ການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ

ມາຮູ້ຈັກດ່ານບ້ານວັງ ກ່ອນຈະເປັນດ່ານສາກົນ ແຫ່ງທໍາອິດຂອງແຂວງວຽງຈັນ

ມາຮູ້ຈັກດ່ານບ້ານວັງ ກ່ອນຈະເປັນດ່ານສາກົນ ແຫ່ງທໍາອິດຂອງແຂວງວຽງຈັນ
ໂດຍ: ສ.ບຸດປະຊາ ເວົ້າສະເພາະວຽກງານການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ ຕາມແນວທາງນະໂຍບາຍລວມຂອງພັກ ເພີ່ມມິດຫຼຸດຜ່ອນສັດຕູ, ຍາດແຍ່ງການຮ່ວມມື

ແລະ ຊ່ວຍເຫຼືອຈາກເພື່ອນມິດສາກົນ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຕາມຍຸດທະສາດຫັນປ່ຽນປະເທດ ທີ່ບໍ່ຕິດຈອດກັບທະເລ ເປັນປະເທດເຊື່ອມໂຍງ-ເຊື່ອມຈອດ; ແຂວງວຽງຈັນ ໄດ້ສຸມໃສ່ປະຕິບັດນະໂຍບາຍ ແລະ ຍຸດທະສາດດັ່ງກ່າວ ຊຶ່ງໃນນີ້ ນັບແຕ່ປີ 1982 ເປັນຕົ້ນມາ ຄະນະພັກ, ອົງຄະນະພັກແຂວງ ໄດ້ສຸມໃສ່ພັດທະນາ 2 ດ່ານທ້ອງຖິ່ນ ກໍຄືດ້ານບ້ານວັງ ແລະ ດ່ານຊະນະຄາມ ເມືອງຊະນະຄາມ ຊຶ່ງເປັນດ່ານທ້ອງຖິ່ນ ເພື່ອຊຸກຍູ້ພົວພັນຮ່ວມມື ລະຫວ່າງແຂວງວຽງຈັນ ແລະ ຈັງຫວັດເລີຍ ແຫ່ງຣາຊະອານາຈັກໄທ ທີ່ມີຊາຍແດນຕິດຈອດກັນ ຍາວເຖິງ 97 ກິໂລແມັດ (ກມ).

ສຳລັບດ່ານທ້ອງຖິ່ນບ້ານວັງໃນເມື່ອກ່ອນ, ແມ່ນຂຶ້ນກັບເມືອງຊະນະຄາມ ແຕ່ພາຍຫຼັງສ້າງຕັ້ງເມືອງໝື່ນໃນວັນທີ 3 ກໍລະກົດ 2008 ດ່ານທ້ອງຖິ່ນບ້ານວັງກໍໄດ້ມາຂຶ້ນກັບເມືອງໝື່ນ; ນັບແຕ່ນັ້ນມາ, ນອກຈາກມີການເຂົ້າ-ອອກຂອງປະຊາຊົນແຂວງວຽງຈັນ-ຈັງຫວັດເລີຍແລ້ວ, ກໍຍັງມີເຮືອບັກບໍລິການຂົນ-ສົ່ງສິນຄ້າ, ແຮ່ທາດຈຳນວນໜຶ່ງຕາມການຕົກລົງເຫັນດີຂອງລັດຖະບານສອງຝ່າຍ. ດ່ານທ້ອງຖິ່ນບ້ານວັງມີທີ່ຕັ້ງລຽບຕາມລໍາແມ່ນໍ້າຂອງຕາມເສັ້ນທາງເລກທີ11, ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 99 ກມ, ຫ່າງຈາກຂົວມິດຕະພາບລາວ-ໄທ ແຫ່ງທີ 1 ປະມານ 122 ກມ, ຫ່າງຈາກເທດສະບານແຂວງວຽງຈັນ 177 ກມ, ຫ່າງຈາກສະຖານີລົດໄຟລາວ-ຈີ ນ(ເມືອງໂພນໂຮງ) ປະມານ 144 ກມ ແລະ ຫ່າງຈາກດ່ານທ້ອງຖິ່ນຊະນະຄາມປະມານ 38 ກມ.

ດ່ານບ້ານວັງ, ມີທີ່ຕັ້ງຢູ່ກົງກັນຂ້າມກັບຈຸດຜ່ານແດນດ່ານຖາວອນບ້ານຄົກໄຜ່ ຕຳບົນປາກຊົມ ອຳເພີປາກຊົມຈັງຫວັດເລີຍ ຣາຊະອານາຈັກໄທ. ອີງໃສ່ຈຸດພິເສດທາງດ້ານທີ່ຕັ້ງພູມສັນຖານທີ່ກ່າວມານັ້ນ, ດ່ານບ້ານວັງເມືອງໝື່ນ ແຂວງວຽງຈັນ ເປັນຈຸດຍຸດທະສາດທີ່ມີຄວາມສຳຄັນໃນການເຊື່ອມໂຍງ-ເຊື່ອມຈອດສຳລັບການຄ້າ, ການບໍລິການ, ການຂົນສົ່ງ ແລະ ການທ່ອງທ່ຽວໃນສະເພາະໜ້າ ແລະ ຍາວນານ. ອົງການປົກຄອງແຂວງວຽງຈັນໃນແຕ່ລະລຸ້ນໄດ້ມີຄວາມພະຍາຍາມໃນການປັບປຸງ ແລະ ຍົກລະດັບດ່ານທ້ອງຖິ່ນແຫ່ງນີ້ຂຶ້ນເປັນດ່ານສາກົນ ເພື່ອຍົກລະດັບຂີດຄວາມສາມາດໃນການໃຫ້ບໍລິການປະຊາຊົນຂອງທັງຂອງສອງປະເທດລາວ - ໄທ, ໄທ - ລາວ, ກໍຄືປະຊາຊົນບັນດາເຜົ່າຊາວແຂວງວຽງຈັນ ແລະ ຈັງຫວັດເລີຍ ໃຫ້ມີຄວາມສະດວກສະບາຍກວ່າເກົ່າໃນການໄປມາຫາສູ່, ຢ້ຽມຢາມທ່ອງທ່ຽວ, ຂົນສົ່ງ-ຄ້າຂາຍ ແລະອື່ ນໆ.

ເມື່ອເປັນເຊັ່ນນັ້ນ, ໃນມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງວຽງຈັນ ສະໄໝທີ V ແລະ ສະໄໝທີ VI, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VI ຂອງແຂວງ ກໍຄືແຜນການພັດທະນາເສດຖະກິດ - ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ກໍໄດ້ກຳນົດເອົາວຽກການຍົກລະດັບດ່ານທ້ອງຖິ່ນຂອງແຂວງວຽງຈັນ ໂດຍສະເພາະດ່ານບ້ານວັງ ເມືອງໝື່ນ ແຂວງວຽງຈັນ ຂຶ້ນເປັນດ່ານສາກົນເປັນວຽກບຸລິມະສິດ ທີ່ຕ້ອງສຸມໃສ່. ຜ່ານການຈັດຕັ້ງປະຕິບັດວຽກງານຕ່າງໆທີ່ກ່ຽວຂ້ອງ, ການລົງປະເມີນສະພາບຕີລາຄາ ກໍໄດ້ມີນິຕິກຳຕ່າງໆກ່ຽວກັບດ່ານບ້ານວັງ ແລະ ກໍໄດ້ມີການປະກາດຍົກລະດັບດ່ານບ້ານວັງ ເປັນດ່ານສາກົນ ແຫ່ງທໍາອິດຂອງແຂວງວຽງຈັນ ຢ່າງເປັນທາງການ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ