ມີຖັງຂີ້ເຫຍື້ອຫຼາຍກວ່າ 300 ຖັງວາງຕາມຈຸດຕ່າງໆໃນງານບຸນທາດຫຼວງ ເພື່ອຮັກສາຄວາມສະອາດ

ມີຖັງຂີ້ເຫຍື້ອຫຼາຍກວ່າ 300 ຖັງວາງຕາມຈຸດຕ່າງໆໃນງານບຸນທາດຫຼວງ ເພື່ອຮັກສາຄວາມສະອາດ
ໂດຍ: ວັນເພັງ
ເພື່ອເຮັດໃຫ້ງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ ພ.ສ 2566 ນີ້, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດງານຕາ. ສະນັ້ນ, ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ມອບໃຫ້ບໍລິສັດສະມອນບີ້ ນຳເອົາຖັງຂີ້ເຫຍື້ອຫຼາຍກວ່າ 300 ຖັງ ໄປວາງໄວ້ຕາມຈຸດຕ່າງໆໃນງານບຸນດັ່ງກ່າວ ເພື່ອໃຫ້ຜູ້ມາທ່ຽວງານບຸນ ລວມເຖິງບັນດາຫ້າງຮ້ານທີ່ນຳສິນຄ້າມາວາງສະແດງ ແລະ ຂາຍ ເພື່ອອໍານວຍຄວາມສະດວກໃນການຖີ້ມຂີ້ເຫຍື້ອ. ໃນນັ້ນ, ຍັງໄດ້ມີພະນັກງານອະນາໄມທຳຄວາມສະອາດເດີ່ນພະທາດຫຼວງຈຳນວນ 270 ຄົນ ເພື່ອໃຫ້ເດີ່ນພະທາດຫຼວງມີຄວາມສະອາດຕະຫຼອດງານບຸນ.
ທ່ານ ນີວອນ ຄໍາບັ້ນ ຜູ້ຈັດການຝ່າຍການຕະຫຼາດ ທັງເປັນຜູ້ຊີ້ນຳວຽກພາກສະໜາມໃນການອະນາໄມເກັບມ້ຽນ-ຂົນສົ່ງຂີ້ເຫຍື້ອງານບຸນດັ່ງກ່າວໄດ້ເປີດເຜີຍຕໍ່ສື່ມວນຊົນໃນວັນທີ 24 ພະຈິກຜ່ານມາ ວ່າ: ການຮັກສາຄວາມສະອາດ ແລະ ຄວາມເປັນລະບຽບຮຽບຮ້ອຍໃນການເກັບມ້ຽນຂີ້ເຫຍື້ອໃນງານບຸນນະມັດສະການພະທາດຫຼວງວຽງຈັນແມ່ນເປັນໜຶ່ງວຽກສຳຄັນຫຼາຍ ເພາະງານບຸນດັ່ງກ່າວເປັນງານບຸນປະເພນີປາງໃຫຍ່ລະດັບຊາດຂອງປວງຊົນລາວຊາວພຸດ, ບໍລິສັດ ສະມໍບີ້ ທີ່ປຶກສາດ້ານການລົງທຶນ ໃນນາມໄດ້ຮັບໜ້າທີ່ດ້ານການຮັກສາຄວາມສະອາດຈົບງາມ ພ້ອມໄດ້ຍົກລະດັບຄວາມເອົາໃຈໃສ່ ເພື່ອເຮັດແນວໃດໃຫ້ເທສະການງານບຸນນະມັດສະການພະທາດຫຼວງປີນີ້ ມີສິ່ງແວດລ້ອມສົດໃສ, ສະອາດປາສະຈາກຂີ້ເຫຍື້ອຕະຫຼອດງານ ຈຶ່ງໄດ້ນຳຖັງຮອງຮັບຂີ້ເຫຍື້ອມາວາງໄວ້ຕາມຈຸດຕ່າງໆໃນງານບຸນປີນີ້ ມີຫຼາຍກວ່າ 300 ຖັງ.
ນອກນັ້ນ, ຍັງມີຖັງໂຄງເຫຼັກ ແລະ ຖົງຢາງໃຫຍ່ກຽມພ້ອມໃສ່ເສດຂີ້ເຫຍື້ອເປັນຫຼາຍສິບຖົງ. ໃນນັ້ນ, ປີ 2022 ມີພະນັກງານຮັກສາຄວາມສະອາດຈາກ 180 ຄົນ ແລະ ປີ 2023 ໄດ້ເພີ່ມ ເປັນ 270 ຄົນ.
ທ່ານ ນີວອນ ຄໍາບັ້ນ ໃຫ້ຮູ້ຕື່ມວ່າ: ສຳລັບການບໍລິຫານຈັດພະນັກງານອະນາໄມ, ຮັບຜິດຊອບ ຖີ້ມຂີ້ເຫຍື້ອໄດ້ມີການແບ່ງງານ, ແບ່ງເວລາກັນຮັບຜິດຊອບຕະຫຼອດ 24 ຊົ່ວໂມງ (ມີທີມພະນັກງານພາກເດິກ ແລະ ທີມພາກເຊົ້າ) ໂດຍມີການຂົນສົ່ງຂີ້ເຫຍື້ອໄປກໍາຈັດບໍ່ຕໍ່າກວ່າ 20 ຖ້ຽວ/ມື້.
ປັດຈຸບັນປະຊາຊົນລາວ ກໍຄືຜູ້ມາທ່ຽວງານບຸນແມ່ນມີຄວາມຕື່ນຕົວໃນການຖິ້ມຂີ້ເຫຍື້ອດີຂຶ້ນຫຼາຍຖ້າທຽບໃສ່ໃນປີຜ່ານມາ ຊຶ່ງຊ່ວຍໃຫ້ພະນັກງານຈັດເກັບໄດ້ມີຄວາມສະດວກຫຼາຍກວ່າເກົ່າ ແຕ່ທ່ານຍັງຮຽກຮ້ອງໃຫ້ທຸກທ່ານທີ່ທ່ຽວງານບຸນນະມັດສະການພະທາດຫຼວງປີນີ້ ມີຄວາມເອົາໃຈໃສ່ ແລະ ເປັນເຈົ້າການຮ່ວມກັນ ເວລາກິນອາຫານ ຫຼືເຄື່ອງດື່ມໝົດແລ້ວໃຫ້ນຳໄປຖີ້ມໃສ່ຖັງຂີ້ເຫຍື້ອ ຫຼື ຖົງຢາງຢູ່ຈຸດຕ່າງໆໃຫ້ຖືກ ແລະ ເປັນລະບຽບຮຽບຮ້ອຍ, ບໍ່ຄວນຖີ້ມຂິີ້ເຫຍື້ອຊະຊ່າຍ ເພາະຈະເຮັດໃຫ້ພະນັກງານເກັບມ້ຽນຂີ້ເຫຍື້ອມີຄວາມຫຍຸ້ງຍາກໃນການນຳໄປຖີ້ມ, ອະນາໄມແລ້ວ ຍັງຈະເຮັດງານບຸນບໍ່ສະອາດງາມຕາຕໍ່ແຂກຄົນເຂົ້າມາທ່ຽວພົບເຫັນ. ສະນັ້ນ, ຖ້າທຸກຄົນຮັກສາຄວາມສະອາດໄດ້ດີຍັງເຮັດໃຫ້ມີສິ່ງແວດລ້ອມທີ່ດີ ແລະ ຍັງເປັນໃບໜ້າຂອງຊາດ ການຮັກສາຄວາມສະອາດຈຶ່ງເປັນໜ້າທີ່ຂອງໝົດທຸກຄົນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດລາວໂກເດີນອວຍພອນການນຳແຂວງຊຽງຂວາງ

ບໍລິສັດລາວໂກເດີນອວຍພອນການນຳແຂວງຊຽງຂວາງ

ໃນວັນທີ3ເມສາ2026 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ທ່ານ ປ້າວ ຈິວ ລີ່ ຮອງຜູ້ອຳນວຍການ, ຫົວໜ້າຝ່າຍຜະລິດ ບໍລິສັດ ລາວໂກເດີນຣີຊອດພັດທະນາ ແຮ່ທາດ ຈຳກັດຜູດຽວ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນການນຳແຂວງ
ກອງປະຊຸມສະໄໝວິສາມັນ ເທື່ອທີ 2ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 2ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸຸດທີ IV ໄດ້ໄຂຂຶ້ນໃນວັນທີ 3 ເມສາ 2026, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ IV ພ້ອມດ້ວຍຄະນະ, ເປັນກຽດເຂົ້າຮ່ວມມີທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາທ່ານຄະນະກຳມະການປົກຄອງແຂວງ, ບັນດາການນຳຂອງແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12, ສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງເຊກອງ ສະຫຼຸບການຈັດຕັ້ງປະຕິບັດວຽກງານ

ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງເຊກອງ ສະຫຼຸບການຈັດຕັ້ງປະຕິບັດວຽກງານ

ກອງປະຊຸມຮ່ວມ ລະຫວ່າງ ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງເຊກອງ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 2 ມີນານີ້, ທີ່ສະໂມສອນສະພາປະຊາຊົນແຂວງ ໂດຍການເປັນປະທານຮ່ວມ ຂອງທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ແພງສີ ສີລາວີ ຮອງປະທານສະພາປະຊາຊົນແຂວງ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ ແລະ ພະແນກການ ເຂົ້າຮ່ວມ.
ສະຫຼຸບວຽກງານການເງິນ 2025 ແລະ ວາງທິດທາງແຜນການ 2026

ສະຫຼຸບວຽກງານການເງິນ 2025 ແລະ ວາງທິດທາງແຜນການ 2026

‎ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານການເງິນປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນໃນວັນທີ 2 ເມສານີ້ ທີ່ສະໂມສອນເມືອງ, ໂດຍການເປັນປະທານຮ່ວມຂອງທ່ານ ຄຳຂອດ ໝື່ນຫຼວງ ປະທານຄະນະກຳມະການປົກຄອງເມືອງປາກຊ່ອງ, ທ່ານ ສະນັ່ນ ສີດາວົງ ຫົວໜ້າພະແນກການເງິນ ແຂວງຈຳປາສັກ, ມີບັນດາທ່ານຫົວໜ້າຄະນະຫ້ອງການອ້ອມຂ້າງເມືອງ, ເຂົ້າຮ່ວມ.
ສຊປລ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ສຊປລ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 30 ມີນາຜ່ານມາ ທີ່ ສຊປລ ໂດຍພາຍໃຕ້ການເປັນປະທານ ແລະ ປາຖະກະຖາຂອງສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ ສຊປລ, ມີຮອງເລຂາຄະນະບໍລິຫານງານພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ສະມາ ຊິກພັກ-ພະນັກງານທົ່ວ ສຊປລ ເຂົ້າຮ່ວມ 149 ສະຫາຍ ຍິງ 68 ສະຫາຍ.
ເນື່ອງໃນໂອກາດຄົບຮອບ 71 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ

ເນື່ອງໃນໂອກາດຄົບຮອບ 71 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ

ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຈະຈັດກິດຈະກໍາ “ຍ່າງເພື່ອສຸຂະພາບ” ສະເຫຼີມສະຫຼອງວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ໃນວັນທີ 3 ເມສາ 2026 ທີ່ເຂດເສດຖະກິດພິເສດບຶງທາດຫຼວງ ແລະ ຈະມີການຄວບຄຸມ ການຈະລາຈອນຊົ່ວຄາວໃນບາງເສັ້ນທາງ ເລີ່ມແຕ່ເວລາ 16:00 ຫາ 20:00 ໂມງ.
ເຜີຍແຜ່ກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມເຊື້ອເຮສໄອວີ

ເຜີຍແຜ່ກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມເຊື້ອເຮສໄອວີ

ອົງການຈັດຕັ້ງມະຫາຊົນ ກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ ສະບັບປັບປຸງ ໃນວັນທີ 2 ເມສານີ້ ທີ່ກອງບັນຊາການທະຫານ ນວ, ໃຫ້ກຽດເຜີຍແຜ່ໂດຍທ່ານ ນາງ ຈັນສະໝອນ ແສງທະວົງ ວິຊາການຂະແໜງ ຄວບຄຸມພະຍາດຕິດຕໍ່ ຜູ້ຮັບຜິດຊອບວຽກງານຕ້ານເອດ (ພຕພ) ພະແນກສາທາລະນະສຸກ ນວ, ມີທ່ານ ພັນໂທ ນາງ ສ້ອຍເພັດ ບູລົມ ຮອງຫົວໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານ ນວ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບໜ້າທີ່ປະທານກຳມາທິການກົດໝາຍ ແລະ ຍຸຕິທໍາ

ມອບ-ຮັບໜ້າທີ່ປະທານກຳມາທິການກົດໝາຍ ແລະ ຍຸຕິທໍາ

ພິທີມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ ທ່ານ ຄໍາແພງ ວິລະພັນ ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການສູນກາງພັກ ປະທານກຳມາທິການກົດໝາຍ ແລະ ຍຸຕິທໍາ ສະພາແຫ່ງຊາດ ຊຸດທີ X ຈັດຂຶ້ນໃນວັນທີ 31 ມີນາ ຜ່ານມານີ້ ໂດຍມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ, ມີຄະນະປະຈຳສະພາແຫ່ງຊາດ ແລະ ຮອງປະທານກຳມາທິການ ສພຊ ຊຸດທີ IX ແລະ ຊຸດທີ X, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຄະນະນຳກອງພົນທີ 5 ເຂົ້າອວຍພອນ ຄະນະນຳ ກອງບັນຊາການ ປກສ ແຂວງຈໍາປາສັກ

ຄະນະນຳກອງພົນທີ 5 ເຂົ້າອວຍພອນ ຄະນະນຳ ກອງບັນຊາການ ປກສ ແຂວງຈໍາປາສັກ

ວັນທີ 2 ເມສານີ້, ຄະນະນຳກອງພົນທີ 5 ນຳໂດຍສະຫາຍ ພົນຈັດຕະວາ ຄໍາກົດ ອິນສີນາ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ ເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ 5 ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ ຄະນະນຳກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຈໍາປາສັກ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ (5 ເມສາ 1961 -5 ເມສາ 2026) ທີ່ຈະມາເຖິງນີ້, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ສີວິໄລ ແກ້ວປະເສີດ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຈໍາປາສັກ ພ້ອມດ້ວຍຄະນະ.
ສະແດງສິລະປະ-ວັດທະນະທຳສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ  ຄົບຮອບ 65 ປີ

ສະແດງສິລະປະ-ວັດທະນະທຳສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ

ກອງສິລະປະກອນປ້ອງກັນຄວາມສະຫງົບຈັດສະແດງສິລະປະສະເຫຼີມສະຫຼອງວັນ ສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ (5 ເມສາ 1961-5 ເມສາ 2026) ຢູ່ສະໂມສອນໃຫຍ່ກະຊວງ ປກສ (ສະໜາມມ້າ) ໃນຕອນຄໍ່າວັນທີ 1 ເມສາ 2026, ໂດຍມີທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງ ປກສ, ມີຄະນະພັກ-ຄະນະນຳກະຊວງ, ບັນດາກົມໃຫຍ່, ພ້ອມດ້ວຍກົມ, ກອງບັນຊາການ, ວິທະຍາຄານ ,ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມຮັບຊົມ.
ເພີ່ມເຕີມ