ຂ່າວຕ່າງປະເທດລາຍງານ ໃນວັນທີ 25 ມີນາ ຜ່ານມາວ່າ: ມະຫາວິທະຍາໄລແຫ່ງຊາດສິງກະໂປ ໄດ້ເປີດສະຖາບັນປັນຍາປະດິດ (AI) ເພື່ອພັດທະນາການວິໄຈ ແລະ ການປະຍຸກໃຊ້ເຕັກໂນໂລຊີ AIໃນການສຶກສາ, ເບິ່ງແຍງສຸຂະພາບ ແລະ ການເງິນ.
ຕາມຖະແຫຼງການທີ່ອອກໂດຍມະຫາວິທະຍາໄລ, ສະຖາບັນແຫ່ງໃໝ່ນີ້ ຈະສຶກສາວິທີການປົກປ້ອງຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບ ເພື່ອຈັດການກັບຄວາມກັງວົນດ້ານຈັນຍາບັນ ແລະ ຄວາມສ່ຽງທີ່ກ່ຽວຂ້ອງກັບ AI.
ຂ່າວລະບຸວ່າ: ນັກວິໄຈຂອງສະຖາບັນຈະໄດ້ຮັບເງິນລົງທຶນຈາກພາຍນອກ 8 ລ້ານໂດລາສິງກະໂປ ແລະຈາກມະຫາວິທະຍາໄລເພີ່ມຕື່ມ 20 ລ້ານໂດລາສິງກະໂປ ສຳລັບການວິໄຈພື້ນຖານ, ການສຶກສານະໂຍບາຍ ແລະ ການປະຍຸກໃຊ້ໃນໂລກແຫ່ງຄວາມເປັນຈິງ.
ສະຖາບັນແຫ່ງນີ້ມີເປົ້າໝາຍທີ່ຈະຮ່ວມມືກັບໜ່ວຍງານພາກລັດ ແລະ ອຸດສາຫະກຳ ເພື່ອຂະຫຍາຍຂີດຄວາມສາມາດດ້ານ AI ທົ່ວສັງຄົມ.

ຄໍາເຫັນ