ມົນລະພິດທາງອາກາດ ສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນເຮົາ

ມົນລະພິດທາງອາກາດ ສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນເຮົາ
ໂດຍ: ວັນເພັງ
ມົນລະພິດທາງອາກາດເປັນໜຶ່ງໃນຄວາມສ່ຽງຕໍ່ສິ່ງແວດລ້ອມແລະສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນເຮົາ ແລະມີສ່ວນເຮັດໃຫ້ເກີດການປ່ຽນແປງສະພາບດິນຟ້າອາກາດ ພ້ອມຄາດວ່າມົນລະພິດດັ່ງກ່າວຈະມີລະດັບຮຸນແຮງຂຶ້ນໃນເດືອນມີນາແລະເມສານີ້. ດັ່ງນັ້ນ, ທຸກຄົນຕ້ອງມີສະຕິປ້ອງກັນຕົນເອງ ໂດຍສະເພາະກຸ່ມຄົນທີ່ມີຄວາມສ່ຽງສູງເປັນຕົ້ນເດັກນ້ອຍ, ຜູ້ສູງອາຍຸ,ແມ່ຍິງຖືພາ, ເດັກໃນທ້ອງ, ຜູ້ທີ່ເປັນພະຍາດຫອບຫືດ ແລະ ຜູ້ທີ່ເປັນພະຍາດອື່ນໆ. 
ທ່ານວັນນະພັນພົງສາຮອງຫົວໜ້າຫ້ອງທົດລອງສິ່ງແວດລ້ອມກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ (ກຊສ) ໄດ້ກ່າວຕໍ່ກອງປະຊຸມໃຫ້ຂໍ້ມູນຂ່າວສານກ່ຽວກັບມົນລະພິດທາງອາກາດເມື່ອບໍ່ດົນມານີ້ວ່າ: ໃນສປປລາວແຫຼ່ງມົນລະພິດທາງອາກາດຕົ້ນຕໍປະກອບມີການເຜົາໄໝ້ຈາກການເຮັດກະສິກຳ, ການຈູດຂີ້ເຫຍື້ອໃນຄົວເຮືອນແລະຫົວໜ່ວຍທຸລະກິດ, ໄຟໄໝ້ປ່າແລະການປ່ອຍມົນລະພິດຈາກພາຫະນະຕ່າງໆ. ມີການຄາດຄະເນວ່າມົນລະພິດທາງອາກາດຢູ່ພື້ນທີ່ນອກອາຄານໄດ້ສົ່ງຜົນໃຫ້ຄົນເຮົາປະມານ 4,2 ລ້ານຄົນ, ເສຍຊີວິດກ່ອນໄວອັນຄວນໃນທົ່ວໂລກໃນປີ 2019 ຊຶ່ງສາເຫດຕົ້ນຕໍເນື່ອງມາຈາກການສໍາຜັດກັບຝຸ່ນລະອອງ (ລວມທັງຝຸ່ນPM2.5) ອັນພາໃຫ້ເກີດພະຍາດຫົວໃຈ, ພະຍາດປອດ, ມະເຮັງ ແລະ ພະຍາດອື່ນໆ. ຝຸ່ນລະອອງຂະໜາດນ້ອຍນີ້ສາມາດດູດຊຶມຜ່ານປອດ, ເຂົ້າໄປໃນກະແສເລືອດແລະອະໄວຍະວະຕ່າງໆຊຶ່ງສາມາດສົ່ງຜົນກະທົບຮ້າຍແຮງຕໍ່ສຸຂະພາບຂອງຄົນເຮົາໄດ້. ສໍາລັບອາການໄລຍະສັ້ນທີ່ມາຈາກການສໍາຜັດມົນລະພິດທາງອາກາດ ຈະເຮັດໃຫ້ເຄືອງຕາ, ດັງ, ຄໍແລະປອດ, ໄອ, ຈາມ, ນໍ້າມູກໄຫຼ, ຫາຍໃຈຍາກ ແລະ ມີອາການຂອງພະຍາດອື່ນໆຮ້າຍແຮງຂຶ້ນເປັນຕົ້ນພະຍາດຫອບຫືດ. ສ່ວນອາການໄລຍະຍາວເຮັດໃຫ້ເສັ້ນເລືອດໃນສະໝອງຕີບ-ຕັນຫຼືແຕກ, ເປັນພະຍາດຫົວໃຈ, ມະເຮັງປອດແລະພະຍາດທາງເດີນຫາຍໃຈທັງແບບຊໍາເຮື້ອແລະແບບກະທັນຫັນ. ພ້ອມນັ້ນ,ການສຳຜັດມົນລະພິດທາງອາກາດສາມາດສະສົມໄປຕະຫຼອດຊີວິດແລະເພີ່ມຄວາມສ່ຽງໃຫ້ແກ່ຮ່າງກາຍຫຼາຍຂຶ້ນເລື້ອຍໆ.
ມົນລະພິດທາງອາກາດປະກອບມີຝຸ່ນລະອອງແລະສານເຄມີຊຶ່ງລະດັບຄວາມຮຸນແຮງຂອງມົນລະພິດດັ່ງກ່າວຈະມີການລາຍງານຕາມດັດຊະນີຄຸນນະພາບອາກາດຫຼືAQI ຊຶ່ງເປັນລະບົບການຈັດລະດັບເພື່ອຊີ້ບອກລະດັບມົນລະພິດທາງອາກາດ, ລວມທັງPM2.5 ທີ່ເປັນມົນລະພິດທາງອາກາດທີ່ເປັນອັນຕະລາຍທີ່ສຸດປະເພດໜຶ່ງ. ສະນັ້ນ, ກຊສ ໄດ້ນຳໃຊ້AQI ແລະຈະມີການລາຍງານສະຖານະການເປັນປະຈຳໃນໄລຍະທີ່ມີມົນລະພິດທາງອາກາດສູງສຸດ. ນອກນີ້, ທາງກະຊວງສາທາລະນະສຸກກໍຈະມີການອອກຄຳແນະນຳແລະແຈ້ງເຕືອນກ່ຽວກັບສຸຂະພາບເປັນປະຈຳຜ່ານເຟສສູນຂ່າວສານການແພດ ແລະ ສຸຂະສຶກສາທຸກທ່ານສາມາດເຂົ້າໄປເບິ່ງ ແລະ ຕິດຕາມໄດ້.ສະນັ້ນ, ເພື່ອຊ່ວຍກັນຫຼຸດຜ່ອນມົນລະພິດທາງອາກາດ ຕ້ອງຫຼຸກຜ່ອນແຫຼ່ງກໍາເນີດຂອງມົນລະພິດເປັນຕົ້ນຕ້ອງຫຼຸດຜ່ອນການຈູດຂີ້ເຫຍື້ອ, ຫຼຸດຜ່ອນການຈູດເສດໄມ້, ຫັນປ່ຽນມາໃຊ້ພະລັງງານສະອາດ, ຫັນປ່ຽນມາໃຊ້ພະລັງງານທົດແທນ, ຫັນປ່ຽນມາໃຊ້ລົດສາທາລະນະ ຫຼື ລົດໄຟຟ້າ ແລະ ອື່ນໆ. 
ທ່ານວັນນະພັນພົງສາຍັງໄດ້ແນະນະວ່າ: ເພື່ອປົກປ້ອງສຸຂະພາບຂອງທ່ານ, ຖ້າເປັນໄປໄດ້ຜູ້ທີ່ມີຄວາມສ່ຽງສູງຄວນຢູ່ພາຍໃນບ້ານ, ຖ້າອອກໄປກາງແຈ້ງແນະນຳໃຫ້ໃສ່ຜ້າອັດປາກ-ດັງ N95, ປິດປ້ອງຢ້ຽມ, ປະຕູເຮືອນ ແລະ ຍານພາຫະນະ, ແນະນໍາໃຫ້ມີເຄື່ອງຟອກອາກາດພາຍໃນເຮືອນ, ໃຫ້ປ່ຽນເວລາ ແລະ ສະຖານທີ່ອອກກຳລັງກາຍ, ຫຼີກລ່ຽງບ່ອນທີ່ມີການຈະລາຈອນໜາແໜ້ນ, ບ່ອນທີ່ມີຂີ້ຝຸ່ນຈາກການກໍ່ສ້າງ, ເຂດທີ່ມີການຈູດປ່າ, ຄວນຮູ້ເວລາ ແລະ ສະຖານທີ່ ທີ່ອາດຈະມີມົນລະພິດທາງອາກາດສູງ ເພື່ອວາງແຜນກິດຈະກຳພາຍນອກ. ສິ່ງສໍາຄັນຄວນມີຢາປົວພະຍາດພຽງພໍໄວ້ກໍລະນີສຸກເສີນ. ພ້ອມນີ້, ຖ້າທ່ານ ຫຼືື ຄົນໃນຄອບຄົວຮູ້ສຶກບໍ່ສະບາຍຄວນໄປພົບແພດໝໍໃກ້ບ້ານທ່ານໂດຍດ່ວນເຊັ່ນ: ໂຮງໝໍແຂວງ, ສູນກາງ, ເມືອງ, ສຸກສາລາ ແລະ ສະຖານທີໃຫ້ບໍລິການປິ່ນປົວອື່ນໆ ເພື່ອຈະໄດ້ກວດເບິ່ງອາການແລ້ວກິນຢາຕາມແພດສັ່ງ ພ້ອມປິ່ນປົວໃຫ້ທັນເວລາ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດຜ່ານທາງອອນລາຍ

ເຜີຍແຜ່ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດຜ່ານທາງອອນລາຍ

ກອງປະຊຸມເຜີຍແຜ່ລະດັບຊາດ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດຜ່ານທາງອອນລາຍ ໄດ້ຈັດຂຶ້ນໃນວັນທີ 8 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ ຮ່ວມແຮງຮ່ວມໃຈກັນເພື່ອຢຸດຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງທຸກຄົນຜ່ານທາງດິຈິຕອນ(UNITIE TO END DIGITAL VIOLENCE AGAINST ALL WOMEN AND GIRLS); ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານສູນກາງຄະນະບໍລິຫານງານສະຫະພັນແມ່ຍິງລາວ(ສສຍລ), ຮອງປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ,ແມ່ແລະເດັກ(ຄຊກມດ); ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ; ທ່ານ ບັກຕີຍໍ ກາດິຣບ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ປະຈໍາ ສປປ ລາວ, ມີບັນດາຜູ້ຕາງໜ້າຈາກກະຊວງ, ອົງການ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທັງແບບເຊິ່ງໜ້າ ແລະ ອອນລາຍ ເຂົ້າຮ່ວມ.
ມອບ-ຮັບທາງເຂົ້າບ້ານຊຳກ້ວາງ

ມອບ-ຮັບທາງເຂົ້າບ້ານຊຳກ້ວາງ

ໃນວັນທີ5ທັນວາຜ່ານມາ ຢູ່ທີ່ເຂດງານ ໄດ້ມີພິທີມອບ-ຮັບເສັ້ນທາງເຂົ້າບ້ານຊຳກ້ວາງ ເມືອງຄູນ ແຂວງຊຽງຂວາງ ໂດຍການເປັນປະທານຂອງທ່ານ ບຸນມີ ຄູນມາລາ ຮອງເລຂາພັກເມືອງ ປະທານກຳມະການປົກຄອງເມືອງ, ທ່ານນາງ ສົມພອນ ບູ່ພະລາ ຮອງຫົວໜ້າຫ້ອງວ່າການແຂວງ, ມີອາດີດການນຳເມືອງຄູນ, ພະນັກງານຈາກແຂວງ, ເມືອງ, ບໍລິສັດ ແລະ ປະຊາຊົນບ້ານຊຳກ້ວາງເຂົ້າຮ່ວມ.
ຄະນະຜູ້ແທນສຳພັນຄົນລາວຢູ່ປະເທດຝຣັ່ງ ມອບເງິນສົມທົບທຶນສ້າງຫໍພັກຄູ-ນັກຮຽນ ບ້ານຂີ້ນາກ

ຄະນະຜູ້ແທນສຳພັນຄົນລາວຢູ່ປະເທດຝຣັ່ງ ມອບເງິນສົມທົບທຶນສ້າງຫໍພັກຄູ-ນັກຮຽນ ບ້ານຂີ້ນາກ

ວັນທີ 7 ທັນວາຜ່ານມານີ້,ຄະນະຜູ້ແທນສຳພັນຄົນລາວຢູ່ປະເທດຝຣັ່ງໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງໂຂງແຂວງຈຳປາສັກພ້ອມທັງມອບເງິນສົມທົບທຶນເຂົ້າໃນການກໍ່ສ້າງຫໍພັກຄູ ແລະ ນັກຮຽນ.
ສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ

ສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ

ອົງການກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ໄດ້ຈັດພິທີສະເຫຼີມສະ ຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ (9/12/2003-9/12/2025) ປະຈຳປີ 2025, ພາຍໃຕ້ຄໍາຂັວນ “ຮ່ວມແຮງ ຮ່ວມໃຈ ກັບໄວໜຸ່ມ ໃນການຕ້ານການສໍ້ລາດບັງຫຼວງ ເພື່ອສ້າງອະນາຄົດອັນສົດໃສ”,ຂຶ້ນໃນວັນທີ 8 ທັນວານີ້,ທີ່ສະໂມສອນຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ,ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ UNODC, ທະນາຄານອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ICBC, ຕາງໜ້າທູຕານຸທູດ, ແຂກຖືກເຊີນຈາກບັນດາກະຊວງ-ອົງການ, ລັດວິສາຫະກິດ ແລະ ຄູ-ອາຈານ, ນັກຮຽນ-ນັກສຶກສາເຂົ້າຮ່ວມ.
ເມືອງເງິນ ປະກາດຮັບຮອງວັດ 4 ສໍ

ເມືອງເງິນ ປະກາດຮັບຮອງວັດ 4 ສໍ

ວັນທີ 5 ທັນວາຜ່ານມານີ້ທີ່ວັດສຣີດອນແຍງ ບ້ານເພຍງາມ ເມືອງເງິນ ແຂວງໄຊຍະບູລີ ໄດ້ມີທີປະກາດຮັບຮອງ ວັດ 4 ສໍ ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຮ່ວມ ຂອງພະອາຈານ ສົມພອນ ຄໍາຈະເລີນ ຮອງປະທານ ອພສ ແຂວງໄຊຍະບູລີ, ທ່ານ ຊູລິສິດ ຄໍາພູວົງ ກໍາມະການປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີພະເຖຣານຸເຖຣະ, ຕະຫຼອດຮອດ ຊາວພຸດທະສະນິກະຊົນພາຍໃນເມືອງເຂົ້າຮ່ວມ.
15 ປີ ສຂຈ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ສ້າງບຸກຄະລາກອນເກືອບ 1 ແສນກ່ວາຄົນ ອອກຮັບໃຊ້ສັງຄົມ

15 ປີ ສຂຈ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ສ້າງບຸກຄະລາກອນເກືອບ 1 ແສນກ່ວາຄົນ ອອກຮັບໃຊ້ສັງຄົມ

ໃນໂອກາດສະເຫຼີມສະຫຼອງວັນຂົງຈືໂລກ ປີ 2025 ແລະ ການສ້າງຕັ້ງສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 15 ປີ. ທ່ານ ເຝິງກວາງຫົວ ຜູ້ອໍານວຍການ ສຂຈ ຝ່າຍຈີນ ໄດ້ກ່າວມີຄໍາເຫັນ ແລະ ສະແດງຄວາມຮູ້ສຶກ ຕໍ່ວັນດັ່ງກ່າວເມື່ອບໍ່ດົນຜ່ານມາວ່າ: ໃນໄລຍະ 15 ປີຜ່ານມາ, ສຂຈ ມຊ ໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ໄດ້ກາຍເປັນບ່ອນກໍ່ສ້າງຜູ້ຊ່ຽວຊານດ້ານພາສາຈີນ ມາຮອດປັດຈຸບັນໄດ້ກໍ່ສ້າງບຸກຄະລະກອນເກືອບ 100,000 ກ່ວາຄົນ ແລະ ໄດ້ຮັບຖານະເປັນສູນການສຶກສາພາສາຈີນ ແລະ ເວທີແລກປ່ຽນວັດທະນະທຳທີ່ໃຫຍ່ທີ່ສຸດ ແລະ ຄົບຖ້ວນທີ່ສຸດໃນລາວ.
ການນຳແຂວງຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ບ້ານນ້ຳຮວຍ ແລະ ບ້ານກໍສ່ານ

ການນຳແຂວງຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ບ້ານນ້ຳຮວຍ ແລະ ບ້ານກໍສ່ານ

ໃນວັນທີ6ທັນວາຜ່ານມາ ຢູ່ທີ່ບ້ານນ້ຳຮວຍ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ຊຶ່ງກ່າວມອບໂດຍທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ, ມີຄະນະປະຈຳພັກແຂວງ, ຄອບຄົວການນຳ, ນັກທຸລະກິດ, ມີພາກສ່ວນກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນສອງບ້ານດັ່ງກ່າວເຂົ້າຮ່ວມ.
ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເພີ່ມເຕີມ