ມົນລະພິດໝອກຄວັນເກີດຂຶ້ນຈາກການເຜົາສິ່ງເສດເຫຼືອກະສິກໍາ

ມົນລະພິດໝອກຄວັນເກີດຂຶ້ນຈາກການເຜົາສິ່ງເສດເຫຼືອກະສິກໍາ

ມົນລະພິດໝອກຄວັນເກີດຂຶ້ນຈາກການເຜົາສິ່ງເສດເຫຼືອກະສິກໍາ
ສາເຫດຕົ້ນຕໍທີ່ມົນລະພິດໝອກຄວັນເກີດຂຶ້ນແມ່ນເກີດຈາກການເຜົາສິ່ງເສດເຫຼືອຈາກກະສິກໍາ ເຮັດໃຫ້ເກີດມີຈຸດຄວາມຮ້ອນສູງ ຈັດຢູ່ໃນລະດັບອັນຕະລາຍລະດັບທີ 3, ລະດັບຮຸນແຮງສຸດ, ຕໍ່ກັບສະພາບການດັ່ງ ກ່າວ, ລັດຖະບານ ແຫ່ງ ສປປ ລາວ ໄດ້ຖືເອົາວຽກງານແກ້ໄຂມົນລະພິດ ໝອກຄວັນ ເປັນວຽກງານບຸລິມະສິດໜຶ່ງ ແລະ ໄດ້ເອົາໃຈໃສ່ແກ້ໄຂ.
ມນລະພດໝອກຄວນເກດຂນຈາກການເຜາສງເສດເຫອກະສກາ - image 1
 

 

ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ໃຫ້ຮູ້ເມື່ອບໍ່ດົນ ຜ່ານມາວ່າ: ບັນຫາມົນລະພິດໝອກຄວັນ ແມ່ນເກີດຂຶ້ນເປັນປະຈໍາທຸກປີໃນລະດູແລ້ງ ເລີ່ມແຕ່ເດືອນມີນາ ຫາ ເມສາ, ສະເພາະປີ 2026 ໃນຂົງເຂດອະນຸພາກພື້ນແມ່ນໍ້າກໍກໍາລັງປະເຊີນກັບບັນຫາມົນລະພິດໝອກຄວັນຂ້າມ ຜ່ານຊາຍ ແດນ ຊຶ່ງສາເຫດຕົ້ນຕໍແມ່ນເກີດຈາກການເຜົາສິ່ງເສດເຫຼືອຈາກກະສິກໍາ ເຮັດໃຫ້ເກີດມີຈຸດຄວາມຮ້ອນສູງ ຈັດຢູ່ໃນ ລະດັບອັນຕະລາຍ ລະດັບທີ 3, ລະດັບຮຸນແຮງສຸດ, ໂດຍແຜນນະໂຍບາຍບຸລິມະສິດ ທີ່ ສປປ ລາວ ກໍາລັງຈັດຕັ້ງປະຕິບັດ ເພື່ອແກ້ໄຂບັນຫາໃນລະດັບຊາດ ແລະ ລະດັບພາກພື້ນ, ສໍາລັບປີ 2026 ສະພາບມົນ ລະພິດໝອກຄວັນ PM2.5 ເລີ່ມປະກົດຂຶ້ນໃນເດືອນມີນາ ແລະ ເພີ່ມຄວາມຮຸນແຮງຂຶ້ນໃນຕົ້ນເດືອນເມສາ ຊຶ່ງເຫັນວ່າ ຄ່າຝຸ່ນ PM2.5 ຢູ່ບາງເຂດ ໂດຍສະເພາະ ແຂວງຫຼວງພະບາງ, ອຸດົມໄຊ ແລະ ແຂວງວຽງຈັນ, ສູງກວ່າມາດຕະຖານຄຸນນະພາບສິ່ງແວດລ້ອມແຫ່ງຊາດ ເຖິງ 2 ຫາ 5 ເທົ່າ, ຈັດຢູ່ໃນລະດັບມີຜົນກະທົບສູງ ຕໍ່ສຸຂະພາບ, ນັບແຕ່ ວັນທີ 24 ເມສາ 2026 ຮອດປັດຈຸບັນ ຄ່າຝຸ່ນ PM2.5 ແມ່ນຫຼຸດລົງຫຼາຍ ແລະ ຫຼາຍແຂວງ ຄ່າຝຸ່ນ PM2.5 ຢູ່ໃນເກນມາດຕະຖານ (<50µg/m3/24 ຊົ່ວໂມງ). ສາເຫດຕົ້ນຕໍ ແມ່ນເກີດຈາກການຈູດ ເພື່ອກະກຽມພື້ນທີ່ກະສິກໍາໃນລະດູການປູກຝັງ ຂອງປະຊາຊົນ ທີ່ບໍ່ໄດ້ມີການຕິດຕາມ, ກວດກາ ແລະ ຄວມຄຸມ ຈຶ່ງເກີດມີໄຟລາມປ່າ ສົມທົບກັບ ສະພາບເງື່ອນໄຂອຸຕຸນິຍົມບໍ່ເອື້ອອໍານວຍ ຕໍ່ການລະບາຍຝຸ່ນ ແລະ ມົນລະພິດໝອກ ຄວັນຂ້າມຜ່ານຊາຍແດນ.

ທ່ານໃຫ້ຮູ້ຕື່ມວ່າ: ຕໍ່ກັບສະພາບການດັ່ງກ່າວ, ລັດຖະບານ ແຫ່ງ ສປປ ລາວ ໄດ້ຖືເອົາວຽກງານແກ້ໄຂ ມົນລະພິດໝອກຄວັນ ເປັນວຽກງານບຸລິມະສິດໜຶ່ງ ແລະ ໄດ້ເອົາໃຈໃສ່ແກ້ໄຂໂດຍໄດ້ເພີ່ມທະວີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາຕ່າງໆເປັນຕົ້ນກົດໝາຍວ່າດ້ວຍປ່າໄມ້ ໂດຍສະເພາະການສະກັດກັ້ນ ແລະ ຕ້ານໄຟໄໝ້ລາມປ່າ, ການຈໍາກັດຖາງປ່າເຮັດໄຮ່ແບບເລື່ອນລອຍ. ພ້ອມນັ້ນ, ລັດຖະບານ ຍັງໄດ້ອອກຄໍາສັ່ງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ສະບັບເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023. ນອກນັ້ນ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງການຫຼາຍສະບັບ ໃນການ ຈັດຕັ້ງຜັນຂະຫຍາຍຄໍາສັ່ງດັ່ງກ່າວ ແລະ ອົງການປົກຄອງທ້ອງຖິ່ນແຕ່ລະແຂວງ ກໍໄດ້ອອກແຈ້ງການສະເພາະ ໃນການ ຫ້າມຈູດປ່າຢູ່ຂອບເຂດຄວາມຮັບຜິດຊອບຂອງທ້ອງຖິ່ນຕົນ. ນອກຈາກນັ້ນ, ຍັງໄດ້ສົມທົບກໍາລັງປ້ອງກັນຊາດ, ກຳລັງປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງທ້ອງຖິ່ນ ໃນການສະກັດກັ້ນ ແລະ ດັບໄຟປ່າ ຢູ່ໃນເຂດທີ່ເກີດ ໄຟໄໝ້ປ່າຮຸນແຮງ, ໄດ້ມີການຕິດຕາມ, ເຝົ້າລະວັງຂໍ້ມູນຈາກດາວທຽມ ແລະ ສະຖານີວັດແທກຄຸນນະພາບອາກາດ ຢ່າງໃກ້ຊິດ ເພື່ອລາຍງານໃຫ້ສັງຄົມໄດ້ຮັບຊາບຜ່ານຊ່ອງທາງສື່ທາງການປະຈໍາລາຍວັນ ແລະ ໄດ້ອອກແຈ້ງເຕືອນ ກໍລະນີພົບຄ່າຄວາມເຂັ້ມຂຸ້ນເກີນມາດຕະຖານ, ຖະແຫຼງຂ່າວຜ່ານສືໂທລະພາບ, ວິທະຍຸ ແລະ ເຟສບຸກ, ລົງພື້ນທີ່ແຈກ ຢາຍອຸປະກອນຈຳເປັນ ໜ້າກາກອະນະໄມ (N-95) ໃຫ້ແກ່ປະຊາຊົນເພື່ອປ້ອງກັນຝຸ່ນ PM2.5 ໃນເຂດທີ່ມີຄວາມ ສ່ຽງ, ເຖິງແມ່ນວ່າ ພວກເຮົາໄດ້ມີຄວາມພະຍາຍາມໃນການແກ້ໄຂບັນຫາຢ່າງຈິງຈັງ ແຕ່ກໍຍັງມີສິ່ງທ້າທາຍຫຼາຍຢ່າງ ເຊັ່ນ: ຍັງຂາດ ອຸປະກອນທີ່ທັນສະໄໝ ເພື່ອໃຊ້ໃນການດັບໄຟປ່າ, ສະຖານີວັດແທກຄຸນນະພາບອາກາດພາກພື້ນດິນ ຍັງບໍ່ກວມເອົາທົ່ວທຸກແຂວງ, ການຕິດຕາມຈຸດຄວາມຮ້ອນກໍຍັງອີງໃສ່ລະບົບຂໍ້ມູນຈາກດາວທຽມ ທີ່ຍັງບໍ່ທັນໄດ້ມີ ການຢັ້ງຢືນຄວາມຊັດເຈນ, ການຊຸກຍູ້ໃຫ້ປະຊາຊົນຫັນປ່ຽນວິທີການເຮັດກະສິກໍາແບບດັ່ງເດີມ (ການຈູດພື້ນທີ່ກະ ກຽມການຜະລິດ) ກໍຍັງເປັນສິ່ງທ້າທາຍ ແລະ ມີຄວາມຕ້ອງການນໍາໃຊ້ງົບປະມານຢ່າງຫຼວງຫຼາຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າ-ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດປີ 2026

ຄົ້ນຄວ້າ-ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດປີ 2026

ກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ຈັດກອງປະຊຸມລາຍງານຜົນການຄົ້ນຄວ້າ, ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດທີ່ຖືກສານຕັດສິນປະຫານຊີວິດປະຈຳປີ 2026 ຈັດຂຶ້ນໃນວັນທີ 3 ກັນຍາຜ່ານມາ, ພາຍໃຕ້ການເປັນປະທານຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ, ມີບັນດາຮອງຫົວໜ້າກອງເລຂາ ແລະ ຄະນະກອງເລຂາ ຄະນະກໍາມະການອະໄພຍະໂທດລະດັບຊາດ ທີ່ມາຈາກອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສໍານັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ສານປະຊາຊົນສູງສຸດເຂົ້າຮ່ວມ.
ປະທານສະຫະພັນແມ່ຍິງແຂວງເຊກອງ ເຄື່ອນໄຫວຊຸກຍູ້ວຽກງານຢູ່ສູນພັດທະນາແມ່ຍິງບັນດາເຜົ່າແຂວງ

ປະທານສະຫະພັນແມ່ຍິງແຂວງເຊກອງ ເຄື່ອນໄຫວຊຸກຍູ້ວຽກງານຢູ່ສູນພັດທະນາແມ່ຍິງບັນດາເຜົ່າແຂວງ

ໃນວັນທີ 2 ກັນຍາ 2026 ນີ້, ທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ພ້ອມຄະນະ ໄດ້ລົງຕິດຕາມ,ຊຸກຍູ້ວຽກງານການຫຍິບຜ້າອະນາໄມຂອງໄວໜຸ່ມຍິງ ທີ່ມີຄວາມເປັນພິການ ແລະ ດ້ອຍໂອກາດ ໂດຍໄດ້ຮັບທຶນສະໜັບຈາກໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ ( SFE ).
ພະແນກ ຮສສ ແຂວງຄໍາມ່ວນສະຫຼຸບວຽກງານ 9 ເດືອນ ປີ 2026

ພະແນກ ຮສສ ແຂວງຄໍາມ່ວນສະຫຼຸບວຽກງານ 9 ເດືອນ ປີ 2026

ວັນທີ 1 ກັນຍາ 2026 ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນໄດ້ສະຫຼຸບວຽກງານຮອບດ້ານພາຍໃນຂົງເຂດຄວາມຮັບຜິດຊອບຂອງຕົນຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການ ຫົວໜ້າພະແນກ, ມີຮອງຫົວໜ້າພະແນກ, ຄະນະຂະແໜງການປິ່ນອ້ອມ ແລະ ພາກສ່ວນທີ່ຂຶ້ນກັບເຂົ້າຮ່ວມ.
ພາກລັດເຂົ້າຄຸ້ມຄອງວັດພູຈຳປາສັກ ເຕັມຮູບແບບ ພາຍຫຼັງສິ້ນສຸດສັນຍາສຳປະທານລົງທຶນ

ພາກລັດເຂົ້າຄຸ້ມຄອງວັດພູຈຳປາສັກ ເຕັມຮູບແບບ ພາຍຫຼັງສິ້ນສຸດສັນຍາສຳປະທານລົງທຶນ

ເລີ່ມວັນທີ 1 ກັນຍາ 2026 ເປັນຕົ້ນໄປ, ພາກລັດໄດ້ເຂົ້າມາຄຸ້ມຄອງ, ປົກປັກຮັກສາ ແລະ ບໍລິຫານຈັດການແຫຼ່ງທ່ອງທ່ຽວມໍລະດົກໂລກວັດພູຈຳປາສັກ ຢ່າງເຕັມຮູບແບບ ພາຍຫລັງໂຄງການພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ ຂອງກຸ່ມບໍລິສັດ ຍິ່ງໂຊກໄຊ ຈຳກັດຜູ້ດຽວ ໄດ້ສິ້ນສຸດກຳນົດອະນຸຍາດລົງທຶນ ໃນວັນທີ 22 ມິຖຸນາ 2026 ທີ່ຜ່ານມາ.
ຄໍາມ່ວນ ມອບເຄື່ອງຊ່ວຍ​ເຫຼືອໃຫ້ 10 ເມືອງມູນ​ຄ່າ 350 ລ້ານ​ກີບ

ຄໍາມ່ວນ ມອບເຄື່ອງຊ່ວຍ​ເຫຼືອໃຫ້ 10 ເມືອງມູນ​ຄ່າ 350 ລ້ານ​ກີບ

ແຂວງຄໍາມ່ວນ ລະດົມການຊ່ວຍເຫຼືອ ຜູ້ປະສົບໄພນໍ້າຖ້ວມ ໂດຍມອບເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 350 ລ້ານກີບ ໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດ 10 ເມືອງ ເພື່ອນໍາໄປແຈກຢາຍແກ່ປະຊາຊົນທີ່ປະສົບໄພ.
ຄໍາມ່ວນ ປະເມີນຄວາມເສຍຫາຍຈາກ​ໄພ​ນ້ຳ​ຖ້ວມ​ ເບື້ອງ​ຕົນ275 ຕື້ກວ່າກີບ

ຄໍາມ່ວນ ປະເມີນຄວາມເສຍຫາຍຈາກ​ໄພ​ນ້ຳ​ຖ້ວມ​ ເບື້ອງ​ຕົນ275 ຕື້ກວ່າກີບ

ແຂວງຄໍາມ່ວນ ໄດ້ປະເມີນຄວາມເສຍຫາຍ ຈາກໄພນໍ້າຖ້ວມໃນ 10 ເມືອງ ໃນໄລຍະເດືອນກໍລະກົດ ຫາ ເດືອນ ສິງຫາ 2026 ມູນຄ່າເສຍຫາຍເບື້ອງຕົ້ນ 275.57 ຕື້ກີບ ແລະ ມີປະຊາຊົນ 151.000 ຄົນໄດ້ຮັບຜົນກະທົບ,ປັດ​ຈຸ​ບັນກຳ​ລັງເລັ່ງ ສືບຕໍ່ປະເມີນຄວາມເສຍຫາຍ ແລະ ຟື້ນຟູພື້ນຖານໂຄງລ່າງ, ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.
ມອບ-ຮັບໂຄງການພັດທະນາຊີວິດການເປັນຢູ່ຂອງປະຊາຊົນປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດ

ມອບ-ຮັບໂຄງການພັດທະນາຊີວິດການເປັນຢູ່ຂອງປະຊາຊົນປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດ

ເມືອງບໍ່ແຕນ ແຂວງໄຊຍະບູລີໄດ້ຈັດພິມອບ-ຮັບ ໂຄງການສ້າງຄວາມເຂັມແຂງ ແລະ ພັດທະນາຊີວິດການເປັນຢູ່ຂອງຊຸມຊົນໃນການປັບຕົວຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ບ້ານຕາລິ່ງເມືອງ​ບໍ່​ແຕນໂດຍການເປັນປະທານຮ່ວມຂອງທ່ານ ບຸນເດີມ ເສີມນະພາ ຮອງຫົວໜ້າຫ້ອງການ ກະສິກຳ ແລະສິ່ງແວດລ້ອມເມືອງ​ບໍ່​ແຕນ, ທ່ານສຽງພິນ ບຸນມີອາໄພ ຜູ້ປະສານງານໂຄງການ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ກະຊວງ ອ​ຄ ແລະ ບໍລິສັດ ເບຍລາວ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງອຸດົມໄຊ

ກະຊວງ ອ​ຄ ແລະ ບໍລິສັດ ເບຍລາວ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງອຸດົມໄຊ

ກະ​ຊວງ​ອຸດ​ສາ​ຫະ​ກຳແລະການ​ຄ້າ (ອ​ຄ)ແລະບໍ​ລິ​ສັດ​ເບຍ​ລາວຈຳ​ກັດໄດ້​ນຳ​ເອົາ​ເງິນແລະເຄື່ອງອຸປະໂພກ-ບໍລິໂພກ ໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງອຸດົມໄຊເຊິ່ງ​ກະ​ຊວງ ອ​ຄ ໄດ້ມອບ​ເງິນ 200 ລ້ານ​ກີບ; ສ່ວນ​ບໍ​ລິ​ສັດ​ເບຍ​ລາວມອບນ້ຳ​ຫວານແລະນ້ຳ​ດື່ມ.
ວັນໃໝ່ ເປັນສ່ວນໜຶ່ງຮ່ວມສະເຫຼີມສະຫຼອງຄົບຮອບ 32 ປີ ຕັງຈະເລີນ

ວັນໃໝ່ ເປັນສ່ວນໜຶ່ງຮ່ວມສະເຫຼີມສະຫຼອງຄົບຮອບ 32 ປີ ຕັງຈະເລີນ

ບໍລິສັດ ວັນໃໝ່ ອະສັງຫາລິມະຊັບ ຮ່ວມສະເຫຼີມສະຫຼອງ ວັນສ້າງຕັ້ງ ຕັງຈະເລີນ ຄົບຮອບ 32ປີ, ພິທີດັ່ງກ່າວ ຈັດຂຶ້ນເປັນເວລາ 9 ວັນ ຄື ເລີ່ມແຕ່ວັນທີ 1-9 ກັນຍານີ້ ທີ່ຕັງຈະເລີນ ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ບໍລິຈາກເລືອດໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ບໍລິຈາກເລືອດໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ (ສນຊ) ຄົບຮອບ 76 ປີ, ອະນຸກຳມະການເນື້ອໃນ, ໂຄສະນາ-ຂະບວນການ ແລະ ຍ້ອງຍໍ 76 ປີແນວລາວສ້າງຊາດ ຮ່ວມກັບອົງການກາແດງແຫ່ງຊາດລາວ, ສູນເລືອດແຫ່ງຊາດ ຈັດກິດຈະກໍາຮັບບໍລິຈາກເລືອດ ພາຍໃຕ້ຫົວຂໍ້ ‘‘ ໃຫ້ເລືອດຊ່ວຍຊີວິດ ’’ ຂຶ້ນໃນວັນທີ 2 ກັນຍາຜ່ານມາ, ທີ່ ສນຊ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸລິປັນຍາ ຣາຊສົມບັດ ຮອງປະທານ ສນຊ, ຮອງຫົວໜ້າອະນຸກຳມະການເນື້ອໃນ, ໂຄສະນາ-ຂະບວນການ ແລະ ຍ້ອງຍໍ 76 ປີຂອງແນວລາວສ້າງຊາດ, ມີທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີຄະນະປະຈໍາ ສນຊ, ແຂກຖືກເຊີນ, ຄະນະຮັບຜິດຊອບ ແລະ ພະນັກງານລັດຖະກອນເຂົ້າຮ່ວມ.
ເພີ່ມເຕີມ