ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 26 ມິຖຸນາ ຜ່ານມາສື່ມວນຊົນທ້ອງຖິ່ນຂອງມຽນມາລາຍງານວ່າ, ທ່ານພົນເອກອາວຸໂສ ມິນ ອ່ອງ ຫຼ່າຍ ປະທານສະພາບໍລິຫານແຫ່ງລັດມຽນມາເປີດເຜີຍວ່າ:ມຽນມາຈະຈັດການເລືອກຕັ້ງຂຶ້ນໃນຫວ່າງເດືອນທັນວາປີ 2025 ແລະເດືອນມັງກອນປີ 2026.
ທ່ານ ມິນ ອ່ອງ ຫຼ່າຍ ຢືນຢັນແຜນການຈັດການເລືອກຕັ້ງໃນລະຫວ່າງກອງປະຊຸມສັນຕິພາບ2025 ເມື່ອວັນທີ 25 ມິຖຸນາ ຜ່ານມາ ຢູ່ນະຄອນຫຼວງເນປີດໍ ຂອງມຽນມາ ໂດຍກ່າວວ່າ: ລັດຖະບານຈະສ້າງໂອກາດໃຫ້ຜູ້ມີສິດເລືອກຕັ້ງທັງໝົດໄດ້ອອກໄປໃຊ້ສິດຂອງຕົນ ແລະກຳລັງກະກຽມເພື່ອຮັບປະກັນໃຫ້ການເລືອກຕັ້ງມີຄວາມເສລີ ແລະ ຍຸຕິທຳ.
ທັງນີ້, ທ່ານ ມິນ ອ່ອງ ຫຼ່າຍ ເນັ້ນໜັກວ່າ: ບັນຫາສິດຂອງບັນດາເຜົ່າ ແລະ ຄວາມຮຽກຮ້ອງທາງດ້ານການເມືອງທີ່ຈຳເປັນຕ້ອງມີການແກ້ໄຂລັດຖະທຳມະນູນຈະໄດ້ຮັບການພິຈາລະນາພາຍໃຕ້ຂອບເຂດຂອງລັດຖະທຳມະນູນ, ພ້ອມທັງຮຽກຮ້ອງໃຫ້ທຸກຄົນປະຕິບັດໜ້າທີ່ຂອງຕົນເພື່ອຜົນປະໂຫຍດສູງສຸດຂອງລັດ ດ້ວຍຄວາມຫວັງຂອງສັນຕິພາບ.
ຄໍາເຫັນ