ໝາກຜົນການຮ່ວມມື ລາວ-ຫວຽດນາມ ໃນຂົງເຂດວິທະຍາສາດເຕັກໂນໂລຊີ

ໝາກຜົນການຮ່ວມມື ລາວ-ຫວຽດນາມ ໃນຂົງເຂດວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກໍາ

ໝາກຜົນການຮ່ວມມື ລາວ-ຫວຽດນາມ ໃນຂົງເຂດວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກໍາ
ໂດຍ:ວັນໄຊ ຕະວິນຍານ ແຕ່ໃດໆມາ ຈົນມາຮອດປັດຈຸບັນ ການພົວພັນຮ່ວມມື ລະຫວ່າງ ລາວ-ຫວຽດນາມ ແມ່ນມີຜົນສໍາເລັດເປັນແຕ່ລະບາດກ້າວຄຽງຄູ່ກັບຜົນສໍາເລັດຂອງການຮ່ວມມືໃນຫຼາຍຂະແໜງການແລ້ວ.ອີງໃສ່ຍຸກການພັດທະນາເຕັກໂນໂລຊີສະໄໝໃໝ່ ເພື່ອຈັບມືກັນກ້າວໄປສູ່ຄວາມທັນສະໄໝ

 ເຊື່ອມຈອດໃນພາກພື້ນ ແລະ ສາກົນ.ລາວ-ຫວຽດນາມ ໄດ້ຮ່ວມກັນປະຕິບັດບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືໃນຂົງເຂດເຕັກໂນໂລຊີ ແລະ ນະວັດຕະກໍາ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານລາວ ກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ເອົາການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ ເຂົ້າສູ່ລວງເລິກ.ສອງຝ່າຍ ໄດ້ປະສົບຜົນສໍາເລັດໃນການຈັດກອງປະຊຸມຄັ້ງທໍາອິດ ຂັ້ນລັດຖະມົນຕີ ຂອງຄະນະກໍາມະການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ ລາວ-ຫວຽດນາມ ໃນເດືອນ 5/2024 ຢູ່ລາວ ໂດຍໄດ້ເຫັນດີເປັນເອກະພາບ ຕໍ່ ກັບບັນດາເນື້ອໃນຮ່ວມມື ກ່ຽວກັບການແບ່ງປັນປະສົບການໃນການຄຸ້ມຄອງ-ບໍລິຫານລັດ ແລະ ຊ່ວຍດ້ານວິທີການວາງແຜນນະໂຍບາຍ, ການສ້າງລະບຽບການ ແລະ ກອບນິຕິກໍາໃນບາງຂົງເຂດ ຄື: ເຕັກໂນໂລຊີລະດັບສູງ, ການສ້າງເຂດເຕັກໂນໂລຊີລະດັບສູງ, ການບໍລິການເຕັກໂນໂລຊີ, ການບໍລິຫານນະວັດຕະກໍາ, ວຽກສະຕາດອັບ ແລະ ການຖ່າຍທອດເຕັກໂນໂລຊີ; ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ; ການຮ່ວມມືດ້ານການຄົ້ນຄວ້າ,ການພັດທະນາ,ການນໍາໃຊ້,ຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກໍາ,ໂດຍຜ່ານການຈັດຕັ້ງປະຕິບັດວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຕາມອະນຸສັນຍາ; ໄດ້ປະສານສົມທົບຈັດຊຸດຝຶກອົບຮົມ ໃຫ້ແກ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານລາວ ໃນການຄຸ້ມຄອງເຕັກໂນໂລຊີ ແລະ ນະວັດຕະກໍາ, ເຂົ້າຮ່ວມກິດຈະກໍາເຄື່ອນໄຫວ ກ່ຽວກັບການເຊື່ອມໂຍງ ລະຫວ່າງ ການສະໜອງ-ຄວາມຕ້ອງການ, ການຖ່າຍທອດເຕັກໂນໂລຊີ, ວຽກສະຕາດອັບ ແລະ ນະວັດຕະກໍາ ທີ່ສອງຝ່າຍຈັດຂຶ້ນໃນແຕ່ລະປີ; ລວມທັງຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ ຢູ່ທ້ອງຖິ່ນ.

ສອງຝ່າຍ ເອົາໃຈໃສ່ຊຸກຍູ້ການປະຕິບັດບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາລາວ ກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ກ່ຽວກັບການຮ່ວມມືໃນຂົງເຂດ ວິທະຍາສາດ. ໃນນັ້ນ, ໄດ້ຈັດເວທີພົບປະຂັ້ນລັດຖະມົນຕີ ກ່ຽວກັບວິທະຍາສາດ ແລະ ນະວັດຕະກໍາ ພຶດສະພາ 5/2024 ຢູ່ ສປປ ລາວ ໂດຍເຫັນດີເປັນເອກະພາບສຸມໃສ່ຊຸກຍູ້ ຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ; ບໍາລຸງ ແລະ ຍົກສູງຄວາມອາດສາມາດ ໃຫ້ແກ່ພະນັກງານຄົ້ນຄວ້າ ແລະ ຄຸ້ມຄອງວິທະຍາສາດ;ຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອ, ຊ່ວຍກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີຂອງລາວ.

ໃນຂອບການຮ່ວມມືສາມຝ່າຍລະຫວ່າງ ລາວ-ຫວຽດນາມ IAEA ກ່ຽວກັບການຮ່ວມມືໃນຂົງເຂດພະລັງງານປະລະມານູ, ຫວຽດນາມ ໄດ້ຈັດຊຸດຝຶກອົບຮົມ ໃຫ້ແກ່ພະນັກງານລາວ ກ່ຽວກັບການກວດສອບ, ການປະເມີນທີ່ບໍ່ທໍາລາຍການນໍາໃຊ້ໃນການກວດສອບໂຮງງານໄຟຟ້າຄວາມຮ້ອນ, ເນື້ອໃນການກວດກາຄວາມປອດໄພຂອງລັງສີ ຢູ່ສະຖານບັນການແພດ ແລະ ອຸດສາຫະກໍາ; ແນະນໍາການຝຶກຊ້ອມ ກ່ຽວກັບເຕັກນິກການຖ່າຍພາບລັງສີຂັ້ນ 2; ສອງຝ່າຍ ໄດ້ລົງນາມແຜນການບໍາລຸງສ້າງໃນຂົງເຂດລິຂະສິດຊັບສິນທາງປັນຍາປີ 2024-2025 ເພື່ອເພີ່ມທະວີການສ້າງຊັບພະຍາກອນມະນຸດ ໃຫ້ແກ່ລາວ.

ສອງຝ່າຍ ໄດ້ປະສານສົມທົບກັນປະຕິບັດສໍາເລັດໂຄງການຮ່ວມມືຄົ້ນຄວ້າຮ່ວມ ລະຫວ່າງ ສອງ ປະເທດ ເພື່ອຖ່າຍທອດບົດຮຽນໃຫ້ລາວ ກ່ຽວກັບບາງເຕັກນິກການຜະລິດເຫັດ, ການລ້ຽງກວາງ, ການຜະລິດຝຸ່ນຊີວະພາບ ເພື່ອສົ່ງເສີມໃຫ້ລາວ ສາມາດນໍາໃຊ້ຜົນການຄົ້ນຄວ້າວິທະຍາສາດ ເຂົ້າໃນການຜະລິດຕົວຈິງ ຢູ່ບັນດາທ້ອງຖິ່ນ ຄື: ແຂວງບໍລິຄໍາໄຊ, ແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ, ແຂວງໄຊຍະບູລີ ແລະ ແຂວງຊຽງຂວາງ.

ນອກຈາກຜົນສໍາເລັດໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາແລ້ວ ສອງຝ່າຍຍັງໄດ້ຮ່ວມມື ໃນຂົງເຂດການຄົ້ນຄວ້າວິທະຍາສາດສັງຄົມ,ຂົງເຂດຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.ໄດ້ດໍາເນີນກອງປະຊຸມພົບປະສອງຝ່າຍ ລະຫວ່າງ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມລາວ ແລະ ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ. ໄດ້ເຫັນດີເປັນເອກະພາບກ່ຽວກັບການກໍານົດທິດທາງການຮ່ວມມືໃນຕໍ່ໜ້າໂດຍສຸມໃສ່ຂົງເຂດຊັບພະຍາກອນນໍ້າ,ການຄຸ້ມຄອງສິ່ງແວດລ້ອມ,ການອະນຸລັກຊີວະນາໆພັນ, ການປ່ຽນແປງສະພາບດິນຟ້າອາກາດ, ອຸຕຸນິຍົມ-ອຸທົກກະສາດ, ການຄຸ້ມຄອງທີ່ດິນ ແລະ ການສ້າງພະນັກງານ; ພ້ອມກັນນັ້ນ, ຍັງໄດ້ລົງນາມບົດບັນທຶກຊ່ວຍຈໍາກ່ຽວກັບການເພີ່ມທະວີຮ່ວມມື ລະຫວ່າງ ສອງກະຊວງ ໃນຂົງເຂດການຄຸ້ມຄອງສິ່ງແວດລ້ອມ ແລະ ການປ່ຽນແປງສະພາບດິນຟ້າອາກາດ.

ສອງຝ່າຍ ໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ ກັບບັນດາປະເທດສະມາຊິກຂອງຄະນະອະນຸກໍາມະການແມ່ນໍ້າຂອງສາກົນ, ບັນດາປະເທດ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງ ແລະ ນໍາໃຊ້ແຫຼ່ງແມ່ນ້ໍາ ແລະ ຊັບພະຍາກອນຕ່າງໆທີ່ຕິດພັນຢ່າງເໝາະສົມ, ສະເໝີພາບ, ຍືນຍົງ ແລະ ມີປະສິດທິຜົນ;ປະສານສົມທົບກັບບັນດາປະເທດສະມາຊິກ ຈັດຕັ້ງຜັນຂະຫຍາຍຖະແຫຼງການຮ່ວມ ກ່ຽວກັບ ໂຄງການເຂື່ອນໄຟຟ້າ ຕາມແມ່ນ້ໍາຂອງ ແລະ ວຽກງານອື່ນໆ.

ສອງຝ່າຍໄດ້ຮ່ວມກັນປຶກສາຫາລື ແລະ ມີປະສິດທິຜົນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນໃນເວທີ ອາຊຽນ ແລະ ບັນດາກົນໄກນໍາພາໂດຍອາຊຽນ, ສະຫະປະຊາຊາດ, ASEM ແລະ ກົນໄກຮ່ວມມືອະນຸພາກພື້ນແມ່ນໍ້າຂອງ, ປະກອບສ່ວນຍາດແຍ່ງເອົາການຊຸກຍູ້ຊ່ວຍເຫຼືອຈາກພາຍນອກ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາຂອງແຕ່ລະປະເທດ ແລະ ຍົກສູງທີ່ຕັ້ງຂອງສອງປະເທດໃນເວທີສາກົນ.

ສັງລວມແລ້ວ, ການຮ່ວມມື ລະຫວ່າງ ລາວ ແລະ ຫວຽດນາມ ໃນປີ 2024 ຜ່ານມາ, ນັບແຕ່ຂັ້ນສູນກາງ,ບັນດາກະຊວງ,ອົງການ,ຂະແໜງການ, ບັນດາກໍາມາທິການສະພາແຫ່ງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນຕ່າງໆ ໄດ້ສືບຕໍ່ຊຸກຍູ້ ແລະ ຈັດຕັ້ງປະຕິບັດຢ່າງຄ່ອງແຄ້ວ,ມີປະສິດທິຜົນ ແລະ ແທດຕົວຈິງ.ໂດຍຜ່ານການເຄື່ອນໄຫວແລກປ່ຽນຄະນະຜູ້ແທນໃນທຸກລະດັບ, ສ້າງຄວາມເຂົ້າອົກເຂົ້າໃຈແບບປະເທດອ້າຍນ້ອງ,ຄວາມສາມັກຄີແບບພິເສດການຮ່ວມມືຢ່າງຮອບດ້ານ, ແລກປ່ຽນບົດຮຽນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ. ບັນດາທ້ອງຖິ່ນທີ່ມີຊາຍແດນຕິດຈອດກັນລະຫວ່າງລາວ-ຫວຽດນາມ, ສືບຕໍ່ຮັດແໜ້ນຄວາມສາມັກຄີ, ພິເສດແມ່ນການກໍ່ສ້າງພື້ນຖານໂຄງລ່າງ,ວຽກງານການແພດ,ການພັດທະນາຊັບພະຍາກອນມະນຸດ,ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຢູ່ເຂດຊາຍແດນຂອງສອງປະເທດ.

ຄໍາເຫັນ

ຂ່າວການຮ່ວມມື

ສິລະປະພື້ນເມືອງ ສ ເກົາຫຼີ ສະແດງຮັບໃຊ້ຊາວ ນວ

ສິລະປະພື້ນເມືອງ ສ ເກົາຫຼີ ສະແດງຮັບໃຊ້ຊາວ ນວ

ໃນຄໍ່າຄືນຂອງວັນທີ 15 ທັນວາຜ່ານມານີ້, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ (ນວ), ໄດ້ມີການຈັດງານສະແດງສິລະປະພື້ນເມືອງ ຂອງ ສ. ເກົາຫຼີ ໂດຍສະມາຄົມແລກປ່ຽນການສະແດງສິລະປະ-ວັດທະນະທຳສາກົນ ຂອງ ສ. ເກົາຫຼີ ເພື່ອເປັນແລກປ່ຽນບົດຮຽນ ແລະ ເປັນການຂໍ່ານັບຊົມເຊີຍວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຄົບຮອບ 30 ປີ ກໍຄືການສະແດງຮັບໃຊ້ມວນຊົນ ຊາວນະຄອນຫຼວງວຽງຈັນ ແລະ ທັງເປັນການຊົມເຊີຍ ຕໍ່ຜົນສຳເລັດ ຂອງການພົບປະຢ່າງເປັນທາງການ ຂອງພະນະທ່ານ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ພະນະທ່ານ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ ທີ່ໄດ້ບັນລຸການຕົກລົງຫຼາຍບັນຫາສຳຄັນ ແລະ ໄດ້ຍົກລະດັບສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ ໃນວັນທີ 15 ທັນວານີ້ ທີ່ ສ.ເກົາຫຼີ.
ກະຊວງການຕ່າງປະເທດ ເຊີນທູດກໍາປູເຈຍ ແລະ ອຸປະທູດໄທ ເຂົ້າພົບເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ

ກະຊວງການຕ່າງປະເທດ ເຊີນທູດກໍາປູເຈຍ ແລະ ອຸປະທູດໄທ ເຂົ້າພົບເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ

ໃນວັນທີ 15 ທັນວານີ້, ທີ່ກະຊວງການຕ່າງປະເທດ, ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຊີນ ທ່ານ ຮຸນກຣັງ ພະນອງ (HULKRANG Phanang), ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ປະຈໍາ ສປປ ລາວ ແລະ ທ່ານ ນາງ ຈິຣັດສະຍາ ພີຣານົນ, ອຸປະທູດຊົ່ວຄາວ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ເຂົ້າພົບ ເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການທີ່ ເກີດຂຶ້ນ ຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ ໃນປັດຈຸບັນ.
ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມືຮອບດ້ານ

ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມືຮອບດ້ານ

ວັນທີ 15 ທັນວາຜ່ານມາ, ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ (ສສກ) ນຳໂດຍທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ລັດຖະ ມົນຕີກະຊວງ ສສກ ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມໃນລະຫວ່າງວັນທີ 15-17 ທັນວາ 2025 ໃຫ້ກຽດສົ່ງຄະນະຜູ້ແທນໃນຄັ້ງນີ້ໂດຍທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມປະຈຳ ສປປ ລາວ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງ.
ສປປ ລາວ ມອບເງິນຊ່ວຍເຫຼືອເຫດໄພນໍ້າຖ້ວມຢູ່ພາກໃຕ້ຂອງຣາຊະອານາຈັກໄທ

ສປປ ລາວ ມອບເງິນຊ່ວຍເຫຼືອເຫດໄພນໍ້າຖ້ວມຢູ່ພາກໃຕ້ຂອງຣາຊະອານາຈັກໄທ

ໃນວັນທີ 15 ທັນວານີ້, ທີ່ກະຊວງການຕ່າງປະເທດ, ທ່ານນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ຈິຣັດສະຍາພີຣານົນ, ອຸປະທູດຊົ່ວຄາວແຫ່ງຣາຊະອານາຈັກໄທປະຈໍາ ສປປ ລາວ.
ໂຮງໝໍນ້ອຍໃນແຂວງສາລະວັນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ໂຮງໝໍນ້ອຍໃນແຂວງສາລະວັນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ວັນທີ 12 ທັນວາຜ່ານມານີ້, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 86,200ໂດລາໃນການສະໜັບສະໜູນໂຄງການດ້ານສາທາລະນະສຸກໃນແຂວງສາລະວັນເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ(GGP).
ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ຕ້ອນຮັບທ່ານ ນາງ ເມແກນ ຈອນສ໌(Megan Jones) ເອກອັກຄະລັດຖະທູດແຫ່ງປະເທດອົດສະຕຣາລີປະຈຳ ສປປ ລາວ ພ້ອມຄະນະ ໃນຕອນເຊົ້າວັນທີ 15 ທັນວານີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ໃນໂອກາດທີ່ມາເຄື່ອນໄຫວວຽກງານທີ່ແຂວງສະຫວັນນະເຂດ.
ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ນັກຂ່າວລາວ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກ ສສ ຫວຽດນາມ ຄື: ສຳນັກຂ່າວສານ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່້ໜັງສືພິມອອນລາຍ ຫວຽດນາມ ພຣັດ, ໄດ້ສະໜອງຂໍ້ມູນຂ່າວສານ ຢ່າງມີຄຸນນະພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິພາບ. ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖີງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 10-11 ທັນວານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວ ຊຶ່ງນຳພາໂດຍທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນານາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພົບປະແລກ ປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກຂອງ ສສ ຫວຽດນາມຄື: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ໜັງສືພິມອອນລາຍຫວຽດນາມ ພຣັດ ທີ່ໄດ້ສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະ ພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິ ພາບ ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ນຳໂດຍທ່ານ ພົນເອກ ເຊກເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 10-12 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ; ໃນວັນທີ 11 ທັນວານີ້ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ຢ່າງເປັນທາງການ ແລະ ສົມກຽດ, ໃຫ້ກຽດຕ້ອນຮັບໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປລາວ ພ້ອມດ້ວຍຄະນະ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ເພີ່ມເຕີມ