ມີຫຼາຍກິດຈະກຳຕ້ອນຮັບປີໃໝ່ 2024 ຢູ່ຫວຽດນາມ

ມີຫຼາຍກິດຈະກຳຕ້ອນຮັບປີໃໝ່ 2024 ຢູ່ຫວຽດນາມ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນບັນຍາກາດຕ້ອນຮັບປີໃໝ່ ຄ.ສ 2024 ຢູ່ຮ່າໂນ້ຍ ໄດ້ມີບັນດາການເຄື່ອນໄຫວ ແລະ ກິດຈະກຳທີ່ດຶງດູດນັກທ່ອງທ່ຽວ, ຖະໜົນຄົນຍ່າງ ແລະ ບໍລິເວນ ອ້ອມແອ້ມໃນເມືອງ ຮ່ວານກ໋ຽມ ຈະເພີ່ມເວລາຕື່ມອີກ 1 ວັນ ເພື່ອໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວຮ່ວມມ່ວນຊື່ນ ແລະ ທ່ຽວຊົມ (ແຕ່ວັນທີ 29 ທັນວາ 2023 ຫາ 1 ມັງກອນ 2024).
ໃນຕອນຄ່ຳວັນທີ 31 ເດືອນທັນວາ, ຢູ່ບໍລິເວນນີ້ມີ 2 ເວທີສະແດງສິລະປະພິເສດດ້ວຍລາຍການ Countdown ຢູ່ເຂດສະໜາມຫຼວງ ດົງກິງເງ້ຍທຸກ
ສະຖານທີ່ຫຼາຍແຫ່ງທີ່ເປັນມໍລະດົກທຳມະຊາດຢູ່ຮ່າໂນ້ຍ ໄດ້ຕົບແຕ່ງປະດັບປະດາ ແລະ ຈັດຕັ້ງການເຄື່ອນໄຫວເພື່ອດຶງດູດນັກທ່ອງທ່ຽວ. ເນື່ອງໃນໂອກາດນີ້, ນັກທ່ອງທ່ຽວສາມາດສຳຜັດກັບບັນດາຜະລິດຕະພັນທ່ອງທ່ຽວໃໝ່ຍາມກາງຄືນ ຢູ່ ຮ່າໂນ້ຍ ເຊັ່ນ: ການທ່ຽວຊົມຍາມກາງຄືນຢູ່ພະລາດຊະວັງທັງລອງ, ວັນມ້ຽວກ໋ວກຕືຢາມ, ຮ່ອງຮອຍປະຫວັດ ສາດຄຸກຫວາລໍ່.
ໃນເມືອງຊາປາ (ລາວກາຍ), ໃນໂອກາດສົ່ງທ້າຍປີໃໝ່, ຕ້ອນຮັບປີໃໝ່ ນັກທ່ອງທ່ຽວສາມາດຊົມຕົ້ນດອກຊາກຸຣະ, ຊົມຫິມະ ແລະ ຊົມການຍິງບັ້ງໄຟດອກໃນຄ່ຳຄືນນີ້ເພື່ອສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ 2024.
ຢູ່ນະຄອນ ໂຮ່ຈິມິນ, ງານບຸນ Countdown ໄດ້ດຳເນີນໃນຄ່ຳຄືນ ວັນທີ 31 ທັນວາ ຢູ່ຖະໜົນຫງວຽນເຫ້ວ. ລາຍການສະແດງຍິງບັ້ງໄຟດອກ ດຳເນີນຢູ່ອຸໂມງແມ່ນ້ຳໄຊງ່ອນ ແລະ ສວນສາທາລະນະ ເດີມແຊນ ທີ່ເມືອງ11. ນອກນີ້, ໃນວັນທີ 1 ມັງກອນ 2024 ນີ້, ກໍດຳເນີນສັບປະດາທ່ອງທ່ຽວ ແລະ ພິທີຕ້ອນຮັບແຂກສາກົນຄົນທຳອິດມາຢ້ຽມຢາມຫວຽດນາມໃນປີໃໝ່ຢູ່ສະໜາມບິນ ເຕີນເຊີນເຍີດ

ຄໍາເຫັນ

ຂ່າວຕ່າງປະເທດ

ບາຫຼີ ຈະເຂັ້ມງວດມາດຕະການກວດສອບນັກທ່ອງທ່ຽວຕ່າງປະເທດ ໃນປີ 2026

ບາຫຼີ ຈະເຂັ້ມງວດມາດຕະການກວດສອບນັກທ່ອງທ່ຽວຕ່າງປະເທດ ໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ອີ ວາຍັນ ກອສເຕີ ເຈົ້າແຂວງບາຫຼີ ປະເທດອິນໂດເນເຊຍ ກ່າວວ່າ: ເຈົ້າໜ້າທີ່ຂອງເກາະບາຫຼີ ກຽມຍົກລະດັບຄວາມເຂັ້ມງວດການກວດສອບນັກທ່ອງທ່ຽວຕ່າງປະເທດໃນປີ 2026. ໂດຍຈະລວມມີການກວດສອບສະຖານະພາບທາງການເງິນ, ໄລຍະເວລາພັກເຊົາ ແລະ ກິດຈະກຳທີ່ວາງແຜນໄວ້, ເພື່ອຈຸດປະສົງສົ່ງເສີມການທ່ອງທ່ຽວທີ່ມີຄຸນນະພາບ.
ມຽນມາ ປະກາດລາຍຊື່ຜູ້ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດໃນຮອບທີໜຶ່ງ

ມຽນມາ ປະກາດລາຍຊື່ຜູ້ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດໃນຮອບທີໜຶ່ງ

ຂ່າວສານຊີອາໄອລາຍງານວ່າ: ໃນ​ວັນ​ທີ 2 ມັງ​ກອນ​ ຜ່ານມານີ້, ຄະ​ນະ​ກຳ​ມະ​ການການ​ເລືອກ​ຕັ້ງ​ສະ​ຫະ​ພາບ​ມຽນ​ມາ​ ໄດ້​ປະ​ກາດ​ລາຍ​ຊື່​ຈຳ​ນວນ​ໜຶ່ງ​ ຂອງ​​ຜູ້​ທີ່ໄດ້​ຮັບ​ການ​ເລືອ​ກ​ຕັ້ງ​ເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໃນຮອບ​ທີ​ໜຶ່ງ​ຂອງ​ການ​ເລືອກ​ຕັ້ງ​​ທົ່ວ​ປະ​ເທດ ​ຜ່ານ​ທາງ​ໂທ​ລະ​ພາບ. ລາຍຊື່ດັ່ງກ່າວສ່ວນໃຫຍ່ແມ່ນປະກອບດ້ວຍ​ສະ​ມາ​ຊິກສະ​ພາ​ຂອງ​ສະ​ພາ​ປະ​ຊາ​ຊົນ ແລະ ສະ​ພາ​ຊົນເຜົ່າຂອງສະພາແຫ່ງຊາດ ພ້ອມ​ດ້ວຍ​ສະ​ມາ​ຊິກ​ສະ​ພາ​ລະ​ດັບ​ແຂວງ​ຈຳ​ນວນ​ໜຶ່ງ. ລາຍ​ຊື່​ດັ່ງ​ກ່າວ​ຈະ​ປະ​ກາດອອກມາ​ເທື່ອ​ລະ​ກ້າວ​ໃນຫຼາຍ​ມື້ຕໍ່ໜ້າ.
ອິນເດຍສັ່ງໃຫ້ X Corp., ຄວບຄຸມເນື້ອຫາລາມົກຈາກ chatbot AI Grok

ອິນເດຍສັ່ງໃຫ້ X Corp., ຄວບຄຸມເນື້ອຫາລາມົກຈາກ chatbot AI Grok

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ມັງກອນ ຜ່ານມາວ່າ: ລັດຖະບານອິນເດຍໄດ້ສັ່ງໃຫ້ X Corp., ຊຶ່ງເປັນບໍລິສັດແມ່ຂອງ AI chatbot Grok ປ້ອງກັນບໍ່ໃຫ້ມີການສ້າງເນື້ອຫາທີ່ລາມົກ ແລະ ມີການຊີ້ນຳທາງເພດຢ່າງຈະແຈ້ງ ແລະ ໃຫ້ສົ່ງບົດລາຍງານການປະຕິບັດຕາມພາຍໃນ 72 ຊົ່ວໂມງ.
70% ຂອງບໍລິສັດຍີ່ປຸ່ນ ຄາດວ່າເສດຖະກິດຈະມີການເຕີບໂຕໃນປີ 2026

70% ຂອງບໍລິສັດຍີ່ປຸ່ນ ຄາດວ່າເສດຖະກິດຈະມີການເຕີບໂຕໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຜົນການສຳຫຼວດໂດຍ Kyodo News ຊຶ່ງເຜີຍແຜ່ຫວ່າງມໍ່ໆມານີ້ຊີ້ໃຫ້ເຫັນວ່າ: ບໍລິສັດຂະໜາດໃຫຍ່ຂອງຍີ່ປຸ່ນ ປະມານ 70% ຄາດວ່າເສດຖະກິດພາຍໃນປະເທດຈະມີການເຕີບໂຕໃນປີ 2026. ເຖິງຢ່າງໃດກໍຕາມ, ລາຄາສິນຄ້າທີ່ຍັງຢູ່ໃນລະດັບສູງ ລວມເຖິງນະໂຍບາຍພາສີທີ່ຮຸນແຮງຂອງສະຫະລັດ ອາເມຣິກາ ຖືກເບິ່ງວ່າຈະເຂົ້າມາຫຼຸດຜ່ອນການເພີ່ມຂຶ້ນຂອງຄ່າແຮງງານທີ່ຄາດວ່າຈະເພີ່ມຂຶ້ນ ແລະ ການຟື້ນຕົວຂອງການໃຊ້ຈ່າຍຂອງຄົວເຮືອນຫຼຸດລົງ.
ການຍິງ​ສົ່ງ​ດາວ​ທຽມ​ ແລະ ​ຍານ​ອະ​ວະ​ກາດ​​ຂອງ​ຈີນ​ໃນປີ 2025 ​ສ້າງ​ສະ​ຖິ​ຕິ​ເປັນ​ປະ​ຫວັດ​ສາດ

ການຍິງ​ສົ່ງ​ດາວ​ທຽມ​ ແລະ ​ຍານ​ອະ​ວະ​ກາດ​​ຂອງ​ຈີນ​ໃນປີ 2025 ​ສ້າງ​ສະ​ຖິ​ຕິ​ເປັນ​ປະ​ຫວັດ​ສາດ

ຂ່າວສານຊີອາໄອລາຍງານ ໃນທ້າຍອາທິດຜ່ານມາວ່າ: ອົງ​ການ​ການ​ບິນ​ອະ​ວະ​ກາດ​ແຫ່ງ​ຊາດ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ, ປີ 2025 ຜ່ານ​ມາ ຈີນ​ໄດ້​ບັນ​ລຸ​ການ​ບຸກ​ທະ​ລຸ​ຫຼາຍ​ຢ່າງ ແລະ​ ສ້​າງ​ສະ​ຖິ​ຕິ​ເປັນ​ຄັ້​ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ໃນ​ຫຼາຍ​ຂົງ​ເຂດ​ເຊັ່ນ: ການ​ບິນອ​ະ​ວະ​ກາດ​ບັນ​ທຸກ​ຄົນ, ການ​ສຳ​ຫຼວດ​ອະ​ວະ​ກາດ, ການ​ບິນ​ອະ​ວະ​ກາດ​ທາງ​ການ​ຄ້າ​ ແລະ​ ອື່ນໆ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຮຽກຮ້ອງຍູ້ແຮງຄວາມຄືບໜ້າໂຄງການລົງທຶນກໍ່ສ້າງ

ທ່ານນາຍົກລັດຖະມົນຕີຫວຽດນາມ ຮຽກຮ້ອງຍູ້ແຮງຄວາມຄືບໜ້າໂຄງການລົງທຶນກໍ່ສ້າງ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ລົງນາມໂທລະເລກເລກທີ 2 ທີ່ອອກໃນວັນທີ 2 ມັງກອນ ຜ່ານມາ ກ່ຽວກັບການສືບຕໍ່ເພີ່ມທະວີ, ຍົກສູງປະສິດທິຜົນວຽກງານຄຸ້ມຄອງ ແລະ ຍູ້ໄວຄວາມຄືບໜ້າໃນການກໍ່ສ້າງບັນດາໂຄງການລົງທຶນໃຫ້ສຳເລັດ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ.
ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປະເທດບຸນກາຣີໄດ້ເຂົ້າຮ່ວມເປັນສ່ວນໜຶ່ງໃນເຂດເອີໂຣ (eurozone) ຫຼື ອີຢູ ແລະ ໄດ້ຮັບຮອງເອົາເງິນເອີໂຣເປັນສະກຸນເງິນຢ່າງເປັນທາງການໃນວັນປີໃໝ່ (ວັນທີ 1 ມັງກອນ 2026) ເຮັດໃຫ້ບຸນກາຣີກາຍເປັນສະມາຊິກອັນດັບທີ 21 ຂອງເຂດເອີໂຣ.
ບັນດາການນຳໂລກສົ່ງສານອວຍພອນປີໃໝ່ 2026

ບັນດາການນຳໂລກສົ່ງສານອວຍພອນປີໃໝ່ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 1 ມັງກອນ ຜ່ານມາວ່າ: ໃນສານຕ້ອນຮັບປີໃໝ່ 2026, ບັນດາການນຳໂລກໄດ້ສົ່ງຄຳອວຍພອນ ພ້ອມກັບຄຳຮຽກຮ້ອງຄວາມມານະພະຍາຍາມທົ່ວໂລກ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍລວມ, ໃນນັ້ນ, ສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກສືບຕໍ່ແມ່ນຄວາມວິຕົກກັງວົນ ແລະ ບຸລິມະສິດແຖວໜ້າກັບຫຼາຍປະເທດ. ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ເນັ້ນໜັກເຖິງການສ້າງຕັ້ງສັນຕິພາບ ແລະ ຄວາມຍຸຕິທຳ.
ການເຊື່ອມໂຍງດ້ວຍ QR Code ນໍາເອົາແຮງຂັບເຄື່ອນໃໝ່ມາໃຫ້ຈີນ - ອາຊຽນ

ການເຊື່ອມໂຍງດ້ວຍ QR Code ນໍາເອົາແຮງຂັບເຄື່ອນໃໝ່ມາໃຫ້ຈີນ - ອາຊຽນ

ຂ່າວສານຊີອາໄອລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປີ 2026 ເປັນປີແຫ່ງການສ້າງຕັ້ງເຂດການຄ້າເສລີຈີນ-ອາຊຽນ ຄົບຮອບ 16 ປີ.​ ຄຽງຄູ່ກັບການແລກປ່ຽນກັນດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ ໄດ້ຮັບການຍົກລະດັບຢ່າງບໍ່ຢຸດຢັ້ງ, ການປ່ຽນແປງທີ່ສາມາດເຫັນ ແລະ ນໍາໃຊ້ໄດ້ທີ່ນັບມື້ນັບຫຼາຍຂຶ້ນນັ້ນ ພວມອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນ ກໍຄືການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ. ໃນນັ້ນ, ການເຊື່ອມໂຍງເຊື່ອມຈອດດ້ວຍ QR Code ກໍແມ່ນໜຶ່ງໃນການປ່ຽນແປງທີ່ໂດດເດັ່ນທີ່ໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າຢູ່ໃນພາກພື້ນໃຫ້ເຂົ້າສູ່ລວງເລິກຢ່າງເປັນຮູບປະທໍາ.
ການຄ້າເອເລັກໂຕຣນິກ ຫວຽດນາມ ເພີ່ມຄວາມໄວ ແລະ ບຸກທະລຸ ໄລຍະ 2026 – 2030

ການຄ້າເອເລັກໂຕຣນິກ ຫວຽດນາມ ເພີ່ມຄວາມໄວ ແລະ ບຸກທະລຸ ໄລຍະ 2026 – 2030

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ກ້າວເຂົ້າສູ່ປີ 2026, ການຄ້າເອເລັກໂຕຣນິກສືບຕໍ່ໄດ້ຮັບການຄາດຄະເນວ່າຈະແມ່ນໜຶ່ງໃນບັນດາກຳລັງໜູນການເຕີບໂຕທີ່ສຳຄັນຂອງເສດຖະກິດດີຈີຕອນ ຫວຽດນາມ, ພິເສດໃນສະພາບການຫັນເປັນດີຈີຕອນທີ່ພວມດຳເນີນໄປນັບມື້ນັບເລິກເຊິ່ງ, ກວ້າງຂ້ວາງ ແລະ ຕະຫຼາດສາກົນໄດ້ເປີດໂອກາດໃໝ່ຫຼາຍຢ່າງ.
ເພີ່ມເຕີມ