ສປປ ລາວ ເປັນປະທານອາຊຽນໃນປີ 2024

ໝາກຜົນຂອງ 42nd AMEMຍົກສູງບົດບາດ ສປປລາວຕໍ່ການພັດທະນາພະລັງງານອາຊຽນ

ໝາກຜົນຂອງ 42nd AMEMຍົກສູງບົດບາດ ສປປລາວຕໍ່ການພັດທະນາພະລັງງານອາຊຽນ
ໂດຍ: ສ.ບຸດປະຊາ ໃນຖານະທີ່ ສປປ ລາວ ເປັນປະທານອາຊຽນໃນປີ 2024, ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42

(42nd AMEM)ແລະ ກອງປະຊຸມທີ່ກ່ຽວຂ້ອງຂຶ້ນເມື່ອບໍ່ດົນມານີ້.
ກອງປະຊຸມ42nd AMEMມີບັນດາປະເທດສະມາຊິກອາຊຽນ (AMS), ປະເທດຄູ່ຮ່ວມຍຸດທະສາດ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ; ກອງປະຊຸມຄັ້ງນີ້, ເປັນວາລະວຽກອັນສຳຄັນ ທີ່ຢັ້ງຢືນເຖິງການເຮັດວຽກຮ່ວມກັນເພື່ອຂັບເຄື່ອນວຽກຕາຂ່າຍໄຟຟ້າອາຊຽນ(APG)ໃນພາກພື້ນໃຫ້ປະກົດຜົນເປັນຈິງ, ພ້ອມທັງສ້າງຕົ້ນແບບແຜນພະລັງງານຂອງອາຊຽນ ທີ່ຈະສາມາດຮັບມືກັບບັນດາສິ່ງທ້າທາຍດ້ານພະລັງງານຂອງພາກພື້ນ ແລະ ທ່າອ່ຽງສຳຄັນຂອງໂລກ.
ກອງປະຊຸມຄັ້ງນີ້ ໄດ້ເປັນເອກະພາບຮັບຮອງເອົາຖະແຫຼງການຮ່ວມກັນ (JMS)ໂດຍທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ພບ, ປະທານກອງປະຊຸມ 42nd AMEMໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໂດຍໄດ້ຍົກໃຫ້ເຫັນບາງຂໍ້ພົ້ນເດັ່ນທີ່ສະທ້ອນໃຫ້ເຫັນເຖິງຜົນສຳເລັດອັນຈົບງາມ ໃນການເປັນເຈົ້າພາບຈັດກອງປະຊຸມ ແລະ ໝາກຜົນຂອງກອງປະຊຸມ ກໍໄດ້ຍົກສູງບົດບາດຂອງ ສປປ ລາວ ໃນເວທີອາຊຽນ ແລະ ຕໍ່ຄູ່ຮ່ວມພັດທະນາ, ຕໍ່ອົງການຈັດຕັ້ງສາກົນ ໃນການປະກອບສ່ວນສ້າງອະນາຄົດດ້ານພະລັງງານທີ່ໝັ້ນຄົງ ແລະ ຍືນຍົງຂອງອາຊຽນ.
ດັ່ງທີ່ພວກເຮົາຮູ້, ອາຊຽນກໍາລັງເຮັດວຽກເພື່ອກ້າວໄປສູ່ຄວາມຍືນຍົງ ຜ່ານຂອບໜ້າວຽກທີ່ໄດ້ກໍານົດ ແລະ ຂໍ້ລິເລີ່ມຕ່າງໆ ເຊັ່ນ: ການກຳນົດຍຸດທະສາດຫຼຸດຜ່ອນທາດອາຍກາກບອນ; ກອງປະຊຸມ 42nd AMEM ກໍໄດ້ຖືເປັນແຜນວຽກໜຶ່ງທີ່ສຳຄັນ ແລະ ຕ້ອງຈັດຕັ້ງປະຕິບັັດໃຫ້ສອດຄ່ອງກັບໜ້າວຽກໃນຂະແໜງພະລັງງານ, ເພື່ອສົ່ງເສີມຄວາມເປັນເອກະພາບໃຫ້ການຈັດຕັ້ງປະຕິບັດ ແລະ ມຸ່ງເນັ້ນໄປເຖິງການພັດທະນາພາກພື້ນໃນອະນາຄົດ ໂດຍຈະສອດແຊກແຜນຍຸດທະສາດດັ່ງກ່າວເຂົ້າໃນການຜັນຂະຫຍາຍແຜນການປະຕິບັດການຮ່ວມມືດ້ານພະລັງງານຂອງອາຊຽນ (APAEC) ໄລຍະທີ 2: 2021-2025 ແລະ ການພັດທະນາຈັດຕັ້ງປະຕິບັດ APAEC ພາຍຫຼັງປີ 2025. ຂະນະດຽວກັນ, ເພື່ອໃຫ້ວຽກງານການເຊື່ອມໂຍງ ລະຫວ່າງພາກພື້ນມີຄວາມກ້າວໜ້າ ກອງປະຊຸມກໍໄດ້ເປັນເອກະພາບຖືເອົາວຽກ APG ເປັນຈຸດໃຈກາງ ເພື່ອສ້າງອະນາຄົດດ້ານພະລັງງານທີ່ເຂັ້ມແຂງ ແລະ ຍືນຍົງຂອງອາຊຽນ, ທັງເພື່ອອໍານວຍຄວາມສະດວກໃຫ້ແກ່ການຊື້-ຂາຍພະລັງງານໄຟຟ້າຂ້າມຊາຍແດນແລະ ເພື່ອສະໜັບສະໜູນວິໄສທັດດ້ານພະລັງງານໄລຍະຍາວຂອງພາກພື້ນ; ເພື່ອເຮັດໃຫ້ການສົ່ງໄຟຟ້າ ແລະ ປະຕິບັດວິໄສທັດວຽກAPG, ກອງປະຊຸມໄດ້ຖືສຳຄັນການຍົກລະດັບປັບປຸງລະບົບສາຍສົ່ງຂ້າມຊາຍແດນ ແລະ ການນຳໃຊ້ເຕັກໂນໂລຊີທີ່ກ່ຽວຂ້ອງ ເຊັ່ນ: ການພັດທະນາລະບົບສາຍສົ່ງໃຕ້ທະເລ. ເພື່ອພັດທະນາບັນດາໂຄງການສາຍສົ່ງເຊື່ອມຕໍ່ລະຫວ່າງພາກພື້ນ ທີ່ກ່າວມານັ້ນ ເກີດຜົນ, ກອງປະຊຸມເຫັນໄດ້ຄວາມສຳຄັນ ເຖິງຄວາມຕ້ອງການດ້ານທຶນຮອນໃນການລົງທຶນຢ່າງມະຫາສານເພື່ອໃຫ້ວຽກ APG ມີຄວາມກ້າວໜ້າ. ຕິດພັນກັນນັ້ນ, ໄດ້ຮັບຊາບການລາຍງານກ່ຽວກັບບັນດາຂໍ້ລິເລີ່ມໃນການສະໜັບສະໜູນໂຄງການຫັນປ່ຽນດ້ານພະລັງງານລະດັບປະເທດ ແລະ ພາກພື້ນ, ການອຳນວຍຄວາມສະດວກໃຫ້ແກ່ການເຊື່ອມໂຍງດ້ານພະລັງງານອາຊຽນ, ລວມທັງການຈັດສັນທຶນສະເພາະໃຫ້ແກ່ວຽກງານ APG ຂອງທະນາຄານພັດທະນາອາຊີ (ADB) ແລະ ທະນາຄານໂລກ.
ບົດສຶກສາ AEO8 ທີ່ກອງປະຊຸມ 42nd AMEMໄດ້ຮັບຮອງເອົາ, ກໍເປັນການຍົກສູງບົດບາດຂອງ ສປປ ລາວ ໃນການເປັນເຈົ້າການຮັບຮອງເອກະສານສຳຄັນ ທີ່ເປັນແນວທາງກໍານົດວາງແຜນອະນາຄົດດ້ານພະລັງງານທີ່ໝັ້ນຄົງ ແລະ ຍືນຍົງສໍາລັບພາກພື້ນອາຊຽນ ທ່າມກາງອັດຕາການບໍລິໂພກພະລັງງານທີ່ເພີ່ມຂຶ້ນ ແຕ່ຄວາມໝັ້ນຄົງດ້ານພະລັງງານຍັງຄົງເປັນບັນຫາ ເນື່ອງຈາກຄວາມເຄັ່ງຕຶງທາງພູມສາດການເມືອງ, ຄວາມຜັນຜວນຂອງຕະຫຼາດ ແລະ ການປ່ຽນຜ່ານສູ່ກາກບອນຕໍ່າ ເພື່ອເສີມສ້າງຄວາມຍືດຍຸ່ນດ້ານພະລັງງານອາຊຽນຕ້ອງໃຫ້ຄວາມສຳຄັນກັບການປັບໃຫ້ເໝາະສົມ ແລະ ຫຼຸດການປ່ອຍອາຍກາກບອນໃນພາກສ່ວນພະລັງງານ, ຮັບຮອງການເຂົ້າເຖິງຄວາມສາມາດໃນການຊື້, ປະສິດທິພາບ ແລະ ຄວາມປອດໄພ; ໃນຂະນະດຽວກັນກໍຕ້ອງສະໜັບສະໜູນການເຕີບໂຕທາງເສດຖະກິດ ແລະ ເປົ້າໝາຍດ້ານສະພາບດິນຟ້າອາກາດໂລກອີກດ້ວຍ.
ອາຊຽນກຳລັງປະເຊີນກັບຄວາມທ້າທາຍໃນການສ້າງສົມດຸນ ລະຫວ່າງ ການເຕີບໂຕທາງເສດຖະກິດ ກັບການໃຊ້ພະລັງງານຢ່າງຍືນຍົງ, ປະລິມານການໃຊ້ພະລັງງານຂັ້ນສຸດທ້າຍທັງໝົດ (TFEC)ຍັງຄົງເພີ່ມຂຶ້ນໃນທຸກສະຖານະການ ຊຶ່ງຄາດຄະເນຕາມສະຖານະການພື້ນຖານ (BAS) ຄາດວ່າຄວາມຕ້ອງການຈະເພີ່ມຂຶ້ນ 2.6 ເທົ່າ ຂອງລະດັບປີ 2022 ພາຍໃນປີ 2050 ແລະ ອາດຫຼຸດລົງ 33% ໃນສະຖານະການເປົ້າໝາຍ (ATS)ຜ່ານນະໂຍບາຍລະດັບຊາດ ຕາມສະຖານະການການມຸ່ງສູ່ເປົ້າໝາຍລະດັບພາກພື້ນ (RAS)ແລະ ສະຖານະການຄວາມເປັນກາງຂອງກາກບອນ (CNC) ຊຸກຍູ້ການຫຼຸດການໃຊ້ TFECໃຫ້ຫຼາຍຂຶ້ນ ຊຶ່ງການຫຼຸດລົງນີ້ຕ້ອງອາໄສການປ່ຽນແປງພາກສ່ວນສຳຄັນ ເຊັ່ນ: ພາກການຂົນສົ່ງ ແລະ ທີ່ຢູ່ອາໄສ ຜ່ານປະສິດທິພາບທີ່ສູງຂຶ້ນ ແລະ ການນໍາໃຊ້ລົດໄຟຟ້າ (EV)ແລະ ເຕັກໂນໂລຊີກາກບອນຕໍ່າ ເຊັ່ນ: ໄຮໂດຣເຈນ ມາໃຊ້ຢ່າງແຜ່ຫຼາຍ.ໃນປີ 2022, ອາຊຽນໄດ້ບັນລຸເປົ້າໝາຍໃນການຫຼຸດຄວາມເຂັ້ມຂຸ້ນຂອງພະລັງງານລົງ 24.5% ຈາກລະດັບປີ 2005 ຊຶ່ງສະທ້ອນເຖິງຄວາມກ້າວໜ້າ ແຕ່ຍັງຕໍ່າກວ່າເປົ້າໝາຍຂອງ APAEC ທີ່ຕັ້ງໄວ້ວ່າຈະຫຼຸດ 32% ພາຍໃນປີ 2025; ໃນທໍານອງດຽວກັນ, ສ່ວນແບ່ງຂອງພະລັງງານໝູນວຽນໃນການສະໜອງພະລັງງານຫຼັກທັງໝົດ (TPES) ກໍເພີ່ມຂຶ້ນເຖິງ 15.6% ເຮັດໃຫ້ມີຊ່ອງວ່າງທີ່ສຳຄັນໃນການບັນລຸເປົ້າໝາຍຂອງ APAEC ທີ່ 23% ພາຍໃນປີ 2025. ໃນທາງກົງກັນຂ້າມ, ພະລັງງານໝູນວຽນທີ່ມີກຳລັງການຜະລິດ ຕິດຕັ້ງກໍຢູ່ໃນເກນດີ ໂດຍ ATS ຄາດວ່າພາກພື້ນນີ້ ຈະລື່ນເປົ້າໝາຍ 35% ແລະ ຈະເຖິງລະດັບ 39.6% ພາຍໃນປີ 2025.ບົດສຶກສາAEO8 ເນັ້ນຍໍ້າເຖິງຄວາມຈໍາເປັນໃນການເພີ່ມປະສິດທິພາບການໃຊ້ພະລັງງານ, ການໃຊ້ໄຟຟ້າຫຼາຍຂຶ້ນ ແລະ ເພີ່ມປະສິດທິພາບແຫຼ່ງພະລັງງານໝູນວຽນເພີ່ມຕື່ມເພື່ອປິດຊ່ອງວ່າງດັ່ງກ່າວ.
ເນື້ອໃນຂ້າງເທິງນັ້ນ, ຍົກໃຫ້ເປັນຜົນຂອງການເປັນເຈົ້າພາບຈັດກອງປະຊຸມ 42nd AMEM ທີ່ມີຜົນສຳເລັດຢ່າງຈົບງາມ ແລະ ໝາກຜົນຂອງກອງປະຊຸມ ກໍໄດ້ຍົກສູງບົດບາດຂອງ ສປປ ລາວ ໃນເວທີອາຊຽນ ແລະ ຕໍ່ຄູ່ຮ່ວມພັດທະນາ, ຕໍ່ອົງການຈັດຕັ້ງສາກົນ ຊຶ່ງສິ່ງດັ່ງກ່າວນີ້ ເປັນການສະທ້ອນໃຫ້ເຫັນຄວາມອາດສາມາດໃນການເປັນປະທານອາຊຽນຂອງ ສປປ ລາວ ທີ່ເປັນເຈົ້າການໃນການປະກອບສ່ວນຢ່າງຕັ້ງໜ້າ ໃນການສ້າງອະນາຄົດດ້ານພະລັງງານທີ່ໝັ້ນຄົງ ແລະ ຍືນຍົງສໍາລັບພາກພື້ນອາຊຽນ ໃນຖານະປະທານອາຊຽນປີ 2024, ຖານະສະມາຊິກອາຊຽນໃນປີຕໍ່ໆໄປ.

ຄໍາເຫັນ

ຂ່າວການຮ່ວມມື

ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ປີ 2026 ນີ້ເປັນການສ້າງຕັ້ງກົນໄກລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງຈີນ-ລາວ-ມຽນມາ-ໄທ ຄົບຮອບ 15 ປີ. ຕະຫຼອດ 15 ປີຜ່ານມາ, ຕາມລຳແມ່ນ້ຳທີ່ເຄີຍປະເຊີນໜ້າກັບເງົາມືດຂອງອາຊະຍາກຳຂ້າມຊາຍແດນປົກຄຸມສາຍນ້ຳນີ້ ໄດ້ກາຍເປັນເສັ້ນທາງເດີນເຮືອທີ່ສະຫງົບປອດໄພ ແລະ ສາມາດສັນຈອນຢ່າງສະດວກ.
ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ເຈີ່ນ ເກີ້ມ ຕູ໊ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເມື່ອບໍ່ດົນມານີ້.
ສື່ມວນຊົນລາວ ແລກປ່ຽນບົດຮຽນກັບວາລະສານກົງສ້ານ

ສື່ມວນຊົນລາວ ແລກປ່ຽນບົດຮຽນກັບວາລະສານກົງສ້ານ

ພິທີພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະສື່ມວນຊົນລາວ ແລະ ວາລະສານກົງສ້ານຂອງພັກກອມມູນິດຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ສໍານັກງານວາລະສານກົງສ້ານ ນະ ຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ຕາງໜ້າຝ່າຍລາວນຳໂດຍທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າຄະນະສໍາມະນາກອນ 20 ທ່ານ ທີ່ມາຝຶກອົບຮົມວຽກງານນໍາພາ, ຄຸ້ມຄອງສື່ມວນຊົນ-ໂຄສະນາ ແລະ ຝ່າຍຫວຽດນາມ ນຳໂດຍສະຫາຍ ເລ ຮາຍ ຄະນະບັນນາທິການ ຫົວໜ້າພະແນກວາລະສານອອນລາຍ, ວາລະສານກົງສ້ານ, ມີຫົວໜ້າພະແນກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ຊາວໜຸ່ມລາວ-ຊາວໜຸ່ມນະຄອນເຫວ້ ສືບຕໍ່ເສີມຂະຫຍາຍຫຼາຍຂົງເຂດວຽກງານສໍາຄັນ

ຊາວໜຸ່ມລາວ-ຊາວໜຸ່ມນະຄອນເຫວ້ ສືບຕໍ່ເສີມຂະຫຍາຍຫຼາຍຂົງເຂດວຽກງານສໍາຄັນ

ວັນທີ 22 ຕຸລາຜ່ານມາ, ຄະນະຜູ້ແທນຊາວໜຸ່ມລາວ ນໍາໂດຍ ສະຫາຍ ທອງລີ ສີສຸລິດ ກຳມະ ການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ເຂົ້າພົບປະ ແລະ ເຮັດວຽກກັບ ສະຫາຍ ຈິ້ງ ມັ່ງ ລິງ ກຳມະການສູນກາງພັກກອມມູນິດຫວຽດນາມ ຮອງເລຂາພັກນະຄອນເຫວ້ ພ້ອມດ້ວຍການນຳ ແລະ ຜູ້ແທນອົງການຊາວໜຸ່ມນະຄອນເຫວ້ ສສ ຫວຽດນາມ.
ລັດວາງຄາດໝາຍດຶງດູດການລົງທຶນຂົງເຂດກະສິກໍາ 5 ປີໃຫ້ໄດ້ 10 ຕື້ໂດລາ

ລັດວາງຄາດໝາຍດຶງດູດການລົງທຶນຂົງເຂດກະສິກໍາ 5 ປີໃຫ້ໄດ້ 10 ຕື້ໂດລາ

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນຂົງເຂດກະສິກໍາຢູ່ ສປປ ລາວ ຮ່ວມກັບນັກລົງທຶນດ້ານກະສິກຳລາວ-ຫວຽດນາມ ຂຶ້ນໃນວັນທີ 22 ຕຸລານີ້ ຢູ່ໂຮງແຮມເມືອງແທ໋ງ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ, ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ, ມີບັນດາຮອງລັດຖະມົນຕີ, ປະທານ-ຮອງປະທານຄະນະກໍາມະການປົກຄອງແຂວງ, ຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພິທີມອບ-ຮັບໜ້າທີ່ ຄະນະບໍລິຫານງານ​ສະມາຄົມ ລາວ-ໄທ ເພື່ອມິດຕະພາບ

ພິທີມອບ-ຮັບໜ້າທີ່ ຄະນະບໍລິຫານງານ​ສະມາຄົມ ລາວ-ໄທ ເພື່ອມິດຕະພາບ

ໃນວັນ​ທີ 22 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້​ຈັດ​ພິ​ທີມອບ-ຮັບ ໜ້າທີ່ລະຫວ່າງຄະ​ນະ​ບໍ​ລິ​ຫານ​ງານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດ​ເກົ່າ ແລະ ຊຸດ​ໃໝ່​ ໂດຍກ​ານ​ເປັນ​ປະ​ທານ​ຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ​ມີ​ບັນ​ດາສະຫາຍ​ຄະ​ນະ​ພັກ, ຄະ​ນະ​ນຳ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ແລະ ​ພາກ​ສ່ວນ​ທີ່ກ່ຽວ​ຂ້ອງ ​​ເຂົ້າ​ຮ່ວມ.
ສູນກາງຊາວໜຸ່ມລາວ ຊຸກຍູ້ການຮ່ວມມືດ້ານ AI ແລະ ການສຶກສາ ທີ່ຫວຽດນາມ

ສູນກາງຊາວໜຸ່ມລາວ ຊຸກຍູ້ການຮ່ວມມືດ້ານ AI ແລະ ການສຶກສາ ທີ່ຫວຽດນາມ

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ນຳໂດຍ ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ໄດ້ເຂົ້າຢ້ຽມຊົມ ແລະ ພົບປະເຮັດວຽກກັບມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ໃນວັນທີ 20 ຕຸລາຜ່ານມາ.
ລາວ-ກໍາປູເຈຍ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ

ລາວ-ກໍາປູເຈຍ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ແຫ່ງ ສປປ ລາວ ແລະ ກະຊວງທ່ອງທ່ຽວ ແຫ່ງຣາຊະອານາຈັກກໍາປູເຈຍ ຮ່ວມເປັນເຈົ້າພາບຈັດງານສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູເຈຍ ໃນລະຫວ່າງວັນທີ 19-22 ຕຸລານີ້ ທີ່ແຂວງຊຽງແຕງ ແລະ ແຂວງຈໍາປາສັກ ໃຫ້ກຽດຮ່ວມເປັນເຈົ້າ ພາບໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ສປປ ລາວ ແລະ ທ່ານ ຫຸດ ຮັກ ລັດຖະມົນຕີ ກະຊວງທ່ອງທຽວ ກໍາປູເຈຍ.
ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະ ເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2026

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະ ເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2026

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (LJI) ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດງານພົບປະ ເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2026 (Study in Japan Fair 2026) ແບບເຊິ່ງໜ້າ ແລະ ແບບອອນລາຍ ໃນວັນທີ 21 ຕຸລາຜ່ານມາ, ທີ່ສະຖາບັນດັ່ງກ່າວ ໂດຍມີທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ສຸກສາຄອນ ແສງສຸລິວົງ ຮອງຫົວໜ້າສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ພ້ອມດ້ວຍຜູ້ຕາງໜ້າຈາກສະຖານ ທູດຍີ່ປຸ່ນ ປະຈໍາລາວ, ຫ້ອງການ JICA ປະຈໍາລາວ, ຜູ້ຕາງໜ້າຈາກ 5 ມະຫາວິທະຍາໄລປະເທດຍີ່ປຸ່ນ, ອົງການ JASSO ສະຖາບັນສອນພາສາຍີ່ປຸ່ນ, ສະມາຄົມອະດີດນັກສຶກສາຍີ່ປຸ່ນ ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ຮັບຮອງຢ່າງເປັນທາງການຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງລັດຖະບານ ລາວ ແລະ ອົງການ ສປຊ ສະບັບໃໝ່

ຮັບຮອງຢ່າງເປັນທາງການຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງລັດຖະບານ ລາວ ແລະ ອົງການ ສປຊ ສະບັບໃໝ່

ໃນວັນທີ 21 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີຮັບຮອງຢ່າງເປັນທາງຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດປະຈໍາ ສປປ ລາວ ສຳລັບປີ 2027-2031, ໂດຍການໃຫ້ກຽດເປັນປະທານຮ່ວມພິທີຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບາໂຄເດຍ ເບີຄານ໊ອບ (Bakhodir Burkhanov) ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ຊຶ່ງມີບັນດາທ່ານຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຫົວໜ້າຫ້ອງການກະຊວງ, ຄະນະກົມ, ຜູ້ຕາງໜ້າຈາກບັນດາກະຊວງຂະ ແໜງການ ແລະ ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ ເຂົ້າຮ່ວມຫຼາຍກ່ວາ 70 ທ່ານ.
ເພີ່ມເຕີມ