ມາຮູ້ຈັກກັບຄວາມໝາຍຂອງ 3ວັນການຫຼິ້ນບຸນປີໃໝ່ລາວ

ມາຮູ້ຈັກກັບຄວາມໝາຍຂອງ 3ວັນການຫຼິ້ນບຸນປີໃໝ່ລາວ
ໂດຍ: ແສງຈັນ
ປີໃໝ່ລາວ  ແມ່ນປາງບຸນໃຫຍ່ ຂອງຄົນລາວ, ພໍເຖິງປີໃໝ່ລາວ(ເດືອນ 5ລາວ, ເດືອນ4ສາກົນ) ແມ່ນມີຄວາມໝາຍສໍາຄັນ ໂດຍສະເພາະແມ່ນໄລຍະ 3ວັນ ຂອງການລະຫຼິ້ນປີໃໝ່ ຄື: ວັນສັງຂານລ່ວງ, ວັນສັງຂານເນົາ ແລະ ວັນສັງຂານຂຶ້ນ ຊຶ່ງຄວາມໝາຍແມ່ນການເຄື່ອນຍ້າຍເຂົ້າສູ່ລາສີໜຶ່ງ ຈາກ ລາສີໜຶ່ງ.
ພະອາຈານ ດາວສະເດັດ ເລີດມະນີ ຄະນະບໍລິຫານປະຈໍາການສູນກາງ ອົງການພຸດທະສາສະໜາສໍາພັນລາວ (ອພສ) ຮອງຫົວໜ້າຫ້ອງການຄະນະສົງວັດໃໝ່ໂຊກຄໍາ, ເມືອງໄຊເສດຖານະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ຜູ້ຂຽນເມື່ອບໍ່ດົນມານີ້ ທີ່ວັດໃໝ່ໂຊກຄໍາ ວ່າ: ພໍເຖິງປີໃໝ່ລາວ(ເດືອນ5ລາວ)ມີຄວາມໝາຍສໍາຄັນ ໂດຍສະເພາະແມ່ນໄລຍະ 3ວັນ ຂອງການລະຫຼິ້ນປີໃໝ່ ຄື: ວັນສັງຂານລ່ວງ, ວັນສັງຂານເນົາ ແລະ ວັນສັງຂານຂຶ້ນ ຊຶ່ງຄວາມໝາຍ ແມ່ນການເຄື່ອນຍ້າຍເຂົ້າສູ່ລາສີໜຶ່ງ ຈາກລາສີໜຶ່ງ, ສະເພາະປີນີ້ ລັດຖະບານ ກໍານົດເອົາການສະເຫຼີມສະຫຼອງປີໃໝ່ລາວ ແມ່ນເດືອນເມສາ (4), ສະເພາະປີນີ້ 2024  ວັນທີ 13, 14, 15, 16 ເປັນຕົ້ນ.  ໃນມື້ສັງຂານລ່ວງ: ໝາຍເຖິງການສິ້ນສຸດ, ການລ່ວງເລີຍ, ການໝົດໄປຂອງວັນປີເກົ່າ ທີ່ຊາວລາວເຄີຍນັບຖືກັນມາແຕ່ດົນນານ.  ການສິ້ນສຸດນີ້ ຍັງກຳນົດວາລະສໍາຄັນຂອງການນັບປີ ຊຶ່ງຈະມີຄວາມແຕກຕ່າງກັບການນັບວັນ, ທີ, ເດືອນ, ປີ ຕາມຮູບແບບສາກົນ.  ການສິ້ນສຸດ ໝາຍຄວາມວ່າ ໝົດພາລະໜ້າທີ່, ໝົດປີນັ້ນຜ່ານໄປ ແລ້ວຈະເຂົ້າສູ່ປີຕໍ່ໄປ  ຫຼື ປ່ຽນຈາກ ລາສີໜຶ່ງ ໄປສູ່ອີກລາສີໜຶ່ງ ໂດຍທຸກໆປີ.  ນອກຈາກ ຍັງຈະໄດ້ອະນາໄມເຮືອນ, ສະຖານທີ່ສໍາຄັນ ເພື່ອຮັບໂຊກ, ເຊື່ອກັນວ່າ ສິ່ງທີ່ດີໆຈະເຂົ້າມາໃນຊີວິດ.  ນອກນັ້ນ ພະສົງຈະໄດ້ນິມົນ ຫຼີ ອັງເຊີນ ພະພຸດທະຮູບລົງຫົດສົງ ຕັ້ງແຕ່ມື້ສັງຂານລ່ວງນັ້ນ ຕອນບ່າຍ 13:00ໂມງ ເປັນຕົ້ນໄປ ຈະໄດ້ນິມົນ ຫຼື ອັນເຊີນ ພະພຸດທະຮູບ, ສິ່ງສັກສິດທັງຫຼາຍ ລົງຫົດສົງ ໂດຍຈະແຕ່ງນໍ້າດ້ວຍຂີ້ໝິ້ນຂຶ້ນ, ດອກຄູນ, ດອກດາວເຮືອງ, ດອກຈໍາປາ ປະປົນໃສ່ນໍ້າສະອາດ ເພື່ອຫົດສົງພະສົງ, ຜູ້ເຖົ້າ, ຜູ້ອາຍຸສູງ   ດ້ວຍການສົມມາ ຄາລະວະ  ແຕ່ງຂັນຫ້າ ມີດອກໄມ້-ທຽນ ເພື່ອຂໍໂທດ ແລະ ການໃຫ້ອະໄພ ຊຶ່ງກັນ ແລະ ກັນ.ວັນສັງຂານເນົາ: ວັນນີ້ ແມ່ນຢູ່ລະຫວ່າງປີເກົ່າ ແລະ ກ້າວສູ່ປີໃໝ່ ເຊື່ອກັນວ່າ ຈະບໍ່ນິຍົມອອກເຮືອນ-ບ້ານ ໝາຍວ່າ ຈະພ້ອມກັບ ພໍ່, ແມ່, ລູກ, ຫຼານ ເຕົ້າໂຮມກັນຢູ່ເຮືອນ ຫຼື ພ້ອມພາກັນໄປຫົດສົງພະພຸດທະຮູບ ຢູ່ຕາມວັດວາອາລາມ, ບາງຄອບຄົວກໍເອົາພະພຸດທະຮູບສັກສິດ, ຂອງຄໍ້າຄູນອອກມາຫົດສົງດ້ວຍນໍ້າຫອມ, ບູຊາດ້ວຍດອກໄມ້ສີຂາວ, ສີເຫຼືອງ ຕາມທີ່ເຄີຍປະຕິບັດມາ, ພາຍໃນຄອບຄົວ ພ້ອມພາກັນມ້ຽນມັດເຄື່ອງຂອງພາຍໃນເຮືອນຢ່າງເປັນລະບຽບຈົບງາມ ເພື່ອກຽມຄວາມພ້ອມໃນການຕ້ອນຮັບແຂກທີ່ເຂົ້າມາຢ້ຽມຢາມ, ຖາມຂ່າວ ສຸກ, ທຸກ ແລະ ຖາມເລື່ອງການສ້າງສາພັດທະນາອື່ນໆ. ເຊື່ອກັນວ່າ ວັນເນົາ ເປັນວັນຄ້າງຄາ, ເປັນວັນເນົາຢູ່ຢັ້ງ, ເປັນວັນທີ່ວ່າງ ຢູ່ລະຫວ່າງປີເກົ່າ ແລະ ປີໃໝ່ ບໍ່ໃຫ້ຊັກເຄື່ອງ, ບໍ່ໃຫ້ມ້ຽນເຄື່ອງເຮືອນ ຂອງຊານ ເພາະວ່າ ເຄາະເຂັນຈັງໄຮ ຈະບໍ່ຫາຍໄປ. ດັ່ງນັ້ນ ໃນມື້ວັນເນົາ ບູຮານ ຈຶ່ງຖືວ່າ ໃຫ້ພາກັນພັກຜ່ອນຢູ່ເຮືອນຢ່າງສະບາຍ  ຫຼື ຈະກຽມຮັບແຕ່ແຂກ.  ບູຊາເຮືອນ-ຊານ, ເຕົາໄຟ, ປະຕູເຮືອນ ເຂົ້າ-ອອກ ດ້ວຍດອກດາວເຮືອງ, ໃບຊົມຊື່ນ, ດອກຈໍາປາ, ດອກໄມ້ສີຂາວຫຼື ດອກໄມ້ຊະນິດອື່ນໆຕາມຄວາມເໝາະສົມ.ວັນສັງຂານຂຶ້ນ: ການນັບວັນຂຶ້ນ ຫຼື ການນັບເລີ່ມຕົ້ນຂອງປີໃໝ່, ການເລີ່ມຕົ້ນຂອງປີໃໝ່ ແມ່ນການເລີ່ມຕົ້ນ ຂອງລາສີໃໝ່, ການຄໍ້າຄູນ ຫຼື ການເລີ່ມຕົ້ນວິຖີຊີວິດໃໝ່.  ວັນສັງຂານຂຶ້ນ ຊາວລາວນິຍົມເຮັດບຸນ,ໃຫ້ທານ ໂດຍການນິມົນພະສົງ ເພື່ອໄປສັນເພນຢູ່ເຮືອນ ດ້ວຍການສູດລົດນໍ້າ ປັດເປົ່າສິ່ງບໍ່ດີ ແລ້ວຮັບໂຊກ(ຮັບພອນປີໃໝ່) ມີພາຂວັນ ເພື່ອຜູກແຂນ-ມັດແຂນ.
    ພະອາຈານ ດາວສະເດັດ ເລີດມະນີ ກ່າວຕື່ມວ່າ: ໃນປີນີ້ ລັດຖະບານ ໄດ້ເປີດປີທ່ອງທ່ຽວລາວແລ້ວທຸກໆທ່ານແຕ່ເໜືອເຖິງໃຕ້ ຈົ່ງສະເຫຼີມສະຫຼອງປີໃໝ່ດ້ວຍຄວາມເບີກບານມ່ວນຊື່ນ, ພ້ອມກັນອະນຸລັກ, ສົ່ງເສີມ, ຊົມໃຊ້ ຮີດຄອງປະເພນີ, ວັດທະນະທໍາຂອງລາວ(ບັນດາເຜົ່າ) ໃຫ້ມີຄວາມຍືນຍົງຕະຫຼອດກາລະນານ ເພື່ອເປັນສິ່ງເອກອ້າງທະນົງໃຈໃນຄວາມເປັນຊາດລາວ, ຄົນລາວຢ່າງແທ້ຈິງ  ຊຶ່ງກ່ອນຈະຫົດສົງຜູ້ໃຫຍ່, ແຂກຕ່າງປະເທດອື່ນໆ ກໍຈົ່ງໄດ້ຂໍອະນຸຍາດສາກ່ອນ ເມື່ອໄດ້ຮັບອະນຸຍາດແລ້ວ ຈຶ່ງຫົດສົງໃສ່ບ່າ-ບ່າໄຫຼ່, ຫົດສົງໃສ່ມື ພ້ອມທັງກ່າວຄໍາອວຍພອນທີ່ດີງາມ.  ກົງກັນຂ້າມ ບໍ່ຄວນເອົານໍ້າເປື້ອນໄປຫົດສົງກັນ ເພາະວ່າຈະເຮັດໃຫ້ສູນເສຍ ພາບພົດ ທີ່ບໍ່ດີຕໍ່ການທ່ອງທ່ຽວຂອງລາວ.  ຄຽງຄູ່ກັນນັ້ນ ການນຸ່ງ-ຖື ໃຫ້ສະອາດ ຈົບງາມ, ດີແທ້ໆ ຜູ້ຍິງຄວນນຸ່ງສິ້ນ-ເສື້ອທີ່ງາມ ທັງເປັນການສະແດງເຖິງວິຖີຊີວິດຂອງຄົນລາວຕໍ່ນັກທ່ອງທ່ຽວໄດ້ເຫັນ-ຊົມ ເພາະວ່າ ວັດທະນະທໍາລາວ ຄືມົນສະເໜ່, ມົນຂັງແຫ່ງຄວາມສວຍສົດງົດງາມໃນແບບລາວໆ.ພະອາຈານ ດາວສະເດັດ ເລີດມະນີ ຍັງໄດ້ເຕືອນສະຕິ ວ່າ ຫວັງວ່າ ອອກ, ຕົນຍາດໂຍມ ທັງຫຼາຍຈະສະເຫຼີມສະຫຼອງປີໃໝ່ຢ່າງມີສະຕິ, ຂັບຂີ່ລົດປອດໄພ, ຈົ່ງລະມັດລະວັງໃນການໃຊ້ລົດ, ໃຊ້ຖະໜົນ, ຈົ່ງເປັນຄົນລາວ ທີ່ມີຄວາມເມດຕາ ກະລຸນາ, ໂອບເອື້ອອາລີຊຶ່ງກັນ ແລະ ກັນ ຂຶ້ນຊື່ວ່າ ປີໃໝ່ຂອງລາວແລ້ວ ໃຫ້ມ່ວນຊື່ນລື່ນເລີງ, ຍິ້ມແຍ້ມເບີກບານ.  ພະອາຈານ ດາວສະເດັດ ເລີດມະນີ ໃນນາມ ຄະນະສົງວັດໃໝ່ໂຊກຄໍາ ຂໍອວຍພອນໄຊອັນປະເສີດ ມາຍັງການນໍາພັກ,ລັດ, ທະຫານ, ຕໍາຫຼວດ ຕະຫຼອດຮອດ ພໍ່, ແມ່, ປວງຊົນທຸກຖ້ວນໜ້າ ຂໍໃຫ້ປາສະຈາກ ເຂາະເຂັນເວນຮ້າຍ ອັນຕະລາຍທັງປວງ, ອາຍຸໝັ້ນຂວັນຍືນ, ຢູ່ຊຸ່ມ ກິນເຢັນ ຂໍໃຫ້ພົບແຕ່ໂຊກໄຊ, ໂຊກລາບ ມັ່ງມີ ເປັນເສດຖີເງິນລ້ານ, ໂຊກລາບໝານເງິນຄໍາ, ປາຖະໜາສິ່ງໃດ ຂໍໃຫ້ປະສົບຜົນສໍາເລັດທຸກປະການກໍຂ້າເທີ້ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ໃນວັນທີ 27ພະຈິກຜ່ານມານີ້,ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງຈາກ ບັນດາແຂວງພາກເໜືອ ແລະ ພາກກາງ ລວມທັງໝົດປະມານ 100ທ່ານ. ສໍາລັບບັນດາແຂວງພາກໃຕ້, ກອງເລຂາ ໄດ້ສໍາເລັດຈັດກອງປະຊຸມເຜີຍແຜ່ໃຫ້ບັນດາແຂວງດັ່ງກ່າວໃນເດືອນ ມິຖຸນາ 2025 ຜ່ານມາ ທີ່ ແຂວງຈໍາປາສັກ.
ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ວິທະຍາໄລສິລະປະແຫ່ງຊາດ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບບໍລິສັດເຂົ້າໜຽວການສະແດງ ແລະ ໂຮງລະຄອນ, ໄດ້ຈັດງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ (Asian Youth Theatre Festival) (AYTF) ປີ 2025 ຂຶ້ນໃນຄໍ່າວັນທີ 4 ທັນວາ ຜ່ານມາທີ່ ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມວັດທະນະທໍາ ແລະ ສິລະປະການສະແດງ ກະຊວງ ວທ, ທ່ານ ວິລະພັນ ຊາພູວົງ ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ມີບັນດາຄະນະຜູ້ຈັດງານ, ຄູ-ອາຈານ, ນັກສິລະປິນໄວໜຸ່ມຕົວແທນນັກສະແດງຈາກບັນດາປະເທດອາຊີ ແລະ ອາຊຽນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນໂດຍການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ມີບັນດາພະແນກການກ່ຽວຂ້ອງຈາກບັນດາແຂວງພາກເໜືອ ແລະ ພາກກາງເຂົ້າ​ຮ່ວມ.
ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
ເພີ່ມເຕີມ