ໝາກນັດແຊບສາຍພັນນໍ້າເຜິ້ງບ້ານຜາເມືອງ ເມືອງບໍລິຄັນ

ໝາກນັດແຊບສາຍພັນນໍ້າເຜິ້ງບ້ານຜາເມືອງ ເມືອງບໍລິຄັນ

ໝາກນັດແຊບສາຍພັນນໍ້າເຜິ້ງບ້ານຜາເມືອງ ເມືອງບໍລິຄັນ
ພໍເຖິງເດືອນ 5-8 ຂອງທຸກໆປີ ແມ່ນລະດູການທີ່ໝາກນັດໃຫ້ຜົນຜະລິດແກ່ຊາວສວນ ກໍຄືສັງຄົມໄດ້ບໍລິໂພກຢ່າງເຕັມສ່ວນ, ໝາກນັດມີຫຼາຍສາຍພັນ ແຕ່ໃນບົດນີ້ຈະເວົ້າເຖິງໝາກນັດສາຍພັນນໍ້າເຜິ້ງ ທີ່ຊາວສວນຂອງບ້ານຜາເມືອງປູກໄວ້ເພື່ອບໍລິໂພກພາຍໃນຄອບຄົວ ແລະ ຂາຍສົ່ງອອກ ໃຫ້ລູກຄ້າທົ່ວໄປໄດ້ບໍລິໂພກເຊັ່ນກັນ.
ໝາກນດແຊບສາຍພນນາເຜງບານຜາເມອງ ເມອງບລຄນ - image 1
 

 

ທ່ານນາງ ອໍາໄພພອນ ປັດຈຸບັນຢູ່ບ້ານຜາເມືອງ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ນໍາຜົນຜະລິດພືດກະສິກໍາມາວາງສະແດງ ແລະ ຂາຍ ໃນງານກະສິກໍາ ລາວ-ເກົາຫຼີ (Laos-Korea Agro Fair) ທີ່ສູນການຄ້າ ລາວ-ໄອເຕັກຕຶກເກົ່າ ນະຄອນຫຼວງວຽງຈັນ ເມື່ອບໍ່ດົນຜ່ານມານີ້. ພາຍໃນງານນອກຈາກນໍາໝາກນັດສົດມາວາງຂາຍແລ້ວ, ຍັງມີກວນໝາກນັດ, ເຫຼົ້າຂາວທີ່ຜະລິດຈາກເຂົ້າໄກ່ນ້ອຍ, ສົ້ມໝູ, ນໍ້າອ້ອຍກ້ອນ, ໜັງເຄັມ, ຜ້າກັນເປື້ອນຊົນເຜົ່າ. ສິນຄ້າທີ່ນໍາມາຂາຍ ລາຄາເລີ່ມແຕ່ 10 ພັນກີບ ແລະ ລາຄາ 120 ພັນກີບແມ່ນຜ້າກັນເປື້ອນຊົນເຜົ່າ ແລະ ຜະລິດຕະພັນອື່ນ.

ທ່ານນາງ ອໍາໄພພອນ ກ່າວຕື່ມວ່າ: ດີໃຈຫຼາຍ ທີ່ໄດ້ນໍາເອົາຜະລິດຕະພັນ ຂອງບ້ານຜາເມືອງມາວາງສະແດງ ແລະ ຂາຍໃນງານ Laos-Korea Agro Fair ທີ່ສູນການຄ້າລາວ-ໄອເຕັກຕຶກເກົ່າ ນະຄອນຫຼວງວຽງຈັນ. ການນໍາເອົາສິນຄ້າມາຄັ້ງນີ້ ເປັນຄັ້ງທໍາອິດ ຈຶ່ງຂໍຂອບໃຈນໍາໂຄງການທີ່ໄດ້ໃຫ້ທຶນ ແລະ ສະໜັບສະໜູນໃນການແນະນໍາຄວາມຮູ້ດ້ານວິຊາການ ຊ່ວຍປະຊາຊົນພາຍໃນບ້ານ ໂດຍສະເພາະກຸ່ມປູກຝັງ-ລ້ຽງສັດ ໃຫ້ມີການພັດທະນາໄປໃນທາງທີ່ດີ, ສ້າງໃຫ້ກຸ່ມມີຄວາມເຕີບໃຫຍ່, ເຂັ້ມແຂງເປັນກ້າວໆ, ເຫັນໄດ້ເຖິງຄວາມແຕກຕ່າງຈາກໃນເມື່ອກ່ອນ ຊີວິດການເປັນຢູ່ຂອງປະຊາຊົນ ເວົ້າລວມ, ເວົ້າສະເພາະ ພາຍໃນກຸ່ມມີຊີວິດນັບມື້ດີຂຶ້ນ ຍ້ອນມີລາຍຮັບຈາກຜົນຜະລິດກະສິກໍາ ປູກຫຼາຍໆ ເຫຼືອກິນ ແລະ ສົ່ງອອກຂາຍທີ່ຕະຫຼາດພາຍໃນບ້ານ ແລະ ສົ່ງໃຫ້ແມ່ຄ້າ, ພໍ່ຄ້າມາຮັບເກັບຊື້ຢູ່ສວນ. ຖ້າເປັນໄປໄດ້ ເມື່ອສິ້ນສຸດໂຄງການຢາກໃຫ້ອົງການກອຍກ້າ ເຂົ້າໄປຊ່ວຍສະໜັບສະໜູນຕື່ມ ແລະ ຢາກນໍາເອົາຜົນຜະລິດອອກວາງຈໍາໜ່າຍທີ່ສູນການຄ້າໄອເຕັກຕື່ມອີກ ເພາະວ່າສິນຄ້າທີ່ນໍາມາຂາຍ ລ້ວນແລ້ວແຕ່ແມ່ນຜົນທີ່ໄດ້ຈາກແຮງງານຂອງປະຊາຊົນ ກໍຄື ກຸ່ມຜະລິດພາຍໃນບ້ານ ທັງເປັນການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນພາຍໃນບ້ານຜາເມືອງນັບມື້ດີຂຶ້ນເລື້ອຍໆ.

ໝາກນັດຫວານ ສາຍພັນນໍ້າເຜິ້ງ ປູກຢູ່ເຂດພູສູງຂອງບ້ານຜາເມືອງ ເກັບຜົນຜະລິດໄດ້ພຽງ 1 ເທື່ອ ຕໍ່ປີ ເລີ່ມເກັບລະຫວ່າງເດືອນ 5-8 ເທົ່ານັ້ນ ເນື້ອທີ່ປູກ ປະມານ 18 ເຮັກຕາ ຊຶ່ງການເກັບກໍາພຽງແຕ່ 10 ຄອບຄົວ, ການປູກໝາກນັດ ເປັນພຽງອາຊີບເສີມຂອງປະຊາຊົນ, ອາຊີບຫຼັກ ແມ່ນເຮັດນາ-ສວນ ປູກເຂົ້າ, ປູກຢາງພາລາ.

ໝາກນດແຊບສາຍພນນາເຜງບານຜາເມອງ ເມອງບລຄນ - image 2
 

ຜົນຜະລິດຈາກໝາກນັດ ນອກຈາກຂາຍເປັນໜ່ວຍແລ້ວ ຍັງນໍາເອົາມາແປຮູບ ດ້ວຍການເຮັດກວນ ເພື່ອເກັບຮັກສາເອົາໄວ້ບໍລິໂພກຍາມໝົດລະດູການ, ປັດຈຸບັນໝາກນັດ ລາຄາຂາຍຍ່ອຍ 1 ໜ່ວຍໃຫຍ່ 20 ພັນກີບ, ລາຍຮັບທີ່ໄດ້ຈາກການຂາຍ ແມ່ນໄດ້ນໍາໄປຝາກທີ່ທະນາຄານ, ສ່ວນໜຶ່ງແມ່ນນໍາມາໝູນໃຊ້ໃຫ້ກັບສະມາຊິກພາຍໃນຄອບຄົວ, ສົ່ງລູກເຂົ້າຮຽນ, ປັບປຸງໃຫ້ຊີວິດການເປັນຢູ່ພາຍໃນຄອບຄົວໃຫ້ດີຂຶ້ນເປັນກ້າວໆ. ຖ້າຫາກວ່າທ່ານໃດມີຄວາມສົນໃຈຢາກສັ່ງຈອງຜະລິດຕະພັນກະສິກໍາ ຂອງບ້ານຜາເມືອງ ກໍຕິດຕໍ່ໄດ້ທີ່ເບີ: 020 96594929.

ໃນແຜນຕໍ່ໜ້າ ຈະສືບຕໍ່ເອົາໃຈໃສ່ ຂອດການຜະລິດ-ປຸງແຕ່ງຜົນກະສິກໍາໃຫ້ຫຼາຍ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ກໍຄືຜູ້ບໍລິໂພກ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ