" MmoneyX ກະເປົາອີເລັກໂທນິກ ອັນດັບ1 ໃນ ສປປ ລາວ ໄດ້ເຂົ້າເປັນສາມາຊິກ LAPNET ຢ່າງເປັນທາງການ ເພື່ອເຮັດໃຫ້ທຸລະກຳທາງການເງິນງ່າຍສະດວກແລະວ່ອງໄວ “

" MmoneyX ກະເປົາອີເລັກໂທນິກ ອັນດັບ1 ໃນ ສປປ ລາວ ໄດ້ເຂົ້າເປັນສາມາຊິກ LAPNET ຢ່າງເປັນທາງການ ເພື່ອເຮັດໃຫ້ທຸລະກຳທາງການເງິນງ່າຍສະດວກແລະວ່ອງໄວ “

" MmoneyX ກະເປົາອີເລັກໂທນິກ ອັນດັບ1 ໃນ ສປປ ລາວ ໄດ້ເຂົ້າເປັນສາມາຊິກ LAPNET ຢ່າງເປັນທາງການ ເພື່ອເຮັດໃຫ້ທຸລະກຳທາງການເງິນງ່າຍສະດວກແລະວ່ອງໄວ “
ວັນທີ 01 ກໍລະກົດ ປີ 2025, ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາ ລະຫວ່າງ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ “ເອັມມັນນີເອັກສ” ເປັນສະມາຊິກ LAPNet ຢ່າງເປັນທາງການ.

ການເຊັນສັນຍາໃນຄັ້ງນີ້ ລົງນາມເຊັນໂດຍທ່ານ ສີສະໝອນ ສຣິດທິຣາດ ຜູ້ອຳນວຍການ ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ (LAPNet) ແລະ ທ່ານ ອາລຸນນະເດດ ບານຈິດ ອຳນວຍການ ບໍລິສັດລາວໂມບາຍມັນນີ ຈຳກັດຜູ້ດຽວ (MmoneyX) ໂດຍເຂົ້າຮ່ວມເປັນສັກຂີພະຍານ ໂດຍ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສຸລິສັກ ທຳນຸວົງ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫ່ຍ ບໍລິສັດ ລາວໂທລະຄົມມະຫາຊົນ ແລະ ທ່ານ ມະໂນລິດ ຊຸມພົນພັກດີ ວ່າການຫົວໜ້າກົມຄຸ້ມຄອງລະບົບການຊໍາລະ ທະນາຄານແຫ່ງ ສປປ ລາວ ໂດຍການເຊັນສັນຍາ ໃນຄັ້ງນີ້ ເພື່ອເປັນການເຊື່ອມຕໍ່ເອັມມັນນີເອັກສ ເຂົ້າຮ່ວມເປັນສະມາຊິກໃໝ່ຂອງ LAPNet ຢ່າງເປັນທາງການ ເປັນກະເປົາເງີນອີເລັກໂທນິກອັນດັບທຳອິດທີ່ໄດ້ເປັນຮັບຮອງເປັນສະມາຊິກ ແລະ ເປັນບາດກ້າວສໍາຄັນທີ່ ເອັມມັນນີເອັກສ, ໃນການຍົກລະດັບການໃຫ້ບໍລິການໂອນເງິນແບບໄຮ້ຮອຍຕໍ່ ໃນລະຫວ່າງການເຮັດທຸລະກຳກັບບັນດາທະນາຄານຕ່າງໆທີ່ເປັນສະມາຊິກຂອງ LAPNet ຫາ ເອັມມັນນີເອັກສ ນອກຈາກນັ້ນ ກະເປົາເອັມມັນນີເອັກສ ຍັງສາມາດໂອນເຂົ້າທຸກບັນຊີທະນາຄານທີ່ເປັນສະມາຊິກໄດ້ເຊັ່ນກັນ ເຊິ່ງກວມລວມເຖີງການສະແກນຊຳລະສິນຄ້າຕ່າງໆ ດ້ວຍ QR Code ທີ່ເປັນ Lao QR ສາມາດນຳໃຊ້ໄດ້ທຸກຮ້ານຄ້າທົ່ວປະເທດລາວ.

" MmoneyX ກະເປາອເລກໂທນກ ອນດບ1 ໃນ ສປປ ລາວ ໄດເຂາເປນສາມາຊກ LAPNET ຢາງເປນທາງການ ເພອເຮດໃຫທລະກຳທາງການເງນງາຍສະດວກແລະວອງໄວ “ - image 1
 

ປະຈຸບັນ ເອັມມັນນີເອັກ ເຂົ້າເປັນສະມາຊິກ LAPNet ຖືເປັນບາດກ້າວສຳຄັນໃນການພັດທະນາແອັບພິເຄຊັນດ້ານການເງິນດິຈິຕອລຂອງລາວ ເຊິ່ງເປັນເຄືອຂ່າຍລະບົບຊຳລະເງິນລະຫວ່າງສະຖາບັນການເງິນ (Interbank Payment Network) ທີ່ຖືກພັດທະນາໂດຍທະນາຄານແຫ່ງ ສປປ ລາວ ເພື່ອສ້າງລະບົບການໂອນເງິນລະຫວ່າງທະນາຄານ ແລະ ພາກສ່ວນບໍລິການການເງິນດິຈິຕອລໃຫ້ເປັນມາດຕະຖານ ມີຄວາມປອດໄພ ແລະ ຄວາມໄວສູງ. ການຮ່ວມມືໃນຄັ້ງນີ້ ບໍ່ແມ່ນພຽງແຕ່ການເຊັນສັນຍາ ແຕ່ເປັນການປູທາງສໍາລັບການຮ່ວມມືໄລຍະຍາວລະຫວ່າງ ແລະ ເອັມມັນນີເອັກສ ທີ່ຈະນໍາເອົານະວັດຕະກຳທາງການເງິນ ແລະ ບໍລິການທີ່ສະດວກປອດໄພມາໃຫ້ປະຊາຊົນລາວຢ່າງທົ່ວໜ້າ.

" MmoneyX ກະເປາອເລກໂທນກ ອນດບ1 ໃນ ສປປ ລາວ ໄດເຂາເປນສາມາຊກ LAPNET ຢາງເປນທາງການ ເພອເຮດໃຫທລະກຳທາງການເງນງາຍສະດວກແລະວອງໄວ “ - image 2
 

ນອກນັ້ນ ເອັມມັນນີເອັກສ ຍັງມີການອັບເດດແອັບໃຫ້ກາຍເປັນ Mmoney SuperX ເຊີ່ງເປັນສູນລວມຈາກທຸກບໍລິການຂອງໂທລະຄົມມາເປີດບໍລິການທີ່ແອັບ MmoneyX, ນອກຈາກນັ້ນຍັງສາມາດຮອງຮັບ ກະເປົາການເງິນສຳລັບນັກທ່ອງທ່ຽວໂດຍການເຊື່ອມກັບລະບົບຂອງ Visa ແລະ Mastercard, ການບໍລິການຮັບເງິນໂອນຈາກຕ່າງປະເທດໂດຍຜ່ານລະບົບ Money Gram ໂດຍບໍ່ມີຄ່າທຳນຽມຮັບ ແລະ ຍັງມີໂປຣໂມຊັນຫຼາກຫຼາຍນຳອີກ. ທ່ານ ອາລຸນນະເດດ ບານຈິດ ຜູ້ອຳນວຍການ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ຫລື MmoneyX ໄດ້ກ່າວໃນພິທີເຊັນສັນຍາວ່າ: ການຮ່ວມມືໃນຄັ້ງນີ້, ມີຈຸດປະສົງຫຼັກ ເພື່ອຮັບຮອງເອົາການເຂົ້າເປັນສະມາຊິກຂອງ LAPNet ຢ່າງເປັນທາງການ ຈຸດປະສົງເພື່ອເປັນສົ່ງເສີມການພັດທະນາວົງການບໍລິການການເງິນດິຈິຕອນຜ່ານກະເປົາເງິນເທິງມືຖື ຂອງ ສປປ ລາວ ແລະ ເພື່ອຕອບສະໜອງ ການຫັນເປັນທັນສະໄໝ ໃນການຊຳລະສະສາງດ້ານການເງິນ, ການຫັນເປັນທັນສະໄໝຕາມວິໄສທັດຂອງລັດຖະບານ ກໍ່ຄືທີດການເຫັນເປັນດິຈີຕອນຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ວາງອອກ ແລະ ການເຂົ້າເຖິງການບໍລິການທາງດ້ານການເງິນໃນທົ່ວປະເທດ (Financial Inclusion) ຕາມທິດຂອງທະນາຄານແຫ່ງ ສປປ ລາວ ຜ່ານບໍລິີການກະເປົາເງິນເທິີງມີືຖື MmoneyX ທີ່ສາມາດເຊື່ອມໂຍງບັນດາທະນາຄານ, ບໍລິສັດ Fintech ທັງພາຍໃນ ແລະ ສາກົນໂດຍຜ່ານເຄືອຂ່າຍຂອງ LAPNet ເພື່ອອຳນວຍຄວມສະດວກໃຫ້ແກ່ພໍ່ແມ່ປະຊາຊົນໃນການນຳໃຊ້ແອັບ MmoneyX ແບບບໍ່ຈຳກັດ ພຽງແຕ່ມີສັນຍານອິນເຕີເນັດ ກໍສາມາດເຮັດທຸລະກຳທາງດ້ານການເງິນໃນຄົບ ໃນແອັບດຽວ.

" MmoneyX ກະເປາອເລກໂທນກ ອນດບ1 ໃນ ສປປ ລາວ ໄດເຂາເປນສາມາຊກ LAPNET ຢາງເປນທາງການ ເພອເຮດໃຫທລະກຳທາງການເງນງາຍສະດວກແລະວອງໄວ “ - image 3
 

#MmoneyX #LAPNET

#MmoneyX #MmoneySuperX

#TheNumberOneFintechInLaos

#ເອັມມັນນີເອັກສ #ເອັມມັນນີເອັກສຊູບເປີເອັກສ

#ກະເປົາເງິນອີເລັກໂທຣນິກອັນດັບ1ຂອງປະເທດລາວ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານບຸນການສະແດງລະຄອນ ໄວໜຸ່ມ

ງານບຸນການສະແດງລະຄອນ ໄວໜຸ່ມ

ງານບຸນການສະແດງລະຄອນ ໄວໜຸ່ມນະຄອນຫຼວງວຽງຈັນ 2025 ໄດ້ຈັດຂຶ້ນໃນວັນທີ 8 ທັນວານີ້ ທີ່ວິທະຍາໄລ ສິນລະປະແຫ່ງຊາດ,​ໂດຍມີຂອງ ທ່ານ ລັດຕະນະກອນ ອິນສິຊຽງໃໝ່ ອໍານວຍການບໍລິສັດ ເຂົ້າໜຽວການສະແດງ ມີບັນດາແຂກຖືກເຊີນ ແລະ ນັກສະແດງເຂົ້າຮ່ວມ.
Vietjetຮັບເຮືອບິນ 22 ລຳ ພາຍໃນໜຶ່ງເດືອນ

Vietjetຮັບເຮືອບິນ 22 ລຳ ພາຍໃນໜຶ່ງເດືອນ

ສາຍການບິນ Vietjetໄດ້ຮັບເຮືອບິນ A321neo ACF ລຳໃໝ່, ທະບຽນ VN-A580, ຊຶ່ງເຮັດໃຫ້ສາຍການບິນນີ້ເຂົ້າໃກ້ສະຖິຕິການຮັບເຮືອບິນ 22 ລຳ ພາຍໃນໜຶ່ງເດືອນ. ນັ້ນສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ Vietjetໃນການເພີ່ມທະວີການຂະຫຍາຍຕົວໃນຕະຫຼາດເອເຊຍ ແລະ ຕະຫຼາດໂລກຢ່າງຕໍ່ເນື່ອງ, ລວມທັງ ສປປ ລາວ ທີ່ສາຍການບິນໄດ້ມີບົດບາດເພີ່ມຂຶ້ນໃນການປັບປຸງການເຊື່ອມຕໍ່ລະດັບພາກພື້ນ ແລະ ການຟື້ນຟູການທ່ອງທ່ຽວ.
ເມືອງບໍ່ແຕນ ປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ

ເມືອງບໍ່ແຕນ ປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ

ໃນວັນທີ 8 ທັນວານີ້, ເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຂຶ້ນທີ່ສະໂມສອນຂອງເມືອງ, ເປັນກຽດເຂົ້າຮ່ວມປາຖະກະຖາຂອງທ່ານ ຄຳພັນ ພັນທະວົງ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດ.
5 ປີຕໍ່ໜ້າແຂວງເຊກອງ ຈະສ້າງສີມືແຮງງານໃຫ້ໄດ້ 1,500 ຄົນ

5 ປີຕໍ່ໜ້າແຂວງເຊກອງ ຈະສ້າງສີມືແຮງງານໃຫ້ໄດ້ 1,500 ຄົນ

ໃນ 5 ປີຕໍ່ໜ້າ (2026-2030) ແຂວງເຊກອງ ຈະສຸມໃສ່ສ້າງສີມືແຮງງານໃຫ້ໄດ້ 1,500 ຄົນ. ໃນນີ້, ຊ່າງດ້ານກໍ່ສ້າງໃຫ້ໄດ້ 400 ຄົນ, ສ້ອມແປງກົນຈັກ 400 ຄົນ, ເອເລັກໂຕຼນິກ 200 ຄົນ, ປູກຝັງ-ລ້ຽງສັດ 300 ຄົນ, ປຸງແຕ່ງ 100 ຄົນ ແລະ ຕັດຫຍິບໃຫ້ໄດ້ 100 ຄົນ.
ການລົງທຶນເພີ່ມໃໝ່ 1.88 ຕື້ໂດລາ!ກອງປະຊຸມສົ່ງເສີມການລົງທຶນທີ່ຍົກລະດັບຮອບດ້ານ ຂອງນິຄົມອຸດສາຫະກຳ ອາຊີໂປຕາສ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ!

ການລົງທຶນເພີ່ມໃໝ່ 1.88 ຕື້ໂດລາ!ກອງປະຊຸມສົ່ງເສີມການລົງທຶນທີ່ຍົກລະດັບຮອບດ້ານ ຂອງນິຄົມອຸດສາຫະກຳ ອາຊີໂປຕາສ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ!

ວັນທີ 6 ທັນວາ, “ກອງປະຊຸມປະຊາສໍາພັນສົ່ງເສີມການລົງທຶນທີ່ຍົກລະດັບຮອບດ້ານຂອງ ນິຄົມອຸດສາຫະກຳ ອາຊີໂປຕາສ” ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ທີ່ ນະຄອນເສິນເຈິນ ສປ ຈີນ. ງານຄັ້ງນີ້ຈັດຂຶ້ນເນື່ອງໃນໂອກາດການນຳສະເໜີແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີⅩແລະ ເປັນຄັ້ງທໍາອິດຂອງການຈັດກອງປະຊຸມສົ່ງເສີມການລົງທຶນ ຫຼັງຈາກການປະກາດ “ດໍາລັດວ່າດ້ວຍນິຄົມອຸດສາຫະກຳ ອາຊີໂປຕາສ” ຢ່າງເປັນທາງການ, ໂດຍນິຄົມອຸດສາຫະກຳໄດ້ກ້າວເຂົ້າສູ່ຍຸກໃໝ່ 2.0. ການສົ່ງເສີມການລົງທຶນໃນຄັ້ງນີ້ແນໃສ່ຄູ່ຮ່ວມມືທີ່ມີຄຸນນະພາບຈາກທົ່ວໂລກ, ໄດ້ມີການເຊັນສັນຍາໂຄງການອຸດສາຫະກຳ 16 ໂຄງການ, ຄາດວ່າຈໍານວນການລົງທຶນໃໝ່ ທັງໝົດ 1 ຕື້ 88 ລ້ານໂດລາ, ຄາດວ່າໃນອະນາຄົດຈະບັນລຸມູນຄ່າຜົນຜະລິດທັງໝົດ 1 ຕຶ້ 828 ລ້ານໂດລາ/ປີ, ເຊິ່ງກ່ຽວຂ້ອງກັບໂຄງການທ້າຍນ້ຳໃນລະບົບຕ່ອງໂສ້ອຸດສາຫະກຳເຄມີໂບຣມີນ, ໂຄງການວັດສະດຸໂລຫະລະດັບແຜ່ນຊິບ ໃນໂຄງການທ້າຍນ້ຳຂອງ ຄລໍ-ອັນຄາໄລ, ຊິລິຄອນ ອຸດສາຫະກຳ, ໂປຕາສຊຽມ ຊູນເຟດ, ຝຸ່ນປະສົມ ແລະ ຫຼາຍໂຄງການສໍາຄັນອື່ນໆ, ເຊິ່ງໄດ້ບັນລຸຜົນສຳເລັດທີ່ໂດດເດັ່ນໃນການຂະຫຍາຍຂະໜາດ, ການຟື້ນຟູອຸດສາຫະກຳ ແລະ ການຍົກລະດັບກໍາລັງການຜະລິດ ເປັນຂີດໝາຍຂອງຜົນສຳເລັດການຍົກລະດັບຄຸນນະພາບ ແລະ ປະສິດທິພາບຢ່າງຮອບດ້ານຂອງລະບົບນິເວດອຸດສາຫະກຳໃນນິຄົມອຸດສາຫະກຳ ອາຊີໂປຕາສ.
ອາຊີ-ໂປຕາສ ສາກົນ ສໍາເລັດການທົດລອງປ້ອນວັດສະດຸເຄື່ອງຈັກຜະລິດແບບຕໍ່ເນື່ອງຂອງໂຄງການຝຸ່ນໂປຕາສ 1 ລ້ານໂຕນ ແຫ່ງທີ 3 ! ກໍາລັງການຜະລິດຝຸ່ນໂປຕາສ ຂອງ ສປປ ລາວ ບັນລຸການຍົກລະດັບແບບກ້າວກະໂດດອີກເທື່ອໜຶ່ງ!

ອາຊີ-ໂປຕາສ ສາກົນ ສໍາເລັດການທົດລອງປ້ອນວັດສະດຸເຄື່ອງຈັກຜະລິດແບບຕໍ່ເນື່ອງຂອງໂຄງການຝຸ່ນໂປຕາສ 1 ລ້ານໂຕນ ແຫ່ງທີ 3 ! ກໍາລັງການຜະລິດຝຸ່ນໂປຕາສ ຂອງ ສປປ ລາວ ບັນລຸການຍົກລະດັບແບບກ້າວກະໂດດອີກເທື່ອໜຶ່ງ!

ວັນທີ 6 ທັນວາ ໄດ້ມີຂ່າວດີຈາກຖານຜະລິດຝຸ່ນໂປຕາສຢູ່ລາວ ຂອງ ອາຊີ-ໂປຕາສ ສາກົນ ວ່າ: ຄຽງຄູ່ກັບຜະລິດຕະພັນຝຸ່ນໂປຕາສ 60% ຊຸດທໍາອິດໄດ້ຖືກຂົນສົ່ງອອກຈາກສາຍພານລໍາລຽງ, ເປັນການປະກາດວ່າ ລະບົບລຳລຽງຂົນສົ່ງຫຼັກເຂດແຫຼ່ງແຮ່ດົງບູນນ້ອຍໄດ້ເປີດນຳໃຊ້ຢ່າງເປັນທາງການ, ໂຄງການເປີດທົດລອງເດີນເຄື່ອງຈັກຜະລິດຝຸ່ນໂປຕາສແບບຕໍ່ເນື່ອງ 1 ລ້ານໂຕນ ແຫ່ງທີ 3 ຂອງ ອາຊີ-ໂປຕາສ ສາກົນ ໄດ້ຮັບຜົນສໍາເລັດຜົນຢ່າງຈົບງາມ.
ເຜີຍແຜ່ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດຜ່ານທາງອອນລາຍ

ເຜີຍແຜ່ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດຜ່ານທາງອອນລາຍ

ກອງປະຊຸມເຜີຍແຜ່ລະດັບຊາດ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດຜ່ານທາງອອນລາຍ ໄດ້ຈັດຂຶ້ນໃນວັນທີ 8 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ ຮ່ວມແຮງຮ່ວມໃຈກັນເພື່ອຢຸດຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງທຸກຄົນຜ່ານທາງດິຈິຕອນ(UNITIE TO END DIGITAL VIOLENCE AGAINST ALL WOMEN AND GIRLS); ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານສູນກາງຄະນະບໍລິຫານງານສະຫະພັນແມ່ຍິງລາວ(ສສຍລ), ຮອງປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ,ແມ່ແລະເດັກ(ຄຊກມດ); ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ; ທ່ານ ບັກຕີຍໍ ກາດິຣບ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ປະຈໍາ ສປປ ລາວ, ມີບັນດາຜູ້ຕາງໜ້າຈາກກະຊວງ, ອົງການ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທັງແບບເຊິ່ງໜ້າ ແລະ ອອນລາຍ ເຂົ້າຮ່ວມ.
ມອບ-ຮັບທາງເຂົ້າບ້ານຊຳກ້ວາງ

ມອບ-ຮັບທາງເຂົ້າບ້ານຊຳກ້ວາງ

ໃນວັນທີ5ທັນວາຜ່ານມາ ຢູ່ທີ່ເຂດງານ ໄດ້ມີພິທີມອບ-ຮັບເສັ້ນທາງເຂົ້າບ້ານຊຳກ້ວາງ ເມືອງຄູນ ແຂວງຊຽງຂວາງ ໂດຍການເປັນປະທານຂອງທ່ານ ບຸນມີ ຄູນມາລາ ຮອງເລຂາພັກເມືອງ ປະທານກຳມະການປົກຄອງເມືອງ, ທ່ານນາງ ສົມພອນ ບູ່ພະລາ ຮອງຫົວໜ້າຫ້ອງວ່າການແຂວງ, ມີອາດີດການນຳເມືອງຄູນ, ພະນັກງານຈາກແຂວງ, ເມືອງ, ບໍລິສັດ ແລະ ປະຊາຊົນບ້ານຊຳກ້ວາງເຂົ້າຮ່ວມ.
ຄະນະຜູ້ແທນສຳພັນຄົນລາວຢູ່ປະເທດຝຣັ່ງ ມອບເງິນສົມທົບທຶນສ້າງຫໍພັກຄູ-ນັກຮຽນ ບ້ານຂີ້ນາກ

ຄະນະຜູ້ແທນສຳພັນຄົນລາວຢູ່ປະເທດຝຣັ່ງ ມອບເງິນສົມທົບທຶນສ້າງຫໍພັກຄູ-ນັກຮຽນ ບ້ານຂີ້ນາກ

ວັນທີ 7 ທັນວາຜ່ານມານີ້,ຄະນະຜູ້ແທນສຳພັນຄົນລາວຢູ່ປະເທດຝຣັ່ງໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງໂຂງແຂວງຈຳປາສັກພ້ອມທັງມອບເງິນສົມທົບທຶນເຂົ້າໃນການກໍ່ສ້າງຫໍພັກຄູ ແລະ ນັກຮຽນ.
ສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ

ສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ

ອົງການກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ໄດ້ຈັດພິທີສະເຫຼີມສະ ຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ (9/12/2003-9/12/2025) ປະຈຳປີ 2025, ພາຍໃຕ້ຄໍາຂັວນ “ຮ່ວມແຮງ ຮ່ວມໃຈ ກັບໄວໜຸ່ມ ໃນການຕ້ານການສໍ້ລາດບັງຫຼວງ ເພື່ອສ້າງອະນາຄົດອັນສົດໃສ”,ຂຶ້ນໃນວັນທີ 8 ທັນວານີ້,ທີ່ສະໂມສອນຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ,ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ UNODC, ທະນາຄານອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ICBC, ຕາງໜ້າທູຕານຸທູດ, ແຂກຖືກເຊີນຈາກບັນດາກະຊວງ-ອົງການ, ລັດວິສາຫະກິດ ແລະ ຄູ-ອາຈານ, ນັກຮຽນ-ນັກສຶກສາເຂົ້າຮ່ວມ.
ເພີ່ມເຕີມ