ມີລາຍຮັບ 200 ລ້ານກວ່າກີບຕໍ່ປີຈາກການລ້ຽງງົວຂາຍ

ມີລາຍຮັບ 200 ລ້ານກວ່າກີບຕໍ່ປີຈາກການລ້ຽງງົວຂາຍ

ມີລາຍຮັບ 200 ລ້ານກວ່າກີບຕໍ່ປີຈາກການລ້ຽງງົວຂາຍ
ທ່ານ ພັນທະບູນ ວົງໄຊ ຄອບຄົວຕົວແບບດ້ານການລ້ຽງງົວ, ປັດຈຸບັນໃນຟາມຂອງເພີ່ນມີງົວ ທັງໝົດ 113 ໂຕ ເປັນງົວລູກປະສົມບາມັນ, ຊຶ່ງມີລາຍຮັບຈາກການລ້ຽງງົວຂາຍ 200 ລ້ານກວ່າກີບຕໍ່ປີ.

ທ່ານ ພັນທະບູນ ວົງໄຊ ປັດຈຸບັນຢູ່ບ້ານໂພນຫໍ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໂພນໂຮງ ຄັ້ງທີ VIII ທີ່ຈັດຂຶ້ນເມື່ອບໍ່ດົນມານີ້: ຟາມຂອງຕົນຕັ້ງຢູ່ບ້ານໂພນຫໍ, ເມືອງໂພນໂຮງ ຊຶ່ງໄດ້ເລີ່ມຕົ້ນລ້ຽງມາແຕ່ປີ 2018 ຊຶ່ງໄດ້ຊື້ພໍ່ ແລະ ແມ່ພັນນຳເຂົ້າມາຈາກປະເທດໄທ ເປັນງົວລູກປະສົມບາມັນ ຈໍານວນ 40 ໂຕ. ໃນນີ້, ເປັນງົວແມ່ພັນຈໍານວນ 20 ໂຕ, ລູກງົວ 19 ໂຕ, ພໍ່ພັນ ຈໍານວນ 1 ໂຕ. ໃນປີ 2020 ໄດ້ຊື້ຕື່ມອີກ 5 ໂຕ. ເນື້ອທີ່ຂອງຟາມໃນການລ້ຽງງົວ ມີທັງໝົດແມ່ນ 35 ເຮັກຕາ. ໃນນັ້ນ, ໄດ້ແບ່ງອອກເປັນ 3 ສ່ວນ ຄື: ເນື້ອທີ່ຕັ້ງໂຮງເຮືອນ ແລະ ບ່ອນປ່ອຍງົວ 17 ເຮັກຕາ, ເນື້ອທີ່ປູກຫຍ້າເພື່ອຮອງຮັບໃນຟາມ 10 ເຮັກຕາ ແລະ ເນື້ອທີ່ປູກສະບຽງອາຫານ ແລະ ໄມ້ໃຫ້ໝາກ 8 ເຮັກຕາ.

ສຳລັບຫຍ້າ ທີ່ປູກຢູ່ໃນຟາມມີ 3 ຊະນິດ ຄື: ຫຍ້າລູຊີ, ຫຍ້າເນເປຍ, ຫຍ້າແພງໂກລາ, ຢາມລະດູແລ້ງ ແມ່ນໄດ້ໃຊ້ເຟືອງເປັນອາຫານສ່ວນໃຫຍ່. ນອກນີ້, ຍັງໄດ້ນຳໃຊ້ອາຫານເສີມຊ່ວຍເປັນຕົ້ນແມ່ນ ກາກນໍ້າຕານປະສົມກັບວິຕາມີນປະສົມນໍ້າຫົດເຟືອງ, ຂີ້ເບຍ ແລະ ຫົວອາຫານ. ຈາກການເລີ່ມຕົ້ນລ້ຽງໃນປີ 2018 ພາຍໃນຟາມມີພໍ່ ແລະ ແມ່ພັນ 45 ໂຕ ແຕ່ລະປີມີງົວນ້ອຍເກີດໃໝ່ປະມານ 15-20 ໂຕ ຊຶ່ງມາຮອດປັດຈຸບັນນີ້ໃນຟາມມີງົວທັງໝົດ ຈໍານວນ 113 ໂຕ ຊຶ່ງເປັນງົວລູກປະສົມບາມັນທັງໝົດ. ຊຶ່ງການຈໍາໜ່າຍແມ່ນໄດ້ເຂົ້າກຸ່ມສະມາຄົມງົວບາມັນແຫ່ງປະເທດລາວ ເພື່ອຈໍາໜ່າຍແນວພັນໃຫ້ປະຊາຊົນ ແລະ ສະມາຊິກໃນກຸ່ມທີ່ຕ້ອງການລ້ຽງງົວ. ສະເລ່ຍລາຍຮັບຈາກການຂາຍງົວ 150 ລ້ານກວ່າກີບ ແລະ ຂາຍຂີ້ງົວ ປະມານ 50 ລ້ານກວ່າກີບ ລວມລາຍຮັບທີ່ໄດ້ຈາກການຂາຍງົວ 200 ລ້ານກວ່າກີບຕໍ່ປີ.

(ຂ່າວ: ແກ້ວອຸດົມ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄວາມຄືບໜ້າການຈັດຕັ້ງປະຕິບັດ 4 ໂຄງການ ຢູ່ແຂວງຄໍາມ່ວນ

ຄວາມຄືບໜ້າການຈັດຕັ້ງປະຕິບັດ 4 ໂຄງການ ຢູ່ແຂວງຄໍາມ່ວນ

ກອງປະຊຸມປຶກສາຫາລື ຄົ້ນຄວ້າພິຈາລະນາການອອກແບບໂຄງການພັດທະນາຕ່າງໆ ຢູ່ແຂວງຄໍາມ່ວນ ທີ່ໄດ້ມີການສຶກສາສໍາຫຼວດ ແລະ ໄດ້ລົງນາມເຊັນສັນຍາໃນຜ່ານມາ ໄດ້ຈັດຂຶ້ນໃນວັນທີ 6 ມິຖຸນານີ້ ທີ່ຫ້ອງວ່າການແຂວງ, ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ໂຍມາ ອິນທະວົງ ຕາງໜ້າກຸ່ມບໍລິສັດ 3 ບີ ຈໍາກັດຜູ້ດຽວ, ບັນດາທ່ານຮອງເຈົ້າແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ.
5 ເດືອນຕົ້ນປີນີ້ ເກັບລາຍຮັບຈາກການເສຍອາກອນທີ່ດິນ ເພີ່ມຂຶ້ນ 22%

5 ເດືອນຕົ້ນປີນີ້ ເກັບລາຍຮັບຈາກການເສຍອາກອນທີ່ດິນ ເພີ່ມຂຶ້ນ 22%

ການເສຍອາກອນທີ່ດິນ (ຄ່າພາສີທີ່ດິນ) ເລີ່ມຊໍາລະໄດ້ແຕ່ວັນທີ 1 ມັງກອນ 2025 ແລະ ຈະສິ້ນສຸດໃນວັນທີ 31 ທັນວາ 2025. ອີງຕາມຂໍ້ມູນຈາກກົມສ່ວຍສາອາກອນໃນຂອບເຂດທົ່ວປະເທດ ສາມາດປ້ອນຂໍ້ມູນຕອນດິນເຂົ້າໃນລະບົບ TaxRIS ໄດ້ແລ້ວ 1,461,243 ຕອນ, ຈາກເປົ້າໝາຍທັງໝົດຈໍານວນ 2,987,091 ຕອນເທົ່າກັບ 49% ຂອງຕອນດິນທັງໝົດ.
ສຊປລ ປາຖະກະຖາ 70 ປີວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ

ສຊປລ ປາຖະກະຖາ 70 ປີວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດພິທີປາຖະກະຖາ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ (25 ມີນາ 1955-25 ມີນາ 2025) ແລະ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນຂຶ້ນ ໃນວັນທີ 6 ມິຖຸນານີ້ ທີ່ ສຊປລ ໂດຍໃຫ້ກຽດເປັນປະທານ ແລະ ປາຖະກະຖາຂອງສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີຄະນະພັກ, ຄະນະນໍາ, ຄະນະໜ່ວຍພັກ, ຄະນະກົມ, ສະມາຊິກພັກ-ພະນັກງານເຂົ້າຮ່ວມຮັບຟັງ.
ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການ

ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການ

ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການດ້ານອົງຄະທຽມ ແລະ ເຄື່ອງຄໍ້າຊູ ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຄຳພອນ ພຸດທະວົງ ປະທານສະມາຄົມຄົນພິການ, ທ່ານນາງ ເມດຕາ ທິບພະວົງ ຜູ້ອຳນວຍການສະມາຄົມຄົນພິການ COPE, ມີບັນດາທູດປະຈໍາ ສປປ ລາວ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ສາຂາສູນການແພດຈາກແຂວງຫຼວງພະບາງ, ຊຽງຂວາງ, ສະຫວັນນະເຂດ, ອຸດົມໄຊ, ຈຳປາສັກ ພ້ອມດ້ວຍສະມາຊິກທີ່ເປັນຄົນພິການໃນທົ່ວປະເທດເຂົ້າຮ່ວມ.
5 ເດືອນຕົ້ນປີນີ້ ເກັບຄ່າທຳນຽມທາງເພີ່ມຂຶ້ນ 16%

5 ເດືອນຕົ້ນປີນີ້ ເກັບຄ່າທຳນຽມທາງເພີ່ມຂຶ້ນ 16%

ນັບແຕ່ຕົ້ນປີຮອດວັນທີ 31 ພຶດສະພາປີ 2025, ມີພາຫະນະມາຊໍາລະຄ່າທຳນຽມທາງແລ້ວ 344,857 ຄັນ, ສາມາດເກັບລາຍຮັບໄດ້ 84 ຕື້ກວ່າກີບ, ເພີ່ມຂຶ້ນ 16% ຖ້າທຽບໃສ່ເດືອນຜ່ານມາຄິດເປັນເງິນຈຳນວນ 12 ຕື້ກວ່າກີບ.
ບໍລິສັດ ດາດມີ ຟາມມິ້ງ ຈະສຶກສາ-ສໍາຫຼວດການລົງທຶນປູກໄມ້ໃຫ້ໝາກ ຢູ່ເມືອງເຊບັ້ງໄຟ

ບໍລິສັດ ດາດມີ ຟາມມິ້ງ ຈະສຶກສາ-ສໍາຫຼວດການລົງທຶນປູກໄມ້ໃຫ້ໝາກ ຢູ່ເມືອງເຊບັ້ງໄຟ

ບໍລິສັດ ດາດມີ ຟາມມິ້ງ ຈໍາກັດຜູ້ດຽວ ຈະເລີ່ມສຶກສາ-ສໍາຫຼວດ ຄວາມເປັນໄປໄດ້ໃນການລົງທຶນພັດທະນາໂຄງການ ກະສິກຳ (ປູກໄມ້ໃຫ້ໝາກ) ເປັນສິນຄ້າ ເພື່ອຈໍາໜ່າຍ ຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ ຢູ່ທີ່ບ້ານຄໍາເຕີຍ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ,
ສນຫລ ເຜີຍແຜ່ເຊື່ອມຊຶມ 3 ເອກະສານສໍາຄັນ

ສນຫລ ເຜີຍແຜ່ເຊື່ອມຊຶມ 3 ເອກະສານສໍາຄັນ

ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິຕົກລົງສູນກາງພັກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຂຶ້ນໃນວັນທີ 6 ມິຖຸນານີ້ ທີ່ ສນຫລ ໂດຍການເປັນປະທານຂອງສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະບໍລິຫານງານພັກ ປະທານ ສນຫລ ເປັນກຽດເຂົ້າຮ່ວມຂອງສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະບໍລິຫານງານພັກ, ຄະນະປະທານ ສນຫລ, ພະນັກ ງານ-ລັດຖະກອນກ່ຽວຂ້ອງເຂົ້າຮ່ວມ.
ວາງສີລາລຶກ ໂຄງການກໍ່ສ້າງຕຶກອາຄານ ທພລ ຫຼັງໃໝ່ ສາຂາຄຳມ່ວນ

ວາງສີລາລຶກ ໂຄງການກໍ່ສ້າງຕຶກອາຄານ ທພລ ຫຼັງໃໝ່ ສາຂາຄຳມ່ວນ

ພິທີວາງສີລາລຶກໂຄງການກໍ່ສ້າງຕຶກອາຄານ ທະນາຄານພັດທະນາລາວ (ທພລ) ຫຼັງໃໝ່ ສາຂາຄຳມ່ວນ ຈັດຂຶ້ນໃນວັນທີ 6 ມີຖຸນານີ້ ທີ່ບ້ານຈອມທອງ ເມືອງທ່າແຂກ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ.
ເມືອງໄຊຍະບູລີ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານທົ່ວເມືອງ ປະຈໍາປີ 2024.

ເມືອງໄຊຍະບູລີ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານທົ່ວເມືອງ ປະຈໍາປີ 2024.

ກອງປະຊຸມ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດກາ ທົ່ວເມືອງ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຂອງເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາຜ່ານມາ ຢູ່ທີ່ຫໍປະຊຸມໃຫຍ່ຂອງເມືອງ. ໂດຍການ ເຂົ້າຮ່ວມຂອງ ສະຫາຍ ເສນ ພັນລັກ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງ ໄຊຍະບູລີ.
ສະຫວັນນະເຂດ ຂົນຂວາຍບໍລິຈາກເລືອດແບບສະໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນ

ສະຫວັນນະເຂດ ຂົນຂວາຍບໍລິຈາກເລືອດແບບສະໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນ

ວັນທີ 4 ມິຖຸນາຜ່ານມານີ້, ອົງການກາແດງແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມປຸກລະດົມຂົນຂວາຍບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ ແລະ ວາງແຜນຮັບບໍລິຈາກເລືອດ ຮ່ວມກັບພາກສ່ວນກຳລັງ ປກຊ-ປກສ ຂຶ້ນທີ່ຫ້ອງປະຊຸມຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນຜູ້ຊີ້ນຳວຽກອົງການກາແດງແຂວງ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ