ບົດລາຍງານຊີ້ໃຫ້ເຫັນວ່າ: ອັດຕາການເຕີບໂຕຂອງພາກພື້ນຈະຊ້າລົງເລັກນ້ອຍຈາກ 4.9% ໃນປີ 2025 ເປັນ 4.8% ໃນປີນີ້ ແລະ 4.6% ໃນປີ 2027, ເຖິງແມ່ນວ່າການເລັ່ງກັກຕຸນສິນຄ້າທີ່ເກີດຂຶ້ນໃນປີ 2025 ຈະກັບຄືນສູ່ສະພາບປົກກະຕິ. ແຕ່ທ່າອ່ຽງການເຕີບໂຕຂອງ AI ຍັງສືບຕໍ່ສະໜັບສະໜູນການຂະຫຍາຍຕົວທາງເສດຖະກິດ, ໂດຍສະເພາະຜ່ານການລົງທຶນສູນຂໍ້ມູນ ແລະ ການສົ່ງອອກເອເລັກໂຕຣນິກ.
ເສດຖະກິດສ່ວນໃຫຍ່ຂອງອາຊີຕາເວັນອອກສ່ຽງໃຕ້ມີຜົນງານດີກວ່າທີ່ຄາດໄວ້ ເມື່ອທຽບກັບການປະເມີນໃນເດືອນມັງກອນ ແລະ ກັນຍາ, ໂດຍສ່ວນໃຫຍ່ແມ່ນໄດ້ຮັບແຮງຂັບເຄື່ອນຈາກການເຕີບໂຕຂອງ AI, ເຖິງແມ່ນວ່າຄວາມສ່ຽງຈາກການເພີ່ມຂຶ້ນຂອງອັດຕາພາສີອາກອນຂອງ ສະຫະລັດ ອາເມຣິກາ ທີ່ຄາດວ່າຈະຍັງຄົງຢູ່ໃນລະດັບສູງໄປຈົນຮອດປີ 2028 ແລະ ມີຄວາມສ່ຽງຕໍ່ການເພີ່ມຂຶ້ນຕື່ມອີກ.
ເຖິງຢ່າງໃດກໍຕາມ, ການຍົກເວັ້ນພາສີສຳລັບຊິບເຊມິຄອນດັກເຕີຊ່ວຍປົກປ້ອງຜູ້ສົ່ງອອກເຕັກໂນໂລຊີທີ່ສຳຄັນໃນອາຊີຕາເວັນອອກສ່ຽງໃຕ້ ເຊັ່ນ: ສິງກະໂປ, ມາເລເຊຍ ແລະ ຫວຽດນາມ, ຈາກອັດຕາພາສີທີ່ສູງຂຶ້ນ, ແຕ່ການຍົກເວັ້ນເຫຼົ່ານີ້ອາດຈະຖືກຍົກເລີກໃນໄວໆນີ້.
ຄໍາເຫັນ