ມີຄົນເຂົ້າ-ອອກຜ່ານດ່ານສາກົນຂົວມິດຕະພາບ 3 ຈຳນວນ 85 ພັນຄົນ ແລະ ພາຫະນະ 67 ພັນຄັນ

ມີຄົນເຂົ້າ-ອອກຜ່ານດ່ານສາກົນຂົວມິດຕະພາບ 3 ຈຳນວນ 85 ພັນຄົນ ແລະ ພາຫະນະ 67 ພັນຄັນ
ທ່ານ ພັທ ສຸກທອງ ວົງສາ ຫົວໜ້າ ດ້ານ ຕຳຫຼວດກວດຄົນເຂົ້າ-ອອກເມືອງ(ຕມ) ປະຈຳດ່ານສາກົນຂົວມິດຕະພາບ 3ແຂວງ ຄຳມ່ວນ ໃຫ້ສຳພາດຕໍ່ສື່ມວນຊົນຂອງແຂວງ ເມື່ອບໍ່ດົນຜ່ານມາ ກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ກໍ່ຄືການໃຫ້ບໍລິການຄວາມສະດວກໃຫ້ຜູ້ຄົນທີ່ຜ່ານເຂົ້າ-ອອກພາຍໃນດ່ານ ເພື່ອໃຫ້ຄົນລາວ ແລະ ຕ່າງປະເທດ ໄດ້ເດີນທາງເຂົ້າ-ອອກໄດ້ຢ່າງສະດວກ, ວ່ອງໄວ ແລະ ຖືກຕ້ອງວ່າ: ປີ 2023 ຜ່ານມາສາມາດກວດຄົນເຂົ້າເມືອງໄດ້ທັງໝົດ 338.659 ຄົນ, ຍິງ 102.034 ຄົນ, ເດັກ 18.750 ຄົນ, ພາຫະນະແຈ້ງເຂົ້າເມືອງທັງໝົດ 182.678 ຄັນ. ສະເພາະໃນປີ 2024 ເລີ່ມແຕ່ເດືອນມັງກອນ 2024 ມາຮອດປັດຈຸບັນ ມີຈຳນວນ ຄົນເຂົ້າ-ອອກ ທັງໝົດ 85.871 ຄົນ. ໃນນັ້ນເປັນຄົນລາວ 31.222 ຄົນ, ຍິງ 17.882 ຄົນ, ເດັກ 3.630 ຄົນ, ຄົນຕ່າງປະເທດ 54.649 ຄົນ, ຍິງ 11.920 ຄົນ, ເດັກ 1.536 ຄົນ ແລະ ມີພາຫະນະເຂົ້າ-ອອກ 67.059 ຄັນ,  ຖ້າທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາ ແມ່ນເພີ່ມຂຶ້ນ 3.937 ຄົນ, ສ່ວນຫລາຍແມ່ນກຸ່ມນັກທ່ອງທ່ຽວທີ່ເປັນຄົນໄທ. 
ທ່ານ ໃຫ້ຮູ້ຕື່ມວ່າ :ດ້ານຂໍ້ສະດວກ ໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາແມ່ນມີກົດໝາຍ, ນິຕິກຳ ກ່ຽວກັບວຽກງານກວດຄົນເຂົ້າ-ອອກເມືອງ, ການນຳຂັ້ນເທິງໄດ້ເອົາໃຈໃສ່ລົງກວດກາຢ່າງໃກ້ຊິດ, ເປັນປະຈຳ,  ພະນັກງານມີແນວຄິດຫຼັກໝັ້ນຫ້າວຫັນໃນການຈັດຕັ້ງປະຕິບັດ ເຮັດໜ້າທີ່ວິຊາສະເພາະຂອງຕົນດ້ວຍຄວາມເປັນເຈົ້າການສູງ. ໄປຄຽງຄູ່ກັນນັ້ນ ກໍ່ຍັງມີດ້ານຄົງຄ້າງອີກຈຳນວນໜຶ່ງ ເປັນຕົ້ນ: ບໍ່ທັນມີເຄື່ອງມືໃນການກວດກາທີ່ທັນສະໄໝ ໂດຍສະເພາະເຄື່ອງເອັກສະເລ  ເຮັດໃຫ້ມີຄວາມຫຍຸ້ງຍາກທີ່ຈະກວດພົບສິ່ງຂອງທີ່ຜິດກົດໝາຍ ທີ່ບຸກຄົນບໍ່ຫວັງດີ ຊຸກເຊື່ອງໄວ້ນຳກະເປົາເດີນທາງ, ເຄື່ອງຂອງຕິດຕົວ ແລະ ພາຫະນະລົດເຂົ້າ-ອອກ. 
ເພື່ອບໍລິການຮອງຮັບໃຫ້ແກ່ນັກທ່ອງທ່ຽວ ໃນປີທ່ອງທ່ຽວລາວ ປີ 2024  ແມ່ນໄດ້ເອົາໃຈໃສ່ປັບປຸງຂອດການບໍລິການແຈ້ງເອກະສານໃຫ້ມີຄວາມສະດວກ, ຂະຫຍາຍປ່ອງບໍລິການ ພ້ອມທັງເອົາໃຈໃສ່ໃນດ້ານວຽກງານຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຊຶ່ງໄດ້ຈັດວາງກຳລັງ ປະຈຳແຕ່ລະຈຸດພາຍໃນດ່ານ ຕາມແຜນທີ່ໄດ້ກຳນົດໄວ້ ເພື່ອກວດກາສະພາບທາງດ້ານຄວາມເປັນລະບຽບຮຽບຮ້ອຍ ຂອງກຸ່ມນັກທ່ອງທ່ຽວ ແລະ ຜູ້ໂດຍສານທີ່ເດີ່ນທາງເຂົ້າມາ ສປປ ລາວ ຕາມປະຕູດ່ານ ໃຫ້ຖືກຕ້ອງຕາມຂັ້ນຕອນ, ຕາມລະບຽບການ, ໄດ້ເອົາໃຈໃສ່ກວດກາເອກະສານເດີ່ນທາງຂອງນັກທ່ອງທ່ຽວຢ່າງເຂັ້ມງວດ ເພື່ອແນໃສ່ປ້ອງກັນ ບໍ່ໃຫ້ມີການເຂົ້າ-ອອກ ທີ່ຜິດລະບຽບການ. 
ສຳລັບດ້ານຟື້ນຖານໂຄງລ່າງ ໂດຍລວມແລ້ວ ແມ່ນໄດ້ຮັບການປັບປຸງໃຫ້ດີຂຶ້້ນ ເປັນຕົ້ນແມ່ນ ຕຶກ, ອາຄານສະຖານທີ່ເຮັດວຽກ ໄດ້ຮັບການປັບປຸງ, ປົວແປງ ທາສີຕາມສຳນັກງານ, ອາຄານ, ປັບປຸງລະບົບໄຟຟ້າຢູ່ຕຶກອາຄານ, ໄຟເຍືອງທາງ ໃຫ້ມີຄວາມສະຫວ່າງ ນອກນີ້ກໍ່ຈະໄດ້ມີການປັບປຸງ, ປະດັບປະດາພາຍໃນຕຶກອາຄານ, ເດີ່ນພາຍໃນບໍລິເວນດ່ານໃຫ້ມີຄວາມສະດວກ, ມີຄວາມສະອາດສວຍງາມ ເພື່ອແນໃສ່ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວແຂວງຄຳມ່ວນຫຼາຍຂຶ້ນ.(ຂ່າວ-ພາບ: ກອງຄຳ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ