ຂ່າວລະບຸວ່າ: ຫໍວາງສະແດງຫຼັກຂອງງານວາງສະແດງເສດຖະກິດການຄ້າລະຫວ່າງຈີນ-ອາຟຣິກາ ຄັ້ງທີ 4 ຕັ້ງຢູ່ສູນປະຊຸມ ແລະ ວາງສະແດງສາກົນສາງຊ່າ, ມີ 6 ຫໍວາງສະແດງ ແລະ 1 ເຂດວາງສະແດງ ໂດຍໄດ້ວາງສະແດງໂຄງການທີ່ເປັນສັນຍາລັກໃນຂົງເຂດຕ່າງໆ ເຊັ່ນ: ການກໍ່ສ້າງພື້ນຖານໂຄງລ່າງ, ການຄົມມະນາຄົມທາງລົດໄຟ ແລະ ເຕັກໂນໂລຊີດາວທຽມ ທີ່ວິສາຫະກິດຈີນດໍາເນີນຢູ່ອາຟຣິກາ. ປັດຈຸບັນ, ຝ່າຍຈັດງານສາມາດລະດົມໂຄງການທີ່ໄດ້ລົງນາມໃນສັນຍາລະຫວ່າງຝ່າຍຕ່າງໆຂອງຈີນ-ອາຟຣິກາ ໄດ້ແລ້ວ 279 ໂຄງການ, ເພີ່ມຂຶ້ນ 43,8% ເມື່ອທຽບໃສ່ງານວາງສະແດງຄັ້ງຜ່ານມາ. ຜ່ານການກວດກາ, ໃນໄລຍະຈັດງານວາງສະແດງຈະມີການລົງນາມໃນສັນຍາຮ່ວມມື 175 ໂຄງການ, ລວມມູນຄ່າເຖິງ 11 ຕື້ 390 ລ້ານໂດລາ.
ຄໍາເຫັນ