິ່ງສປ ຈີນ ໄດ້ຈັດຂຶ້ນໃນວັນທີ 19 ເມສາຜ່ານມານີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມພອນ ສີຈະເລີນ ເລຂາໜ່ວຍພັກເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ.
ຫາລືການແກ້ໄຂບັນຫາຂາດແຄນຄູສອນ ຢູ່ແຂວງຫຼວງພະບາງ

ຫາລືການແກ້ໄຂບັນຫາຂາດແຄນຄູສອນ ຢູ່ແຂວງຫຼວງພະບາງ

ໃນວັນທີ 21 ເມສານີ້ ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືແກ້ໄຂບັນຫາການຂາດແຄນຄູສອນ ໂດຍການເປັນທານ ຂອງສະຫາຍ ພັນເອກ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ.
ຂະແໜງ ພບ ຈະປັບປຸງການເຮັດວຽກຫຼາຍດ້ານ

ຂະແໜງ ພບ ຈະປັບປຸງການເຮັດວຽກຫຼາຍດ້ານ

ປີ 2024 ທີ່ຜ່ານມາ, ຂະແໜງພະລັງງານ ແລະ ບໍ່ແຮ່ (ພບ) ບົນພື້ນຖານໃນເງື່ອນໄຂ ແລະ ສະພາບລວມທີ່ເກີດຂຶ້ນຂອງເສດຖະກິດໂລກ ແລະ ພາກພື້ນ,ແຕ່ຂະແໜງ ພບ ໄດ້ພ້ອມກັນປຸກລຸກຈິດໃຈເປັນເຈົ້າການໃຫ້ສູງຂຶ້ນ ແລະ ມີຄວາມພະຍາຍາມ ນໍາໃຊ້ທຸກຫົວຄິດປະດິດສ້າງ
ຮັກສາການຫົວໜ້າ ຄຕພ ຕ້ອນຮັບ ບັນດາເອກອັກຄະລັດຖະທູດລາວ

ຮັກສາການຫົວໜ້າ ຄຕພ ຕ້ອນຮັບ ບັນດາເອກອັກຄະລັດຖະທູດລາວ

ໃນວັນທີ 18 ເມສາ ຜ່ານມານີ້, ທ່ານ ບຸນເຫຼືອ ພັນດານຸວົງຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຈໍານວນ 4 ທ່ານ ທີ່ຈະໄປດໍາລົງຕໍາແໜ່ງເອກອັກຄະລັດຖະທູດ ຢູ່ຕ່າງປະເທດ,ໂດຍມີ ທ່ານ ຈາຕຸລົງ ບົວສີສະຫວັດ
ການເພີ່ມພື້ນທີ່ສີຂຽວໃນຕົວເມືອງມີຄວາມສໍາຄັນຫຼາຍ

ການເພີ່ມພື້ນທີ່ສີຂຽວໃນຕົວເມືອງມີຄວາມສໍາຄັນຫຼາຍ

ໂດຍ: ວັນເພັງ ອິນທະໄຊ ການເພີ່ມພື້ນທີ່ສີຂຽວໃນຕົວເມືອງ ໂດຍສະເພາະໃນນະຄອນຫຼວງວຽງຈັນ(ນວ) ເປັນໜຶ່ງບັນຫາສໍາຄັນຫຼາຍ ທີ່ພາກສ່ວນກ່ຽວຂ້ອງ ມີຄວາມພະຍາຍາມໃນການເພີ່ມພື້ນທີ່ສີຂຽວ ໃນຕົວເມືອງ. ໃນນັ້ນ, ປະເທດເພື່ອນບ້ານ,
ຮອງປະທານ ສນຊ ຜູ້ປະຈໍາການ ຢ້ຽມຢາມ ເຜົ່າກຣີ

ຮອງປະທານ ສນຊ ຜູ້ປະຈໍາການ ຢ້ຽມຢາມ ເຜົ່າກຣີ

ໃນວັນທີ 20 ເມສານີ້, ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ) ຜູ້ປະຈໍາການ ພ້ອມດ້ວຍຄະນະ ລົງເຄື່ອນໄຫວວຽກງານແນວລາວສ້າງຊາດ ຢູ່ແຂວງໄຊຍະບູລີ ຊຶ່ງຄະນະໄດ້ໄປຢ້ຽມຢາມຊີວິດການເປັນຢູ່ຂອງຊົນເຜົ່າກຣີ (ເຜົ່າຕອງເຫຼືອງ)
ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ໂດຍ: ສ.ບຸດປະຊາ ອັດຕາເງິນເຟີ້ຂອງ ສປປ ລາວ ໃນໄລຍະ 3 ເດືອນຕົ້ນປີ 2025 ໄດ້ມີຈັງຫວະທີ່ຊ້າລົງຕິດຕໍ່ກັນ ຊຶ່ງສາເຫດຕົ້ນຕໍ ທີ່ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ລະບຸໃນບົດລາຍງານອັດຕາເງິນເຟີ້ ປະຈໍາເດືອນມັງກອນ, ກຸມພາ ແລະ ມີນາ
ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ເມື່ອບໍ່ດົນມານີ້,ກະຊວງການເງິນ ແລະ ບໍລິສັດ ໄອຄິວຣີ້ເທັກ ຈໍາກັດ ໄດ້ລົງນາມສັນຍາພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝລວມສູນ ໂດຍການລົງນາມຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ສີສຸລິນ ໂຊກໄຊ
ເພີ່ມເຕີມ