ຊຶ່ງສົ່ງຜົນກະທົບຕໍ່ລະບົບຕ່ອງໂສ້ການສະໜອງທັງໝົດ.
ບົດລາຍງານລະບຸວ່າ:ພາຍໃຕ້ຂໍ້ຈຳກັດດັ່ງກ່າວ, ບາງບໍລິສັດຂອງມາເລເຊຍທີ່ຜະລິດອຸປະກອນ semiconductor ແລະມີບົດບາດສະໜັບສະໜູນໃນໂຮງງານຜະລິດຂະໜາດໃຫຍ່ທີ່ສຸດອາດມີຍອດຂາຍຫຼຸດລົງ. ໃນຂະນະທີ່ທຸລະກິດມີສ່ວນສະໜັບສະໜູນດ້ານວິສະວະກໍາຂອງມາເລເຊຍ, ໂດຍສະເພາະຜູ້ຜະລິດອຸປະກອນໃນຂະບວນການຜະລິດຂັ້ນຕົ້ນ ອາດຈະປະເຊີນກັບບັນຫາຄວາມຕ້ອງການທີ່ຫຼຸດລົງເຊັ່ນດຽວກັນ.
ທັງນີ້, ລາຍງານຍັງເປີດເຜີຍວ່າ: ບາງບໍລິສັດເຕັກໂນໂລຊີໃນມາເລເຊຍອາດໄດ້ຮັບຜົນກະທົບໂດຍກົງຈາກຂໍ້ຈຳກັດນີ້ ເນື່ອງຈາກມີທຸລະກິດກ່ຽວຂ້ອງກັບການປະກອບເຊີບເວີປັນຍາປະດິດ ແລະ ສະວິດ.
ຄໍາເຫັນ