ມີຫຼາຍກວ່າ 20 ພາບ ວາງສະແດງໃນກິດຈະກໍາຊາສູ່ຄວາມປອງດອງ-ຍົກນໍ້າຊາບອກຮັກແມ່

ມີຫຼາຍກວ່າ 20 ພາບ ວາງສະແດງໃນກິດຈະກໍາຊາສູ່ຄວາມປອງດອງ-ຍົກນໍ້າຊາບອກຮັກແມ່
ສູນວັດທະນະທໍາຈີນປະຈໍາ ສປປ ລາວ ໄດ້ຈັດກິດຈະກໍາຊາສູ່ຄວາມປອງດອງຂຶ້ນໃນວັນທີ 11 ພຶດສະພາຜ່ານມາທີ່ສູນດັ່ງກ່າວ ຊຶ່ງມີນັກຮຽນ “ເຮືອນຮຽນຮູ້ຮ່ວມສໍາລັບເດັກ” ຈໍານວນ 30 ຄົນ, ນັກຮຽນຈາກຫ້ອງຮຽນພາສາຈີນຂອງສູນພ້ອມທັງຄູ-ອາຈານ, ມວນຊົນທົ່ວໄປເຂົ້າຮ່ວມ. ປີ 2022 "ເຕັກນິກການເຮັດຊາແບບດັ່ງເດີມຂອງຈີນ ແລະ ຮີດຄອງປະເພນີທີ່ກ່ຽວຂ້ອງ" ໄດ້ຖືກຈົດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທໍາ-ນາມມະທໍາຂອງມະນຸດຊາດຂອງອົງການອຸຍແນັດສໂກ (UNESCO), ຊາໄດ້ກາຍເປັນຂົວເຊື່ອມຕໍ່ລະຫວ່າງຈີນກັບບັນດາປະເທດທົ່ວໂລກ. 
ພາຍໃນຫ້ອງຮຽນ “ຊາສູ່ຄວາມປອງດອງ-ຍົກນໍ້າຊາບອກຮັກແມ່” ໄດ້ຖືກຕົບແຕ່ງດ້ວຍກິ່ນອາຍບູຮານຈີນ ໂດຍໄດ້ຮັບການຕອບຮັບທີ່ດີຈາກມວນຊົນທີ່ເຂົ້າຮ່ວມກິດຈະກຳຊຶ່ງພະນັກງານຂອງສູນວັດທະນະທໍາຈີນ ໄດ້ສວມໃສ່ຊຸດບູຮານຈີນ ພ້ອມກັບໃຫ້ການແນະນຳປະເພດຂອງຊາຈີນ, ແນະນຳຂັ້ນຕອນການຊົງຊາ, ສອນວິທີການຍົກນ້ຳຊາ ແລະ ຍັງໄດ້ມີການວາງສະແດງໃບຊາຂອງຈີນເຊັ່ນ: ຊາແດງ, ຊາຂຽວ, ຊາດຳ ແລະ ອື່ນໆທັງໝົດ 5 ປະເພດ ແລະ ຍັງໄດ້ສະແດງຊາຜົ້ງສາລີ 400 ປີຂອງລາວອີກດ້ວຍ.
    ເພື່ອເປັນການສະເຫຼີມສະຫຼອງວັນແມ່ສາກົນໃນວັນທີ 12 ພຶດສະພາຜ່ານມາ, ໄດ້ມີແມ່ ແລະ ລູກຮ່ວມກັນໃສ່ຊຸດຮັ່ນຟູ ແລະ ກີ່ເພົ້າເພື່ອມາເຂົ້າຮ່ວມກິດຈະກຳ. ບັນດາລູກໆທີ່ໄດ້ຮຽນຮູ້ວິທີການຍົກນ້ຳຊາ, ຕ່າງກໍໄດ້ຍົກນ້ຳຊາທີ່ສະອາດບໍລິສຸດ ແລະ ມອບຄຳອວຍພອນ “ສຸກສັນວັນແມ່” ໃຫ້ແມ່ ແລະ ຜູ້ອາວຸໂສຂອງຕົນເອງຢ່າງພາກພູມໃຈ. ທຸກຄົນຕ່າງກໍໄດ້ສຳຜັດວັດທະນະທຳຊາຂອງຈີນ ແລະ ສະແດງຄວາມຮັກທີ່ຍິ່ງໃຫຍ່ຕໍ່ກັບແມ່.ພາຍໃນງານມີນັກບັນລະຍາຍນໍາພາທຸກຄົນທີ່ເຂົ້າຮ່ວມຮັບຊົມນິທັດສະການຮູບພາບ “ກິ່ນຫອມຂອງຊາອັນເປັນມົນສະເໜ່”, ນິທັດສະການດັ່ງກ່າວ ໄດ້ຄັດເລືອກເອົາຮູບພາບທີ່ສະແດງໃຫ້ເຫັນເຖິງວັດທະນະທຳທີ່ກ່ຽວຂ້ອງກັບຊາເຊັ່ນ: ການເກັບຊາ, ກຳມະວິທີການເຮັດຊາ, ສິລະປະການຊົງຊາ, ການລິນຊາ, ສວນຊາ, ຫໍຊາ, ຂອງຫວ່າງທີ່ເຮັດດ້ວຍຊາ ແລະ ຮູບພາບທີ່ໜ້າຫຼົງໄຫຼອື່ນໆທັງໝົດ 25 ຮູບມາວາງສະແດງໃນກິດຈະກຳຄັ້ງນີ້ພ້ອມໄດ້ໃຫ້ຄຳເຫັນວ່າ, ກິດຈະກຳດັ່ງກ່າວມີຄວາມໜ້າສົນໃຈຫຼາຍ, ຊານົມໄຂ່ມຸກຈີນແຊບຫຼາຍ ແລະ ຫວັງວ່າສູນວັດທະນະທໍາຈີນຈະສືບຕໍ່ຈັດກິດຈະກຳດີໆແບບນີ້ຕໍ່ໄປໃນອະນາຄົດ.
ຂ່າວ-ພາບ: ຄໍາປະສົງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫົວໜ້າ ຄອ​ສ​ພ ໂອ້ລົມພະນັກງານ ຄະນະນະໂຄສະນາອົບຮົມ ແຂວງຫຼວງພະບາງ

ຫົວໜ້າ ຄອ​ສ​ພ ໂອ້ລົມພະນັກງານ ຄະນະນະໂຄສະນາອົບຮົມ ແຂວງຫຼວງພະບາງ

ໃນໂອກາດເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ວຽກງານຄຸ້ມຄອງ ແລະ ແກ້ໄຂໄພພິບັດ ຢູ່ແຂວງຫຼວງພະບາງ, ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ), ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ພົບ​ປະ ໂອ້ລົມພະນັກງານຄະນະໂຄສະນາອົບຮົມແຂວງຫຼວງ​ພະ​ບາງ ໃນ​ວັນ​ທີ 24 ສິງ​ຫາ​ນີ້ ທີ່ ຫ້ອງປະຊຸມສະຖານີວິທະຍຸ-ໂທລະພາບແຂວງ, ໂດຍມີ ທ່ານ ທອງຈັນ ລັດຕະນະປະດິດ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍຄະນະ ແລະ ພະນັກງານ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເຂົ້າ​ຮ່ວມ.
ແຂວງຽງຈັນເປີດຝຶກອົບຮົມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້​ພະ​ນັກ​ງານຫຼັກ​ແຫຼ່ງ

ແຂວງຽງຈັນເປີດຝຶກອົບຮົມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້​ພະ​ນັກ​ງານຫຼັກ​ແຫຼ່ງ

ແຂວງວຽງ​ຈັນ ໄດ້ຈັດພິທິເປີດຝຶກອົບຮົມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງວຽງຈັນ ໃຫ້ແກ່ພະນັກງານຫຼັກແແຫຼ່ງຂັ້ນແຂວງຊຸດທີ I ໃນ​ວັນ​ທີ 24 ສິງ​ຫາ​ນີ້ ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ບັນດາສະຫາຍກຳມະການພັກແຂວງ ແລະ ພະນັກງານຫລັກແຫຼ່ງທົ່ວແຂວງເຂົ້າຮ່ວມ.
ນາຍົກຢ້ຽມຢາມໃຫ້ກຳລັງໃຈ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງປະທຸມພອນ

ນາຍົກຢ້ຽມຢາມໃຫ້ກຳລັງໃຈ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງປະທຸມພອນ

ໃນວັນທີ 23 ສິງຫາ ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີພ້ອມດ້ວຍຄະນະຈາກສູນກາງ ແລະ ແຂວງຈຳປາສັກ ໄດ້ລົງພື້ນທີ່ຕົວຈິງເພື່ອຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ເມືອງປະທຸມພອນ, ແຂວງຈຳປາສັກ ໂດຍມີການນຳຂອງເມືອງ ແລະ ປະຊາຊົນຜູ້ຖືກຜົນກະທົບໃຫ້ການຕ້ອນຮັບ.
ສປສສ ເຜີຍແຜ່ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງ

ສປສສ ເຜີຍແຜ່ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງ

ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງ ປີ 2024 ໄດ້ຈັດຂຶ້ນໃນວັນທີ 20 ສິງຫາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ), ໂດຍການເປັນປະທານ ແລະ ເຜີຍແຜ່ ຂອງທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ມີທ່ານຮອງປະທານສານພາກກາງ, ຮອງປະທານສານນະຄອນຫຼວງວຽງຈັນ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ຮັກສາການຫົວໜ້າຄະນະສານແພ່ງ, ຮັກສາການຫົວໜ້າຄະນະສານປົກຄອງ ສປສສ ແລະ ບັນດາຮອງປະທານສານ, ຫົວໜ້າຄະນະສານ, ຜູ້ພິພາກສາຂອງສານພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ຄອສພ ຍົກລະດັບຄວາມຮູ້ໃຫ້ພະນັກງານທີ່ເຮັດວຽກງານກວດກາ

ຄອສພ ຍົກລະດັບຄວາມຮູ້ໃຫ້ພະນັກງານທີ່ເຮັດວຽກງານກວດກາ

ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ໄດ້ເປີດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ພະນັກງານທີ່ເຮັດວຽກງານກວດກາ ຢູ່ຄະນະໂຄສະນາອົຍຮົມສູນກາງພັກ ປະຈຳປີ 2026 ຂຶ້ນໃນ ລະຫວ່າງວັນທີ 18-28 ສິງຫານີ້ ທີ່ ຄອສພ, ໂດຍ ການເປັນປະທານ ແລະ ເປີດຊຸດອົບຮົບດັ່ງກ່າວ ຂອງ ສະຫາຍ ສາຄອນ ພົມມະລາດ ຄະນະປະຈໍາພັກ ປະທານກວດກາ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ ທີ່ຂຶ້ນກັບ ຄອສພ ຄະນະຮັບຜິດຊອບການຝຶກອົບຮົມ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ມອບ-ຮັບ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ຫ້ວຍໝາກຮຽວ

ມອບ-ຮັບ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ຫ້ວຍໝາກຮຽວ

ໃນວັນທີ 17 ສິງຫາຜ່ານມານີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດພິທີມອບ-ຮັບຊົ່ວຄາວໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍໝາກຮຽວນະຄອນຫຼວງວຽງຈັນ ທີ່ນໍາໃຊ້ຮ່ວງເງິນກູ້ຢືມເອດີບີ ຂອງໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ ຫຼື ພຊຄ. ພິທີໃນຄັ້ງນີ້ໄດ້ມີການເຊັນມອບ 2 ໂຄງການ:
ຮອງເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ເມືອງບາຈຽງຈະເລີນສຸກ

ຮອງເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ເມືອງບາຈຽງຈະເລີນສຸກ

ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫາງານພັກແຂວງ ຜູ້ຊີ້ນຳວຽກງານ ການເມືອງແນວຄິດ, ພັກ - ພະນັກງານ, ວຽກກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ຂັ້ນແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ແລະ ຊີ້ນໍາວຽກງານຢູ່ເມືອງບາຈຽງຈະເລີນສຸກ ໃນວັນທີ 17 ສິງຫາຜ່ານມາ ໂດຍມີ ທ່ານ ອຳນວຍ ເຮືອງວົງສາ ກຳມະການພັກແຂວງ ເລຂາພັກເມືອງບາຈຽງຈະເລີນສຸກ ພ້ອມຄະນະໃຫ້ການຕ້ອນຮັບ.
ເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື ຍົກລະດັບວຽກງານສົ່ງເສີມຕະຫຼາດການທ່ອງທ່ຽວລາວ

ເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື ຍົກລະດັບວຽກງານສົ່ງເສີມຕະຫຼາດການທ່ອງທ່ຽວລາວ

ພິທີເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື (MOA) ລະຫວ່າງກົມສົ່ງເສີມຕະຫຼາດການ ທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ກັບບໍລິສັດ HTH ການຄ້າຂາອອກ - ຂາເຂົ້າ ຈໍາກັດຜູ້ດຽວ, ບໍລິສັດ ແມັດ ຈໍາກັດຜູ້ດຽວ (MATT) ແລະ ສູນການສຶກສາ LS ໄດ້ຈັດຂຶ້ນໃນວັນທີ 18 ສິງຫານີ້ ທີ່ ນະຄອນຫຼວງວຽງຈັນ.
ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ  ປະທານສະພາປະຊາຊົນ ຕິດຕາມສະພາບນ້ຳຖ້ວມຢູ່ເມືອງເຊໂປນ

ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ປະທານສະພາປະຊາຊົນ ຕິດຕາມສະພາບນ້ຳຖ້ວມຢູ່ເມືອງເຊໂປນ

ໃນວັນທີ 18 ສິງຫາ 2026 ນີ້,ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະນໍາຈາກພະແນກການອ້ອມຂ້າງແຂວງ, ມີທ່ານ ຈັນ ທະລາ ພາມີສິດ ເລຂາພັກເມືອງເຊໂປນ, ພ້ອມການນຳເມືອງໄປຢ້ຽມຢາມ ແລະ ມອບເຄື່ອງໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມເຂດຈຸດສຸມລາດຫໍ້ເມືອງເຊໂປນ ແຂວງສະຫວັນນະເຂດ.
ເຊກອງ ປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ເຊກອງ ປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ແຂວງເຊກອງ ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ໃນວັນທີ 18 ສິງຫາ 2026 ໂດຍການປາຖະກະຖາຂອງທ່ານ ພອນເພັດ ຄິວລະວົງ, ພະນັກງານບໍານານ, ອະດີດຮອງເລຂາພັກແຂວງ, ມີທ່ານ ນາງ ຄໍາເສັງ ທຸມມະວົງສາ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ, ຄະນະກໍາມະການແນວລາວສ້າງຊາດແຂວງ ແລະ ການນໍາພະແນກການຕ່າງໆອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ